07 ตุลาคม 2563

ບົດກອນອວຍພອນຄູ

 ຂໍມອບແດ່ຄູອາຈານທຸກທ່ານ

     ບົດກອນ:         "ສະດຸດີຄຸນຄູ"



ແນມເຫັນຟ້າຍ່າວຍິ້ມ        ພິມພາບພາວໃສ

ມວນມາໄລມາລາ               ຊໍ່ຊອນແຊມຊັ້ນ

ພວກໜຸ່ມຫຼານເຫຼັນນ້ອຍ  ພອຍພຽນຫ້ອຍຫໍ່

ຂອງຂວັນຊໍ່ດອກໄມ້           ມາໄລເອ້ອວດສີ


ວັນນີ້ ສົມໝາດແມ້ງ        ເຊັງຊ່າລືຄູ

7 ຕຸລາຫວນຫັນ              ຄວບຄານພານພໍ້

ຮຽມຂໍອວຍພອນໃຫ້          ໄຊງາມຍໍຍື່ນ

ກັ່ນກອງກອນກາບກ້ອມ     ຂໍນ້ອມນົບຄູ ທ່ານເອີຍ


ຄູນີ້ ປຽບດັ່ງດ້າມ               ແມ່ພິມໃຫຍ່ໃນຕຳລາ

ເສີມສ້າງພູມປັນຍາ            ແກ່ຫຼານເຫຼັນນ້ອຍ

ຄູຄືຄົນຄອຍຊີ້                     ທາງດີດອມຄ່ອງ

ຄູແປງແປວປ່ອງໃຫ້            ຫວນຮູ້ຫຸ່ງໄກ


ຄູຄືໄຟສ່ອງແຈ້ງ                 ແສງສາດສີໃສ

ດັ່ງທວນໄຟເຍືອງທາງ        ສະຫວ່າງສະໄຫວຟ້າ

ດັ່ງດາຣາເດືອນດົ້ວ             ດວງດາວເດັ່ນສ່ອງ

ຄົນພາຍຜອງແຫຼ່ງລ້າ         ຮັບແສງຈ້າຈາກເດືອນ


ຄິດຫວນຄືນເມື່ອມື້             ຄູຂາດຄາຄຸງ

ຫຍຸ້ງຍາກລຸງລັງສົນ           ວຽກງານການສ້າງ

ທັງອູ້ມຫຼານເຫຼັນນ້ອຍ        ອົດສາພອຍອອງເຈ່ຍ

ຖືສໍຂາວແຜ່ນເຈ້ຍ               ຢືນຊີ້ສິດສອນ


ບາງວັນອິດອ່ອນລ້າ             ກາຍາເມື່ອຍມາບແຮງ

ແຕ່ງບົດສອນຄາມຄືນ         ຄວບລາຕີຂ້າມ

ບາງພ່ອງຊາມຊາໄດ້            ລັດຖະກອນຝັນໃຝ່

ສອນຫຼາຍປີຜ່ານໄດ້            ບໍ່ເຄີຍໄຂປາກຕ້ານ

                                         ຈາຄ້ານເອີ່ຍຂານ


ຄູບໍ່ເຄີຍກຽດຄ້ານ                ເສີມສັ່ງວິຊາຮຽນ

ພຽນພູນພາສິດສອນ           ສາດຕະສິນເຊີງຊັ້ນ

ປູກປູນປັນຍາກ້າວ               ບໍ່ເຄີຍທາວທວງຄ່າ

ຂໍພຽງສິດທົ່ວໜ້າ               ມີວິຊາຮອບຮູ້

                                         ພາຍຊ້ອຍສູ່ຕົນ


ນໍ້າໃຈຄູເກີນວ່າລົ້ນ               ນະທີທ່າທານຫຼວງ

ເຮືອງກວ່າດວງພະຈັນ         ຈ່າຍແສງຮອງຟ້າ

ກວ່າເມັດຊາຍໃນພື້ນ            ພະສຸທາກວ້າງໃຫຍ່

ສູງໄປ່ປອມເມກເຝື້ອ             ພາຍຟ້າພາກນະພາ


ບຸນຄຸນຄູເລີດລໍ້າ                   ປະເສີດສິ່ງອານັນຕັງ

ສັນຫາຫຍັງມາປານ             ປຽບປຸນສະເໝີໄດ້

ຄຸນຄູຍິ່ງໃຫຍ່ກ້າ                  ສະມຸດທາປານໄປ່

ຫາອັນໃດມາທຽບເທົ້າ          ຄຸນເຈົ້າລື່ນຄະນາ ເຈົ້າເລີຍ


ວັນນີ້ ສິດມີມາລາຊໍ່ນ້ອຍ        ພອຍກາບກອນກະວີ

ຂຽນວາຈີຂານໄຂ                   ຈ່າຍຈາແຈງເວົ້າ

ເອົາຄຳກອນກ້ອມໆ               ນ້ອມນຳສານສົ່ງ

ບັນຈົງລົງໃສ່ເຈ້ຍ                   ເຈຍລະໄນກ້ານກ່າວກອນ ແນ່ນາ


ສິບນີ້ວນາງນອບນ້ອມ            ເໜືອເກດເກສາ

ສະດຸດີຄຸນຄູ                          ຄູ່ຄົນທັງຄ້າຍ

ກົ້ມກາບວັນທາໄຫວ້               ເທີດທູນຄຸນທ່ານ

ຜ່ານສານທາງບົດນີ້               ນຳນ້ອມນອບຄູ


7ຕຸລາຈົ່ງໄດ້                         ຈະເລີນຍິ່ງຍືນນານ

ສຸກສຳລານກາຍໃຈ                ຄູ່ຄູຄົນເຄົ້າ

ເປັນພະລັງຫຼອມເບົ້າ             ສິດມີມາເຕົ້າຕູ່

ເປັນແມ່ທີມຊາດໃຫ້               ຈະເລີນກ້າວເກື່ອນໄກ ແທ້ນາ


---------------------------------------------------------------------

ທີ່ມາ: https://m.facebook.com/story.php?story_fbid=2143327432607498&id=100007907852658

https://m.facebook.com/story.php?story_fbid=1936698243270419&id=100007907852658


ไม่มีความคิดเห็น: