17 ตุลาคม 2563

ບົດກອນ ລືມກັນແລ້ວໄປ໋?

 "ລືມກັນແລ້ວໄປ່?" 



ອ້າຍເອີຍ ຕັ້ງແຕ່ເຮົາຈາກບ້ານ . . . . ຖານຖິ່ນບໍລິຄັນ

ກໍບໍ່ໄດ້ພົວພັນ . . . . . . . . . . . . . . ພົບພານອວນເຈົ້າ

ໄດ້ແຕ່ໂຊໂຊມເສົ້າ . . . . . . . . . . . ເຫງົາງົມຂົມຂື່ນ

ທຸກວັນຄືນຄໍ່າເຊົ້າ . . . . . . . . . . . ຄະນິງເຈົ້າຢູ່ບໍ່ວາຍ 


ບໍ່ຮູ້ວ່າ ໃຈພີ່ອ້າຍ . . . . . . . . . . . . . . ຊາຍຄິດຄືນາງ ບໍນໍ?

ບໍ່ເຫັນອົງອວນຈາ . . . . . . . . . . . . .  ວ່ານຳນາງນ້ອງ

ຄອງທາງເຟສໄລນ໌ເຂົ້າ . . . .  . . .  . . ບໍ່ເຫັນເງົາຂອງພີ່

ແນມໜ້າຈໍມິດຈີ່ລີ້ . . . . . . . . .  . . . ອວນອ້າຍຢູ່ແຫ່ງໃດ ເດນໍ


ລືມແລ້ວໄປ່ບ່າວອ້າຍ . . . . . . . . . . .  ວັນຍ່າງຍ້າຍຮຽງກັນ

ໄປທ່ຽວເມືອງປາກຊັນ . . . . . . . . . .  ຮ່ວມກັນວັນນັ້ນ

ຂຶ້ນດານສູງຊົມສິ້ງ . . . . . . . . . . . .  ຫຼິງແລທຳມະຊາດ

ໄຫວ້ພະບາດໂພນສັນພ່ຳພ້ອມ . . . .  ສອງເນົານ້ອງນົບມື


ລືມແລ້ວຫຼືນາດນ້ອງ . . . . . . . . ເຄີຍຄອງຄູ່ຄຽງຂວັນ

ຄືນນະຄອນວຽງຈັນ . . . . . . . .  . ປ່ອຍໃຫ້ສາວສວັນເສົ້າ 

ຊາຍເຮີຍ ຄັນວ່າອົງອວນເຈົ້າ . . . . . ບ່າວນາມຄຳຄົນຄ່ອງ

ເຫັນບົດກອນກາບນ້ອງ . . . . . . . . ລອງຂຽນສານຕອບຕ້ານ

  . . . . . . . . . . . . . . . . . . . . . ວ່າຊາຍນັ້ນລືມນ້ອງຜູ້ນັ່ງຄອຍ ແລ້ວບໍ?


----------------------------------------------

✍🏼ອຸລາ ພົມມະສຸກຂະ

     16. ກັນຍາ. 2017

      ຂຽນທີ່ຫ້ອງນອນຄົນເຫງົາ><

ไม่มีความคิดเห็น: