15 ตุลาคม 2563

ບົດບັນທຶກ: ຫ້ອງຮຽນອຸດົມການ

 ບົດບັນທຶກ: “ຫ້ອງຮຽນຮ່ວມອຸດົມການ”

ຕອນທີ1:

ຕອນເຊົ້າຂອງວັນສຸກ 09 ຕຸລາ 2020 ເປັນວັນທີ່ແສນຫຍຸ້ງເຫຍືອງວຽກງານຂອງຂ້ອຍ ປະສົມກັບຄວາມໃຈຮ້າຍເມື່ອມີສຽງຂໍ້ຄວາມດັງຂຶ້ນມາສວນໃນໂມງວຽກ.

ວັນນັ້ນຜ່ານໄປຈົນຕາເວັນຄ່ຳຄ້ອຍເກືອບຈະແລລັບບັງຕຶກສູງຫຼາຍຊັ້ນ ຂ້ອຍຈິ່ງມີເວລານັ່ງຫາຍໃຈລ່ວງໆ ແບບບໍ່ຕ້ອງຫ່ວງງານ. ຫຼາຍຄົນຍ່າງຜ່ານກາຍໄປທັງກົ້ມຫຼິ້ນໂທລະສັບ ຂ້ອຍຈິ່ງຄິດພໍ້ວ່າຕອນເຊົ້ານີ້ມີສຽງຂໍ້ຄວາມ messenger  ສົ່ງເຂົ້າມາແຕ່ບໍ່ທັນໄດ້ເປີດອ່ານ.

ພໍຈັບໂທລະສັບຂຶ້ນມາເບິ່ງ ແມ່ນແທ້! ຂ້ອຍໄດ້ຮັບຂໍ້ຄວາມຈາກ ເຟສບຸກຄົນໜຶ່ງທີ່ບໍ່ຄ່ອຍໄດ້ປາກົດເຫັນສະແດງຂຶ້ນມາໃນຫ້ອງແຊັດພໍປານໃດ ແຕ່ກໍເປັນບຸກຄົນທີ່ຂ້ອຍຮູ້ດີວ່າແມ່ນໃຜ?

ເນື້ອໃນບົດຄວາມເພິ່ນຂຽນສັ້ນໆວ່າ: ເຈົ້າບໍ່ໄດ້ມາຮ່ວມຝຶກຂຽນເລື່ອງນໍາອາຈານບໍ ວັນອັງຄານ ຫາ ວັນພະຫັດ ອາທິດໜ້າ?

ເມື່ອໄດ້ອ່ານຄຳວ່າ “ຂຽນເລື່ອງ” ດວງຕາຄົນທີ່ມັກສະແຫວງຫາການຂີດຂຽນມັນກໍເປັ່ງປະກາຍຂຶ້ນ.

ຍິ່ງເປັນນັກຂຽນທີ່ມີຊື່ສຽງລະດັບສາກົນ ຄວາມສົນໃຈກໍຍິ່ງເພີ່ມທະວີຂຶ້ນ. ເຊິ່ງບໍ່ມີໃຜທີ່ວ່າບໍ່ຮູ້ຈັກນັກຂຽນຜູ້ນີ້ ນັ້ນກໍຄື ອຈ ບຸນທັນ ພົງພິຈິດ ນັກຂຽນນະວະນິຍາຍລາງວັນແມ່ນ້ຳຂອງ ປີ 2016 (ຖ້າຈື່ບໍ່ຜິດ) ໃນຜົນງານເລື່ອງ “ລົມຫາຍໃຈ” ເຊິ່ງເປັນນະວະນິຍາຍທີ່ຍາວທີ່ສຸດຂອງນະວະນິຍາຍສະໄໝໃໝ່ຂອງລາວ ມີທັງໝົດສອງຕອນ ຕໍ່ຈາກລົມຫາຍໃຈກໍແມ່ນປານິທານ.

ນອກຈາກນັ້ນແລ້ວ ຜົນງານຂອງເພິ່ນກໍຍັງມີຈຳນວນຫຼວງຫຼາຍບໍ່ວ່າຈະດ້ານການປະພັນປະເພດຕ່າງໆ ຫຼືການແປວັນນະກຳຕ່າງປະເທດ ແລະອື່ນໆອີກ.

ນອກຈາກຈະເປັນນັກຂຽນນັກແປແລ້ວ ເພິ່ນຍັງເປັນນັກສື່ສານມວນຊົນ ເປັນອາຈານສອນສື່ສານມວນຊົນຢູ່ ມຊ  ທີ່ຈົບມາຈາກຕ່າງປະເທດ. ຖ້າຈະເລົ່າມາກໍມີຫຼາຍໆຢ່າງກ່ຽວກັບຕົວເພິ່ນ ແຕ່ຈະຂໍກ່າວສັ້ນໆຫຍໍ້ໄວ້ສ່ຳນີ້ກ່ອນ ເພາະເຮົາມີເລື່ອງລາວຫຼາຍຢ່າງທີ່ຢາກຖ່າຍທອດນັບຈາກນີ້.

_____________________________________

ໃນຕອນແລງຂອງວັນນັ້ນ ເພິ່ນໄດ້ໂທມາບອກຈຸດປະສົງຂອງການເດີນທາງມາມະຫາວິທະຍາໄລສະຫວັນນະເຂດໃນມໍ່ໆນີ້ ເຊິ່ງໄດ້ຖືກເຊີນໃຫ້ມາປັບປຸງຫຼັກສູດການຮຽນການສອນຢູ່ພາກວິຊາສື່ສານມວນຊົນ ມະຫາວິທະຍາໄລສະຫວັນນະເຂດ ແລະ ຖືໂອກາດນີ້ມາເປີດຝຶກອົບຮົມກ່ຽວກັບ “ການຂຽນສາລະຄະດີ ແລະບົດຄວາມ” ໃຫ້ກັບຜູ້ທີ່ສົນໃຈ.

ເມື່ອຈົບການສົນທະນາ ຄວາມຕື່ນເຕັ້ນຍັງບໍ່ທັນຢຸດເຊົາໄດ້ເທື່ອ. ອີກບໍ່ດົນກໍຈະໄດ້ພົບພໍ້ນັກຂຽນຜູ້ທີ່ເຮົາບໍ່ຄ່ອຍມີໂອກາດໄດ້ພໍ້.

ທີ່ຈິງແລ້ວ ຂ້ອຍຮູ້ຈັກກັບອາຈານບຸນທັນ ພົງພິຈິດ ມາຫຼາຍປີແລ້ວ ຕັ້ງແຕ່ເພິ່ນພິມປື້ມລົມຫາຍໃຈອອກໃໝ່ໆ ຂ້ອຍກໍໄດ້ຕິດຕໍ່ເອົາປື້ມຈາກເພິ່ນມາຂາຍ (ເມື່ອກ່ອນຂ້ອຍເຮັດອາຊີບຂາຍປື້ມໄປນຳ) ຈາກນັ້ນມາບໍ່ດົນ ເພິ່ນກໍໄດ້ໂທມາໃຫ້ຄຳແນະນຳເລື່ອງການອ່ານການຂຽນ ແນະນຳໜັງສືດີໆໃຫ້ອ່ານ ຝາກໜັງສືມາໃຫ້ອ່ານພ້ອມ ບໍ່ຮູ້ວ່າຊາດກ່ອນຂ້ອຍເຄີຍເຮັດບຸນຫຍັງໄວ້ ເພິ່ນຈິ່ງມີຄວາມຮັກແພງຂ້ອຍແທ້ ເພາະປົກກະຕິກໍບໍ່ຄ່ອຍໄດ້ຮັບປື້ມອ່ານດີໆຈາກໃຜ.


ເວລາຕໍ່ມາເກືອບ 3ປີ ຂ້ອຍຈິ່ງໄດ້ເຫັນຕົວຈິງເພິ່ນ ໃນເວລານັ້ນ ອາຈານໄດ້ມາທ່ຽວທາງພາກໃຕ້ ແລະຖືໂອກາດແວະມາສະຫວັນນະເຂດ. ພວກເຮົາໄດ້ພົບກັນພຽງເວລາສັ້ນໆ ແຕ່ເພິ່ນກໍແນະນຳບົດຮຽນໃຫ້ຢ່າງຫຼວາຫຼາຍ. ຈາກນັ້ນມາກໍບໍ່ໄດ້ພົບເພິ່ນອີກເລີຍ ຈົນວ່າມາຮອດມື້ນີ້ ຈິ່ງມາຂ່າວດີວ່າເພິ່ນຈະມາຢ້ຽມຢາມອີກ.


ຂ້ອຍໄດ້ແຕ່ລໍຄອຍໃຫ້ເຖິງມື້ທີ່ເປີດຝຶກອົບຮົມໄວໆ...

ไม่มีความคิดเห็น: