07 กุมภาพันธ์ 2564

"ເຮັດຈັ່ງໃດເມື່ອບໍ່ໝັ້ນໃຈກັບເສັ້ນທາງທີ່ຕົນເອງເລືອກ"


ຊີວິດຄົນເຮົາມີຫຼາຍຢ່າງສະລັບຊັບຊ້ອນ ແລະລະອິດລະອ້ຽວເໝືອນດັ່ງເສັ້ນທາງທີ່ຄົດໂຄ້ງ ທຸກຄົນຍ່ອມເລືອກທາງເດີນຂອງຊີວິດທີ່ດີທີ່ສຸດໃຫ້ກັບຕົນເອງ ແຕ່ບາງເທື່ອກໍຍັງລັ່ງເລກັບທາງທີ່ຈະເລືອກເດີນ.

ບາງຄົນອາດບໍ່ຮູ້ຊ້ຳວ່າເຮົາຢາກເຮັດອາຊີບຫຍັງ ເຮົາມັກຫຍັງກັນແທ້? ບາງຄົນເດີນທາງມາໄດ້ເຄິ່ງຊີວິດແລ້ວຈຶ່ງຮູ້ວ່າສິ່ງທີ່ຕົນເອງເຮັດຢູ່ມັນບໍ່ແມ່ນ... ແລ້ວອັນໃດຄືສິ່ງທີ່ເຮົາຕ້ອງການ ພໍເຮັດໄປໄດ້ໄລຍະໜຶ່ງກັບເຮັດໃຫ້ຫຼາຍຄົນອາດບໍ່ໝັ້ນໃຈກັບງານທີ່ເຮັດຢູ່!.

ທຳອິດກ່ອນບໍ່ທັນເລີ່ມປະກອບອາຊີບ ເຮົາພຽງແຕ່ຄິດວ່າ ເຮັດຫຍັງກໍເຮັດຂໍພຽງແຕ່ມີຢູ່ມີກິນຄືບ້ານຄືເມືອງ, ບາງຄົນກໍປາຖະໜາຢາກເປັນພະນັກງານລັດຖະກອນ, ບາງຄົນກໍຝັນຢາກເປັນນັກທຸລະກິດທີ່ລ້ຳລວຍມະຫາສານ ຯລຯ...

ການຕັດສິນໃຈປະກອບອາຊີບຂອງຄົນເຮົາ ມີເງື່ອນໄຂບໍ່ຄືກັນ, ບາງຄົນເລືອກເຮັດດ້ວຍຄວາມຈຳເປັນ ຫຼືຍ້ອນຜູ້ໃຫຍ່ຊີ້ແນະໃຫ້...

ແຕ່ຍ້ອນວ່າ ຊີວິດຂອງຄົນເຮົາບໍ່ໄດ້ຖືກໂຮຍດ້ວຍອີກດອກກຸຫຼາບສະເໝີໄປ ຈຶ່ງເຮັດໃຫ້ຫຼາຍຄົນມີການລອງຜິດລອງຖືກຫຼາຍໆຢ່າງທັງເປັນປະສົບການທີ່ຫອມຫວານຄືເຂົ້າໜົມອົມ  ແລະເຈັບຊ້ຳຂື່ນຂົມປານເຄືອເຂົາຮໍ.

ບາງຊ່ວງທີ່ວຸ້ນວາຍເກີນໄປນັ້ນ ເຮັດໃຫ້ເຮົາບໍ່ໝັ້ນໃຈວ່າສິ່ງທີ່ເຮົາເຮັດຢູ່ມັນແມ່ນຕົວຕົນຂອງເຮົາແທ້ຫຼືບໍ?

ຄວາມຄິດເຫຼົ່ານີ້ ອາດຈະມາຈາກການທີ່ເຮົາເອົາຕົວເອງໄປປຽບທຽບກັບຄົນອື່ນ, ບໍ່ໝັ້ນໃຈໃນຄວາມສາມາດຕົວເອງ, ຟັງສຽງຄົນຮອບຂ້າງຫຼາຍເກີນໄປ, ຢາກປະສົບຄວາມສຳເລັດໄວ...

ຄວາມຄິດທັງໝົດນີ້ເຮັດໃຫ້ເຮົາເປັນທຸກຢູ່ກັບມັນບໍ່ຫຼາຍກໍໜ້ອຍ ຖ້າລອງປັບປ່ຽນຕົວເອງຄືນໃໝ່ມັນຈະບໍ່ດີຂຶ້ນບໍ ເຊັ່ນວ່າ:

- ຫັນຈາກຟັງສຽງຄົນຮອບຂ້າງມາເປັນການຟັງສຽງຫົວໃຈຕົວເອງ ທຳຄວາມເຂົ້າໃຈກັບຕົວເອງວ່າສິ່ງທີ່ເຮົາເຮັດເປັນງານທີ່ເຮົາມັກແທ້ຫຼືບໍ?

- ແທນທີ່ຈະຕຳນິອາຊີບຕົນເອງຈະພາໃຫ້ຊີວິດລົ້ມເຫຼວ ລອງຄົ້ນຫາຕົວຕົນຂອງເຮົາ ນຳສັກກະຍາພາບທີ່ມີໃນຕົວອອກມາໃຊ້ ເພາະເຊື່ອວ່າຄົນໆໜຶ່ງມີຄວາມສາມາດເຮັດໄດ້ຫຼາຍຢ່າງແນ່ນອນ ຕໍ່ກັບທຸກມື້ນີ້ທີ່ມີສັງຄົມອອນໄລນ໌ເຂົ້າມາຄອງໃຈຄົນເກືອບທົ່ວໂລກ ການຂາຍຄວາມສາມາດຜ່ານໂລກອອນໄລນ໌ກໍບໍ່ແມ່ນເລື່ອງຫຼິ້ນໆ.

- ຢຸດປຽບທຽບງານຕົວເອງກັບງານຂອງຄົນອື່ນ ເພາະມັນຈະເຮັດໃຫ້ຕົວເຮົາດ້ອຍຄ່າ. ບໍ່ວ່າຈະງານໃດ ອາຊີບໃດ ກໍດີໄປຄົນລະຢ່າງ ຄວນເອົາເວລາທີ່ໄປປຽບທຽບກັບຄົນອື່ນດີຢ່າງນັ້ນນີ້ ລອງມາສ້າງງານຕົວເອງໃຫ້ມີຄຸນຄ່າຄຸນະພາບຂຶ້ນ ກໍຈະມີຄົນມາຊົມເຊີຍເຮົາຄືກັນ

- ບາງຄົນຕ້ອງການທີ່ຈະປະສົບຄວາມສຳເລັດໃນເວລາອັນສັ້ນໆ ເພື່ອຄວາມພຽບພ້ອມທຸກຢ່າງຈຶ່ງເຮັດໃຫ້ໄຟລຸກບາງຊ່ວງ ພໍໄຟມອດເຮັດໃຫ້ຮູ້ສຶກອ່ອນແອ ແລະເບື່ອງານທີ່ເຮັດຢູ່.

- ຊອກຫາປະສົບການໃໝ່ ເພື່ອພັດທະນາວຽກງານທີ່ເຮົາເຮັດຢູ່ໃຫ້ດີຂຶ້ນກວ່າເດີມ.

ເຖິງຢ່າງໃດ ຄວາມບໍ່ໝັ້ນໃຈໃນອາຊີບນັ້ນໆ ອາດຈະມາຈາກອາລົມຊົ່ວວູບກໍເປັນໄດ້ ລອງໃຊ້ສະມາທິງຽບໆຖາມຫົວໃຈຕົນເອງເບິ່ງວ່າຕົນເອງມັກຫຍັງກັນແທ້
ອາຈານຂອງຂ້າພະເຈົ້າເຄີຍບອກວ່າ "ບໍ່ວ່າເຮົາຈະເຮັດວຽກງານຫຍັງ, ວຽກຢູ່ຕ່ຳສູງ, ໃນເມືອງຫຼືຊົນນະບົດ ກໍເປັນການພັດທະນາປະເທດຊາດບ້ານເມືອງຄືກັນ ຂໍພຽງເຮົາເປັນຄົນດີ ບໍ່ເຮັດໃຫ້ສັງຄົມວຸ້ນວາຍ ແລະບໍ່ດູຖູກອາຊີບຕົນເອງ ຊີວິດເຮົາກໍຈະມີຄວາມສຸກ