"ຄົນມີຄ່າ"
ຕົ້ນເດືອນ ຄືເສີຍເມີຍ ເລີຍມາງເມີນ
ຮອດທ້າຍເດືອນ ເກີນມີຄ່າ ມະຫາສານ
ທັງຄ່ານໍ້າ ຄ່າໄຟ ຫຼາຍອະນັນ
ຕ້ອງບາກບັ່ນ ວັນສຸດທ້າຍ ເຫຼືອໝີ່ຖົງດຽວ
ຫຼານຍ່ານາງລາວ
໒໗.໑໒.໒໐໑໘
"ຄົນມີຄ່າ"
ຕົ້ນເດືອນ ຄືເສີຍເມີຍ ເລີຍມາງເມີນ
ຮອດທ້າຍເດືອນ ເກີນມີຄ່າ ມະຫາສານ
ທັງຄ່ານໍ້າ ຄ່າໄຟ ຫຼາຍອະນັນ
ຕ້ອງບາກບັ່ນ ວັນສຸດທ້າຍ ເຫຼືອໝີ່ຖົງດຽວ
ຫຼານຍ່ານາງລາວ
໒໗.໑໒.໒໐໑໘
ໜາວເດ...
ສັງວ່າໜາວໜ່ວງນ້າວ . . . . ສາຍລົມໜາວວອນວີ່
ທັງໜ້າໜັງບີ່ອ້າ . . . . . . ຂຽດຈະນາຊົ້ນຊ່ວງໜາວ ກໍໄດ້ໃດ
ອັດສະຈັນໃຈຂ້າ . . . . . . . . ແຂນຂາສັງມາດ່າງ
ແມ່ນແຕ່ກາຍຮ່າງຂ້ອຍ . . . ມີຮອຍແຫ້ງແຕກແຫງ
ເປັນສັງເດຮ່າງຂ້າ . . . . . . . ຄືມາລວດລີງລາຍ
ຕາມກາຍາແຂນຂາ . . . . . . ບໍ່ວ່າມີເວີງເວັ້ນ
ເຫັນແຕ່ຮອຍແຫງຫວ້າຍ . . ເປັນເກັດລາຍດຳດ່າງ
ຄືດັ່ງໃນຮູບນີ້ . . . . . . . . . . ເຊວຟີ້ໃຫ້ເພື່ອນເຫັນ
ເລີ່ມໄດ້ເປັນແຕ່ມື້ . . . . . . . ຄວາມໜາວວື່ວີມາ
ວາໂຍໂຍນຍວຍໄຫຼ . . . . . . . ສັ່ນກາຍຄີງເນື້ອ
ບັດເມື່ອຮຽມລົງລ້າງ . . . . . . ຄາງກະໄຕພັດເປັນຕ່າງ
ກົວຈະຕາຍກະດ້າງ . . . . . . ເລີຍຂໍຢ້າງໃຫ້ອຸ່ນຕົວ
ແຕ່ວ່າພໍຊາບຮູ້ . . . . . . . . . ຄີງເຄັ່ງເບັງແຮງ
ເພາະແສງໄຟຜານເຜົາ . . . . ຢູ່ເຕົາເຮັງຮ້ອນ
ບາງບ່ອນມັນແຍກຍ້າຍ . . . . ເປັນລິງລາຍຄືວ່າ
ຄືນາຄີແທ່ແທ້ . . . . . . . . . . ເອົາຫຍັງແກ້ຈື່ງຊິເຊົາ ເດນໍ
ນາຄີເຂົາຂາບໄຫວ້ . . . . . . . . ນຳຍາແມ່ກໍຫາຍດີ
ມີແຕ່ພຽງວິທີ . . . . . . . . . . . ໜຶ່ງດຽວຄືເວົ້າ
ບາດວ່າຕົວເຮົານີ້ . . . . . . . . . ຊິມີຫຍັງພໍຊ່ອຍ
ຄົງຕ້ອງຄອຍເມື່ອມື້ . . . . . . . ໜາວນີ້ຊ່ວງເຊົາ ພຸ້ນລະນໍ
✍🏼ອຸລາ ພົມມະສຸກຂະ (ຫລານຍ່ານາງລາວ)
28 ທັນວາ 2016
ບ່ອນເຮົາຮຽນຮ່ວມຫ້ອງ . ຂຽນຂີດ ກ. ກາ
ອະ ອາ ຄູພາສອນ . . . . ຈັບມື ຖືກ້ານ
ຄອຍວາດວາງປາກການ້ອຍ ຕາມຮອຍຄອງຂີດ
ເຈຍລະໄນແຕ່ງແຕ້ມ . . . ລົງເຈ້ຍແຜ່ນໃບ
ກະດານເຄີຍຂີດໃຊ້ . . . . ສອນສາດວິຊາ
ຄູພາຂຽນພາຮຽນ . . . ພໍ່າພຽນພູນພົ້ນ
ສຶກສາຫວນຫາຄົ້ນ . . . ຂົນຂວາຍສະແຫວງໃຝ່
ເພື່ອໃຫ້ຫຼານໜຸ່ມນ້ອຍ . ພອຍຮູ້ຮັບເອົາ
ແມ່ນແຕ່ຝາຟາກຫ້ອງ . ປອງປະດັບດາສິນ
ຄູຄອຍຮິນຕອງເຕີມ . . . ເພີ່ມພູນຄວາມຮູ້
ປູປູກປຸນປັນຍາໃຫ້ . . . . ຫຼານເຫຼັນຕາມໄຕ່
ໃຄ່ຄະນຶງນັບພໍ້ . . . . . ເມືອໜ້າລະນຶກຄຸນ ຄູເອີ່ຍ
ປະພັນໂດນ: ຫຼານຍ່ານາງລາວ
໒໒ ທັນວາ ໒໐໑໘
"ຄວາມຮັກ ທີ່ຫຼາຍຄົນໃຝ່ຝັນ... ຄືຄວາມໃສ່ໃຈດູແລເທັກແຄກັນ"
ໃນວັນນີ້ ຄົນຮັກທີ່ເຄີຍຫ່າງເຫີນກັນໄປດົນແລ້ວໄດ້ກັບມາ ພ້ອມກັບຫອບຫີ້ວເອົາຄວາມຂົມຂື່ນຈະມອບໃຫ້ເໝືອນເຄີຍ ຫຼືຄວາມຮັກຄວາມຫອມຫຍັງຂ້ອຍກໍບໍ່ຮູ້ ເພາະເບິ່ງຈາກທ່າທີແລ້ວ ເຈົ້າກໍຄົງບໍ່ຕ່າງຫຍັງຈາກເທື່ອກ່ອນ..!
ແລະຂ້ອຍໄດ້ບອກລາວໄປວ່າ "ຂໍໂທດເດີ້! ຂ້ອຍມີຄົນໃໝ່ແລ້ວ"
ເຈົ້າຕັດສິນຂ້ອຍເປັນຜູ້ຍິງຫຼາຍໃຈ ບໍ່ຊື່ສັດບໍລິສຸດຕໍ່ຄວາມຮັກຂອງເຮົາ ທັງທີ່ ເວລາຜ່ານມານັ້ນ, ເຈົ້າບໍ່ເຄີຍສົນນຳຂ້ອຍ
ຂ້ອຍບໍ່ຮູ້ຊໍ້າວ່າຕົນເອງຢູ່ໃນຖານະໃດ
ເຈົ້າທຳທ່າຄືຮັກຂ້ອຍ ແຕ່ບໍ່ເຄີຍບອກວ່າຮັກ !
ເຈົ້າທຳທ່າຄືຢາກມີຂ້ອຍ ແຕ່ມັນບໍ່ຊັດເຈນ !
ເຈົ້າບອກວ່າຄິດຮອດຂ້ອຍ ແຕ່ບໍ່ເຄີຍໂທຫາ !
ຂ້ອຍຈື່ໄດ້ວ່າ ເຈົ້າແຊັດມາ ອາທິດລະເທື່ອ
ໂທຫາເດືອນລະຄັ້ງ ແລະບາງເທື່ອກໍມິດໄປເລີຍ
ຂ້ອຍບໍ່ຮູ້ວ່າທີ່ເຈົ້າງຽບຫາຍໄປໃນແຕ່ລະຄັ້ງນັ້ນ ດ້ວຍເຫດຜົນໃດ???
ແຕ່ມັນນຳມາເຖິງການທຳຮ້າຍຈິດໃຈຂອງຂ້ອຍ
ຮູ້ສຶກນ້ອຍໃຈທຸກຄັ້ງທີ່ເຈົ້າຫາຍໄປໂດຍບໍ່ໄດ້ບອກກັນພໍຄຳ
ມັນທໍລະມານຫຼາຍສຳລັບຄົນລໍຄອຍ~_~
ແລະໃນເວລາດຽວກັນນັ້ນ
ກໍມີຜູ້ຊາຍອີກຄົນເຂົ້າມາຫາ
ເຂົາເຂົ້າມາເຕີມເຕັມໃຫ້ຊີວິດສົດໃສຂຶ້ນ
ເຂົາບໍ່ສາມາດແທນຄຳວ່າ ເຈົ້າຊາຍໃນອຸດົມຄະຕິໄດ້
ແຕ່...
ເຂົາບໍ່ເສີຍຊາ
ເຂົາຄອຍດູແລເອົາໃຈໃສ່
ເຂົາເຮັດໃຫ້ຂ້ອຍຍິ້ມຫົວ
ເຂົາມອບຄວາມສຸກໃຫ້ກັບຂ້ອຍ
ເຂົາໃຫ້ທຸກຢ່າງທີ່ຂ້ອຍຕ້ອງການ...
ເຂົາບໍ່ເຮັດໃຫ້ຂ້ອຍຕ້ອງຄອຍຄືນກໍ້າກືນຄືເມື່ອກ່ອນທີ່ຄອຍເຈົ້າ ແຕ່ວັນທີ່ຂ້ອຍໝົດຄວາມອົດທົນທີ່ຈະຄອຍ ເຈົ້າຊໍ້າພັດກັບມາ...
ແລະວັນນີ້ ຂ້ອຍຢາກບອກເຈົ້າວ່າ:
ໃຫ້ເຈົ້າແນມເບິ່ງຕົ້ນດອກໄມ້ທີ່ປູກໄວ້ໃນໂຖຂ້າງໆເຈົ້າຢືນນັ້ນ ແລ້ວຈົ່ງຮັບຮູ້ໄວ້ວ່າ:
"ຄວາມຮັກ ກໍຄືກັບຕົ້ນດອກໄມ້"
ຕົ້ນດອກໄມ້ຕົ້ນນັ້ນ ຂ້ອຍໄດ້ຫົດນໍ້າ
ພູນດິນ, ໃສ່ຝຸ່ນ, ເປັນປະຈຳ
ມັນຈິ່ງເກີດດອກອອກຜົນ ແລະເບັ່ງບານຂຶ້ນມາຢ່າງສວຍງາມ.
ແລະໃຫ້ເຈົ້າແນມໄປເບິ່ງອີກຕົ້ນຖັດໄປນັ້ນ
ທີ່ເຈົ້າຂອງເຂົາບໍ່ໄດ້ສົນໃຈໃສ່ຝຸ່ນຫົດນໍ້າ
ມັນຈຶ່ງຫ່ຽວແຫ້ງຕາຍ
ຄວາມຮັກກໍເຊັ່ນກັນ!
ຕ້ອງໄດ້ເບິ່ງແຍງເອົາໃຈໃສ່
ໝັ່ນດູແລຊຶ່ງກັນແລະກັນ
ຄວາມຮັກຈຶ່ງຈະເລີນເຕີບໂຕ
ຢ່າປ່ອຍໃຫ້ ຄວາມຮັກແຫ້ງແລ້ງ
ຈົນຮາກຮັກກໍ່ຫ່ຽວແຫ້ງບໍ່ເຫຼືອ
ເມື່ອເຖິງວັນນັ້ນ
ເຖິງແມ່ນເຈົ້າຈະຊື້ປຸ໋ຍຫຍີ່ຫໍ້ດີມາບຳລຸງຮັກສາຮາກ
ຫຼືເອົານໍ້າທັງສາຍທານທ້ອງທະເລມາຖອກເທໃສ່
ຮາກທີ່ຫ່ຽວແຫ້ງນັ້ນກໍບໍ່ມີວັນກັບມາປົ່ງຮາກໄດ້ອີກ
ສະນັ້ນ,
"ຢ່າປ່ອຍໃຫ້ຮັກຂອງອີກຝ່າຍຕາຍຈາກໃຈ"
ເພາະມັນຈະກັບມາເປັນຄືເກົ່າບໍ່ໄດ້ອີກແລ້ວ.
ຂຽນໂດຍ: ຫຼານຍ່ານາງລາວ
ອຸລາ ພົມມະສຸກຂະ
໑໑. ໑໒. ໒໐໑໘
#ເຈົ້າຊາຍໃນອຸດົມຄະຕິ
ແມ້ງເມື່ອມອງມ່ານຟ້າ ປະກາຍເດັ່ນດວງຕາ
ພະສຸທາແດນລາວ ລ່ຳລືປະກຽນກ້ອງ
2 ທັນວາວຽນພໍ້ ວັນໄຊຊະນະໃຫຍ່
ປີທີ 45 ໄດ້ ປະກາດໃຫ້ໂລກລື
ກ່ອນຈະມີມື້ນີ້ ແສນທີ່ທໍລະຫົດ
ສັດຕູມານກະບົດ ຂົ່ມຂືນເຂັນຂ້າ
ປັດຖະພີ ລາມລົນໄໝ້ ທະລັງທະລາຍເຈື່ອນ
ສະເອືອນຄາວຄາບເນື້ອ ເໜືອໃຕ້ດັ່ງດຽວ
ເຫັນມານໃຈໂຫດຫ້ຽວ ເຂັນຂູ່ຊາວປະຊາ
ການນຳພາບໍ່ຍອມເສີຍ ປ່ອຍເລີຍໄລລ້າ
ບໍ່ຍອມເປັນຂ້ອຍຂ້າ ສັດຕູມານມ້າງມຸ່ນ
ຄອຍດັບສູນຕອບຕ້ານ ຕາມໂຕ້ຕ່ອຍຕີ
ຍ້ອນມີພັກພາຕໍ່ສູ້ ຄຽງຄູ່ປວງປະຊາ
ສາມັກຄີຄຽງກັນ ປາບປາມແປປີ້ນ
ສັດຕູຕາຍຈົມສິ້ນ ຖອນຖອຍຄືນຖິ່ນ
ດິນແດນລາວຈິ່ງໄດ້ ຊົມຊ້ອຍຊື່ນບານ
ການເວລາເຫດຮ້າຍ ກາຍຜ່ານຫຼາຍປີ
ປະຊາຊົນມີສຸກ ສ້າງສາເມືອງບ້ານ
ຍ້ອນມີການນຳຊີ້ ຂອງພັກອັນໃສສ່ອງ
ລາວທັງຜອງຈິ່ງໄດ້ ສີວິໄລລ້ຳລື່ນຫຼັງ ແທ້ນາ
ໂດຍ: ຫຼານຍ່ານາງລາວ
ອຸລາ ພົມມະສຸກຂະ
02 ທັນວາ 2020
ພໍເມື່ອ
ໄດ້ດູ ກອນກາບກ້ານ . . . ຊາຍຫວ່ານວາຈາ
ອ່ານໄປມາຫຼາຍຄາວ . . . ຂ່າວຄວາມຂານຂໍ້
"ພີ່ກໍຍັງຍາກຫຍຸ້ງ . . . . ເປັນລຸງລັງລ່າຍ
ເງິນບໍ່ພໍເພື່ອໄດ້ . . . . . . ໄປຂໍນ້ອງນາດນາງ"
ຊາຍເຮິຍ
ຄັນແມ່ນໃຈຝັກຝັ້ນ . . . . ຝັນຮ່ວມຮຽງດອມ
ພຽງພ້ອມພາປອງປຸນ . . ປູກສາຍໃຍຍືນເຍີ້ນ
ສ່ວນວ່າເງິນຄຳແກ້ວ . . . ແນວລາຄາອະນັນຄ່າ
ບໍ່ມີມາທໍ່ກ້ອຍ . . . . . . . .ຕົນຂ້ອຍບໍ່ຈົ່ມຫາ ດອກນາ
ຂໍແຕ່ບາບ່າວຊູ້ . . . . . . . ຄົນຄູ່ຄຽງຂວັນ
ຍັງມີໃຈພົວພັນ . . . . . . ຕໍ່ກັນໜຽວແໜ້ນ
ມີແຕ່ແຂນສອງຂ້າງ . . . ເກາະກັນຍ້າຍຍ່າງ
ນາງຂໍຫວັງທໍ່ນີ້ . . . . . . ບໍ່ຈຳມີກໍ່ໄດ້
. . . . . . . . . . . . . . . ຄຳລ້ານຄ່າແພງ ຫັ້ນນ່າ
ສັນຍາກອຍກ່າວເວົ້າ . . . .ໃຫ້ຄືເກົ່າເຄີຍຈາ ອ້າຍເອີຍ
ບໍ່ຈຳລາໄລລົງ . . . . . . . . ເລື່ອນໄປປີໜ້າ
ຄຳວ່າ"ແຟນ"ເຄີຍເອີ້ນ . . ກົວເລື່ອນໄປເປັນອື່ນ
ຫາກວ່າຝືນເລື່ອນເລື້ອຍ . . ສັນຍາເຄີຍກ່າວໄວ້
. . . . . . . . . . . . . . . .ກົວວ່າອ້າຍລ່າຍລວງ
ຢ້ານແຕ່ຊາຍປ່ວງເວົ້າ . . . ລົມລ່າຍລວງນາງ
ເພາະສາຍທາງຍາວໄກ . . .ບໍ່ອາດຫວນເຫັນໄດ້
ເພື່ອບາງທີອວນອ້າຍ . . . . ມີໃໝ່ຄຽງຄູ່
ມີອື່ນສາວຊື່ຊູ້ . . . . . . . . . ຊູຊ້ອນຮ່ວມຊອນ ກໍເປັນເດ
ຢ້ານນາງນອນຮໍ່າໄຫ້ . . . . ອາໄລພີ່ຄືເຄີຍ
ຢ້ານພີ່ລາໄລເລີຍ . . . . . . . ບໍ່ເອີ່ຍເຖິງນາງນ້ອງ
ຄຳເຮົາສອງໝາຍໝັ້ນ . . . . ກົວຜັນແປປ່ຽນ
ເພາະເປັນພຽງວາດເວົ້າ . . . .ອວນເຈົ້າຈ່າຍຈາ ທໍ່ນັ້ນເດ
ບາດເຮັດຈິງທ່ຽງແທ້ . . . . . . ບໍ່ມີຮ່ອນຫວນເຫັນ
ເປັນແຕ່ວາງວາຈາ . . . . . . . . ວາດວອນແວວເວົ້າ
ຊາຍເອີຍ ຈັ່ງແມ່ນຕົວຈິງເຈົ້າ . . ບໍ່ເອົາຫຍັງພໍຢ່າງ
ປາກໃຫ້ຫວັງນາດເລື້ອຍ . . . . ມືເສີຍລ້າຢູ່ດາຍ ໜ່າຍເດ
ຊາຍເອີຍ!ຄັນຮັກນາງຂໍໃຫ້ເວົ້າ. . ຄັນບໍ່ເອົາກໍໃຫ້ວ່າ
ຄຳສັນຍາກ່າວໄວ້ . . . . . . . . ໂອຍ!ຢ່າໄດ້ເລື່ອນເລີຍ
✍🏼ອຸລາ ພົມມະສຸກຂະ
10 ທັນວາ 2016
---------------------------
"ຢູ່ໃສກໍຮຽນໄດ້"
ຄົນມີໃຈມຸ່ງໝັ້ນ ຝັນໃຝ່ໃນຮຽນ
ມີປາກກາພຽນຂຽນ ບິກສໍແຊມກ້ານ
ທີ່ສຳຄັນຄືປື້ມ ຕຳລາຮຽນຂຽນອ່ານ
ຄູອາຈານພໍ່າພ້ອມ ຖະໜອມຮູ້ສູ່ຫຼານ
ເຖິງໂຮງຮຽນຫ່າງຮ້າງ ພຸພັ່ງເພພັງ
ຝາຍ່າງກາຍໜີເສົາ ເກົ່າໂຊມໂຊແລ້ວ
ບໍ່ເຄີຍຈາແນວຕ້ານ ຂານຕິຕຽນວ່າ
ພຽງໝູ່ຫຼານໜຸ່ມນ້ອຍ ມີຫ້ອງນັ່ງຮຽນ
ອຸລາ ພົມມະສຸກຂະ
16.ພະຈິກ.2018
ລົມໜາວມາທົ່ງນາເຫງົາ
ເດືອນສິບເອັດຫົວລົມຕ້ອງ . . ເດືອນສິບສອງຫົວລົມຕ່າວ
ທົ່ງນາເຫງົາຫງ່ວມເສົ້າ . . . ຄະນິງເຄົ້າເກົ່າຫຼັງ ເດນໍ
ຄິດເຫັນຄາວກ່ອນກີ້ . . . . ປີເກົ່າກາຍມາ
ເສັດຈາກການນາສວນ . . . ກ່ຽວຜົນຜະລິດແລ້ວ
ພາກັນຊຸມແຊວຫຼິ້ນ . . . . ບ່າວສາວນ້ອຍໃຫຍ່
ເນົາໃນນາໄຮ່ເຂົ້າ . . . . . ຕອມເຕົ້າຮ່ວມກັນ
ບາງຜອງພາກັນທຳຊ່ວຍສ້າງ . ວາງປູກແປງຜົນ
ມີມາກມວນຊີຂາວ . . . . . ກາດເຂືອຂີງແຄ້ງ
ກາດຊອມສາລີແລ້ງ . . . . ມັນແຕງເຕົ້າຖົ່ວ
ສຽງຫົວນົວມ່ວນແມ້ງ . . . ແລງຄ້ອຍຄ່ຳລົງ
ກອງເຟືອງເຟືອນພຸ່ງພົ້ນ . . ຄົນກໍ່ເກີນສູງ
ລຸງປ້າບ່າວສາວສານ . . . . ເຮັດຮັງເຮືອນຫ້ອງ
ດັງໄຟຝີງຄົນລ້ອມ . . . . ລຽນລັນຄັບຄັ່ງ
ນັ່ງຢອກໃຍວ່າເວົ້າ . . . . . ຜະຫຍາຈ້າວຈ່າຍກອນ
ອໍລະຊອນອິ່ນອ້ອຍ . . . . ເປົ່າປີ່ຕໍເຟືອງ
ນີ່ນັນເນືອງນອງສຽງ . . . . ທົ່ວຖຽງນານ້ອຍ
ປານມະໂຫລີຊົມຊ້ອຍ . . . ອຳອິງອ້ອຍອິ່ນ
ຍຸພິນພູມແຜ່ນພື້ນ . . . . ປວງເຕົ້າຊື່ນບານ ແທ້ນາ
ປີນີ້ ສັນໃດມາປ່ຽນປີ້ນ . . . ເປັນເຊເຫວ່ຊອຍວອຍ
ເຫັນແຕ່ລົມລອຍລີວ . . . ພັດຜະຫຼຽງຕີຕ້ອງ
ແສນເສົ້າໝອງມົວກໍ້າ . . . ຍາມໜາວນ້າວໜ່ວງ
ຄົງເຫຼືອພຽງທົ່ງລ້າ . . . . ຕໍກ້າຄ່າບໍ່ມີ ແລນໍ
----------------------------------------
ຂຽນທີ່ຮົ່ມໄຮຫົວນາ
ໂດຍ: ອຸລາ ພົມມະສຸກຂະ
(ຫຼານຍ່ານາງລາວ)
໐໘. ໑໑. ໒໐໑໗
"ກຽມກ່ອນວິວາ"
ແມ້ງເມື່ອ ອອກພັນສາຜ່ານພົ້ນ . . . ເລີຍລ່ວງລາໄປ
ເຂົ້າສຸກເຫຼືອງໃນນາ . . . . . . . . . . ກໍກ່ຽວມາຈົນແລ້ວ
ຍັງແນວດຽວຄົງຄ້າງ . . . . . . . . . . ນາງພວມຕຽມຕໍ່
ຂໍແຕ່ອວນອຸ່ນອ້າຍ . . . . . . . . . . . ໃຈບໍ່ມ້າຍລ່າຍລາ
ທຸກວັນນາງຕ່ຳຜ້າ . . . . . . . . . . . ຜືນແຜ່ນແພໄໝ
ເກັບຢາຍລວດລິງລາຍ . . . . . . . . . . ດອກດວງປະດາດ້ວຍ
ຈັບຄັນສວຍສານຝ້າຍ . . . . . . . . . . ເປັນສະໃບງາມຄ່ຽມ
ທວງພະໄທປ່ຽມລົ້ນ . . . . . . . . . . . ມົວໝົ້ນໃສ່ການ ພີ່ເອີຍ
ທັງວ່າ ໝອນເສື່ອພ້ອມ . . . . . . . . . ຖະໜອມໃສ່ໃຈຈວນ
ເລັ່ງດ່ວນໄວວາທຳ . . . . . . . . . . . . ພໍ່າພູນພຽນສ້າງ
ຫາງປີປາຍໄປຢ້ານ . . . . . . . . . . . . ບໍ່ທັນການງານແຕ່ງ
ນ້ອງເລີຍແປງຕໍ່ຕັ້ງ . . . . . . . . . . . . ພະວັງຟ້າວສ່າວທຳ
ເມື່ອຄິດເຫັນຄຳພີ່ອ້າຍ . . . . . . . . . . ໄຂກ່າວຄາວຫຼັງ
ດັ່ງພະລັງຊູໃຈ . . . . . . . . . . . . . . . ໃສ່ຕົວນວນນ້ອງ
ເດືອນສິບສອງຊິມາໝັ້ນ . . . . . . . . . ຄັນທັນຊິເລີຍແຕ່ງ
ແປງເອົານາງນາດນ້ອງ . . . . . . . . . ເມືອເປັນໄພ້ແມ່ຊາຍ ຊັ້ນເດ
ຄຳວາຈີຈ່າຍແຈ້ງ . . . . . . . . . . . . . ຖະແຫຼງຕໍ່ນວນນາງ
ດັງວິ່ງວອນໃນໃຈ . . . . . . . . . . . . . ບໍ່ມີໄລລືມໄດ້
ນັດວັນໝາຍຫຼາຍມື້ . . . . . . . . . . . ຄືນວັນວຽນມໍ່
ດວງແດກໍຍ່າວຍີ້ມ . . . . . . . . . . . . ພິມພາບຕັ້ງຕໍ່ຫວັງ ເຮົານາ
“ຊີວິດໃນຄອບຄົວກັບສື່ສັງຄົມອອນໄລນ໌”
ຄອບຄົວຄືຈຸດສູນລວມແຫ່ງຄວາມສຸກ, ຄວາມອົບອຸ່ນ, ເປັນເບົ້າຫຼອມທຸກຢ່າງໃຫ້ສະມາຊິກໃນຄອຍຄົວ ທັງເປັນສະຖາບັນພື້ນຖານຂອງການສຶກສາ, ອົບຮົມບົ່ມສອນ, ຖ່າຍທອດຄວາມຮູ້ໃຫ້ສະມາຊິກໃນຄອບຄົວໄດ້ຮຽນຮູ້ລະບຽບສັງຄົມ ເພື່ອສ້າງຄຸນະພາບຊີວິດ ຄອບຄົວຈະເປັນສະຖາບັນທີ່ຈະເອື້ອອຳນວຍໃຫ້ເກີດຂຶ້ນກັບຊີວິດຂອງສະມາຊິກໃນຄອບຄົວ.
ຍິ່ງຄອບຄົວຢູ່ໃນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານມີການພັດທະນາໄປຢ່າງກວ້າງໄກທົ່ວໂລກ. ເຊິ່ງເຮົາເຫັນໄດ້ວ່າການໃຊ້ຊີວິດຄວາມເປັນຢູ່ປະຈຳວັນໃນທຸກມື້ນີ້ມີຄວາມແຕກຕ່າງຈາກເມື່ອກ່ອນຫຼາຍ. ແຕ່ລະຄົນກໍຫັນປ່ຽນຕົວເອງໄປຕາມຄ່ານິຍົມແຫ່ງຍຸກສະໄໝ. ທ່ານ ປະຍຸດ ຈານໂອຊາ ຍັງເວົ້າເປັນຄຳຂວັນໃຫ້ເດັກນ້ອຍໄທວ່າ: ໄວໜຸ່ມຍຸກໃໝ່ ຮູ້ຄິດ ຮູ້ເທົ່າທັນ ສ້າງສັນເຕັກໂນໂລຊີ ຖືວ່າ ຄົນລາວກໍບໍ່ແຕກຕ່າງກັນຫຼາຍ ປະຊາຊົນລາວຈຳນວນຫຼາຍລ້ານຄົນຮູ້ນຳໃຊ້ເຕັກໂນໂລຊີ ໂດຍສະເພາະກໍແມ່ນສື່ອອນໄລນ໌ທີ່ຈະເຂົ້າມາປ່ຽນແປງຄົນທັງໂລກໃຫ້ເປັນໄປຕາມຂະບວນການຮູບແບບໃໝ່.
ເມື່ອເວົ້າເຖິງສື່ສັງຄົມອອນໄລນ໌ກໍມີຄວາມຈຳເປັນຫຼາຍຕໍ່ການໃຊ້ຊີວິດປະຈຳວັນບໍ່ວ່າຈະເປັນການຕິດຕໍ່ສື່ສານກັນລະຫວ່າງຄອບຄົວ, ເພື່ອນຝູງ, ພົວພັນວຽກງານ, ເປັນຊ່ອງທາງສ້າງທຸລະກິດ ແລະ ຕິດຕາມຂໍ້ມູນຂ່າວສານ ເຫດບ້ານການເມືອງຕ່າງໆ.
ຫຼາຍຄົນທີ່ບໍ່ໄດ້ຢູ່ໃນກຸ່ມສື່ອອນໄລນ໌ຈະຕີຄວາມໝາຍໄປໃນຕົວວ່າເປັນຄົນລ້າຫຼັງ ບໍ່ທັນສະໄໝ ແຕ່ດ້ວຍຄ່ານິຍົມຂອງຄົນເຮົາຈິ່ງເຮັດໃຫ້ນັບມື້ນັບມີຄົນນຳໃຊ້ສື່ສັງຄົມອອນໄລນ໌ຫຼາຍຂຶ້ນເລື້ອຍໆ ບໍ່ວ່າຈະເປັນຜູ້ໃຫຍ່ ໄວໜຸ່ມ ຫຼື ເດັກນ້ອຍ. ດຣ ແພງ ຊິນະພົງຍັງເວົ້າວ່າ ເດັກນ້ອຍທີ່ມີອາຍຸ 10ປີຂຶ້ນໄປ ສ່ວນໃຫຍ່ມັກ ແລະຮູ້ໃຊ້ອີເມວ, ເຟສບຸກ, ວັອດແອັບ, ອິນຕຣາແກມ...ຢ່າງແພ່ຫຼາຍ ຖ້າບໍ່ມີແອັບຕ່າງໆ ບໍ່ມີການຕິດຕໍ່ສື່ສານທາງສັງຄົມອອນໄລນ໌ແບບນີ້ ກໍຖືວ່າຕົກເທລນ.
ແຕ່ການນຳໃຊ້ສື່ອອນໄລນ໌ນັ້ນ ກໍປຽບເໝືອນດາບສອງຄົມ ເຖິງມັນຈະໃຫ້ປະໂຫຍດ ແຕ່ຖ້າໃຊ້ບໍ່ຖືກວິທີກໍເກີດໂທດໄດ້ເຊັ່ນດຽວກັນ ຫາກຜູ້ໃຊ້ເກີດມີການຂາດສະຕິ ກໍຈະຕົກເປັນທາດຂອງສື່ສັງຄົມອອນໄລນ໌ທັນທີ.
ເຮົາພຽງແຕ່ຫຼິ້ນເພີດເພີນໄປກັບມັນເພື່ອຜ່ອນຄາຍ ຈົນລະເລີຍວຽກງານທີ່ສຳຄັນ ພາໃຫ້ເວລາໝົດໄປກັບສິ່ງທີ່ໄຮ້ປະໂຫຍດ, ການໃສ່ໃຈຄົນອ້ອມຂ້າງໄດ້ຫຼຸດລົງ ຍ້ອນໃຫ້ຄວາມສຳຄັນກັບຄົນໃນສັງຄົມອອນໄລນ໌ຫຼາຍເກີນໄປ ຈົນບາງເທື່ອກໍເຮັດໃຫ້ຄອບຄົວມີຄວາມຕຶງຄຽດ ຂາດການດູແລກັນ ຈົນກ້າວໄປເຖິງບັນຫາຄວາມເຂົ້າໃຈຜິດ ແລະ ເກີດມີປາກສຽງກັນຕ່າງໆນາໆ.
ການລ້ຽງລູກຂອງພໍ່ແມ່ໃນປັດຈຸບັນ ມັກໃຊ້ວິທີງ່າຍໆ ດ້ວຍການໃຊ້ໂທລະສັບ ຫຼື ແທັບເລັດໂຍນໃຫ້ລູກຫຼິ້ນຕາມລຳພັງແຕ່ຍັງນ້ອຍໆ ເພື່ອຈະບໍ່ໃຫ້ລູກມາລົບກວນເວລາເຮັດວຽກຂອງພໍ່ແມ່. ເຮັດໃຫ້ເດັກນ້ອຍເຫຼົ່ານັ້ນເສບຕິດໂທລະສັບ ຫຼື ສື່ຕ່າງໆໃນໂລກອອນລາຍຈົນກາຍເປັນນິໄສເມື່ອໃຫຍ່ມາກໍຈະມີພຶດຕິກຳທີ່ບໍ່ເໝາະສົມຈາກການໄດ້ຮຽນແບບໃນສື່ສັງຄົມອອນໄລນ໌ ຍ້ອນການປ່ອຍປະລະເລີຍແລ້ວຫຼິ້ນຕາມອຳເພີໃຈຂອງເດັກ ໂດຍບໍ່ໄດ້ຮັບຄຳສັ່ງສອນຈາກພໍ່ແມ່ວ່າອັນໃດຄວນຫ້າມ ແລະຄວນຮຽນເອົາເປັນແບບຢ່າງທີ່ດີ.
ສື່ສັງຄົມອອນໄລນ໌ມີສິ່ງທີ່ເປັນຕົວລໍ້ຕາລໍ້ໃຈກໍປາກົດມີຫຼາຍຂຶ້ນ ເຮັດໃຫ້ຜູ້ເສບສື່ເກີດມີຄວາມຢາກໄດ້ຢາກມີ ຈົນກາຍເປັນປາກົດການຫຍໍ້ທໍ້ໃຫ້ກັບຕົນເອງ ບາງເທື່ອກໍເກີດມີອາການໂລກຊຶມເສົ້າຕິດຕາມມາພ້ອມ.
ແຄັສເປີສກີ້ ແລັບ ຊີ້ໃຫ້ເຫັນວ່າ ສື່ສັງຄົມອອນລາຍພາໃຫ້ເກີດຄວາມຕຶງຄຽດໃນຄອບຄົວ. ປະເດັນນີ້ກໍຕໍ່ເນື່ອງມາຈາກ ການທີ່ເຮົາໃຊ້ເວລາໄປກັບກິດຈະກຳ ຫຼື ສິ່ງຕ່າງໆໃນໂລກອອນລາຍຫຼາຍຂຶ້ນ ດັ່ງທີ່ເຮົາເຫັນຕາມບ້ານຕາມເມືອງເຮົາ ທຸກຄົນກົ້ມຢູ່ແຕ່ກັບມືຖື ຈົນມີຄຳເວົ້າປະໂຫຍກໜຶ່ງທີ່ຫຼາຍຄົນມັກໃຊ້ວ່າ ສັງຄົມກົ້ມໜ້າ ເຖິງຈະຢູ່ຕໍ່ໜ້າກັນກໍຕາມ ຄວາມໂອ້ລົມກັນມີໜ້ອຍກວ່າການກົ້ມໜ້າເຂ່ຍຈໍມືຖື ຈິ່ງພາໃຫ້ສະມາຊິກໃນຄອບຄົວທີ່ຕົກເປັນທາດຂອງສື່ອອນໄລນ໌ນັ້ນເກີດມີຄວາມຕຶງຄຽດ, ມີຄວາມເຫີນຫ່າງກັນ ແລະ ຂາດການຮ່ວມຫຼິ້ນກິດຈະກຳທີ່ມ່ວນຊື່ນຂອງຄົນໃນຄອບຄົວນຳກັນ.
ເຖິງຢ່າງໃດກໍຕາມ ຄົນເຮົາສ່ວນໃຫຍ່ບໍ່ສາມາດຂາດຈາກໂລກອອນໄລນ໌ໄດ້ ເນື່ອງຈາກວ່າມັນມີຄວາມຈຳເປັນຫຼາຍຢ່າງຕໍ່ການດຳເນີນຊີວິດ ແຕ່ກໍຄວນແບ່ງເວລາຫຼິ້ນໃຫ້ເໝາະສົມ ການຈັດອັນດັບຄວາມສຳຄັນໃນຊີວິດວ່າອັນໃດສຳຄັນກ່ອນ ອັນໃດຄວນເຮັດຕາມຫຼັງ. ຝຶກໃຫ້ຕົວເອງມີເວລາວ່າງ ສ້າງຄວາມສຳພັນອັນດີງາມຕໍ່ສະມາຊິກໃນຄອບຄົວ ຫາກິດຈະກຳມາຫຼິ້ນຍາມວ່າງໆ ແທນທີ່ຈະໃຊ້ໂທລະສັບ ແລະ ຢ່າລືມໄປວ່າ ສື່ສັງຄົມອອນໄລນ໌ມີທັງເລື່ອງຈິງ ແລະ ເທັດ ຖ້າບໍ່ໄຈ້ແຍກໃຫ້ດີ ເຮົາກໍຈະຕົກເປັນເຍື່ອຂອງພາບລວງຕາເຫຼົ່ານັ້ນຈົນເງີຍຫົວບໍ່ຂຶ້ນກໍເປັນໄດ້.
ພໍ່ແມ່ຄວນໃຫ້ຄວາມຜູກພັນໃກ້ຊິດກັບລູກຫຼາຍກວ່າໃຫ້ເຂົາຕິດພັນກັບໂທລະສັບ ການນຳໃຊ້ສື່ບາງຢ່າງທີ່ບໍ່ເໝາະສົມຕາມໄວ ພໍ່ແມ່ຄືຜູ້ແນະນຳ ອົບຮົມບົ່ມສອນໃຫ້ລູກຮູ້ນຳໃຊ້ສື່ອອນໄລນ໌ໃຫ້ເກີດປະໂຫຍດ ຫຼືເປັນໄປຕາມທິດທາງທີ່ດີ ຕົວຢ່າງ: ສອນລູກຮຽນພາສາອັງກິດ, ທັກສະສ້າງຄວາມຈະເລີນທາງດ້ານຮ່າງກາຍ ແລະ ມັນສະໝອງ ແບບນີ້ເປັນຕົ້ນ.
ຖ້າເຮົາກັບມາຊັ່ງຊາເບິ່ງແລ້ວ ຈະເຫັນວ່າຕົວເອງຄວນເລືອກເສຍເວລາກັບການໃຊ້ຊີວິດທາງສື່ອອນລາຍທີ່ເພີດເພີນແບບໄຮ້ຄ່າ ຫຼື ຈະເລືອກເສຍເວລາກັບການຢູ່ກັບຄອບຄົວທີ່ແລກມາດ້ວຍຄວາມສຸກອັນແທ້ຈິງ?
"ຄິດຮອດບ້ານ"
ແມ້ງເມື່ອ ມາຢູ່ຢັ້ງ...........ເນົານັ່ງແດນໄກ
ອາໄລຫາ...........ແຫ່ງຫໍເຮືອນຮ້ານ
ຢາກເມືອບ້ານ...........ຄາເມຖານຖິ່ນ
ໃຈຫອດຫ້ອຍ............ຈອຍຈ້ອຍຈົ່ມຢາກເມືອ
ຄາວກ່ອນເຄີຍນັ່ງຫຼິ້ນ.........ຫີນເຫີບກາງວັງ
ແຍງຍັງບາ.........ຊອກປາຕາມຫ້ວຍ
ຊວຍຊວຍຕ້ອງ..........ລົມຕຳຕີຕ່ອຍ
ຍາມຄໍ່າຄ້ອຍ..........ເຢັນຈ້ອຍຈອດໃຈ
ສີແສດຈ້າ...........ຕາເວັນອ່ອນແສງອອນ
ດອນທາລາ..........ເວີ່ນເວີງເວງເວີ້ງ
ເຫຼືອງເຫຼືອງເຫຼື້ອມ..........ຕີຕາຕຳມືດ
ກວມກວບກັ້ງ..........ມືນ້ອຍບ່ຽງບັງ(ບັງຕາ)
ແສງສະທ້ອນ.........ອອນອ່ອນສະອອນຫຼາຍ
ແນແນມໄປ.........ທົ່ວທັງແຖວໜ້າ
ທັງພຸ່ມຫຍ້າ.........ດົງດອນດອຍປ່າ
ສີຊຸ່ມຊື້ນ.............ຂຽວຫຼື້ມອະລ່າມງາມ
ນຳເນັ່ງຈ້ອງ...........ມອງຝ່າຍຮຽມເນົາ
ເຫັນເຮືອນເຂົາ...........ຊັ່ນສູງຊູຊັ້ນ
ຫຼາຍພັນຂັ້ນ...........ຕາມກັນລຽງລ່າຍ
ດອນເຂດຄ້າຍ...........ເໝືອນບ້ານຮຽມຢູ່ຢັ້ງ
ຄືຄາວກ່ອນນັ້ນແມ່ນບໍ່ມີ
ໃຈຄິດຄ້ອຍ...............ລາຫລ່ອຍເລີຍລອຍ
ຄອຍແນມທາງ..............ຮົ່ມມະນັງຮຳໄຫ້
ເຫງົາໃຈແທ້...............ໃນຫໍເຮືອນເຊົ່າ
ງົມຫງ່ວມງ້າວ..............ຢາກຄືນໂຄ້ງຕ່າວເມືອອີ່ແມ່ເອີຍ
----------------------------------------
✍🏼ຫລານຍ່ານາງລາວ
23 ຕຸລາ 2016
ນ້ຳຕາລ່ວງ ວັນປະລິນຍາ
ວັນທີ່ຮັບໃບປະລິນຍາ, ຕາມສາຍທາງຂອບເຂດມະຫາວິທະຍາໄລເຕັມແຕ່ຮ້ານຂາຍກະຕູ່ນ ດອກໄມ້ຫຼາຍສີຫຼາຍສັນ... ພ້ອມອັດແໜ້ນໄປດ້ວຍຜູ້ຄົນມາກໜ້າຫຼາຍຕາ ທັງຄູອາຈານ ນັກສຶກສາ ແລະພໍ່ແມ່ໝູ່ເພື່ອນຂອງໃຜລາວ ທີ່ມາຮ່ວມສະແດງຄວາມຍິນດີນຳລູກຫຼານຂອງຕົນ.
ພໍແຕ່ຍ່າງອອກມາຈາກຮັບໃບປະກາຊະນີຍະບັດ ອອກມານອກຫ້ອງ ພີ່ນ້ອງທີ່ມາຢືນລໍຖ້າກໍຫຸ້ມລ້ອມເອົາກະຕູ່ນ, ດອກໄມ້, ຖ່າຍຮູບຮ່ວມກັນດ້ວຍຄວາມອົບອຸ່ນ...
ຕ່າງກັບຂ້ອຍທີ່ບໍ່ມີພໍ່ແມ່ເອື້ອຍນ້ອງມາໃຫ້ດອກໄມ້ ຫຼືພໍຈະມາຢືນຍີ້ມໃຫ້ເຫັນຢູ່ເຊິ່ງໜ້າກໍບໍ່ມີພໍຄົນ ແຕ່ຂ້ອຍກໍເຂົ້າໃຈດີໝົດຢູ່ຢ່າງ ພໍ່ແມ່ຂ້ອຍຢູ່ບ້ານນອກຄອກຄະເມໄລຍະທາງຕັ້ງວ່າໄກແສນໄກ ທັງເພິ່ນກໍເຖົ້າແກ່ແລ້ວ ຍິ່ງຫຍຸ້ງຍາກໃນການໄປມາ.
ຂ້ອຍໄດ້ແຕ່ອູ້ມໃບປະລິນຍາ ກວາດສາຍຕາເບິ່ງຜູ້ນັ້ນຜູ້ນີ້ ຈົນຄາວໜຶ່ງ ຈິ່ງມີຄົນມາຕົບບ່າທາງຫຼັງເຮັດໃຫ້ຂ້ອຍສະດຸ້ງຂຶ້ນ ພໍຫຼຽວໄປເບິ່ງຈິ່ງຮູ້ວ່າ ວົງເດືອນ ອະດີດເພື່ອນຮຽນຮ່ວມຫ້ອງດຽວກັນ ເຂົາມາພ້ອມກັບຄຳຖາມທີ່ຂັດເຄືອງໃຈອີກແລ້ວວ່າ:
"ມອນ ເພິ່ນອອກມາແຕ່ດົນແລ້ວ ຄືຍັງບໍ່ມີດອກໄມ້ພໍດອກເລີຍຫວະນິ?"
ເຂົາຖາມທັງທີ່ເຫັນໆຢູ່ວ່າຂ້ອຍບໍ່ມີ ໂດຍທີ່ເຂົານັ້ນຈົນເກືອບຖືບໍ່ແພ້. ຂ້ອຍບໍ່ຮູ້ຈະຕອບເດືອນໄປແນວໃດ ໄດ້ແຕ່ອໍ້າອຶ້ງຢູ່ ຈົນເຂົາຖາມຕໍ່ວ່າ:
"ແລ້ວພໍ່ແມ່ເພິ່ນບໍ່ມາຍິນດີນຳແນ່ເບາະ?"
"ພໍ່ກັບແມ່ຄາກ່ຽວເຂົ້າ"
"ບໍ່ວ່າ ສ່ຳກ່ຽວເຂົ້າ ມື້ໜ້າຈັ່ງກ່ຽວກະໄດ້ຕີ ວັນສຳຄັນຂອງລູກມື້ດຽວ ໜ້າຈະສະລະເວລາມາ" ເຂົາເວົ້າພ້ອມກົ້ມໜ້າແຍງເບິ່ງດອກໄມ້ທີ່ກອດຢູ່ເຕັມອູ້ມ ແລະເວົ້າໄປຕໍ່ອີກ:
"ເພິ່ນບໍ່ຄິດເບິ່ງແນ່ວ່າ ລູກຈະຕ່ຳຄ້ອຍນ້ອຍໃຈຂະໜາດໃດທີ່ລູກຂອງຕົວເອງຕ້ອງຢືນກືນນໍ້າລາຍເບິ່ງລູກຄົນອື່ນ..."
"ເພິ່ນເປັນຄົນບ້ານນອກ ເພິ່ນບໍ່ເຂົ້າໃຈແລະບໍ່ຮູ້ຫຍັງດອກເລື່ອງພວກນີ້" ຂ້ອຍຟ້າວເວົ້າຕັດຄວາມ ແລ້ວກໍເວົ້າໄປອີກວ່າ:
"ເຮົາບໍ່ເປັນຄືເພິ່ນເວົ້າດອກ ບໍ່ເຄີຍຄິດຕ່ຳຄ້ອຍນ້ອຍໃຈອັນໃດ ຍິ່ງຈະພູມໃຈອີກຕ່າງຫາກທີ່ພໍ່ແມ່ໄດ້ສົ່ງເສຍໃຫ້ຮຽນຈົນຈົບມາ ມັນເປັນຂອງຂວັນ ເປັນແຮງກຳລັງໃຈກ້ອນບັກໃຫຍ່ຈາກເພິ່ນແລ້ວ " ຂ້ອຍເວົ້າພ້ອມແນມເບິ່ງເຈ້ຍແຜ່ນແຂງສີແດງເພິ່ງຈະຮັບມັນມາຈາກທ່ານອະທິການເມື່ອວ່າງກີ້ນີ້ ມາຢູ່ໃນກຳມືດ້ວຍຄວາມພາກພູມໃຈ ບໍ່ຮູ້ວ່ານໍ້າຕາມັນໄຫຼອອກຕອນໃດ ຈະຮູ້ເມື່ອໄດ້ກໍຕອນນີ້ເຫັນເມັດນໍ້າຕາມັນຢາດລົງໃສ່ເຈ້ຍແຜ່ນນັ້ນ ສະທ້ອນໃສ່ແສງແດດຍາມສວາຍເຫຼື້ອມລະຍິບລະຍັບ ຂ້ອຍແນມເຫັນໃບໜ້າຂອງພໍ່ແລະແມ່ພວມແຄ່ງແດດກ່ຽວເຂົ້າຢູ່ທົ່ງນາເປັນສີເລືອນລາງຜ່ານໍ້າຕາທີ່ອັ່ງເບົ້າ...
-----------------------------------------
✍🏼ຫຼານຍ່ານາງລາວ
20. ຕຸລາ. 2017
"ລືມກັນແລ້ວໄປ່?"
ອ້າຍເອີຍ ຕັ້ງແຕ່ເຮົາຈາກບ້ານ . . . . ຖານຖິ່ນບໍລິຄັນ
ກໍບໍ່ໄດ້ພົວພັນ . . . . . . . . . . . . . . ພົບພານອວນເຈົ້າ
ໄດ້ແຕ່ໂຊໂຊມເສົ້າ . . . . . . . . . . . ເຫງົາງົມຂົມຂື່ນ
ທຸກວັນຄືນຄໍ່າເຊົ້າ . . . . . . . . . . . ຄະນິງເຈົ້າຢູ່ບໍ່ວາຍ
ບໍ່ຮູ້ວ່າ ໃຈພີ່ອ້າຍ . . . . . . . . . . . . . . ຊາຍຄິດຄືນາງ ບໍນໍ?
ບໍ່ເຫັນອົງອວນຈາ . . . . . . . . . . . . . ວ່ານຳນາງນ້ອງ
ຄອງທາງເຟສໄລນ໌ເຂົ້າ . . . . . . . . . ບໍ່ເຫັນເງົາຂອງພີ່
ແນມໜ້າຈໍມິດຈີ່ລີ້ . . . . . . . . . . . . ອວນອ້າຍຢູ່ແຫ່ງໃດ ເດນໍ
ລືມແລ້ວໄປ່ບ່າວອ້າຍ . . . . . . . . . . . ວັນຍ່າງຍ້າຍຮຽງກັນ
ໄປທ່ຽວເມືອງປາກຊັນ . . . . . . . . . . ຮ່ວມກັນວັນນັ້ນ
ຂຶ້ນດານສູງຊົມສິ້ງ . . . . . . . . . . . . ຫຼິງແລທຳມະຊາດ
ໄຫວ້ພະບາດໂພນສັນພ່ຳພ້ອມ . . . . ສອງເນົານ້ອງນົບມື
ລືມແລ້ວຫຼືນາດນ້ອງ . . . . . . . . ເຄີຍຄອງຄູ່ຄຽງຂວັນ
ຄືນນະຄອນວຽງຈັນ . . . . . . . . . ປ່ອຍໃຫ້ສາວສວັນເສົ້າ
ຊາຍເຮີຍ ຄັນວ່າອົງອວນເຈົ້າ . . . . . ບ່າວນາມຄຳຄົນຄ່ອງ
ເຫັນບົດກອນກາບນ້ອງ . . . . . . . . ລອງຂຽນສານຕອບຕ້ານ
. . . . . . . . . . . . . . . . . . . . . ວ່າຊາຍນັ້ນລືມນ້ອງຜູ້ນັ່ງຄອຍ ແລ້ວບໍ?
----------------------------------------------
✍🏼ອຸລາ ພົມມະສຸກຂະ
16. ກັນຍາ. 2017
ຂຽນທີ່ຫ້ອງນອນຄົນເຫງົາ><
"ເຫງົາໃຈໃນມື້ລອຍກະໂທງ"
ຄິດຄໍ່າຄວນຄັ່ງຄ້ອຍ.........ຄອຍຄູ່ຄອງຄືນ
ກໍ້າກືນຝືນອົດທົນ...........ຕໍ່ຄວາມເຫງົາງ້ວງ
ຄິດຮອດແຟນບົນເບື້ອງ.....ຄາເມໄກຖິ່ນ ຫຼາຍເດ?
ທວງຖະຫວິນຫ່ວງຫ້ອຍ....ໃຈຈ້ອຍຈົ່ມຫາ ຊາຍເຮີຍ
ມື້ນິ້ ກໍແມ່ນມື້.................ງານອອກພັນສາ
ຮອດຄໍ່າຄືນໄສຍາ.............ລ່ອງເຮືອໄຟໄຫຼກະໂທງພ້ອມ
ຄົນພາກັນມາຫຼິ້ນ............ລອຍກະໂທງໄຫຼລ່ອງ
ຢູ່ແຄມຂອງແມ່ນໍ້າ............ງາມລໍ້າຮຸ່ງໄຟ ອອນຊອນເດ
ແນມເຫັນເຂົາຄຶກຄື້ນ.........ຊົມຊື່ນເຮຮາ
ເວົ້າຈາຄຳຫວານໆ............ຢອກກັນແຊວຫຼິ້ນ
ປ່ອຍກະໂທງໄຫຼນໍ້າ............ຄຳອະທິຖານຫຼາຍຢ່າງ
ຜ່ານກະໂທງແຜ່ນນ້ອຍ.......ລອຍລ້ຽວລ່ອງໄປ...
ເຫັນແລ້ວໃຈຊອກຊໍ້າ..........ຄອຍຄໍ່າຄອງຄົນ ນີ້ນໍ
ຈັກອີກດົນປານໃດ.............ຈື່ງຕ່າວມາຫານ້ອງ
ລ່ອງກະໂທງລົງນໍ້າ............ນຳກັນຮຽງຮ່ວມ
ຄືດັ່ງຄົນອື່ນນັ້ນ................ກະໂທງນ້ອຍລ່ອງທາລາ
ຮູ້ບໍ? ຢາກມີຄົນຄູ່ຂ້າງ.........ເດີນຍ່າງແຄມຂອງ
ລ່ອງກະໂທງເຮືອໄຟ..........ລ່ອງໄຫຼທາລານໍ້າ
ຍາມຄໍ່າຄືນແນວນີ້............ຣຶດີໝອງໝົ່ນ
ເຫັນຄົນເຂົາຄູ່ພ້ອມ
ກະໂທງງາມຢ່ອງເອ້...........ໂອຍອີ່ນ້ອງໂລດອິດສາ ເຂົາເດ.
---------------------------------------
✍🏼ນາງ ອຸລາ ພົມມະສຸກຂະ(ຫລານຍ່ານາງລາວ)
16 ຕຸລາ 2016
"ລະດູເກັບກ່ຽວ"
ຕົ້ນເດືອນສິບ,ລະດູການທີ່ພວມເກັບກ່ຽວເຂົ້າດໍ, ສ່ວນເຂົ້າກາງເຂົ້າງັນ ບາງກໍຊ່ອງບາງກໍກົ້ມແດ່. ທົ່ງນາສີເຫຼືອງຕ້ອນຮັບກັບແສງແດດອ່ອນຍາມໃກ້ຄ່ຳຈົນເຮື່ອເຮືອງໄປທົ່ວເຂດທົ່ງນາ ກວມໄປເຖິງພູຜາປ່າດົງທີ່ເປັນສີຂຽວງາມຢູ່ແຄມທົ່ງນາ, ເບື້ອງສັນພູ ໃນຍາມຄ່ຳຄ້ອຍຄືແນວນີ້ເປັນສີແດງເຈີດກະຈາຍໄປທົ່ວຜືນທ້ອງຟ້າອັນກວ້າງໃຫຍ່...
ກຸລີ ເມື່ອຍຈາກກ່ຽວເຂົ້າ ຂຶ້ນມານັ່ງພັກເຊົາເອົາແຮງຢູ່ຖຽງນາຫຼັງນ້ອຍ, ນາງນັ່ງງອຍເບີ່ງເຂົ້ານາທີ່ພວມສຸກເຫຼືອງແລະເຂົ້າທີ່ຕົ້ນກ່ຽວໄດ້, ແນມເບີ່ງເຂົ້າທີ່ຮວງພວມກົ້ມ ມີນົກນ້ອຍຫຼາຍໝູ່ບິນມາຈັບແລະເກັບກິນເຂົ້າອ່ອນ... ນາງສົ່ງສຽງຮ້ອງວາກໆ!ເວກໆ!... ເພື່ອໄລ່ພວກມັນໜີ, ໄລ່ທາງໃຕ້ຍັງທາງເໜືອ. ນົກສອງສາມໝູ່ບິນເຈີດໄປເຈີດມາທັງສຽງຮ້ອງໂຮ່ຄືວ່າມັນມີຄວາມສຸກແທ້ໆ. ຕ່າງກັບຄົນທີ່ກຳລັງໂສກເສົ້າໝົ່ນໝອງໃຈ... ຖ້າໃຈເພັດຍັງຢູ່ເຝົ້ານາທົ່ງນີ້ຄູ່ກັບນາງ ຈະນັບພາສາຫຍັງນົກສອງສາມໝູ່ ຫຼາຍກວ່ານີ້ກໍຍັງໄລ່ໄຫວແລະຄົງບໍ່ມີນົກໂຕໃດທີ່ຈະສົ່ງສຽງຮ້ອງຫົວເຢາະເຢີ້ຍຄືແນວນິ້.
ລະດູເກັບກ່ຽວເຂົ້ານາປີ ຊາວນາພາກັນກ່ຽວເຂົ້ານາຢ່າງມ່ວນຊື່ນ, ເຖິງຈະອິດເມື່ອຍແນ່ ແຕ່ມີເມັດເຫື່ອປົນຮອຍຍິ້ມແລະສຽງຫົວກໍມີຄວາມສຸກແລ້ວ, ທັງສຽງເວົ້າສຽງຫົວຢອກໄຍກັນດັງຟົດສະນັ່ນຢ່າງມ່ວນຊື່ນ. ສ່ວນກຸລີບໍ່ເວົ້າບໍ່ປາກຫຍັງນຳໝູ່ຈັກຄວາມ, ມີແຕ່ຕັ້ງໜ້າຕັ້ງຕາກ່ຽວເຂົ້າຢູ່ງຸບໆ ເຫື່ອໄຄໃນໃບໜ້າຢາດຍ້ອຍລົງຍ່າວໆປານອາບນໍ້າ, ຍິ່ງຄິດເຫັນໃຈເພັດ ເຫື່ອກໍຍິ່ງໄຫຼຍ້ອຍ ບໍ່ຈັກວ່າເມັດເຫື່ອຫຼືເມັດນ້ຳຕາກັນແທ້ ຈົນຈຳແນກບໍ່ອອກ ເພາະອ້ອມຂອບຕາກໍມີຕ່ອມເຫື່ອໄຫຼລິນຍ້ອຍອອກບໍ່ເຊົາ. ກຸລີກ່ຽວເຂົາໄປງຽບໆ ຄ້າຍກັບຄົນກຳລັງໃຊ້ຄວາມຄິດ...‘ເຫື່ອບົນໃບໜ້າທີ່ແດງອ່ອງຕ່ອງ ຖືກເຊັດອອກດ້ວຍແພຕາໂລ້ຂອງອ້າຍເພັດ ແຕ່ມື້ນີ້ຕ້ອງໄດ້ເຊັດມັນເອງ’ ນາງຄິດໃນໃຈ.
ຍິ່ງແນມເຫັນນົກບິນໄປເປັນໝູ່ເປັນຝູງກໍຍິ່ງເຮັດໃຫ້ນາງຄິດຮອດໃຈເພັດ ແຟນຂອງນາງທີ່ເຄີຍຮຽນນຳກັນສະໄໝຢູ່ມັດທະຍົມ, ພໍເລີກໂຮງຮຽນມາຕອນແລງຫຼືວັນເສົາ-ອາທິດ ເຂົາກໍມາກ່ຽວເຂົ້ານຳກັນ, ນັ່ງແຍງທົ່ງນາແລະນົກນ້ອຍທີ່ບິນໄປມາຕາມເວຫາອາກາດແລ້ວເຈີດລົງມາໃສ່ທົ່ງນາແລ້ວກໍບີນຂຶ້ນໄປສູງໆຈົນເຫັນແຕ່ພາບດຳໆນ້ອຍໆແລ້ວລັບຫາຍໄປຕາມທ້ອງຟ້າອັນກວ້າງໄກແລະບາງເທື່ອກໍບິນມາຈັບຢູ່ປາຍໄມ້ຊ່າງໄຜ່ແຄມຫົວນາ, ບາງເທື່ອຝົນຕົກກໍມັກຈະໜີຊົ້ນຝົນມາຢູ່ຫຍ້າຄາຫຼັງຖຽງນາຫຼັງນີ້ ແລ້ວສ່ອງເບີ່ງກຸລີກັບໃຈເພັດທີ່ນັ່ງຢູ່ຖຽງນາ.
ຈົນເຖິງຄູ່ມື້ນີ້, ບໍ່ວ່າຈະແລ້ງຫຼືຝົນ ນົກນ້ອຍສອງໂຕນີ້ກໍມັກຈະບິນມາຈັບຢູ່ຫຍ້າຄາທີ່ມຸງເຮັດຖຽງນາ ສົ່ງສຽງຮ້ອງ ຈອກ!ຈິບ!...ທັງມັກເຮັດຫົວງ່ຽງໆລົງມາໃສ່ ຄັນສັງເກດດີໆແມ່ນມັນກໍແນມເບິ່ງນາງຄືກັນ ແລະຖ້າຖາມໄດ້ມັນກໍຄົງຈະຖາມວ່າເປັນຫຍັງຄືນັ່ງຜູ້ດຽວ?ໃຈເພັດໄປໃສ?
ເມື່ອຄິດເຖິງໃຈເພັດ ຄຳຖາມຕ່າງໆນາໆມັນກໍໄຫຼວົນໄປວຽນມາຢູ່ໃນຫົວ, ນັບແຕ່ເຂົາໄດ້ເຂົ້າເປັນບ່າວມະຫາໄລກໍບໍ່ເຫັນສົ່ງຂ່າວຄາວມາເລີຍ, ບໍ່ຈັກວ່າລືມນາງແລ້ວບໍ?ຈັກວ່າຕິດສາວຢູ່ໃນເມືອງວຽງຈັນພຸ້ນບໍ? ອີກດົນປານໃດເຂົາຈະກັບມາ? ຫຼາຍໆຄຳຖາມຟ້ອງຂຶ້ນມາໃນຫົວ ທັງຄຳຖາມເກົ່າແລະຄຳຖາມໃໝ່ຖືກວົນວຽນໄປມາຫຼາຍລົບຫຼາຍຕ່າວ ແຕ່ກໍບໍ່ມີໃຜໃຫ້ຄຳຕອບໄດ້ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍວັນທີ່ເຂົາກັບມາ... ນົກຄູ່ນັ້ນບິນວືຂຶ້ນໄປບັກແຮງ ເຮັດໃຫ້ນາງຕື່ນຈາກຄິດ ຈິດເລື່ອນລອຍ.
ສາຍລົມພັດວູດມາຍາມຕອນແລງ ບາດຄ່ອຍບາດແຮງ, ແຮ່ງພັດພາຫອບເອົາຄວາມຄິດຂອງກຸລີອອກໄປໄກແສນໄກ, ນາງແນມເບີ່ງທົ່ງນາປ່າໄມ້, ພູເຂົາ, ທ້ອງຟ້າແລະນົກນ້ອຍສອງໂຕນັ້ນພວມບິນມຸ່ງໄປທາງຫົວນາແລ້ວບິນຂຶ້ນສູງສູ່ທ້ອງຟ້າເວຫາແລ້ວລັບຫາຍໄປຕາມຄວາມໄກຂອງຂອບຟ້າ.
ຈົນໃກ້ຄ່ຳ ມືດສະລົວເຂົ້າມາ ພວກມັນຈຶ່ງບິນກັບຕ່າວຄືນຫາຮັງຢູ່ທາງຫົວນາ ຍັງເຫຼືອແຕ່ໃຈເພັດທີ່ຍັງບໍ່ກັບມາ. ຄັນແມ່ນເປັນໄປໄດ້ ນາງກໍຄົງຢາກຈະເປັນນົກ, ຢາກຈະມີປີກແລະບິນໄດ້ ເພື່ອຈະໂບຍບິນຂຶ້ນສູ່ເວຫາອາກາດ ຂ້າມແມ່ນໍ້າ, ຂ້າມພູເຂົາປ່າໄມ້? ຂ້າມທຸກສິ່ງທຸກຢ່າງຂຶ້ນເໜືອເມກເຝື້ອໄປຍັງບ່ອນທີ່ໃຈເພັດຢູ່... ແຕ່ສຸດທ້າຍກໍເປັນພຽງຄວາມຄິດທີ່ເລື່ອນລອຍ ເຖິງຈະຄິດຮອດແຮງຊ່ຳໃດ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍ...
-----------------------------------------
✍🏼ອຸລາ ພົມມະສຸກຂະ (ຫລານຍ່າ ນາງລາວ)
15 ຕຸລາ 2016
ບົດບັນທຶກ: “ຫ້ອງຮຽນຮ່ວມອຸດົມການ”
ຕອນທີ1:
ຕອນເຊົ້າຂອງວັນສຸກ 09 ຕຸລາ 2020 ເປັນວັນທີ່ແສນຫຍຸ້ງເຫຍືອງວຽກງານຂອງຂ້ອຍ ປະສົມກັບຄວາມໃຈຮ້າຍເມື່ອມີສຽງຂໍ້ຄວາມດັງຂຶ້ນມາສວນໃນໂມງວຽກ.
ວັນນັ້ນຜ່ານໄປຈົນຕາເວັນຄ່ຳຄ້ອຍເກືອບຈະແລລັບບັງຕຶກສູງຫຼາຍຊັ້ນ ຂ້ອຍຈິ່ງມີເວລານັ່ງຫາຍໃຈລ່ວງໆ ແບບບໍ່ຕ້ອງຫ່ວງງານ. ຫຼາຍຄົນຍ່າງຜ່ານກາຍໄປທັງກົ້ມຫຼິ້ນໂທລະສັບ ຂ້ອຍຈິ່ງຄິດພໍ້ວ່າຕອນເຊົ້ານີ້ມີສຽງຂໍ້ຄວາມ messenger ສົ່ງເຂົ້າມາແຕ່ບໍ່ທັນໄດ້ເປີດອ່ານ.
ພໍຈັບໂທລະສັບຂຶ້ນມາເບິ່ງ ແມ່ນແທ້! ຂ້ອຍໄດ້ຮັບຂໍ້ຄວາມຈາກ ເຟສບຸກຄົນໜຶ່ງທີ່ບໍ່ຄ່ອຍໄດ້ປາກົດເຫັນສະແດງຂຶ້ນມາໃນຫ້ອງແຊັດພໍປານໃດ ແຕ່ກໍເປັນບຸກຄົນທີ່ຂ້ອຍຮູ້ດີວ່າແມ່ນໃຜ?
ເນື້ອໃນບົດຄວາມເພິ່ນຂຽນສັ້ນໆວ່າ: ເຈົ້າບໍ່ໄດ້ມາຮ່ວມຝຶກຂຽນເລື່ອງນໍາອາຈານບໍ ວັນອັງຄານ ຫາ ວັນພະຫັດ ອາທິດໜ້າ?
ເມື່ອໄດ້ອ່ານຄຳວ່າ “ຂຽນເລື່ອງ” ດວງຕາຄົນທີ່ມັກສະແຫວງຫາການຂີດຂຽນມັນກໍເປັ່ງປະກາຍຂຶ້ນ.
ຍິ່ງເປັນນັກຂຽນທີ່ມີຊື່ສຽງລະດັບສາກົນ ຄວາມສົນໃຈກໍຍິ່ງເພີ່ມທະວີຂຶ້ນ. ເຊິ່ງບໍ່ມີໃຜທີ່ວ່າບໍ່ຮູ້ຈັກນັກຂຽນຜູ້ນີ້ ນັ້ນກໍຄື ອຈ ບຸນທັນ ພົງພິຈິດ ນັກຂຽນນະວະນິຍາຍລາງວັນແມ່ນ້ຳຂອງ ປີ 2016 (ຖ້າຈື່ບໍ່ຜິດ) ໃນຜົນງານເລື່ອງ “ລົມຫາຍໃຈ” ເຊິ່ງເປັນນະວະນິຍາຍທີ່ຍາວທີ່ສຸດຂອງນະວະນິຍາຍສະໄໝໃໝ່ຂອງລາວ ມີທັງໝົດສອງຕອນ ຕໍ່ຈາກລົມຫາຍໃຈກໍແມ່ນປານິທານ.
ນອກຈາກນັ້ນແລ້ວ ຜົນງານຂອງເພິ່ນກໍຍັງມີຈຳນວນຫຼວງຫຼາຍບໍ່ວ່າຈະດ້ານການປະພັນປະເພດຕ່າງໆ ຫຼືການແປວັນນະກຳຕ່າງປະເທດ ແລະອື່ນໆອີກ.
ນອກຈາກຈະເປັນນັກຂຽນນັກແປແລ້ວ ເພິ່ນຍັງເປັນນັກສື່ສານມວນຊົນ ເປັນອາຈານສອນສື່ສານມວນຊົນຢູ່ ມຊ ທີ່ຈົບມາຈາກຕ່າງປະເທດ. ຖ້າຈະເລົ່າມາກໍມີຫຼາຍໆຢ່າງກ່ຽວກັບຕົວເພິ່ນ ແຕ່ຈະຂໍກ່າວສັ້ນໆຫຍໍ້ໄວ້ສ່ຳນີ້ກ່ອນ ເພາະເຮົາມີເລື່ອງລາວຫຼາຍຢ່າງທີ່ຢາກຖ່າຍທອດນັບຈາກນີ້.
_____________________________________
ໃນຕອນແລງຂອງວັນນັ້ນ ເພິ່ນໄດ້ໂທມາບອກຈຸດປະສົງຂອງການເດີນທາງມາມະຫາວິທະຍາໄລສະຫວັນນະເຂດໃນມໍ່ໆນີ້ ເຊິ່ງໄດ້ຖືກເຊີນໃຫ້ມາປັບປຸງຫຼັກສູດການຮຽນການສອນຢູ່ພາກວິຊາສື່ສານມວນຊົນ ມະຫາວິທະຍາໄລສະຫວັນນະເຂດ ແລະ ຖືໂອກາດນີ້ມາເປີດຝຶກອົບຮົມກ່ຽວກັບ “ການຂຽນສາລະຄະດີ ແລະບົດຄວາມ” ໃຫ້ກັບຜູ້ທີ່ສົນໃຈ.
ເມື່ອຈົບການສົນທະນາ ຄວາມຕື່ນເຕັ້ນຍັງບໍ່ທັນຢຸດເຊົາໄດ້ເທື່ອ. ອີກບໍ່ດົນກໍຈະໄດ້ພົບພໍ້ນັກຂຽນຜູ້ທີ່ເຮົາບໍ່ຄ່ອຍມີໂອກາດໄດ້ພໍ້.
ທີ່ຈິງແລ້ວ ຂ້ອຍຮູ້ຈັກກັບອາຈານບຸນທັນ ພົງພິຈິດ ມາຫຼາຍປີແລ້ວ ຕັ້ງແຕ່ເພິ່ນພິມປື້ມລົມຫາຍໃຈອອກໃໝ່ໆ ຂ້ອຍກໍໄດ້ຕິດຕໍ່ເອົາປື້ມຈາກເພິ່ນມາຂາຍ (ເມື່ອກ່ອນຂ້ອຍເຮັດອາຊີບຂາຍປື້ມໄປນຳ) ຈາກນັ້ນມາບໍ່ດົນ ເພິ່ນກໍໄດ້ໂທມາໃຫ້ຄຳແນະນຳເລື່ອງການອ່ານການຂຽນ ແນະນຳໜັງສືດີໆໃຫ້ອ່ານ ຝາກໜັງສືມາໃຫ້ອ່ານພ້ອມ ບໍ່ຮູ້ວ່າຊາດກ່ອນຂ້ອຍເຄີຍເຮັດບຸນຫຍັງໄວ້ ເພິ່ນຈິ່ງມີຄວາມຮັກແພງຂ້ອຍແທ້ ເພາະປົກກະຕິກໍບໍ່ຄ່ອຍໄດ້ຮັບປື້ມອ່ານດີໆຈາກໃຜ.
ເວລາຕໍ່ມາເກືອບ 3ປີ ຂ້ອຍຈິ່ງໄດ້ເຫັນຕົວຈິງເພິ່ນ ໃນເວລານັ້ນ ອາຈານໄດ້ມາທ່ຽວທາງພາກໃຕ້ ແລະຖືໂອກາດແວະມາສະຫວັນນະເຂດ. ພວກເຮົາໄດ້ພົບກັນພຽງເວລາສັ້ນໆ ແຕ່ເພິ່ນກໍແນະນຳບົດຮຽນໃຫ້ຢ່າງຫຼວາຫຼາຍ. ຈາກນັ້ນມາກໍບໍ່ໄດ້ພົບເພິ່ນອີກເລີຍ ຈົນວ່າມາຮອດມື້ນີ້ ຈິ່ງມາຂ່າວດີວ່າເພິ່ນຈະມາຢ້ຽມຢາມອີກ.
ຂ້ອຍໄດ້ແຕ່ລໍຄອຍໃຫ້ເຖິງມື້ທີ່ເປີດຝຶກອົບຮົມໄວໆ...
“ນ້ຳໄຫຼບໍ່ຖ້າປາ ເວລາບໍ່ຖ້າໃຜ”
ມີຫຼາຍເທື່ອທີ່ເຮົາປະປ່ອຍເວລາໃຫ້ເສຍໄປຢ່າງສູນເປົ່າ ທັງທີ່ຮູ້ວ່າເວລາມີຄ່າ ແຕ່ບໍ່ສາມາດຊື້ຄືນມາບໍ່ໄດ້ ແລະບໍ່ມີໃຜຮູ້ວ່າມັນມີຄ່າຫຼາຍສ່ຳໃດ ຈົນສຸດທ້າຍແລ້ວ ເວລາກໍລ່ວງເລີຍມາຮອດປີທີ5.
ເປັນປີທີ່ເລີ່ມມີຫຼາຍສິ່ງຫຼາຍຢ່າງ ທີ່ຈະເຂົ້າມາທ້າທາຍຊີວິດ ຖ້າຫວນຄືນເວລາກັບໄປໄດ້ ຂ້ອຍກະກັບໄປແກ້ໄຂເລື່ອງລາວທີ່ເຄີຍເຮັດຜິດພາດ ແຕ່ມັນຄົງເປັນພຽງຄວາມຄິດສ່ວນໜຶ່ງໃນສະໝອງເທົ່ານັ້ນ.
ເມື່ອເວລາບໍ່ສາມາດຢ້ອນກັບໄປໄດ້ ເຮົາກໍພຽງແຕ່ຢູ່ກັບປັດຈຸບັນໃຫ້ດີທີ່ສຸດ ພ້ອມສ້າງເປົ້າໝາຍໃນອະນາຄົດ.
ມີຫຼາຍຄົນສົນໃຈວ່າການລົງຂ່ວງເກີດຂຶ້ນໄດ້ແນວໃດ ຕ້ອງໃຊ້ຫຍັງ ກະກຽມຫຍັງແນ່? ມື້ນີ້ຢາກເລົ່າສູ່ຟັງວ່າ ການກະກຽມເຄື່ອງຂອງກ່ອນ ລົງຂ່ວງເຂັນຝ້າຍຂອງຊາວຜູ້ໄທແມ່ນເລີ່ມຈາກຊ່ວງຕົ້ນໆຂອງລະດູໜາວ ຫຼັງການເກັບກ່ຽວເຂົ້ານາປີແລ້ວ ຈາກນັ້ນຈິ່ງໄດ້ພາກັນເກັບດອກຝ້າຍ.
ດອກຝ້າຍທີ່ກ່າວເຖິງນີ້ ແມ່ນປູກໂດຍໃຊ້ວິທີຫວ່ານໃສ່ໄຮ່ສວນ ໃນຍາມເດືອນຫ້າ-ຫົກລາວ ຈົນເລີຍມາຮອດເດືອນສິບເອັດ ບາງໄຮ່ຈະແກ່ດອກພ້ອມກັບຍາມຮວງເຂົ້າແກ່ ແຕ່ບາງໄຮ່ອາດຈະແກ່ຕາມຫຼັງກັນ ແລ້ວແຕ່ຄວາມອຸດົມສົມບູນຂອງດິນຟ້າອາກາດໃນແຕ່ລະຂົງເຂດ ແຕ່ລະພື້ນທີ່.
ຫຼັງຈາກໄດ້ດອກຝ້າຍທີ່ເກັບມາຈາກໄຮ່ສວນແລ້ວ ກ່ອນອື່ນກໍໄດ້ຊ້ອມກ່າງ ແລະກີບຫ້າວ ທັງຂີ້ເຫຍື້ອຂີ້ຫຍຸກອອກຈາກນວນຝ້າຍໃຫ້ເຫຼືອແຕ່ນວນຂາວລະມຸນ ພ້ອມທັງນຳໄປຕາກແດດຕາກໝອກໄວ້.
ເສັດຈາກການຕາກນວນຝ້າຍ ຕໍ່ມາແມ່ນການອິ້ວ ການອິ້ວນີ້ເພື່ອອິ້ວເອົາໃນຢູ່ທາງກາງອອກມາໃຫ້ເຫຼືອແຕ່ນວນ ໂດຍໃຊ້ "ອິ້ວ" ຫຼືວ່າ "ແອບ" ໃນແຕ່ລະທ້ອງຖິ່ນເອີ້ນບໍ່ຄືກັນ ໃຊ້ເປັນອຸປະກອນໃນການອິ້ວຝ້າຍ; ຖ້າຫາກເຮົາຕາກໄວ້ດົນເຖິງສອງໝອກຂຶ້ນເມືອ ໃນການອິ້ວຈະສະບາຍ ບໍ່ຄ່ອຍຝືດເຄືອງ ເວົ້າງ່າຍໆກໍຄື ນວນຝ້າຍຈະກິນກັບຄັນອິ້ວໄດ້ດີ.
ໃນການອິ້ວນີ້ ເພິ່ນມັກອິ້ວຕອນເຊົ້າ ໃນເວລາທີ່ແສງແດດພວມເປັ່ງປະກາຍໃນຍາມເຊົ້າ ເພິ່ນຈະເອົາກະດົ້ງຝ້າຍອອກຕາກແດດພ້ອມອິ້ວໄປນຳ ຈົນຮອດຕອນແລງພໍໝົດແສງແດດ ຝ້າຍກໍໝົດອາຍຮ້ອນ ເຮັດໃຫ້ຝ້າຍບໍ່ກ້າ ການອິ້ວຈະບໍ່ໄດ້ດີ(ບໍ່ກັດກັນ) ພໍປານໃດ ດັ່ງນັ້ນ, ເພິ່ນຈິ່ງພາກັບອິ້ວຝ້າຍໃນຍາມເຊົ້າຈົນຮອດຍາມບ່າຍພໍແສງແດດອ່ອນຈິ່ງຄ່ອຍເຊົາ.
ຖັດຈາກການອິ້ວຝ້າຍ, ຂັ້ນຕອນຕໍ່ມາຄືນຳເອົານວນຝ້າຍທີ່ອິ້ວໄດ້ມານັ້ນໄປດີດ ໂດຍໃຊ້ຄັນໂຕ້ງ (ມີລັກສະນະທີ່ຄັນໜ້າທີ່ເຂົາມັກຍິງໃນເວລາໄປຊອກຢູ່ຫາກິນ) ທີ່ໃຊ້ໃນການດີດ-ຕີຝ້າຍ ເພື່ອໃຫ້ຝ້າຍພຶງອອກຈາກກັນເປັນກ້ອນຍອງໄຍຄ້າຍຄືກ້ອນເມກ. ຈາກນັ້ນນຳເອົາຍອງຝ້າຍທີ່ຕີໄດ້ນັ້ນ ນຳໄປຫຼໍ່ເປັນກ້ອນນ້ອຍໆຍາວໆຄ້າຍຄືຕ່ອນເຂົ້າຫຼອດຊ່ອງ ຕ່າງແຕ່ຫຼອດຝ້າຍຈະໃຫຍ່ກວ່າ ຂະໜາດພໍປະມານກັບນີ້ວໂປ້ມື. ການຫຼໍ່ຝ້າຍໃຫ້ເປັນຫຼອດນີ້ ແມ່ນເຮັດໄດ້ໂດຍໃຊ້ໄມ້ຫຼໍ່ ເຊິ່ງໄມ້ດັ່ງກ່າວແມ່ນເຮັດຈາກໄມ້ປ່ອງທີ່ຫາໄດ້ຈາກປ່າ ນຳມາຂັດເກົາເຫຼົາໃຫ້ກົມກ້ຽງຄ້າຍຄືໄມ້ຖູ່ຄີບອາຫານ ຈາກນັ້ນແມ່ນບິຍອງຝ້າຍອອກເປັນແຜ່ນນ້ອຍບາງເອົາໄມ້ວາງໃສ່ທາງກາງປັ້ນຫຼໍ່ອອກມາໃຫ້ເປັນຫຼອດຝ້າຍກົມ.
ຂັ້ນຕອນຕໍ່ໄປແມ່ນການລົງຂ່ວງເຂັນຝ້າຍ, ຫຼັງຈາກທີ່ໄດ້ຫຼອດຝ້າຍມາແລ້ວ ກໍເຖິງເວລາເຂັນຝ້າຍອອກມາເປັນເສັ້ນເປັນສາຍ. ສຳລັບຄົນບູຮານ ເຖົ້າແກ່ຕາຍາຍເຮົາສະໄໝກ່ອນແມ່ນຄົນເຮືອນໃກ້ຄຽງກັນຈະຖືຫຼາລົງມາເຂັນຝ້າຍຢູ່ຕູບຜາມທີ່ປຸກຍົກຂຶ້ນ ສູງຫ່າງຈາກໜ້າດິນປະມານໜຶ່ງສອກ ເປັນຮູບສີ່ລ່ຽມຜືນຜ້າ ບໍ່ມີມຸງຫຼັງຄາ ມີທັງສາວນ້ອຍສາວໃຫຍ່ແມ່ເຖົ້າເຄົ້າເຮືອນກໍລົງມາໂຮມກັນ ພາຍໃຕ້ແສງຈັນເທິງຟ້າທີ່ສ່ອງແສງອັນແຈ້ງເຈີດຈ້າ ບາງເທື່ອກໍມີການເສັງກັນວ່າໃຜຈະເຂັນຝ້າຍໄດ້ຫຼາຍຫຼືໄວກວ່າກັນ ມີທັງໜຸ່ມບ່າວຖືແຄນມາເປົ່າເວົ້າຜະຫຍາຕໍ່ກັນໄປມາດ້ວຍຄວາມມ່ວນຊື່ນ.
ສຳລັບສະຖານທີ່ໃນການເຂັນຝ້າຍນີ້ ບູຮານເພິ່ນເອີ້ນວ່າ: "ຂ່ວງ". ມີການເຂັນຝ້າຍ, ທັງຝຶກແອບໄປນຳສຳລັບຜູ້ຮຽນເຂັນຝ້າຍ ແລະມີການເປົ່າແຄນຕໍ່ຜະຫຍາຄືວ່ານີ້ ຮຽກວ່າ: "ລົງຂ່ວງ".
ນີ້ຄືຂັ້ນຕອນກະກຽມພໍຄ້າວໆ ມື້ໜ້າຈະມາເລົ່າສູ່ຟັງກ່ຽວກັບປະຫວັດທີ່ມາຂອງການລົງຂ່ວງ.
--------------------------------------
ທີ່ມາ: https://m.facebook.com/story.php?story_fbid=1936988596574717&id=100007907852658
ພາບການສະແດງລົງຂ່ວງທີ່ຈຸດສຸມໂພນງາມ, ເມືອງອາດສະພອນ, ແຂວງສະຫວັນນະເຂດ.
ເລື່ອງສັ້ນ: “ຄູຊົນນະບົດ”
ຕອນແລງຂອງມື້ໜື່ງ, ຕາເວັນແດງພວມໂຄຈອນລັບລົງຮ່ອມພູ ທີ່ບ້ານນໍ້າຄຶນ ເປັນບ້ານໜື່ງທີາຕັ້ງຢູ່ເຂດສອກຫຼີກ.
ຊາວໄຮ່ຊາວນາໄດ້ພາຍກະບຸງກະຕ່າກັບມາແຕ່ນາແຕ່ສວນ ບາງເຮືອນກໍເຮັດຄົບແຕ່ງກິນແລງ, ບາງເຮືອນຍັງໄດ້ຍິນສຽງຕຳຄົກຍົກສາກດັງກົກໆຈົນຂັບທົ່ວເຮືອນຄົນແຖວໃກ້ ທັງສຽງລູກນ້ອຍໄຫ້ຕົ່ມນອງ.
ອາຈານສົມພານຈັບເອົາປ໋ອງນົມຝຸ່ນວ່າຈະໄປຕີໃສ່ນໍ້າອຸ່ນໃຫ້ລູກທີ່ພວມໄຫ້ຫີວໂຫຍຢູ່ນັ້ນກິນ ແຕ່ຊໍ້າພັດເຫຼືອແຕ່ກ່ອງເປົ່າ. ລູກຂອງນາງຢາກລ້ຽງຍາກແນ່. ນາງຈື່ງບອກລູກນ້ອຍທີ່ບໍ່ຮູ້ດ່ຽງສາ ທີ່ພວມຮ້ອງໄຫ້ຫັ້ນວ່າ:“ອົດເອົາສາກ່ອນລູກເຮີຍ ຊາມຊາເງິນເດືອນອອກກ່ອນ...” ສຽງໄຫ້ໄດ້ມິດລົງ ເໝືອນກັບວ່າມັນຮູ້ຄວາມ ທັງທີ່ຍັງອ່ອນນ້ອຍ ຫາກໍອອກມາມືນຕາສູ່ໂລກກວ້າງພຽງເດືອນປາຍ.
ອາຈານສົມພານເປັນແມ່ໝ້າຍຕ້າຍເບື້ອງ ຜົວຂອງນາງຖືກເສຍຊີວິດຍ້ອນລະເບີດແຕກໃສ່ຕອນໄປຂຸດກະປູຢູ່ແຄມຫົວນາ ເມື່ອ2-3ເດືອນຄືນຫຼັງນີ້. ນາງຈຶ່ງຕ້ອງລ້ຽງລູກນ້ອຍຜູ້ດຽວດ້ວຍຄວາມລຳບາກ ໄສຈະຫາອາຫານມາກິນເຊົ້າຄ່ຳແລງ,ໄສຈະສອນນັກຮຽນ,ໄສຈະເອົາເວລາມາເບີ່ງແຍງດູແລລູກ...ອາໄສເງິນເດືອນກໍສາມເດືອນຈຶ່ງໄດ້ເທື່ອໜຶ່ງ ໄສຈະພໍກຸ້ມຢູ່ກຸ້ມກິນຄັນບໍ່ຫາເກັບຫາເລັມ ແຕ່ກໍອາໄສໄປນຳຄົນໃກ້ເຮືອນຄຽງພາໄປ ເພາະນາງຫາກໍຍ້າຍມາໃໝ່ຍັງບໍ່ຮູ້ຖິ່ນຖານຊຳນານປານໃດ ຄັນມື້ໃດບໍ່ໄດ້ໄປຫາຄົບຫາກິນກໍຕ້ອງໄດ້ກິນໝີ່ຍຳຍຳທີ່ຖືມານຳເປັນແກັດສອງແກັດ ແຕ່ຈະໃຫ້ກິນຄູ່ມື້ກໍເບື່ອ ຂະໜາດດຽວນີ້ກໍຍັງຢາກເປັນໝີ່ແລ້ວ. ຍັງໂຊກດີມີແມ່ເຖົ້າເຮືອນໃກ້ຄອຍເບິ່ງແຍງພໍໄດ້ແບ່ງເບົາພະລະໄປແນ່, ແຕ່ບາງມື້ແມ່ເຖົ້າອອກນາ ອາຈານສົມພານກໍຕ້ອງໄດ້ມັດແພດາອ໋ອງລູກນ້ອຍຂອງຕົນຂຶ້ນຫ້ອງສອນນຳ.
ທຳອິດທີ່ຍ້າຍເຂົ້າມາ ນາງສຶກສາແລະປັບປ່ຽນຫຼາຍແນວເພື່ອໃຫ້ເຂົ້າກັບຊາວບ້ານທີ່ປາກພາສາຊົນເຜົ່າ ອາຈານສົມພານພໍມີພື້ນຖານກ່ຽວກັບພາສາພໍເລັກໜ້ອຍ ແຕ່ກໍຍັງລຳບາກຢູ່ດີໃນການສື່ສານ ທີ່ຕ້ອງທຳຄວາມເຂົ້າໃຈທຸກຖ້ອຍຄຳສຳນວນ.
ຜ່ານການສອນແລະດຳລົງຊີວິດຢູ່ໃນບ້ານນີ້ໄປຫຼາຍມື້ ກໍໄດ້ຮຽນຮູ້ຫຼາຍຢ່າງໃນການດຳເນີນຊີວິດຂອງເຂົາເຈົ້າ, ນາງໄດ້ລື້ງເຄີຍກັບນັກຮຽນ ພໍ່ແມ່ປະຊາຊົນ, ຄຸ້ນເຄີຍກັບທຳມະຊາດ... ຫາກມື້ໃດວ່າງໆຄືວັນເສົາ-ທິດ ກໍໄດ້ໄປເຮັດວຽກໄຮ່ນາສວນຊ່ວຍຊາວບ້ານ ເພື່ອເພີ່ມມິດຂຶ້ນຕື່ມ.
ຫຼາຍໆມື້ຊ່ວງນີ້ ນາງຮູ້ສຶກແປກໃຈທີ່ບໍ່ເຫັນອາໄກ້ມາໂຮງຮຽນ ຖາມໝູ່ຄູ່ໃນຫ້ອງກໍບໍ່ມີໃຜຮູ້ ແມ່ນແຕ່ນາງສົມເຈືອທີ່ຢູ່ເຮືອນໃກ້ຄຽງກັນກັບອາໄກ້ກໍບໍ່ຮູ້.
ອາໄກ້ເປັນນັກຮຽນເກັ່ງກວ່າໝູ່ໃນຫ້ອງ ຜ່ານການສະຫຼຸບຜົນການຮຽນ ຄະແນນແຕ່ລະເດືອນ,ແຕ່ລະພາກຮຽນກໍໄດ້ທີ1ຕະຫຼອດ ດຽວນີ້ອາໄກ້ຮຽນຢູ່ຊັ້ນ ມ7ແລ້ວ, ແຕ່ໜ້າເສຍດາຍທີ່ຊ່ວງນີ້ເຂົາຂາດໂຮງຮຽນຕະຫຼອດ.
ຕອນເຊົ້າຂອງມື້ຖັດມາ, ອາຈານສົມພານນັ່ງຢູ່ໃນຫ້ອງການເອົາມືຄໍ້າແກ້ມທັງຄິດເຖິງເລື່ອງຂອງອາໄກ້ທີ່ຂາດໂຮງຮຽນບໍ່ມີເຫດຜົນມາຫຼາຍມື້ແລ້ວ. ຄວາມມິດສະງັດໄດ້ຖືກທຳລາຍໄປເມື່ອມີສຽງເຄາະປະຕູ ນາງສົມເຈືອຍ່າງເຂົ້າມາພ້ອມໃນມືຖືຊອງຈົດໝາຍສີຂາວ ຍື່ນໃຫ້ອາຈານສົມພານ. “ຈົດໝາຍຈາກອາໄກ້” ສົມເຈືອເວົ້າພ້ອມຍື່ນຊອງຈົດໝາຍໃຫ້ອາຈານ.
“ຂອບໃຈ! ເຂົ້າຫ້ອງເບິ່ງບົດຮຽນຖ້າເດີຈັກໜ້ອຍອາຈານເຂົ້າສອນ”
“ໂດຍ...” ແລ້ວສົມເຈືອກໍອອກຈາກຫ້ອງການຍ່າງມຸ່ງໜ້າເຂົ້າຫາຫ້ອງຮຽນ, ອາຈານສົມພານເປີດຊອງຈົດໝາຍຂຶ້ນມາອ່ານໄດ້ສອງສາມປະໂຫຍກກໍພັບໄວ້ແລ້ວຈັບເອົາປື້ມຂຶ້ນຫ້ອງສອນ.
ຫຼັງຈາກເລີກໂຮງຮຽນຕອນແລງ, ອາຈານສົມພານກໍຟ້າວຍ່າງໄປຫາເຮືອນຂອງອາໄກ້.
“ບານຊວນ...” ສຽງຂອງໄທເຮືອນປາກມາໃສ່ເມື່ອໄປຮອດເຮືອນ ພໍ່ແມ່ຂອງເຂົາກໍໃຫ້ການຕ້ອນຮັບຫານໍ້າຫາໄນມາສູ່ຈົບເຈືອ.
“ ສະບາຍດີ!, ອາໄກ້ຍັງຢູ່ບໍ?” ຜ່ານຈາກການທັກທາຍສະບາຍດີຕາມມາລະຍາດແລ້ວ ອາຈານສົມພານເລີ່ມເວົ້າຂຶ້ນກ່ອນໂດຍຖາມຫາອາໄກ້
“ມັນໄປຫົດຜັກຢູ່ແຄມທ່າພຸ້ນ ກວ່າຈະຂຶ້ນມາກໍຄ່ຳມືດຕາເວັນຕົກດິນພຸ້ນລະ”
ແມ່ຂອງອາໄກ້ຕອບຄືນ ພ້ອມຂ້ຽວໝາກມຸ່ມໆຢູ່
“ບໍ່ຮູ້ວ່າອາຈານມີວຽກຫຍັງນຳມັນນໍ?” ພໍ່ຂອງເຂົາຖາມຂຶ້ນຕື່ມ
“ຂ້ອຍຈະມາເວົ້າເລື່ອງອາໄກ້”
”ເລື່ອງຂອງອີ່ຫຼ້າຫັ້ນບໍ...?” ແມ່ເຂົາເວົ້າແລ້ວຢຸດຊຶງໜ້ອຍໜຶ່ງຈຶ່ງເວົ້າຕໍ່:
“ຂ້ອຍໃຫ້ມັນອອກໂຮງຮຽນແລ້ວ...” ສຽງເວົ້າມາພ້ອມກັບຄວາມເມີນເສີຍ ຄູ່ສົນທະນາຕ້ອງໄດ້ຫາຍໃຈຍາວ ໃຊ້ອາລົມເຢັນສຸດເພື່ອປັບຄວາມເຂົ້າໃຈກັບແມ່ຂອງນັກຮຽນ ຄືແນວນີ້
“ບໍ່ຮູ້ວ່າມີບັນຫາຫຍັງ ຈົນຕ້ອງລາອອກຈາກໂຮງຮຽນ?” ອາຈານສົມພານເວົ້າຕັດ.
“ກະບໍ່ຈັກຊິຮຽນໄປຫຍັງຫຼາຍ ມັນກະພໍອ່ານໄດ້ຂຽນເປັນແນ່ແລ້ວ ກະຢາກໃຫ້ມັນອອກມາເຮັດວຽກເຮືອນການຊານ ເອົານ້ອງຊ່ອຍແມ່, ພໍ່ແມ່ກໍເລີ່ມຈະເຖົ້າແກ່ແລ້ວກໍຢາກກິນເຫື່ອກິນແຮງລູກຫຼານຂອງຕົນບໍ່ແມ່ນບໍ”
“ແລ້ວພໍ່ກັບແມ່ບໍ່ຄິດໃສ່ອະນາຄົດຂອງລູກໆຫຼານໆແນ່ບໍວ່າຈະເປັນແນວໃດ? ”
“ໂອຍ!...ຊິເປັນແນວໃດ?ມັນກະໄດ້ເປັນແຕ່ຊາວໄຮ່ຊາວນາຄືເກົ່ານີແຫຼະ! ຢາກເປັນເຈົ້າເມືອງເຈົ້າແຂວງກໍເຂົາເປັນໝົດແລ້ວ ເຮັດຫຍັງກະບໍ່ແພ້ລູກເຈົ້າຫຼານນາຍດອກອາຈານເອີຍ ອອກມາເຮັດນາກິນເຂົ້ານີ້ແລະດີກວ່າ...”
“ກໍບໍ່ໝາຍເຖິງຕ້ອງເປັນເຈົ້າເມືອງເຈົ້າແຂວງຄືແມ່ວ່າດອກ ແຕ່ກໍເວົ້າບໍ່ໄດ້ ເຮົາສ່ອງເບີ່ງຫາອະນາຄົດບໍ່ເຫັນ ແຕ່ຢ່າງໜ້ອຍກໍພໍຮຽນຈົບໄດ້ວິຊາອາຊີບລ້ຽງກຸ້ມຕົນເອງກະຍັງດີໃດ, ລູກເສຍດາຍແທ້ໆທີ່ຈະປ່ອຍໃຫ້ຄົນດີຄົນເກັ່ງຄືອາໄກ້ຕ້ອງອອກໂຮງຮຽນດ້ວຍເຫດຜົນພໍຊ່ຳນີ້, ນັກຮຽນເກັ່ງຄືອາໄກ້ຄວນຕ້ອງໄດ້ຮັບໂອກາດດີໆໃດລູກວ່າ...”
ແມ່ຂອງອາໄກ້ຖອນລົມຫາຍໃຈບັກຍາວໆແລ້ວຈື່ງເວົ້າອີກວ່າ
“ບ້ານນອກຄອກນາ ເຂດທຸລະກັນດານຄືແຖວເຮົາຍັງຊິມີໃຜມາໃຫ້ໂອເກາະໂອກາດຫຍັງເດອາຈານເຮີຍ”
“ມັນຫາກຊິມີ... ແມ່ບໍ່ເຫັນບໍ່ປີກາຍນີ້ ນັກຮຽນທີ່ຈົບມ7ກໍມີຫຼາຍຄົນໄດ້ຮັບທຶນການຊ່ວຍເຫຼືອຈາກມູນນິທີຊ່ວຍເຫຼືອຄວາມທຸກຍາກ... ລູກເຊື່ອວ່າໃນປີນີ້ກໍຫາກມີ ເພາະປັດຈຸບັນນີ້,ລັດຖະບານໄດ້ເອົາໃຈໃສ່ຢ່າງໜັກແໜ້ນຕໍ່ການສຶກສາໂດຍສະເພາະເຂດຊົນນະບົດຄືເຮົານີ້ຍິ່ງເປັນເປົ້າໝາຍສຳຄັນ”.
ອາຈານສົມພານຢຸດເວົ້າ, ສ່ວນພໍ່ແລະແມ່ຂອງນາງອາໄກ້ກໍໄດ້ແຕ່ນັ່ງຊຶງລຶ້ງ ເປັນຜູ້ຟັງຝ່າຍດຽວ. ຫຼັງຈາກຢຸດແລະຄິດທົບທວນອີກອາຈານຈຶ່ງເວົ້າຕໍ່ໄປວ່າ:
“ລູກຢາກໃຫ້ພໍ່ແມ່ຄິດໄຕ່ຕອງເບີ່ງຄັກແນ່, ສຳລັບໂຮງຮຽນຂອງພວກເຮົາຍັງລໍຖ້າໃຫ້ໂອກາດຄືອາໄກ້ສະເໝີ” ຫຼັງເວົ້າສຸດອາຈານສົມພານກໍລາເມືອເຮືອນ.
ຄວາມມືດສະລົວໄດ້ເລີ່ມຍັບມາໃນຕອນແລງໃກ້ຄ່ຳ, ບໍ່ມີໃຜເຫັນແລະຮູ້ວ່າມີຄົນຈອບຟັງຢູ່ກ້ອງຕາລ່າງເຮືອນ, ອາໄກ້ນັ່ງອີກເສົາດ້ວຍຄວາມໝົດຫວັງ ນໍ້າຕາໄຫຼນອງອາບສອງພວງແກ້ມສຸດທີ່ເຫຼືອໃຈແຮງ ແຕ່ຖ້າກັບໄປເຂົ້າໂຮງຮຽນອີກກໍປານກັບເປັນລູກອະກະຕັນຍູ ນາງຈື່ງຕັດສິນໃຈລາອອກຈາກໂຮງຮຽນແຕ່ຕົ້ນປີ ມາຊ່ວຍແບ່ງເບົາວຽກງານຊ່ວຍພໍ່ແມ່.
ເຊົ້າຂອງມື້ຕໍ່ມາ, ອາໄກ້ນັ່ງຢູ່ປາຍຊານແນມເບີ່ງສົມຈິດແລະໝູ່ເພື່ອນຜູ້ອື່ນໆໃສ່ເສື້ອຂາວສິ້ນດຳຕີນຕີພາຍຖົງໄປໂຮງຮຽນ, ນາງແນມເຫັນແລ້ວກໍອົດທີ່ຈະຢຸດນໍ້າຕາບໍ່ໃຫ້ມັນໄຫຼໄດ້, ແມ່ຂອງນາງເຫັນສະພາບຂອງລູກສາວຂອງຕົນຄືແນວນັ້ນກໍອົດທີ່ຈະສົງສານບໍ່ໄດ້ຄືກັນ ເພິ່ນຈຶ່ງອະນຸຍາດໃຫ້ອາໄກ້ກັບໄປເຂົ້າໂຮງຮຽນອີກ.
ຕອນເຊົ້າຕູ່ຫຼັງຈາກປັ້ນເຂົ້າເຊົ້າແລ້ວ ອາໄກ້ກໍນຸ່ງເຄື່ອງເປັນລະບຽບແລ້ວແລ່ນໄປຊວນສົມຈິດ ເມື່ອໄປໃກ້ຮອດຫ້ອງຮຽນສົມຈິດຟ້າວແລ່ນເຂົ້າຫ້ອງໄປກ່ອນເພື່ອປະກາດໃຫ້ໝູ່ໃນຫ້ອງຮູ້ວ່າອາໄກ້ກັບມາຮຽນອີກແລ້ວ, ທັງໝູ່ຄູ່ຄູອາຈານກໍພາກັນດີໃຈແຊວໆ.
ອາໄກ້ໄດ້ຕັ້ງໃຈຮຽນ,ຈົດບົດຮຽນຄືນໃຫ້ທັນໝູ່ແລະກໍຍັງຮຽນເກັ່ງຕິດອັນດັບ1ຄືເກົ່າ.
ເວລາຫຼາຍວັນຜັນປ່ຽນໄປຈົນຮອດພາກຮຽນ2 ອາໄກ້ໄດ້ຖືກຄັດເລືອກເປັນນັກຮຽນເກັ່ງຕົວແທນຂອງໂຮງຮຽນ ມ.ສ ນໍ້າຄຶນ ໄປເສັງນັກຮຽນເກັ່ງຂັ້ນເມືອງ ນາງໄດ້ເອົາໃຈໃສ່ເບີ່ງບົດຮຽນໃຫ້ຫຼາຍຂຶ້ນຈົນວ່າເສັງໄດ້ທີ1, ໃບຍໍຍ້ອງກຽດຕິຄຸນແລະຫ້ອງຂອງຂວັນທີ່ອາໄກ້ຖືກັບມາເຮືອນ ໄດ້ເຮັດໃຫ້ພໍ່ແລະແມ່ຂອງເຂົາລົ້ມເລີກຄວາມຄິດຄືມື້ກ່ອນ, ອາຈານກໍຍ້ອງຍໍປາບປື້ມໃຈນຳຫຼາຍ ແຖມຍັງເປັນຄົນທຳອິດຂອງໂຮງຮຽນແລະເທື່ອທຳອິດທີ່ໄດ້ສົ່ງນັກຮຽນເຂົ້າແຂ່ງຂັນນັກຮຽນເກັ່ງຢູ່ໃນເມືອງ ຈົນເຮັດໃຫ້ຫຼາຍໂຮງຮຽນຫຼາຍຄົນຮູ້ຈັກທັງຜູ້ບໍ່ຮູ້ກໍໄຖ່ຖາມເຖິງ ຊື່ໂຮງຮຽນບ້ານນອກໄດ້ໂດ່ງດັງໄປຍ້ອນອາຈານສອນດີ ມີນັກຮຽນເກັ່ງ.
2-3ເດືອນຕໍ່ມາອາຈານສົມພານໄດ້ຮັບຈົດໝາຍຖືກເຊີນເຂົ້າປະຊຸມສະພາຄູຢູ່ໃນເມືອງ, ພໍຮຸ່ງເຊົ້າມາ ນາງປະລູກໄວ້ນຳແມ່ເຖົ້າແລ້ວກໍປັ້ນເອົາເຂົ້າແກງຮາຍນໍ້າໃສ່ບັ້ງທິງອອກເດີນທາງແຕ່ເຊົ້າເພື່ອໃຫ້ທັນລົດໂດຍສານໃນຕອນທ່ຽງ. ບົນເສັ້ນທາງໄປຫຍຸ້ງຍາກກັນດານ ມັນເປັນທາງແຄບໆພໍຫຼົມແຕ່ລົດໄຖນາ ແຕ່ກໍບໍ່ມີລົດຫຼືໃຜຍ່າງຜ່ານທາງພໍຄົນ, ນາງຍ່າງແຕ່ເຊົ້າຈົນທ່ຽງໂດຍຂຶ້ນພູລົງຫ້ວຍ ໃນທີ່ສຸດຈົນໄດ້ຍິນສຽງລົດລາງແລ່ນໄປມາວື່ນໆ ນາງອອກມານັ່ງຖ້າລົດຢູ່ສາມຫຼ່ຽມບໍ່ຄຳ ເພື່ອລັດລົດເຂົ້າເມືອງ.
ຫຼັງຈາກປະຊຸມເສັດແລ້ວ ຮອດຕອນເຊົ້າພໍແຈ້ງສະລົວແນ່ ອາຈານສົມພານກໍຟ້າວກັບເມືອບ້ານນໍ້າຄຶນບ່ອນທີ່ນາງກຳລັງສອນຢູ່ໃນປັດຈຸບັນນີ້, ແຕ່ຟ້າດິນບໍ່ເປັນໃຈ ທັງຟ້າຝົນຄະນອງໜ່ຳລົງມາ ເມື່ອໄປຮອດຫ້ວຍນ້ອຍແຫ່ງໜຶ່ງເຖິງກັບຢຸດຄາທີ່ ນາງບໍ່ສາມາດຂ້າມຫ້ວຍທີ່ນໍ້າພວມໄຫຼໂຮມກັນຈົນອັ່ງເຕັມຫ້ວຍ ນາງຈຶ່ງກອດກະເປົ່າທີ່ມີນົມຊຶ້ຈາກຮ້ານປ້າແອັດວ່າງຢ່ານີ້ ກັບຄືມາຂໍຊົ້ນຢູ່ເຮືອນປ້າຜູ້ລຶ້ງເຄີຍຢູ່ໃກ້ແຄມທາງໃຫຍ່. ‘ປານນີ້ລູກສາວຜູ້ນ້ອຍອ້ອຍອ່ອນຄົງຄອງຫາແມ່ເມືອແລ້ວ’ ທັງຄິດໃນໃຈ ສີໜ້າອັນຊຶມເສົ້າຂອງນາງບໍ່ບອກກໍພໍຮູ້ວ່າຄິດຮອດລູກທີ່ນອນຖ້າກິນນົມຈາກແມ່ແລະທັງຄົນເຈັບທີ່ນອນຖ້າຢາເມືອປິ່ນປົວແນ່.
ໃນການເປັນອາຈານສອນຢູ່ເຂດຊົນນະບົດຄືແນວນີ້ນອກຈາກຈະເປັນອາຈານແລ້ວ ນາງຍັງໄດ້ອາສາເປັນແພດປະຈຳບ້ານອີກ, ເຖິງວ່ານາງມີໜ້າທີ່ສອນ ແຕ່ແຖວນີ້ບໍ່ມີແພດໝໍພໍຄົນ ເວລາມີຜູ້ເຈັບໄຂ້ໄດ້ປ່ວຍກໍແລ່ນໄປຫາ ກໍພໍຈະປິ່ນປົວແລະໃຫ້ຢຸກຢາກະນແກ້ໄປ...
ສວາຍເຂົ້າມາ ທ້ອງຟ້າແຈ່ມໃສຫຼັງຈາກຝົນເອື້ອນ, ນາງພວມເກັບເຂົ້າຂອງເມືອ,ແຕ່ກັບໄດ້ຮັບຂ່າວໃຫ້ເຂົ້າປະຊຸມດ່ວນໃນຕອນທ່ຽງອີກ ”ບໍ່ຮູ້ວ່າມີຫຍັງ ໄດ້ຍີນແຕ່ວ່າທາງກະຊວງເພິ່ນຈະລົງມາແລະຢາກເຊີນໃຫ້ທາງອາຈານເຂົ້າຮ່ວມດ້ວຍ” ຜູ້ມາສົ່ງຂ່າວເວົ້າ.
ຢູ່ໃນຫ້ອງປະຊຸມກໍໄດ້ກ່າວເຖິງວຽກງານຕ່າງໆກ່ຽວກັບການສຶກສາ...ຜ່ານການຟັງຢ່າງຕັ້ງໃຈ ອາຈານສົມພານໄດ້ຕື່ນສະດຸ້ງຂຶ້ນເມື່ອໄດ້ຍິນຊຶ່ຂອງຕົນ.
ນາງຍ່າງອອກຢືນຢູ່ຕໍ່ໜ້າຫຼາຍໆຄົນພ້ອມກັບໃນມືຖືໃບຍ້ອງຍໍສັນລະເສີນຄູຊົນນະບົດຜູ້ມີຜົນງານດີເດັ່ນ!.
ຄວາມຮູ້ສຶກໃນຕອນນີ້ ບໍ່ຮູ້ຈະທຽບໃສ່ອັນໃດນອກຈາກຄຳວ່າດີໃຈຫຼາຍ...ຄວາມຮູ້ສຶກອັດອັ້ນແລ່ນຂຶ້ນມາຕັນຈົນລຳຄໍທີ່ກັ້ນກືນນໍ້າຕາໄວ້ນັ້ນມັນເຈັບປວດໄປໝົດ. ເຖິງສຸດທີ່ຈະກັ້ນໄວ້ ນໍ້າຕາແຫ່ງຄວາມພູມໃຈມັນກໍ່ໄຫຼອອກມາຢູ່ດີ.
----------------------------------------
ທີ່ມາ: https://m.facebook.com/story.php?story_fbid=1764138843859694&id=100007907852658
ຂໍມອບແດ່ຄູອາຈານທຸກທ່ານ
ແນມເຫັນຟ້າຍ່າວຍິ້ມ ພິມພາບພາວໃສ
ມວນມາໄລມາລາ ຊໍ່ຊອນແຊມຊັ້ນ
ພວກໜຸ່ມຫຼານເຫຼັນນ້ອຍ ພອຍພຽນຫ້ອຍຫໍ່
ຂອງຂວັນຊໍ່ດອກໄມ້ ມາໄລເອ້ອວດສີ
ວັນນີ້ ສົມໝາດແມ້ງ ເຊັງຊ່າລືຄູ
7 ຕຸລາຫວນຫັນ ຄວບຄານພານພໍ້
ຮຽມຂໍອວຍພອນໃຫ້ ໄຊງາມຍໍຍື່ນ
ກັ່ນກອງກອນກາບກ້ອມ ຂໍນ້ອມນົບຄູ ທ່ານເອີຍ
ຄູນີ້ ປຽບດັ່ງດ້າມ ແມ່ພິມໃຫຍ່ໃນຕຳລາ
ເສີມສ້າງພູມປັນຍາ ແກ່ຫຼານເຫຼັນນ້ອຍ
ຄູຄືຄົນຄອຍຊີ້ ທາງດີດອມຄ່ອງ
ຄູແປງແປວປ່ອງໃຫ້ ຫວນຮູ້ຫຸ່ງໄກ
ຄູຄືໄຟສ່ອງແຈ້ງ ແສງສາດສີໃສ
ດັ່ງທວນໄຟເຍືອງທາງ ສະຫວ່າງສະໄຫວຟ້າ
ດັ່ງດາຣາເດືອນດົ້ວ ດວງດາວເດັ່ນສ່ອງ
ຄົນພາຍຜອງແຫຼ່ງລ້າ ຮັບແສງຈ້າຈາກເດືອນ
ຄິດຫວນຄືນເມື່ອມື້ ຄູຂາດຄາຄຸງ
ຫຍຸ້ງຍາກລຸງລັງສົນ ວຽກງານການສ້າງ
ທັງອູ້ມຫຼານເຫຼັນນ້ອຍ ອົດສາພອຍອອງເຈ່ຍ
ຖືສໍຂາວແຜ່ນເຈ້ຍ ຢືນຊີ້ສິດສອນ
ບາງວັນອິດອ່ອນລ້າ ກາຍາເມື່ອຍມາບແຮງ
ແຕ່ງບົດສອນຄາມຄືນ ຄວບລາຕີຂ້າມ
ບາງພ່ອງຊາມຊາໄດ້ ລັດຖະກອນຝັນໃຝ່
ສອນຫຼາຍປີຜ່ານໄດ້ ບໍ່ເຄີຍໄຂປາກຕ້ານ
ຈາຄ້ານເອີ່ຍຂານ
ຄູບໍ່ເຄີຍກຽດຄ້ານ ເສີມສັ່ງວິຊາຮຽນ
ພຽນພູນພາສິດສອນ ສາດຕະສິນເຊີງຊັ້ນ
ປູກປູນປັນຍາກ້າວ ບໍ່ເຄີຍທາວທວງຄ່າ
ຂໍພຽງສິດທົ່ວໜ້າ ມີວິຊາຮອບຮູ້
ພາຍຊ້ອຍສູ່ຕົນ
ນໍ້າໃຈຄູເກີນວ່າລົ້ນ ນະທີທ່າທານຫຼວງ
ເຮືອງກວ່າດວງພະຈັນ ຈ່າຍແສງຮອງຟ້າ
ກວ່າເມັດຊາຍໃນພື້ນ ພະສຸທາກວ້າງໃຫຍ່
ສູງໄປ່ປອມເມກເຝື້ອ ພາຍຟ້າພາກນະພາ
ບຸນຄຸນຄູເລີດລໍ້າ ປະເສີດສິ່ງອານັນຕັງ
ສັນຫາຫຍັງມາປານ ປຽບປຸນສະເໝີໄດ້
ຄຸນຄູຍິ່ງໃຫຍ່ກ້າ ສະມຸດທາປານໄປ່
ຫາອັນໃດມາທຽບເທົ້າ ຄຸນເຈົ້າລື່ນຄະນາ ເຈົ້າເລີຍ
ວັນນີ້ ສິດມີມາລາຊໍ່ນ້ອຍ ພອຍກາບກອນກະວີ
ຂຽນວາຈີຂານໄຂ ຈ່າຍຈາແຈງເວົ້າ
ເອົາຄຳກອນກ້ອມໆ ນ້ອມນຳສານສົ່ງ
ບັນຈົງລົງໃສ່ເຈ້ຍ ເຈຍລະໄນກ້ານກ່າວກອນ ແນ່ນາ
ສິບນີ້ວນາງນອບນ້ອມ ເໜືອເກດເກສາ
ສະດຸດີຄຸນຄູ ຄູ່ຄົນທັງຄ້າຍ
ກົ້ມກາບວັນທາໄຫວ້ ເທີດທູນຄຸນທ່ານ
ຜ່ານສານທາງບົດນີ້ ນຳນ້ອມນອບຄູ
7ຕຸລາຈົ່ງໄດ້ ຈະເລີນຍິ່ງຍືນນານ
ສຸກສຳລານກາຍໃຈ ຄູ່ຄູຄົນເຄົ້າ
ເປັນພະລັງຫຼອມເບົ້າ ສິດມີມາເຕົ້າຕູ່
ເປັນແມ່ທີມຊາດໃຫ້ ຈະເລີນກ້າວເກື່ອນໄກ ແທ້ນາ
---------------------------------------------------------------------
ທີ່ມາ: https://m.facebook.com/story.php?story_fbid=2143327432607498&id=100007907852658
https://m.facebook.com/story.php?story_fbid=1936698243270419&id=100007907852658
ເຊົ້າຂອງວັນທີ7ເດືອນຕຸລາ ຂອງປີ2016, ທ້ອງຟ້າແຈ່ມໃສ ຄູຄຳດີມາໂຮງຮຽນແຕ່ເຊົ້າກ່ອນໝູ່ທັງໝົດ. ຫຼັງຈາກກວດກາເບີ່ງສະຖານທີ່ ທີ່ຈະຈັດງານວັນຄູໃນມື້ນີ້. ພໍສຳຫຼວດໄປມາທຸກມຸມແລ້ວກໍກັບມາຢູ່ໃນຫ້ອງ.
ຢູ່ໃນຫ້ອງສອນຄົນດຽວດ້ວຍຄວາມມິດງຽບ ຄູຄຳດີສົ່ງສາຍຕາເປີດກວ້າງອອກໄປທາງປ່ອງຢ້ຽມຢ່າງເລື່ອນລອຍ, ບັນຍາກາດທີ່ສົດຊື່ນໃນຕອນເຊົ້າແທນທີ່ຈະເຮັດໃຫ້ຈີດໃຈເບີກບານແຕ່ກັບຄູຄຳດີແລ້ວ ຊ້ຳພັດເຕັມປ່ຽມໄປດ້ວຍສີໜ້າອັນໝົ່ນໝອງ.
ເຂົານັ່ງເທີ້ງຢູ່ທີ່ເກົ້າອີ້ຢ່າງມິດຊິດ ສາຍຕາໄປຈຶ້ງຢຸດຢູ່ທີ່ຫຼັກທຸງ ທີ່ມີທຸງມັດໄວ້ແລະປີວສະບັດໄປມາຕາມສາຍລົມຍູ້ , ຄູແນມເບີ່ງແລະທຳທ່າເໝືອນກັບຄົນໃຊ້ຄວາມຄິດ.
5ປີຄືນຫຼັງ ທີ່ນັກຮຽນຈອງຫອງໄດ້ສ້າງພາບຄວາມໜ້າຈົດຈຳໄວ້ໃຫ້ເຫັນຢ່າງບໍ່ລືມກັບການລວມແຖວຕໍ່ໜ້າທຸງຊາດລາວໃນທຸກໆຕອນເຊົ້າຂອງວັນຈັນ. ພວກນັກຮຽນຂີ້ດື້ເຂົາບໍ່ສົນໃຈຫຍັງ,ເຖິງຈະກະແທກສຽງໃສ່ປານໃດກໍບໍ່ຫົວຊາ ແຮງເວົ້າກໍແຮງຢອກກັນເສີຍ.
ຫຼຽວເຂົ້າມາໃນຫ້ອງ ຄູຄຳດີກວາດສາຍຕາໄປຈົນທົ່ວ...ພາບເກົ່າທີ່ເຄີຍເຂົ້າມາສອນໃນຕອນນັ້ນມັນໄດ້ປາກົດຂຶ້ນ ບໍ່ວ່າຈະເປັນການຢອກໄນກັນ, ກິນເຂົ້າໜົມໃນຫ້ອງ, ບໍ່ຕັ້ງໃຈຮຽນ... ສໍຂາວກ້ອນນ້ອຍທີ່ບິເຄິ່ງແທ່ງ ແກວ່ງໄປຖືກຫົວທ້າວບຸນມີທີ່ພວມເຫງົານອນງຸບໆ ຟ້າວມຶນຕາຂຶ້ນ“ ແມ່ນໃຜດຶກມາ?...”
ທ້າວບຸນມີແຂກສຽງດັງຂຶ້ນທັງແນມຫາທີ່ມາຂອງສຊທີ່ທ້າວກຳຢູ່ໃນມື, ທຸກຄົນກໍແນມໄປເບີ່ງເປັນຕາດຽວທັງໝົດ
“ຄູເອງ...ນີ້ແມ່ນເວລານອນຂອງເຈົ້າບໍ?” ທ້າວແນມເບີ່ງໜ້າໝູ່ແລະຄູຢ່າງອາຍໆ ບໍ່ຕອບຫຍັງຈັກຄວາມ. ຢູ່ໃນຫ້ອງຮຽນມິດລົງພໍຄາວໆ ສຽງບົນແຊວດັງຮຶ່ມໆຂຶ້ນອີກ ຄູຕ້ອງເມື່ອຍ ບໍ່ຈັກເວົ້າອ່ອນເວົ້າແຂງ, ເອົາໄປລົງໂທດຈັກທໍ່ໃດເທື່ອ ຄິດວ່ານັກຮຽນຈະເຂັດ ແຕ່ບໍ່ມີຈັກຄົນ.
ປະຕູປ່ອງຢ້ຽມສູງໆໃກ້ກັບແຈຫ້ອງນ້ຳ, ໃນຕອນເຊົ້າ ໂຮງຮຽນເຂດພູດອຍຄືນີ້ ເຖິງຈະສວາຍແນ່ ແຕ່ອາຍຂອງເມກໝອກຍັງກວມກຸ້ມເປັນຄວັນ ແຕ່ວັນນີ້ຕ່າງຈາກວັນນັ້ນທີ່ມີໝອກ, ອາລີຍາ ນັກຮຽນຍິງຄົນໜຶ່ງຂອງຄູຄຳດີທີ່ຮັກແພງ ໄດ້ປ່ຽນແທນຈາກຄວັນໝອກທຳມະຊາດເປັນຄວັນອາຍເໝັນຂີວທີ່ອອກມາຈາກເຈ້ຍນ້ອຍຂາວໆທີ່ຮຳເປັນທໍ່ ຄາບໄວ້ໃນປາກຂອງນາງ ແລ້ວຄ່ອຍປ່ອຍຄວັນອອກໂຕດໆ, ເມື່ອຄູຄຳດີໄດ້ກິ່ນແລະເຫັນຂວັນປີວຂຶ້ນຄືແນວນັ້ນຈຶ່ງຮີບຟ້າວຍ່າງເຂົ້າໄປຫາ ໝູ່ນັກຮຽນນຳກັນແລ່ນປົບໜີ ແຕ່ອາລິຍາຍັງທຳທ່າເສີຍໆ ນັ່ງແຄ່ງກາຍຂາຢູ່ເທິງເກົ້າອີ້ຫຼັງຫ້ອງຮຽນ ສືບຕໍ່ສູບຢາກອກນັ້ນໄປ...ຄູຍາດເອົາກອກຢາ ທີເຂົາຄາບໃນປາກນັ້ນຖິ້ມລົງດິນ ເອົາປາຍຕີນຢຽບຢໍ້າລົງ...ສີໜ້າທີ່ເຄັ່ງຂຶມ ຄວາມບໍ່ພໍໃຈຂອງຄູໄດ້ສະແດງອອກ ແຕ່ນັກຮຽນຜູ້ດື້ດ້ານຄືອາລິຍາ ຊໍ້າບໍ່ຮູ້ສຶກຫຍັງຕໍ່ຫຍັງ, ເຂົາທຳທ່າແຂງກະດ້າງ ຍ່າງໜີຄູຢ່າງບໍ່ເຄົາລົບ. ຄູຄຳດີເກືອບລົ້ມແລະທັງເຈັບເມື່ອມີສິ່ງໃດໜຶ່ງມາກະທົບກັບແຂນເບື້ອງຂວາຈົນຕົວສັ່ນໄກວ.
ຄວາມຮູ້ສຶກເຈັບຈາກແຂວນມັນໄດ້ແລ່ນເຂົ້າມາເຈັບຢູ່ໃນໃຈ, ຈາກນັກຮຽນທີ່ເຄີຍສີດສອນມາຊໍ້າພັດບໍ່ເຫັນຫົວທັງຍ່າງຕຳໄປແບບໜ້າຕາເສີຍ.
ອາລິຍາຖືກໃສ່ໂທດມາຫຼາຍເທື້ອແລ້ວຍັງບໍ່ຫຼາບຈື່ , ແສ້ຫວາຍຈາກປາຍມືຄູຝາດໃສ່ຫຼັງຂອງນາງຈົນກົ່ງແຕ່ກໍຍັງຢືນຊຶງລຶງປານຄົນໄຮ້ຄວາມຮູ້ສຶກ
ຢູ່ໃນຫ້ອງສອນດ້ວຍຄວາມມິດງຽບ ກໍມີສຽງນັກຮຽນພາກັນໂທ້ງຂຶ້ນຫຼາຍໆຄົນວ່າ:
"ນັກຮຽນໂຕນຫ້ອງ!ນັກຮຽນໂຕນຫ້ອງ!..." ອາລິຍາໄດ້ຊ້ອນລົດໜີໄປກັບຊາຍໜຸ່ມຊັກລາຍຄົນໜຶ່ງ ຄູອາຈານໄລ່ນຳກະບໍ່ມັນເສຍແລ້ວ. ໃນຕອນບ່າຍຂອງມື້ນັ້ນ ຫຼາຍຄົນໄດ້ອອກຕາມຫາ ສຸດທີ່ພະຍາຍາມຕາມຫາຈົນຄ່ຳມືດກະບໍ່ພໍ້.
ທັງຄະນະຄູອາຈານໝູ່ເພື່ອນກັບເມືອເຮືອນດ້ວຍຄວາມຫວ່າງເປົ່າແລະເປັນຫ່ວງບໍ່ເລີກບໍ່ແລ້ວ ເມື່ອມາຮອດແຈຕະຫຼາດ, ທຸກຄົນໄດ້ຢຸດສະງັດ ແລະທົບທວນຟັງສຽງທີ່ສອດເຂົ້າໃນຫູວ່າງຢ່ານີ້, ມັນເປັນສຽງຜູ້ຍິງທີ່ກຳລັງຮຽກຮ້ອງຫາຄວາມຊ່ວຍເຫຼືອ.
ແຈຕະຫຼາດທາງຄຸ້ມນີ້ມັນມືດຫຼາຍ, ກາງຄືນຄືແນວນີ້ບໍ່ຄ່ອຍມີຄົນທຽວທາງ. ອາຈານແລະນັກຮຽນພາກັນຊອກຫາທີ່ມາຂອງສຽງຢ່າງມິດໆ ທັງລະມັດລະວັງກັບຄວາມມືດ ເພາະມີໄຟສາຍກຸ່ມລະອັນ ປັນກັນຊອກເບີ່ງ ບາງທີອາດຈະແມ່ນອາລີຍາ ຄັນບໍ່ແມ່ນກໍຖືວ່າທຳບຸນຊ່ວຍເຫຼືອເຂົາເຈົ້າ. “ເຫັນແລ້ວ” ນັກຮຽນຜູ້ໜຶ່ງຊີ່ມໃສ່ຫູອາຈານວຽງຄຳຄ່ອຍໆ. ເມື່ອໄດ້ຈັງຫວະແລ້ວຈື່ງພາກັນເຂົ້າໄປຊ່ວຍເອົາຜູ້ຍິງທີ່ກຳລັງຖືກປຸ້ນຊັບ. ຄູຄຳດີໂດດກອດເອົາອາລີຍາທີ່ກຳລັງຮ້ອງໄຫ້ສັ່ນເຊັນ ທັງເອີ້ນເອົາຂວັນມາ. ຈາກນັ້ນ ກໍພາເມືອສົ່ງເຮືອນ. ສ່ວນຊາຍຄົນນັ້ນແມ່ນໄດ້ປະເປັນໜ້າທີ່ຂອງຕຳຫຼວດນຳໄປດຳເນີນຄະດີເປັນທີ່ຮຽບຮ້ອຍ.
ບັນຫາໜຶ່ງໝົດໄປ ບັນຫາໃໝ່ກໍເຂົ້າມາ.ມື້ຕໍ່ມາ, ໃນຂະນະທີ່ກຳລັງຈະຂຶ້ນຫ້ອງສອນ ກໍມີນັກຮຽນແລ່ນມາຫາດ້ວຍຄວາມຟ້າວຟັ່ງ ສີໜ້າຕື່ນເຕັ້ນພ້ອມທັງເດມືຊີ້ໄປທາງສະໂມສອນ ນັກຮຽນສາມຄົນທີ່ແລ່ນມາຫາໃຜກໍຄາງສັ່ນຄອນ ບໍ່ມີໃຜບອກວ່າຢູ່ຫັ້ນມີຫຍັງ. ຄູຄຳດີຝ້າວຍ່າງໄປເບີ່ງ ນັກຮຽນຫຼາຍຄົນຫຸ້ມອ້ອມກັນເປັນວົງ ທັງອົນລະຫົນວົນແຊວບໍ່ຈັກຈຳແນກສຽງໃຜເປັນສຽງໃຜ ຄູຮີບໝົ້ນແຫຍ້ເຂົ້າໄປ, ສົມໃຈ ນັກຮຽນຄົນດີຂອງຄູຄຳດີພ້ອມໝູ່4-5ຄົນພວມຕີກັນ, ໝູ່ເພື່ອນພ້ອມຄູອາຈານຫຼາຍຄົນຫ້າມກໍບໍ່ຟັງ ຄູຄຳດີວາງປື້ມລົງພື້ນຊະຊາຍໂດຍບໍ່ໄດ້ໃສ່ໃຈ ນາງຟ້າວໂດດເຂົ້າໄປກຸມຫ້າມຊໍ້າພັດຖືກແຮງນັກຮຽນຍູ້ໄປໄຖມາຈົນລົ້ມລົງຫົວຝາດພື້ນ, ຄວາມຮູ້ສຶກເຈັບແລະມຶນໆໃນຫົວ, ນາງເອົາມືຄຳເບີ່ງ ປາກົດວ່າມີນໍ້າສີແດງຕິດຊຶມມາໃນມື ຄູຄຳດີພໍແຕ່ແນມເຫັນເລືອດແລະແນມເບິ່ງທ້າວສົມໃຈເປັນພາບມົວໆ ຈາກນັ້ນກໍໜ້າມືດຕາລາຍແລ້ວກໍໝົດສະຕິໄປ.
ເມື່ອມືນຕາຂຶ້ນມາອີກເທື່ອຈື່ງເຫັນ...ສະພາບແວດລ້ອມຢູ່ໃນຫ້ອງທີ່ບໍ່ຄຸ້ນເຄີຍ ບໍ່ວ່າຈະເປັນສີເພດານຝາຫ້ອງ,ຕຽງນອນແລະທາງຂ້າງຍັງມີເສົາເຫຼັກຫ້ອຍຖົງນໍ້າເປັນທໍ່ສາຍຍາວຕໍ່ລົງມາຈົນສຸດຢູ່ທີ່ແຂນຂອງຕົນ ຈື່ງຮູ້ວ່ານີ້ແມ່ນໂຮງໝໍ. ບໍ່ຮູ້ວ່າຕົນເອງຫຼັບໄປດົນປານໃດ ພໍເມື່ອຄິດເຫັນສະພາບເຫດການທີ່ເກີດຂຶ້ນວ່າງກີ້ແລ້ວ ເຮັດໃຫ້ນາງໜ້າເສົ້າເຂົ້າຕື່ມ.
ວັນທີ7ຕຸລາ, ແທນທີ່ຈະເຮັດໃຫ້ຄູພູມໃຈແຕ່ຊໍ້າພັດບໍ່ມີເລີຍ. ນາງຮູ້ສຶກຕ່ຳຄ້ອຍນ້ອຍໃຈ,ໝົດກຳລັງໃຈໃນການສິດສອນ ນາງເປັນອາຈານເຈົ້າລະບຽບຜູ້ໜຶ່ງ ແຕ່ຄືກັບວ່າບໍ່ແມ່ນອາຈານ ບໍ່ມີນັກຮຽນຜູ້ໃດເຄົາລົບ ບອກສອນບໍ່ມີໃຜຟັງ, ຄຳເວົ້າແຕ່ລະຄຳມັນເໝືອນກັບລົມລ່ວງຫູນັກຮຽນໄປຊື່ໆ ເຖິງຈະເວົ້າຈົນຄໍແຫ້ງ, ກໍບໍ່ມີໃຜຟັງ ບໍ່ມີໃຜຢຳເກງແນ່.
ບຶດໜຶ່ງສຽງໄຂປະຕູດັງຂຶ້ນ, ຟ້າເອີຍ!...ຟ້າປີ້ນຫຼືແນວໃດ?, ທ້າວສົມໃຈກົ້ມຫົວ ຄ່ອຍກ້າວຂາເຂົ້າມາຊ້າໆ ພ້ອມໃນມື ຖືຊໍ່ດອກໄມ້ແລະທັງໝູ່ເພື່ອນຂອງເຂົາອີກຍ່າງຕາມຫຼັງເຂົ້າມາ ທຸກຄົນຄຸເຄົ່າລົງ ກາບຂໍໂທດ. ຄູຄຳດີ ສົ່ງຮອຍຍີ້ມເປີດກວ້າງສູ່ທຸກຄົນ ແຕ່ຮອຍຍິ້ມດັ່ງກ່າວກໍຍັງແອບແຝງໄປດ້ວຍຄວາມໂສກເສົ້າ.
ຈົນມາເຖິງມື້ນີ້ 5ປີປາຍແລ້ວທີ່ນັກຮຽນກຸ່ມນັ້ນໄດ້ຮຽນຈົບມໍປາຍ ຈາກໂຮງຮຽນແຫ່ງນີ້ໄປ ແລະທຸກຄັ້ງທີ່ຄິດເຫັນເຫດການເກົ່າ ກໍອົດທີ່ຈະບໍ່ໃຫ້ກັງວົນບໍ່ໄດ້.
"ປານນີ້ບໍ່ຈັກວ່າພວກນ້ອງນຸ່ງຊິໄປຕົກທຸກໄດ້ຍາກທາງໃດ ຈັກມີໃຜໄດ້ຮ່ຳໄດ້ຮຽນຫຼືມີວຽກເຮັດງານທຳກັນໝົດແລ້ວຫຼືບໍ່? ຢ້ານໄປຫາເລາະຫາເລງ ສ້າງຄວາມວຸ້ນວາຍຢູ່ບ່ອນອື່ນອີກກໍບໍ່ຮູ້"
ຄູຄຳດີຈົ່ມຄົນດຽວ. ຜ່ານຄວາມຄິດອັນເມີ້ລອຍ ຢູ່ຄາວໜຶ່ງກໍມີສຽງເຄາະປະຕູແລະສຽງຫ້ອງຂອງຍິງຊາຍສອງຄົນທີ່ຢືນຕໍ່ໜ້າປະຕູເຂົ້າຫ້ອງ ດັງມາພ້ອມກັນວ່າ: “ແມ່ຄູ!..."
ຄູຄຳດີຫຼຽວງວາກໄປເບີ່ງດົນເຕີບ ຜູ້ຊາຍທີ່ຢືນຢູ່ຕໍ່ໜ້າແມ່ນຕຳລວດແລະນາງສາວທະໄນຄວາມທີ່ມາໃນຊຸດແບບຂອງຕົນຢືນຢູ່ຢ່າງອົງອາດຜ່າເຜີຍພ້ອມສົ່ງຮອຍຍິ້ມກວ້າງແລະຍ່າງເຂົ້າມາກາບຄູຄຳດີ.
“ ພວກລູກທັງສອງມາຂໍສົມມານຳແມ່ຄູ, ລູກໜ້າຈະຂອບໃຈແສ້ຫວາຍທີ່ຄູເຄີຍເອົາມັນຝາດໃສ່ກົ້ນຈົນລາຍ ໃນຕອນນັ້ນ” ຍິງຄົນນັ້ນເວົ້າຈົບປະໂຫຍກແລະຕໍ່ອີກຊາຍຄົນນັ້ນ:
“ແມ່ນແລ້ວ, ພວກເຮົາບໍ່ໜ້າຄຽດໃຫ້ເລີຍທີ່ຖືກຄູອາຈານເວົ້າໃຫ້ໃນຕອນນັ້ນ, ບາດມາມື້ນີ້ພວກລູກຮູ້ແລ້ວວ່າທີ່ຜ່ານມາ ຄູເວົ້າຄູດ່າແມ່ນຄູຢາກໃຫ້ລູກສິດໄດ້ດີ, ແຕ່ພວກເຮົາໂລດຄິດແຕ່ແນວທາງລົບໄປຕະຫຼອດ ແຕ່ມາດຽວນີ້ກໍພໍສຳນຶກໄດ້ແລ້ວ. ມື້ນີ້ລູກທັງສອງຈະມາໃຫ້ແມ່ຄູຕິວ່າແລະເອົາແສ້ຫວາຍຕີຂ້ຽນອີກ ຂໍພຽງແຕ່ຢ່າຄຽດຊັງພວກລູກເລີຍ...ຟາກໃຫ້ແມ່ຄູດ່າວ່າໃຫ້ສົມໃຈຕໍ່ກັບຕວາມໂງ່ຈ້າຂອງພວກລູກ”
“ເປັນຄູບໍ່ເຄີຍຮ້າຍໃຫ້ສິດ...ມີແຕ່ຢາກບອກ,ຢາກສອນ,ຢາກໃຫ້ເປັນຄໄນດີ...” ຄູຄຳດີເວົ້າທັງສຽງສັ່ນຄອນ
ບໍ່ດົນນໍ້າໄສໆກໍໄດ້ເຕັມຄັບແລະອັ່ງລົ້ນເບົ້າຕາໄຫຼລົງມາອາບສອງພວງແກ້ມຫ່ຽວ ປົນກັບທັງຮອຍຍິ້ມອັນປີຕິດີໃຈ.
“ພວກຫຼານຟ້າວຍາດເວລາການມາຫາແມ່ຄູ ດອກໄມ້ຈັກດອກ ຂອງຂວັນຈັກຫໍ່ກໍບໍ່ມີມາໃຫ້ເລີຍ” ຍິງຄົນນັ້ນເວົ້າຂຶ້ນ.
“ຊ່າງມັນເທາະ! ຄູບໍ່ຕ້ອງການຊໍ່ດອກໄມ້ງາມຫຼືຂອງຂວັນຫໍ່ໃຫຍ່...ພຽງແຕ່ເຫັນນ້ອງນຸ່ງລູກຫຼານໄດ້ດິບໄດ້ດີກໍເປັນຂອງຂວັນອັນລ້ຳຄ່າສຳລັບຄູແລ້ວ” ທັງສາມຄົນ ສິດເກົ່າແລະຄູອວບກອດກັນຢ່າງຮັດແໜ້ນ ແບບເປັນມິດແລະຮັກແພງ.
ບໍ່ຄິດວ່າຈາກນັກຮຽນທີ່ເຄີຍມີບັນຫາຄືອາລິຍາແລະສົມໃຈຈະປ່ຽນແປງຕົວເອງໄດ້ຈົນຂະຫນາດນີ້.
7ຕຸລາຂອງມື້ນີ້ມັນເປັນຂອງຂວັນອັນປະເສີດຫຼາຍສຳລັບຄູຄຳດີ.ຮອຍຍິ້ມແລະຢາດນໍ້າຕາທີ່ໄຫຼອອກມາ ມັນເຕັມປ່ຽມໄປດ້ວຍຄວາມພາກພູມໃຈ, ຂອງຂວັນທີ່ຄູຢາກໄດ້ຈາກນັກຮຽນ ມັນບໍ່ແມ່ນຂອງຂວັນຫໍ່ໃຫຍ່ຫໍ່ນ້ອຍ,ບໍ່ແມ່ນເງິນຄຳຫຼືເພັດພອຍ ແຕ່ໄດ້ເຫັນນັກຮຽນຂອງຕົນໄດ້ດີກ້າວໄກຄືແບບນີ້ກໍຖືວ່າເປັນຂອງຂວັນອັນລໍ້າຄ່າຫຼາຍແລ້ວ.
---------------------------------
ທີ່ມາ: https://m.facebook.com/story.php?story_fbid=1764485343825044&id=100007907852658
ຄູ...ຄືຄຳດຽວດ່ຽວສັ້ນ.........ແສນຄ່າຄວາມໝາຍ
ໃຫ້ປັນຍາແຍງເຍືອງ............ຮຸ່ງເຮືອງຮອງແຈ້ງ
ເປັນດັ່ງແສງທຽນໃຕ້............ຈຸດປະກາຍປາດປ່ອງ
ມອງເຫັນໄກເກື່ອນກວ້າງ......ຄູສ້າງສິດມາ
ຄູ...ຄືປ້າຍບອກຊີ້................ຕາມໄຕ່ທາງຖະໜົນ
ບົນຫົນທາງທຽວເດີນ...........ດ່ວນດີດອມຮ້າຍ
ແມ່ພິມໃຫຍ່ເຮົາເວົ້າ.............ກໍຄູເຮົາຜູ້ສອນສັ່ງ
ຄອຍນຳພາຊ່ອຍສ້າງ.............ເຊີງຊັ້ນສາດຕະສິນ
ຄຳວ່າ “ຄູ“ ຄືຜູ້ໃຫ້................ຫຼາຍສິ່ງສາລະພັນ
ທັງແມ່ນປູມປັນຍາ...............ສະຫຼາດແຫຼມໃສສິ້ງ
ໃຫ້ອະນາຄົດກວ້າງ..............ວາງຄຳສອນປ້ອນບົ່ມ
ບໍ່ເຄີຍຈາຈົ່ມຮ້າຍ.................ໄຂຂໍ້ຫຍາບຄາຍ
ຄຳວ່າ “ຄູ“ ຊື່ນີ້....................ມີປ່ຽມຄວາມໝາຍ
ໄປ່ນິຍາມຄຳຄູ....................ຄູ່ຄຽງຄຸນໄດ້
ບຸນຄຸນຄູຫຼາຍລ້ານ...............ປະພັນຫຼາຍເຫຼືອຄ່າ
ສມຸດທາເກື່ອນກວ້າງ...........ຫາປຽບໄດ້ໄປ່ມີ ເຈົ້າເອີຍ
------------------------------------------------------------------
ທີ່ມາ:https://m.facebook.com/story.php?story_fbid=2375247862748786&id=100007907852658
ພາບປະກອບ: ກໍວິເສດ ພະໄຊສົມບັດ |