28 ธันวาคม 2563

ບົດກອນຄົນມີຄ່າ

 "ຄົນມີຄ່າ"



ຕົ້ນເດືອນ ຄືເສີຍເມີຍ ເລີຍມາງເມີນ

ຮອດທ້າຍເດືອນ ເກີນມີຄ່າ ມະຫາສານ

ທັງຄ່ານໍ້າ ຄ່າໄຟ ຫຼາຍອະນັນ

ຕ້ອງບາກບັ່ນ ວັນສຸດທ້າຍ ເຫຼືອໝີ່ຖົງດຽວ


ຫຼານຍ່ານາງລາວ

໒໗.໑໒.໒໐໑໘

ບົດກອນ: ນາຄີໜ້າໜາວ



ໜາວເດ...

ສັງວ່າໜາວໜ່ວງນ້າວ . . . . ສາຍລົມໜາວວອນວີ່

ທັງໜ້າໜັງບີ່ອ້າ . . . . . . ຂຽດຈະນາຊົ້ນຊ່ວງໜາວ ກໍໄດ້ໃດ


ອັດສະຈັນໃຈຂ້າ . . . . . . . . ແຂນຂາສັງມາດ່າງ

ແມ່ນແຕ່ກາຍຮ່າງຂ້ອຍ . . . ມີຮອຍແຫ້ງແຕກແຫງ


ເປັນສັງເດຮ່າງຂ້າ . . . . . . . ຄືມາລວດລີງລາຍ

ຕາມກາຍາແຂນຂາ . . . . . . ບໍ່ວ່າມີເວີງເວັ້ນ

ເຫັນແຕ່ຮອຍແຫງຫວ້າຍ . . ເປັນເກັດລາຍດຳດ່າງ

ຄືດັ່ງໃນຮູບນີ້ . . . . . . . . . . ເຊວຟີ້ໃຫ້ເພື່ອນເຫັນ


ເລີ່ມໄດ້ເປັນແຕ່ມື້ . . . . . . .  ຄວາມໜາວວື່ວີມາ

ວາໂຍໂຍນຍວຍໄຫຼ . . . . . . . ສັ່ນກາຍຄີງເນື້ອ

ບັດເມື່ອຮຽມລົງລ້າງ . . . . . . ຄາງກະໄຕພັດເປັນຕ່າງ

ກົວຈະຕາຍກະດ້າງ . . . . . .  ເລີຍຂໍຢ້າງໃຫ້ອຸ່ນຕົວ


ແຕ່ວ່າພໍຊາບຮູ້ . . . . . . . . . ຄີງເຄັ່ງເບັງແຮງ

ເພາະແສງໄຟຜານເຜົາ . . . . ຢູ່ເຕົາເຮັງຮ້ອນ

ບາງບ່ອນມັນແຍກຍ້າຍ . . . . ເປັນລິງລາຍຄືວ່າ

ຄືນາຄີແທ່ແທ້ . . . . . . . . . . ເອົາຫຍັງແກ້ຈື່ງຊິເຊົາ ເດນໍ


ນາຄີເຂົາຂາບໄຫວ້ . . . . . . . . ນຳຍາແມ່ກໍຫາຍດີ

ມີແຕ່ພຽງວິທີ . . . . . . . . . . . ໜຶ່ງດຽວຄືເວົ້າ

ບາດວ່າຕົວເຮົານີ້ . . . . . . . . .  ຊິມີຫຍັງພໍຊ່ອຍ

ຄົງຕ້ອງຄອຍເມື່ອມື້ . . . . . . .  ໜາວນີ້ຊ່ວງເຊົາ ພຸ້ນລະນໍ


✍🏼ອຸລາ ພົມມະສຸກຂະ (ຫລານຍ່ານາງລາວ)

      28 ທັນວາ 2016

22 ธันวาคม 2563

ບົດກອນ: ຫ້ອງຮຽນເກົ່າ



ບ່ອນເຮົາຮຽນຮ່ວມຫ້ອງ  .  ຂຽນຂີດ ກ. ກາ

ອະ ອາ ຄູພາສອນ  .  .  .  . ຈັບມື ຖືກ້ານ

ຄອຍວາດວາງປາກການ້ອຍ  ຕາມຮອຍຄອງຂີດ

ເຈຍລະໄນແຕ່ງແຕ້ມ  .  .  . ລົງເຈ້ຍແຜ່ນໃບ


ກະດານເຄີຍຂີດໃຊ້  .  .  .  . ສອນສາດວິຊາ

ຄູພາຂຽນພາຮຽນ  .  .  .   ພໍ່າພຽນພູນພົ້ນ

ສຶກສາຫວນຫາຄົ້ນ  .  .  .  ຂົນຂວາຍສະແຫວງໃຝ່

ເພື່ອໃຫ້ຫຼານໜຸ່ມນ້ອຍ  .   ພອຍຮູ້ຮັບເອົາ


ແມ່ນແຕ່ຝາຟາກຫ້ອງ  .   ປອງປະດັບດາສິນ

ຄູຄອຍຮິນຕອງເຕີມ  .  .  . ເພີ່ມພູນຄວາມຮູ້

ປູປູກປຸນປັນຍາໃຫ້  .  .  .  . ຫຼານເຫຼັນຕາມໄຕ່

ໃຄ່ຄະນຶງນັບພໍ້  .  .  .  .  .  ເມືອໜ້າລະນຶກຄຸນ ຄູເອີ່ຍ


ປະພັນໂດນ: ຫຼານຍ່ານາງລາວ

                   ໒໒ ທັນວາ ໒໐໑໘

11 ธันวาคม 2563

ເຈົ້າກັບມາໃນວັນທີ່ສາຍເກີນໄປ...




"ຄວາມຮັກ ທີ່ຫຼາຍຄົນໃຝ່ຝັນ... ຄືຄວາມໃສ່ໃຈດູແລເທັກແຄກັນ"


ໃນວັນນີ້ ຄົນຮັກທີ່ເຄີຍຫ່າງເຫີນກັນໄປດົນແລ້ວໄດ້ກັບມາ ພ້ອມກັບຫອບຫີ້ວເອົາຄວາມຂົມຂື່ນຈະມອບໃຫ້ເໝືອນເຄີຍ ຫຼືຄວາມຮັກຄວາມຫອມຫຍັງຂ້ອຍກໍບໍ່ຮູ້ ເພາະເບິ່ງຈາກທ່າທີແລ້ວ ເຈົ້າກໍຄົງບໍ່ຕ່າງຫຍັງຈາກເທື່ອກ່ອນ..! 

ແລະຂ້ອຍໄດ້ບອກລາວໄປວ່າ "ຂໍໂທດເດີ້!  ຂ້ອຍມີຄົນໃໝ່ແລ້ວ"

ເຈົ້າຕັດສິນຂ້ອຍເປັນຜູ້ຍິງຫຼາຍໃຈ ບໍ່ຊື່ສັດບໍລິສຸດຕໍ່ຄວາມຮັກຂອງເຮົາ ທັງທີ່ ເວລາຜ່ານມານັ້ນ, ເຈົ້າບໍ່ເຄີຍສົນນຳຂ້ອຍ 

ຂ້ອຍບໍ່ຮູ້ຊໍ້າວ່າຕົນເອງຢູ່ໃນຖານະໃດ

ເຈົ້າທຳທ່າຄືຮັກຂ້ອຍ ແຕ່ບໍ່ເຄີຍບອກວ່າຮັກ !

ເຈົ້າທຳທ່າຄືຢາກມີຂ້ອຍ ແຕ່ມັນບໍ່ຊັດເຈນ !

ເຈົ້າບອກວ່າຄິດຮອດຂ້ອຍ ແຕ່ບໍ່ເຄີຍໂທຫາ !

ຂ້ອຍຈື່ໄດ້ວ່າ ເຈົ້າແຊັດມາ ອາທິດລະເທື່ອ

ໂທຫາເດືອນລະຄັ້ງ ແລະບາງເທື່ອກໍມິດໄປເລີຍ

ຂ້ອຍບໍ່ຮູ້ວ່າທີ່ເຈົ້າງຽບຫາຍໄປໃນແຕ່ລະຄັ້ງນັ້ນ ດ້ວຍເຫດຜົນໃດ???

ແຕ່ມັນນຳມາເຖິງການທຳຮ້າຍຈິດໃຈຂອງຂ້ອຍ

ຮູ້ສຶກນ້ອຍໃຈທຸກຄັ້ງທີ່ເຈົ້າຫາຍໄປໂດຍບໍ່ໄດ້ບອກກັນພໍຄຳ 

ມັນທໍລະມານຫຼາຍສຳລັບຄົນລໍຄອຍ~_~


ແລະໃນເວລາດຽວກັນນັ້ນ

ກໍມີຜູ້ຊາຍອີກຄົນເຂົ້າມາຫາ

ເຂົາເຂົ້າມາເຕີມເຕັມໃຫ້ຊີວິດສົດໃສຂຶ້ນ

ເຂົາບໍ່ສາມາດແທນຄຳວ່າ ເຈົ້າຊາຍໃນອຸດົມຄະຕິໄດ້

ແຕ່...

ເຂົາບໍ່ເສີຍຊາ

ເຂົາຄອຍດູແລເອົາໃຈໃສ່

ເຂົາເຮັດໃຫ້ຂ້ອຍຍິ້ມຫົວ

ເຂົາມອບຄວາມສຸກໃຫ້ກັບຂ້ອຍ

ເຂົາໃຫ້ທຸກຢ່າງທີ່ຂ້ອຍຕ້ອງການ...

ເຂົາບໍ່ເຮັດໃຫ້ຂ້ອຍຕ້ອງຄອຍຄືນກໍ້າກືນຄືເມື່ອກ່ອນທີ່ຄອຍເຈົ້າ ແຕ່ວັນທີ່ຂ້ອຍໝົດຄວາມອົດທົນທີ່ຈະຄອຍ ເຈົ້າຊໍ້າພັດກັບມາ...

ແລະວັນນີ້ ຂ້ອຍຢາກບອກເຈົ້າວ່າ: 

ໃຫ້ເຈົ້າແນມເບິ່ງຕົ້ນດອກໄມ້ທີ່ປູກໄວ້ໃນໂຖຂ້າງໆເຈົ້າຢືນນັ້ນ ແລ້ວຈົ່ງຮັບຮູ້ໄວ້ວ່າ:

"ຄວາມຮັກ ກໍຄືກັບຕົ້ນດອກໄມ້"

ຕົ້ນດອກໄມ້ຕົ້ນນັ້ນ ຂ້ອຍໄດ້ຫົດນໍ້າ 

ພູນດິນ, ໃສ່ຝຸ່ນ, ເປັນປະຈຳ

ມັນຈິ່ງເກີດດອກອອກຜົນ ແລະເບັ່ງບານຂຶ້ນມາຢ່າງສວຍງາມ.

ແລະໃຫ້ເຈົ້າແນມໄປເບິ່ງອີກຕົ້ນຖັດໄປນັ້ນ 

ທີ່ເຈົ້າຂອງເຂົາບໍ່ໄດ້ສົນໃຈໃສ່ຝຸ່ນຫົດນໍ້າ 

ມັນຈຶ່ງຫ່ຽວແຫ້ງຕາຍ


ຄວາມຮັກກໍເຊັ່ນກັນ!

ຕ້ອງໄດ້ເບິ່ງແຍງເອົາໃຈໃສ່

ໝັ່ນດູແລຊຶ່ງກັນແລະກັນ

ຄວາມຮັກຈຶ່ງຈະເລີນເຕີບໂຕ

ຢ່າປ່ອຍໃຫ້ ຄວາມຮັກແຫ້ງແລ້ງ

ຈົນຮາກຮັກກໍ່ຫ່ຽວແຫ້ງບໍ່ເຫຼືອ

ເມື່ອເຖິງວັນນັ້ນ 

ເຖິງແມ່ນເຈົ້າຈະຊື້ປຸ໋ຍຫຍີ່ຫໍ້ດີມາບຳລຸງຮັກສາຮາກ

ຫຼືເອົານໍ້າທັງສາຍທານທ້ອງທະເລມາຖອກເທໃສ່

ຮາກທີ່ຫ່ຽວແຫ້ງນັ້ນກໍບໍ່ມີວັນກັບມາປົ່ງຮາກໄດ້ອີກ

ສະນັ້ນ,

"ຢ່າປ່ອຍໃຫ້ຮັກຂອງອີກຝ່າຍຕາຍຈາກໃຈ" 

ເພາະມັນຈະກັບມາເປັນຄືເກົ່າບໍ່ໄດ້ອີກແລ້ວ.


ຂຽນໂດຍ: ຫຼານຍ່ານາງລາວ

                ອຸລາ ພົມມະສຸກຂະ

                ໑໑. ໑໒. ໒໐໑໘

#ເຈົ້າຊາຍໃນອຸດົມຄະຕິ


ບົດກອນ “2ທັນວາວັນນີ້”

 



ແມ້ງເມື່ອມອງມ່ານຟ້າ ປະກາຍເດັ່ນດວງຕາ 

ພະສຸທາແດນລາວ       ລ່ຳລືປະກຽນກ້ອງ

2 ທັນວາວຽນພໍ້          ວັນໄຊຊະນະໃຫຍ່

ປີທີ 45 ໄດ້               ປະກາດໃຫ້ໂລກລື


ກ່ອນຈະມີມື້ນີ້          ແສນທີ່ທໍລະຫົດ

ສັດຕູມານກະບົດ       ຂົ່ມຂືນເຂັນຂ້າ

ປັດຖະພີ ລາມລົນໄໝ້  ທະລັງທະລາຍເຈື່ອນ

ສະເອືອນຄາວຄາບເນື້ອ ເໜືອໃຕ້ດັ່ງດຽວ


ເຫັນມານໃຈໂຫດຫ້ຽວ   ເຂັນຂູ່ຊາວປະຊາ

ການນຳພາບໍ່ຍອມເສີຍ  ປ່ອຍເລີຍໄລລ້າ

ບໍ່ຍອມເປັນຂ້ອຍຂ້າ      ສັດຕູມານມ້າງມຸ່ນ

ຄອຍດັບສູນຕອບຕ້ານ  ຕາມໂຕ້ຕ່ອຍຕີ


ຍ້ອນມີພັກພາຕໍ່ສູ້         ຄຽງຄູ່ປວງປະຊາ

ສາມັກຄີຄຽງກັນ           ປາບປາມແປປີ້ນ

ສັດຕູຕາຍຈົມສິ້ນ         ຖອນຖອຍຄືນຖິ່ນ

ດິນແດນລາວຈິ່ງໄດ້      ຊົມຊ້ອຍຊື່ນບານ


ການເວລາເຫດຮ້າຍ       ກາຍຜ່ານຫຼາຍປີ

ປະຊາຊົນມີສຸກ               ສ້າງສາເມືອງບ້ານ

ຍ້ອນມີການນຳຊີ້            ຂອງພັກອັນໃສສ່ອງ

ລາວທັງຜອງຈິ່ງໄດ້         ສີວິໄລລ້ຳລື່ນຫຼັງ ແທ້ນາ


ໂດຍ: ຫຼານຍ່ານາງລາວ

         ອຸລາ ພົມມະສຸກຂະ

         02 ທັນວາ 2020

10 ธันวาคม 2563

ບົດກອນ: ພຽງລົມປາກ


ພໍເມື່ອ

ໄດ້ດູ ກອນກາບກ້ານ . . . ຊາຍຫວ່ານວາຈາ

ອ່ານໄປມາຫຼາຍຄາວ . . . ຂ່າວຄວາມຂານຂໍ້

"ພີ່ກໍຍັງຍາກຫຍຸ້ງ . . . . ເປັນລຸງລັງລ່າຍ

ເງິນບໍ່ພໍເພື່ອໄດ້ . . . . . . ໄປຂໍນ້ອງນາດນາງ"


ຊາຍເຮິຍ

ຄັນແມ່ນໃຈຝັກຝັ້ນ . . . . ຝັນຮ່ວມຮຽງດອມ

ພຽງພ້ອມພາປອງປຸນ . . ປູກສາຍໃຍຍືນເຍີ້ນ

ສ່ວນວ່າເງິນຄຳແກ້ວ . . . ແນວລາຄາອະນັນຄ່າ

ບໍ່ມີມາທໍ່ກ້ອຍ . . . . . . . .ຕົນຂ້ອຍບໍ່ຈົ່ມຫາ ດອກນາ


ຂໍແຕ່ບາບ່າວຊູ້ . . . . . . . ຄົນຄູ່ຄຽງຂວັນ

ຍັງມີໃຈພົວພັນ . . . . . . ຕໍ່ກັນໜຽວແໜ້ນ

ມີແຕ່ແຂນສອງຂ້າງ . . . ເກາະກັນຍ້າຍຍ່າງ

ນາງຂໍຫວັງທໍ່ນີ້ . . . . . . ບໍ່ຈຳມີກໍ່ໄດ້

 . . . . . . . . . . . . . . . ຄຳລ້ານຄ່າແພງ ຫັ້ນນ່າ


ສັນຍາກອຍກ່າວເວົ້າ . . . .ໃຫ້ຄືເກົ່າເຄີຍຈາ ອ້າຍເອີຍ

ບໍ່ຈຳລາໄລລົງ . . . . . . . . ເລື່ອນໄປປີໜ້າ

ຄຳວ່າ"ແຟນ"ເຄີຍເອີ້ນ . . ກົວເລື່ອນໄປເປັນອື່ນ

ຫາກວ່າຝືນເລື່ອນເລື້ອຍ . . ສັນຍາເຄີຍກ່າວໄວ້

  . . . . . . . . . . . . . . . .ກົວວ່າອ້າຍລ່າຍລວງ


ຢ້ານແຕ່ຊາຍປ່ວງເວົ້າ . . . ລົມລ່າຍລວງນາງ

ເພາະສາຍທາງຍາວໄກ . . .ບໍ່ອາດຫວນເຫັນໄດ້

ເພື່ອບາງທີອວນອ້າຍ . . . . ມີໃໝ່ຄຽງຄູ່

ມີອື່ນສາວຊື່ຊູ້ . . . . . . . . . ຊູຊ້ອນຮ່ວມຊອນ ກໍເປັນເດ


ຢ້ານນາງນອນຮໍ່າໄຫ້ . . . . ອາໄລພີ່ຄືເຄີຍ

ຢ້ານພີ່ລາໄລເລີຍ  . . . . . .  . ບໍ່ເອີ່ຍເຖິງນາງນ້ອງ

ຄຳເຮົາສອງໝາຍໝັ້ນ  . . . . ກົວຜັນແປປ່ຽນ

ເພາະເປັນພຽງວາດເວົ້າ . . . .ອວນເຈົ້າຈ່າຍຈາ ທໍ່ນັ້ນເດ


ບາດເຮັດຈິງທ່ຽງແທ້ . . . . . . ບໍ່ມີຮ່ອນຫວນເຫັນ

ເປັນແຕ່ວາງວາຈາ . . . . . . . . ວາດວອນແວວເວົ້າ

ຊາຍເອີຍ ຈັ່ງແມ່ນຕົວຈິງເຈົ້າ . . ບໍ່ເອົາຫຍັງພໍຢ່າງ

ປາກໃຫ້ຫວັງນາດເລື້ອຍ  . . . . ມືເສີຍລ້າຢູ່ດາຍ ໜ່າຍເດ


ຊາຍເອີຍ!ຄັນຮັກນາງຂໍໃຫ້ເວົ້າ. . ຄັນບໍ່ເອົາກໍໃຫ້ວ່າ

ຄຳສັນຍາກ່າວໄວ້ . . . . . . . . ໂອຍ!ຢ່າໄດ້ເລື່ອນເລີຍ


✍🏼ອຸລາ ພົມມະສຸກຂະ

      10 ທັນວາ 2016


---------------------------