29 มิถุนายน 2563

ກອນ: ຈະຈາກຈ້ອງຈໍ

ຈະຈາກຈ້ອງຈໍ



ນອນແນບເນີີ້ີ້ງ. . . .  ເນົານັ່ງນວມນວນ
ເນີນເນີນນານ .  .  .  ນັ່ງນອນແນນິ້ງ
ນອນແນມໜ້າ .  .  . ນຳຈໍປັດປ່າຍ
ເນົາແນບນິ້ງ .  .  .  .  ໃນນີ້ເນີ່ນນານ

ແສງແສດສິ້ວ .  . . .  ເສາະສ່ອງສານສີ
ສາຍສີແສງ .  .  .  . . ສອດຊໍແຊມຊ້ອນ
ຊຶມຊອງຊ້ອງ .  .  .   ຊໍຊອມສາດໃສ່
ແສງສ່ອງສິ້ວ .  .  .  . ສີແສ້ວສາດສານ


ຕຳຕ່ອຍຕ້ອງ . . . . .  ຕຳຕໍ່ຕີຕາ
ຕອມຕຳຕາ . . . . . .  ຕ່ອຍຕີຕຳຕ້ອຍ
ຕາຕົນຕ້ອງ . . . . . .  ເຕີບໂຕເຕີມຕູບ
ຕຳຕອດຕ້ອຍ . . . . . . ຕາມຕື້ຕ່ອຍຕາ

ຈົນເຈັບຈ້າວ  . . . . . ຈວນຈວບຈຳຈໍ
ຈະຈຽມຈຳ . . . . . . ຈາກຈໍຈອນຈ້ອງ
ຈະຈຳຈັ້ງ . . . . . . . . ໃຈຈຶ່ງຈົດຈື່
ຈຳຈາກເຈົ້າ . . . . . . . ຈອນຈ້ອງຈາກຈໍ

27 มิถุนายน 2563

“ຜາບຸນ” ຕຳນານຕິດພັນປະຫວັດສາດຊາວຜູ້ໄທ


ພາບປະກອບ: ກໍວິເສດ ພະໄຊສົມບັດ


ຕຳນານກ່ອນການສ້າງ “ພຣະທາດນາງລາວ”

ຕຳນານ “ຜາບຸນ” ກໍແມ່ນໜຶ່ງໃນຕຳນານເລົ່າຂານຂອງຊາວຜູ້ໄທ ຊຶ່ງຄຽງກັບປະຫວາດຄວາມເປັນມາຂອງ ພຣະທາດນາງລາວ.

ຜາບຸນ ຕັ້ງຢູ່ບ້ານທາດນາງລາວ, ຈຸດສຸມເມືອງວັງ, ເມືອງວິລະບູລີ, ແຂວງສະຫວັນນະເຂດ.

“ ຜາບຸນ ” ທີ່ເປັນຕຳນານຂອງຊາວຜູ້ໄທເລົ່າວ່າ: ຕັ້ງແຕ່ “ ພະຍາກ່າ ” ໄດ້ອົບພະຍົບຄົວເຮືອນຊາວຜູ້ໄທລົງມາຈາກເມືອງແຖນ ລົງມາຕັ້ງບ້ານເມືອງທີ່ເມືອງວັງ ທີ່ມີຊາວບລູ (ເມື່ອກ່ອນເຄີຍເອີ້ນເຜົ່ານີ້ວ່າ “ຂ້າ”) ໄດ້ມີການທຳມາຫາກິນ ອາໄສຢູ່ເດີມແລ້ວ ຈຶ່ງເຮັດໃຫ້ ເກີດຄວາມຂັດແຍ່ງລະຫວ່າງຊາວຜູ້ໄທ ແລະ ຊາວບລູໃນການປົກຄອງບ້ານເມືອງ.

ດັ່ງນັ້ນ ຈຶ່ງເຮັດໃຫ້ມີຮົບເລວກັນຂຶ້ນ ແລະແຂ່ງຂັນກັນ ວ່າໃຜຈະເປັນຜູ້ນຳໃນການປົກຄອງບ້ານເມືອງ ລະຫວ່າງຄົນທີ່ຢູ່ເດີມ ກັບຄົນທີ່ຍ້າຍມ່ຢູ່ໃໝ່.

ຈຶ່ງເກີດມີການແຂ່ງຂັນຊ່ຽງບຸນວາດສະໜາ ໂດຍການໃຊ້ໜ້າໄມ້ ຍິງໄປທີ່ໜ້າຜາ ຫາກຝ່າຍໃດສາມາດຍິງໃຫ້ລູກໜ້າປັກຕິດກັບໜ້າຜາໄດ້ ຝ່າຍນັ້ນຈະເປັນຜູ້ນຳຂອງເມືອງວັງ.

ຝ່າຍຊາວບລູ (ຂ້າ) ເຮັດໜ້າໄມ້ຍາວ 3 ວາ ກົ່ງຂາໜ້າໄມ້ຂ້າງລະ 3 ຄົນ ເປັນຝ່າຍຍິງໜ້າໄມ້ກ່ອນຊາວຜູ້ໄທ ຍ້ອນວ່າຕົນເປັນຜູ້ອາໄສຢູ່ມາແຕ່ເດີມ. ແຕ່ເມື່ອຍິງໜ້າໄມ້ອອກໄປ ລູກໜ້າໄມ້ຕຳກັບໜ້າຜາ ແລ້ວກະເດັນອອກມາທຸກຄັ້ງ.

ສ່ວນຝ່າຍຜູ້ໄທ ໄດ້ປະດິດໜ້າໄມ້ຂະໜາດບໍ່ໃຫຍ່ຫຼາຍ ຢູ່ລູກໜ້າເພິ່ນໄດ້ເອົາຂີ້ສູດຕິດໃສ່ປາຍໄວ້ ເມື່ອຍິງອອກໄປລູກໜ້າທີ່ມີຂີ້ສູດ ຈິ່ງພຸ້ງເຂົ້າ ແລະຕິດຢູ່ໜ້າຜາບໍ່ຫຼຸດບໍ່ກະເດັນອອກມາ.

ດ້ວນເຫດນັ້ນ ຊາວບລູຈິ່ງຍອມແພ້ບຸນວາດສະໜາໃຫ້ຊາວຜູ້ໄທປົກຄອງເມືອງວັງແທນພວກຕົນ. 

ສ່ວນໜ້າຜາທີ່ໃຊ້ເປັນສະໜາມແຂ່ງຂັນບຸນວາດສະໜານັ້ນ ໄດ້ຖືກເອີ້ນວ່າ “ ຜາບຸນ ” ຕໍ່ໆກັນມາຈົນເທົ່າທຸກວັນນີ້.


25 มิถุนายน 2563

ແຮງໃຈໃນວັນທີ່ອ່ອນລ້າ




         ແຮງໃຈໃນວັນທີ່ອ່ອນລ້າ


ຄືນໄສຍາມືດຄື້ມ............ຊຶມໂສກໂຊມໂຊ
ປ່ວຍມະໂນໃນຈິດ...........ຄິດພະວັງເວງເວີ້ງ
ເບີ່ງນະພາຜືນຟ້າ.............ລາຕີການມົວໝົ່ນ
ພະໄມວົນວ່າວຸ້ນ.............ຄູນເລື້ອຍລ່າແຮງ

ກຳແພງກັນກີດກັ້ນ..........ຝັນໃຝ່ໃນຮຽນ
ຄືຄວາມພຽນໃຈຕົວ........ເລີ່ມມົວມາຍມ້າງ
ຊີວິດກຸງເມືອງກວ້າງ........ທາງເຮົາຫາກຕັນຕຶ່ງ
ດຶງແຕ່ໃຈຄິດຮອດບ້ານ....ສະຖານເຄົ້າເກົ່າດາ

ຄະນິງຄຳວ່າເວົ້າ...............ລົມເລົ່າບໍ່ລືມລົງ
ພໍ່ແມ່ປົງວາຈາ..................ວ່າຫວັງຄອຍຖ້າ
ກ່ອນຈະຈອນຈາກບ້ານ....ມາຫາຮຽນຮໍ່າ
ຄຳມານດາບອກໃຫ້..........ໄຂແຈ້ງຕໍ່ຕົນ

ໃຫ້ລູກທົນອົດສູ້...............ຊູສາດເສີມວິຊາ
ທາງບິດາແລະມານດາ......ຊິຊ່ວຍເສີມສານສ້າງ
ເປັນກຳລັງໃຈໃຫ້.............ດວງໃຈຈົ່ງແຝງໃຝ່
ເຖິງມື້ນີ້ທຸກຍາກໄຮ້..........ກ້າວໄປວັນຕໍ່ໜ້າ
......................................ບຸດຕີຫຼ້າຊິສະບາຍ

ຄິດຄືນຄຳແມ່ໃຫ້..............ໃຈຊື່ນເບີຍບານ
ຈະເສີມສານຄວາມຝັນ.......ດັ່ນເດີນໄປເຖິງເປົ້າ
ບ່ອນທີ່ໝາຍເອົາໄວ້...........ໄກແນ່ຈະພຽນຍ່າງ
ບໍ່ນານຫວັງວ່າໄວ້..............ເອົາປະລິຍາຝາກໃຫ້
.......................................ພໍ່ແມ່ໄດ້ຊື່ນຊົມ  ເຈົ້າເອີຍ


24 มิถุนายน 2563




              "ຄຳຄໍ-ຄຳຄົນ"


ຊື່ວ່າແນວຄວາມເວົ້າ .  .  .  .  ຂອງຄົນມັນເກີນງ່າຍ
ໄດ້ເທິງຫງາຍແລະຂວໍ້າ .  .  . ຄຳເວົ້າບໍ່ຢູ່ຄວາມ

ຄຳຄ່າຄູນຄູ່ສ້ອຍ  .  .  .  .  .   ງອຍຄ່ອງແຂວນຄໍ
ກໍຍັງມີແປງປອມ  .  .  .  .  .  ຫລໍ່ຫຼອມມາລໍ້
ຊ່າງສໍພໍປະພັນໄດ້  .  .  .  .  . ຂັດໃສສີສະຫງ່າ
ຫຼອກລວງຕາຕື່ມໃຫ້  .  .  .  . ຄົນໄດ້ຊື່ນຊົມ

ຄຳຄ່າຄົມຮູບເນື້ອ  .  .  .  .  .   ຄົນເຫີ່ຫຼົງໄຫຼ
ພາບປະຈິດປະໂລມໃຈ  .  .  .  . ຊ່າງເຈຍລະໄນຍ້ອມ
ຄ້ອມຄ້າຍຄືຄຳແທ້  .  .  .  .  .  ແລດູບໍ່ມີຕ່າງ
ເພິ່ນຍັງຊ່າງເຮັດໄດ້  .  .  .  .   ບໍ່ກົວຮ້າຍບາບກຳ

ດັ່ງດຽວ...
ພຽງແຄ່ຄຳເອີ່ຍເວົ້າ  .  .  .  .  . ລົມເລົ່າຖະແຫຼງໄຂ
ຫົວບໍ່ໃສໃຈຈິງ  .  .  .  .  .  .  .  ສັດຈະຈາງຈົມໄຮ້
ຫົວບໍ່ໃສໄຂຄວາມຖ້ອຍ  .  .  .   ພອຍແປປີ້ນປ່ຽນ
ໃຈບິບຽນບ່ຽງບ້ຽວ  .  .  .  .  .  ຄຳລ້ຽວຄົດງໍ

ພໍຊິມາຄິດງໍ້  .  .  .  .  .  .  .  .  ຫງຳງຶດງົມງວາຍ ສັນໃດ?
ໃຈບໍ່ຄີຄາຍຄວນ  .  .  .  .  .  .  . ຄິດຄຳນຶງຄະນິງພໍ້
ເອົາພໍລວງເລີຍຫຼິ້ນ  .  .  .  .  .   ພາທີອ້ອຍອິ່ນ
ຄຳເວົ້າຫວານແປດປ້ຽວ  .  .  .   ຊິທຽວງໍ້ງຶດນຳ ຊັ້ນບໍ?

21 มิถุนายน 2563

ບົດກອນຄິດຮອດເພື່ອນເກົ່າ

ຝາກເຖິງໝູ່ທຸກຄົນ ມ.7 ຮຸ່ນທີ່ VI ມ.ສ ພູຄຳ, ເມືອງວິລະບູລີ, ແຂວງສະຫວັນນະເຂດ



     ບົົົດກະວີ: “ຄິດຮອດເພື່ອນເກົົ່າ”


ວັນເວລາພາຫ່າງຮ້າງ       ໄກຕ່າງທາງເດີນ
ພາເຮົາເຫີນຮາມໄກ         ເພື່ອນແພງຄາວຄັ້ງ
ເພື່ອນນັ່ງຮຽນໃນຫ້ອງ     ສາມັນຊັ້ນຊື່
ຮອດມື້ເສັງສອບຊັ້ນ        ມ.7 ນັ້ນກໍຈາກຈອນ

ຫຼາຍຄົນກໍຕ່າງຕັ້ງ            ຫວັງໃຝ່ຝັນຫາ
ອາຊີບວີຊາການ              ທີ່ປຸນປອງໄວ້
ຈຶ່ງໄດ້ຈຳໃຈຍ້າຍ             ໄປຄົນລະບ່ອນ
ບໍ່ແມ່ນຮົນຮີບຮ້ອນ        ຫວັງຮ້າງຫ່າງລາ

ເຖິງຈະເຢືອນຢູ່ຢັ້ງ            ເຮົາຫ່າງໄກເກີນ
ເຖິງຈະຈອນເນີນນານ       ຄໍ່າຄືນມິເຫັນໜ້າ
ຂໍສັນຍາຈາເວົ້າ                 ຄຳວ່າເຮົາຍັງມີຢູ່
ຄຳວ່າໝູ່ເພື່ອນນັ້ນ            ຍັງແຟ້ນແກ່ນກັນ

ເວລາມັນຫາກຍ້າຍ            ແປປ່ຽນແປງໄປ
ພຽງເພື່ອເປັນໄປຕາມ         ກົດເກນວາງໄວ້
ແຕ່ຣຶໄທຮຽມນີ້                  ຍັງມີພຽງເພື່ອນ
ການເວລາເລື່ອນແລ້ວ         ກໍຍັງແຄ້ວຄິດເຖິງ

ທຸກວັນຄືນຄ່ຳຄ້ອຍ            ໃຈຫຼ່ອຍລອຍຫາ
ຄະນິງເຖິງສະຫາຍ             ເພື່ອນໃນຄາວນັ້ນ
ຄືນວັນປານເປັນບ້າ            ຄະນິງຫາຮຸມຮຸ່ມ
ຄິດຮອດຊຸມເພື່ອນຂ້ອຍ    ຄາວນ້ອຍນັ່ງຮຽນ  ແທ້ເດ




20 มิถุนายน 2563

ເລື່ອງສັ້ນ: ຂອງເຫຼືືືືອ












ບົວຫຼົົົງບຶງ




ບົດກະວີ:        “ ບົວຫຼົງບຶງ ”


ລູກແມ່ຈອນຈາກບ້ານ        ນານລ່ວງຫຼາຍປີ
ທີ່ສຶກສາຫາຮຽນ                ຢູ່ວຽງວັງກວ້າງ
ແມ່ນັ່ງຄອງທາງບ້ານ          ຄອຍວັນລູກຕ່າວ
ຄອຍຫານາງໝ່ອມເຈົ້າ       ມາບ້ານເກົ່າເຮົາ

ແຕ່ເວລາຜ່ານພົ້ນ             ກາຍສີ່ປີປາຍ
ດວງໃຈຂອງມານດາ          ບໍ່ຄືນນາແໜງໜ້າ
ແມ່ຜູ້ຄົນຄອຍຖ້າ               ວັນເວລາຂົມຂື່ນ
ທຸກໆຄືນຮ່ຳໄຫ້                 ອາໄລເຈົ້າລູກບຸດຕີ

ລູກເອີຍ ແມ່ຜູ້ຄອຍຢູ່ບ້ານ      ນານນັບເວລາວັນ
ວ່າດວງໃຈຈະຫັນ                 ຕ່າວຄືນມາບ້ານ
ການເວລານານເນີ້ນ              ລູກເຫີນຮາມຫ່າງ
ທາງແມ່ແລະພໍ່ນີ້                  ຄອຍເຊົ້າຄໍ່າແລງ

ແຍງສຸລິຍາເຍດຄ້ອຍ            ລອຍລັບນະພາບົນ
ແນມຊຸມຊົນຊາວນາ              ກໍອວ່າຍມາຫາບ້ານ
ຝູງນົກກາກໍເວີນເວີ້ນ            ຄືນເຮືອນຮັງຢູ່
ບາດດູຫຼັງງວາກໜ້າ            ລູກຫຼ້າແມ່ບໍ່ມາ

ແມ່ນີ້ນາສະອື້ນໄຫ້               ຍາມລູກໄລລາໜີ
ບຸດຕີສັງມາລືມ                    ຖິ່ນຖານຄາວເຄົ້າ
ຢູ່ວຽງທອງສິໄລກ້າວ             ເຮືອນເຂົາບ້ານເພິ່ນ
ຈົນວ່າເຫີນຫ່າງຮ້າງ           ເຮືອນນ້ອຍຕູບຕອງ ຊັ້ນບໍ?

ແມ່ນັ່ງຄອຍຄ່ອງຖ້າ              ກາງຮ່າສາຍຝົນ
ເຮັ່ງຮົນເວວົນຄິດ                 ຄ່ຳຄວນຄະນິງໄຫ້
ເຫຼືອໃຈລູກແໜງໜ້າ           ມານດາຜູ້ເປັນແມ່
ຫຼົງກະແສບ່ອນຟ້າ               ຈົນລືມນາໄຮ່ເຂົ້າ
                                          ບ່ອນເຈົ້າໃຫຍ່ໂຕ ຊັ້ນບໍ

ລືມແລ້ວບໍລູກຫຼ້າ                ວາຈາແມ່ຄອຍສອນ
ລືມແລ້ວບໍເຮືອນນອນ         ຕູບຕອງຫຼັງນີ້
ໄປມີດີແນວໜ້າ                 ລືມລາຖານຖິ່ນ
ລືມຍຸພິນບ່ອນບ້ານ             ຕົວເຈົ້ານັ້ນຢູ່ອາໄສ ລະນໍ

14 มิถุนายน 2563

ສາຍວາລິນ

ເລື່ອງສັ້ນ: ສາຍວາລິນ




ຮັກບໍ່ເຫືອດຄືສາຍເຊ 
ຫອມບໍ່ເພຄືສາຍນໍ້າ
ສອງຄອບຄົວຄອງຮັກອໍ້າລໍ່າ 
ຖ້າສາຍນໍ້າບໍ່ເຫືອດແຫ້ງ 
ຮັກນັ້ນບໍ່ມີວັນປ່ຽນແປງ”
---------------------------------------------------

​ສາຍວາລິນ, ຍິງສາວຮ່າງນ້ອຍຈ່ອຍຜອມ ນັ່ງຢູ່ໂງ່ນຫີນແຄມເຊ ປ່ອນສາຍຕາສາດສ່ອງເບິ່ງສາຍນ້ຳໄຫຼ ປ່ອຍໃຫ້ລົມພັດເສັ້ນຜົມເບົາໆປາຍຜົມອັນຍາວດຳໄດ້ປີວລອຍນວນ ແລະ ປີວສະບັດກັບໃບໜ້າອັນກົມສ້ວຍດັ່ງໃບໂພຂອງນາງ.

    ສິ່ງທີ່ນາງພວມໃຊ້ສາຍຕາຈັບຈ້ອງມອງຢູ່ໃນຕອນນີ້ຄື ປາທີ່ລອຍປີ້ນທ້ອງ ໄຫຼໄປຕາມກະແສນ້ຳ ລ່ອງລົງໃຕ້ໄປຫຼາຍໂຕລຽນລ່າຍກັນ. ສະພາບແວດລ້ອມຄູ່ມື້ນີ້ມັນຊ່າງແປປ່ຽນໄປ ບໍ່ແມ່ນແຕ່ພູຜາປ່າດົງທີ່ຕ້ອງເປົ່າແປນ ຫ້ວຍນ້ຳລຳເຊຍັງມີປາຫງາຍທ້ອງໄຫຼລ່ອງລົງໃຕ້ ຊຶ່ງມັນບໍ່ໄດ້ລອຍທວນກະແສນ້ຳຄືປາໃນແຕ່ເມື່ອກ່ອນແລ້ວ.

​      ໃນຂະນະທີ່ນາງພວມຄິດເລື່ອງປາຈຳນວນນັ້ນ, ດາວລຸນນີ ຜູ້ຊາຍຮ່າງສູງໃຫຍ່ ຮູບສັນຫຼໍ່ເຫຼົາກໍຍ່າງເຂົ້າມາຫານາງ. 

ດາວລຸນນີແມ່ນເພື່ອນສະໜິດສະໜົມຂອງສາຍວາລິນ ຊຶ່ງຢູ່ເຮືອນໃກ້ກັນ ມີພຽງແຕ່ແມ່ນ້ຳເຊກັ້ນກາງໄວ້ເທົ່ານັ້ນ, ພວກເຂົາມັກຈະໄຕ່ຂົວນ້ອຍໆທີ່ພໍ່ແມ່ເຮັດໄວ້ເພື່ອໄຕ່ໄປມາຫາສູ່ກັນນັ້ນ ທຽວຫາກັນ ມີອາຫານຄາວຫວານສອງຫຼັງເຮືອນນີ້ກໍຈະແບ່ງປັນກັນກິນ ເວລາໄປໃສມາໃສພວກເຂົາທັງສອງກໍຈະໄປນຳ, ເຂົ້າໂຮງຮຽນນຳກັນແຕ່ນ້ອຍຈົນໃຫຍ່, ເປັນເພື່ອນເວົ້າເພື່ອນລົມກັນ ຈົນພໍ່ແມ່ຜູ້ໃຫຍ່ໄທບ້ານເຫັນກໍວ່າຢອກໃຍໄປທາງຊູ້ແຟນ ເຂົາທັງສອງກໍມີແຕ່ຍິ້ມຕອບຮັບເອົາຄຳເວົ້າຂອງຄົນເຫຼົ່ານັ້ນ. 

      ຫຼັງຈາກຮຽນຈົບມັດທະຍົມປາຍ ພວກເຂົາກໍຍັງໄປຮຽນຕໍ່ວິຊາຊີບພ້ອມກັນ ກ່ອນຈະອອກຈາກບ້ານໄປຮຽນ ທາງພໍ່ແມ່ຂອງສອງຝ່າຍໄດ້ຕົກລົງໃຫ້ລູກທັງສອງໄປຮຽນຢູ່ໃກ້ກັນ ເພື່ອຈະໄດ້ດູແລເບິ່ງແຍງກັນ. ຍ້ອນເຫັນວ່າທັງສອງຄອບຄົວຕິດແຟ້ນແກ່ນກັນແນວນີ້ ພວກເພິ່ນຈຶ່ງຢາກຈະໃຫ້ລູກທັງສອງແຕ່ງງານກັນຫຼັງຈາກຮຽນຈົບມາ ຢາກໃຫ້ສອງຄອບຄົວກາຍເປັນທອງແຜ່ນດຽວກັນພໍ່ຂອງດາວລຸນນີຍັງມັກເວົ້າສະເໝີວ່າ:

“ຮັກບໍ່ເຫືອດຄືສາຍເຊ ຫອມບໍ່ເພຄືສາຍນ້ຳ ສອງຄອບຄົວຄອງຮັກອ້ຳລໍ່າ ຖ້າສາຍນ້ຳບໍ່ເຫືອດແຫ້ງ ຮັກນັ້ນບໍ່ມີວັນປ່ຽນແປງ”

   ເວົ້າເລື່ອງການໝັ້ນໝາຍ ພວກເຂົາທັງຄູ່ກໍບໍ່ໄດ້ຂັດຂ້ອງຫຍັງ ຕ່າງຄົນກໍພາກັນຍິນດີດ້ວຍຊ້ຳ.

​   ຫຼັງຈາກສີ່ປີປາຍຜ່ານໄປທັງຄູ່ກໍໄດ້ຈົບການສຶກສາ ສາຍວາລິນຮຽນຈົບພະຍາບານຊັ້ນສູງ ນາງຮຽນພຽງສາມປີກໍຈົບ ແລະໄດ້ມາປະຈຳການຢູ່ສຸກສາລາບ້ານຂອງຕົນເອງ. ສ່ວນດາວລຸນນີແມ່ນຮຽນຈົບຄູເຄມີລະດັບປະລິນຍາຕີສີ່ປີ ແລ້ວເຂົາກໍກັບມາສອນຢູ່ບ້ານຂອງຕົນເຊັ່ນດຽວກັນ.

​     ວັນເວລາຫຼາຍເດືອນ ເລື່ອນເປັນຫຼາຍປີຈົນໄດ້ຮຽນຈົບມານັ້ນ ມັນໄດ້ປ່ຽນແປງຊີວິດຂອງທັງສອງໄປຫຼາຍຢ່າງ ເມື່ອເວົ້າເຖິງການແຕ່ງງານ ບໍ່ຮູ້ວ່າມັນຈະເກີດຂຶ້ນໄດ້ຫຼືບໍ? ນັ້ນກໍຍ້ອນສະພາບການພິກຜັນໃນໝູ່ບ້ານລວມທັງຄອບຄົວຂອງພວກເຂົາທັງສອງດ້ວຍ.

“ລິນ ! ກຳລັງຄິດຫຍັງຢູ່?” ດາວລຸນນີຖາມຂຶ້ນເມື່ອເຫັນສາຍວາລິນນັ່ງຊຶງຢູ່ນານແລ້ວ.

“ຄິດຫຼາຍເລື່ອງ...ຄິດເຫັນເລື່ອງອະດີດທີ່ແສນນານມາຫຼາຍປີ ທັງຕອນນີ້ ແລະໃນອະນາຄົດ ບໍ່ຮູ້ຈະເປັນແນວໃດ?” ສາຍວາລິນເວົ້າໂດຍບໍ່ຕ້ອງແນມໜ້າກັບຄູ່ສົນທະນາ ເພາະນາງຮູ້ດີວ່ານ້ຳສຽງນີ້ມີພຽງຄົນດຽວ.

“ຖ້າເລື່ອງການແຕ່ງງານຂອງເຮົາ ດາວຊິຈັດການທຸກຢ່າງເອງ”

“ບໍ່ແມ່ນ... ເລື່ອງນັ້ນລິນກໍຍັງບໍ່ພ້ອມປານໃດ” ນາງຟ້າວເວົ້າຂັດຄຳ

“ລິນມີຄວາມເປັນຫ່ວງບ້ານເມືອງ, ບໍ່ຮູ້ວ່າຈະເກີດມະຫັນຕະໄພຫຍັງຂຶ້ນ?... ດາວລອງນຶກພາບເບິ່ງດຸ ! ສະພາບການບ້ານເມືອງຕອນນີ້ກັບສີ່ປີຄືນຫຼັງມັນຊ່າງແຕກຕ່າງກັນຫຼາຍ…” ສາຍວາລິນເລີ່ມຈູງດາວລຸນນີເຂົ້າສູ່ປະເດັນທີ່ຕົນກຳລັງອຸກອັ່ງຂັງໄວ້ໃນໃຈ.

“ຕັ້ງແຕ່ບ້ານເຮົາມີໂຄງການຂຸດຄົ້ນຄຳເຂົ້າມາ... ລິນເອງກໍບໍ່ຮູ້ດອກວ່າລະຫວ່າງທີ່ເຮົາບໍ່ຢູ່ບ້ານນັ້ນມັນມີຫຍັງເກີດຂຶ້ນແດ່? ແຕ່ສິ່ງທີ່ເຫັນໃນຕອນນີ້ ສາຍນ້ຳເຊທີ່ເຮົາເຄີຍກິນເຄີຍໃຊ້ມັນເປິະເປື້ອນຂຶ້ນຫຼາຍ ໂຄງການໄດ້ຕັ້ງຈຸດຂຸດຄົ້ນເອົາຄຳເອົາທອງຢູ່ທາງເໜືອບ້ານພຸ້ນ ແຖມໃກ້ກັບແມ່ນ້ຳເຊອີກ! ດາວກະເຫັນ... ປ່າໄມ້ກໍແປ່ແປນໄປໝົດສ້ຽງ, ຖືກຮົ້ວສວນຜູ້ໃດກໍຕ້ອງໄດ້ບຸກເບີກຢ່າງບໍ່ມີເວັ້ນ ປ່າໃກ້ບ້ານອັນເຄີຍຫາຢູ່ຫາກິນກໍໃກ້ຈະໝົດສິ້ນແລ້ວ ດິນດອນຕ່ອນຫຍ້າກໍ ໝົດນ້ຳໝົດຝຸ່ນ ປູກຫຍັງບໍ່ດີເລີຍ ລ້າສຸດຄືເມື່ອກີ້ ປາຢູ່ໃນນ້ຳແທ້ໆຍັງຕາຍກັນໄປຫຼາຍ ບໍ່ຮູ້ເຂົາຢູ່ທາງເໜືອຈະຖິ້ມຫຍັງລົງໃສ່” ສາຍວາລິນເວົ້າດ້ວຍປະໂຫຍກຍາວໆ ບັນຍາກາດຮອບຂ້າງມິດງຽບ ນອກຈາກຈະມີສຽງໄມ້ໄຜ່ຫຼາຍໆກໍແຖວແຄມເຊສຽດສີກັນໄປມາດັງ ອ໊ອດແອ໊ດໆ!! ແລະສາຍນ້ຳທີ່ໄຫຼນິ້ງ.

“ປາຕາຍ ! ” ດາວລຸນນີທົບທວນຄຳເວົ້າຂອງສາຍວາລິນ “ມັນບໍ່ແມ່ນປາກົດການປົກກະຕິແລ້ວລະ !”

“ກະຫັ້ນແລະ ຈະບໍ່ໃຫ້ລິນກຸ້ມໃຈຈັ່ງໃດລະ!” ເມື່ອສາຍວາລິນຢຸດເວົ້າບັນຍາກາດຮອບຂ້າງກໍມິດງຽບລົງ ທັງສອງເໝືອນຈະໃຊ້ຄວາມຄິດຢູ່ຢ່າງໃດຢ່າງໜຶ່ງ ດາວລຸນນີຈຶ່ງເວົ້າຂຶ້ນວ່າ:

“ເອົາຈັ່ງຊີ້ລິນ” ນາງແນມເບິ່ງໜ້າທັງຄາດເດົາວ່າເຂົາຈະເວົ້າຫຍັງຕໍ່ໄປ “ຢູ່ທີ່ໂຮງຮຽນຍັງມີຫ້ອງທົດລອງນ້ອຍໆ ດາວຈະເອົານ້ຳ ແລະປາທີ່ຕາຍນີ້ໄປວິໄຈເບິ່ງ ເພາະຄິດວ່າມັນຕ້ອງມີຄວາມກ່ຽວຂ້ອງກັບສານເຄມີ ! ຕາມທີ່ເຄີຍຮຽນມາຂ້ອຍກໍພໍຮູ້ວ່າພວກໂຮງງານອຸດສາຫະກຳມັນຕ້ອງໃຊ້ເຄມີຈຳນວນຫຼາຍ” ທັງສອງຈັບຈ້ອງເບິ່ງໜ້າກັນທັງແວວຕາຮຸ່ງປະກາຍ

“ເຫັນດີນຳດາວ ! ຂ້ອຍຈະຊ່ວຍເຈົ້າ”
ນາງເວົ້າພ້ອມສົ່ງຮອຍຍິ້ມ ແລະສາຍຕາອັນມຸ່ງໝັ້ນໃນຕົວເຂົາ. “ແລ້ວອາການພໍ່ຂອງດາວເປັນແນວໃດແນ່ແລ້ວ?” ເມື່ອກ້ຽວມາໃສ່ພໍ່ຂອງຕົນ ດາວລຸນນີເຖິງກັບຖິ້ມລົມຫາຍໃຈອອກຢ່າງຄົນສິ້ນຫວັງ. ເຂົາໄດ້ປ່ວຍໂຊມາເປັນເວລາປີປາຍແລ້ວດ້ວຍສາເຫດອັນໃດແນ່ແທ້ນັ້ນກໍຍັງບໍ່ຮູ້ໄດ້. ແຕ່ເຂົາປະຕິເສດຄົນໃນຄອບຄົວຂອງສາຍວາລິນທີ່ຈະມາຢ້ຽມຢາມຖາມຂ່າວ ເຂົາຄິດວ່າສາເຫດທີ່ພາໃຫ້ຕົນເອງລົ້ມປ່ວຍຊຸດໂຊມນີ້ກໍຍ້ອນພໍ່ແມ່ຂອງສາຍວາລິນນັ້ນເອງ.   

    ພໍ່ແມ່ຂອງສາຍວາລິນໄດ້ເອົາດິນຕອນໃຫຍ່ຂອງຕົນທີ່ຢູ່ແຄມເຊທາງເໜືອບ້ານຂາຍໃຫ້ໂຄງການຂຸດຄົ້ນບໍ່ຄຳ ຊຶ່ງເປັນເຫດເຮັດໃຫ້ທຳມະຊາດບໍ່ເປັນທຳມະຊາດ, ສາຍນ້ຳເຊທີ່ເຄີຍຊຸບລ້ຽງ ຫຼໍ່ຫຼອມຊີວິດຄົນທັງຫຼາຍໃນໝູ່ບ້ານກັບກາຍເປັນນ້ຳເປື້ອນຄາວເນົ່າເໝັນ ເຂົາເຄີຍເປັນລົມແລ້ງຮ່າງກາຍອ່ອນເພຍທຸກເທື່ອທີ່ລົງໄປອາບກິນນ້ຳເຊນັ້ນ.

    ຂົວນ້ອຍທີ່ທຽວໄປມາຫາກັນ ແມ່ຂອງດາວລຸນນີກໍຕັດຟັນຖິ້ມ ເພາະບໍ່ຢາກພົວພັນຫຍັງກັນອີກ ໃຫ້ພາກັນຢູ່ໃຜຢູ່ມັນບໍ່ຕ້ອງຂວ້າມມາເຂດແດນຂອງກັນແລະກັນອີກ ເປັນການຕັດຂາດຢ່າງໝົດເຍື່ອໃຍ. ຝ່າຍພໍ່ແມ່ຂອງສາຍວາລິນກໍຮູ້ສຶກຄຽດຊັງຂຶ້ນມາເມື່ອເຫັນເພື່ອນເຮືອນໃກ້ຕັດສາຍຮັກສາຍແພງ ຕັດແບ່ງເຂດແດນກັນແລ້ວ ຍັງເຫຼືອພຽງແຕ່ລູກສາວກັບລູກຊາຍທີ່ຍັງຜູກພັນທຽວໄປມາຫາກັນ ແຕ່ສາຍວາລິນກໍຖືກແມ່ຮ້າຍເປັນປະຈຳທີ່ຕ້ອງທຽວພົວພັນກັບຄົນໃນຄອບຄົວນັ້ນ ແຕ່ນາງກໍໄດ້ຊີ້ແຈງເຫດຜົນໃຫ້ແມ່ຮູ້ພຽງພໍ ວ່າໜ້າທີ່ຂອງການເປັນແພດໝໍນັ້ນຄືຮັກສາຄົນເຈັບປ່ວຍໃຫ້ຫາຍດີ ບໍ່ຄວນມີອະຄະຕິຕໍ່ໃຜ ທັງພໍ່ແມ່ຈຶ່ງເຂົ້າໃຈ ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງພວກເພິ່ນພໍປານໃດ. 

ທາງພໍ່ແມ່ຂອງດາວລຸນນີກໍບໍ່ພໍໃຈຄືກັນທີ່ສາຍວາລິນຕ້ອງມາເຮັດດີ ມາຜູກພັນກັບລູກຊາຍຂອງຕົນ ທຽວມາຈອບເບິ່ງອາການພໍ່ຂອງດາວລຸນນີເປັນປະຈຳ ແຕ່ກໍຫ້າມບໍ່ໄດ້ເມື່ອຈຳເປັນຈະຕ້ອງໃຫ້ນາງປິ່ນປົວອາການເຈັບປ່ວຍຂອງສາມີຕົນ.

   ພາລະກິດຂອງສາຍວາລິນບໍ່ແມ່ນແຕ່ປະຈຳຢູ່ສຸກສາລາກັບປິ່ນປົວພໍ່ຂອງດາວລຸນນີເທົ່ານັ້ນ ແຕ່ຍັງມີອີກຜູ້ເຖົ້າຫຼາຍໆຄົນທີ່ເຈັບປ່ວຍອາການຄ້າຍຄືກັນ, ເບິ່ງແຍງເດັກນ້ອຍຫຼາຍຄົນທີ່ເຈັບໄຂ້ໄດ້ປ່ວຍເປັນຫວັດເປັນໄອຕາມລະດູການ. 

ນອກນັ້ນ ສາຍວາລິນຍັງນັດລວມກັບຊາວບ້ານເປັນປະຈຳເພື່ອອົບຮົມວິທີການປ້ອງກັນພະຍາດແກ່ຄົນ, ສັດລ້ຽງ ແລະທີ່ຫ້າມທີ່ສຸດກໍຄືບໍ່ໃຫ້ທັງຄົນ ແລະສັດລົງກິນລົງໃຊ້ນ້ຳໃນເຊນັ້ນອີກ ເພາະເຫັນເຫດຮ້າຍແລ້ວວ່າຊາວບ້ານທີ່ຕັ້ງເຮືອນຢູ່ແຄມເຊຕ້ອງເຈັບໄຂ້ໄດ້ປ່ວຍຕາມກັນແຊວໆ ຄວາຍທີ່ລົງກິນນ້ຳຢູ່ເຊຂຶ້ນມາກໍຍັງເຍົາຕາຍ ທັງທີ່ບໍ່ແມ່ນປາກເປື່ອຍລົງເລັບ ແລະກວດບໍ່ເຫັນພະຍາດໃດໆ.

   ເມື່ອຖືກຫ້າມບໍ່ໃຫ້ໃຊ້ນ້ຳເຊ ຫຼາຍຄອບຄົວກໍໄດ້ຂຸດນ້ຳສ້າງ ຫຼືຄອບຄົວໃດພໍມີລາຍໄດ້ແນ່ກໍຈ້າງຄົນມາເຈາະນ້ຳບາດານຂຶ້ນມາໃຊ້ ແຕ່ກໍບໍ່ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຊາວບ້ານ ເພາະບໍ່ແມ່ນແຕ່ກິນໃຊ້ ຍັງຈະຕ້ອງໄດ້ໃຊ້ເຂົ້າໃນສວນຄົວ, ໃສ່ໄຮ່ນາຕາກ້າອີກ.

    ສາຍວາລິນຄິດວ່າຈະກັບມາໃຊ້ນ້ຳຫ້ວຍອີກຄືເກົ່າດີບໍ? ເມື່ອລົງສັງເກດເບິ່ງແລ້ວກໍເຫັນນ້ຳໄຫຼນິ້ງທຳມະດາ. ວັນທີສອງນາງກໍມາອີກ ນາງວ່າຈະແນມຫາປາທີ່ຕາຍໄປໃຫ້ດາວລຸນນີເຮັດການວິໄຈເບິ່ງແຕ່ສິ່ງທີ່ປະກົດເຫັນຕອນນີ້ມັນຍິ່ງກວ່າປາຕາຍອີກ ຄືນ້ຳຂຸ່ນແຮງທັງມີກິ່ນເໝັນອີກ ຈົນຮູ້ສຶກເຈັບຫົວປວດຮາກ ຢາກຈະເປັນວິນກໍພໍແລ້ວ! ມັນເປັນທີ່ແປກໃຈຫຼາຍ ຝົນບໍ່ຕົກຟ້າບໍ່ຮ້ອງແຕ່ເປັນຫຍັງນ້ຳຈຶ່ງຂຸ່ນ? ສາຍວາລິນຟ້າວຂຶ້ນໄປບອກໃຫ້ດາວລຸນນີລົງມາເບິ່ງນຳກັນ.

    ເມື່ອດາວລຸນນີກັບສາຍວາລິນລົງມາອີກຮອບ ນ້ຳກໍຈະໃສແລ້ວແຕ່ກໍຍັງມີສາຍນ້ຳຂຸ່ນເປັນທາງລົງມາ ພວກເຂົາພາກັນເລາະລຽບແຄມເຊຂຶ້ນໄປເລື້ອຍໆຈົນຮອດຈຸດທີ່ຂຸ່ນແຮງ ແລະຂິວເອົາແທ້ເອົາວ່າ ອາການເຈັບຫົວປວດຮາກນັ້ນກໍຍິ່ງເພີ່ມຂຶ້ນຕື່ມ ສາຍວາລິນເກືອບຈະລົ້ມລົງກັບທີ່ ດີແຕ່ໃນຖົງເສື້ອຍັງມີຢາດົມຕິດມານຳ.

   ຢູ່ທາງໜ້າທີ່ເຂົາແນມເຫັນມັນແມ່ນອ່າງເກັບນ້ຳເປື້ອນໄວ້ ຊຶ່ງສະສົມສານເຄມີຕ່າງໆຈາກເສດຂີ້ເຫຍື້ອຂອງໂຮງງານຫຼໍ່ຫຼອມຄຳ ດາວລຸນນີເວົ້າວ່າຄົງບໍ່ຕ້ອງເອົານ້ຳເອົາປາໄປວິຈອກວິໄຈຫຍັງແລ້ວ ເບິ່ງເອົາສໍ່ານີ້ກໍຮູ້ແລ້ວຫຼະ! ຕົ້ນເຫດຂອງນ້ຳເປື້ອນນ້ຳເປັນພິດມັນມາຈາກຄົນພວກນີ້ສວຍໂອກາດປ່ອຍສານພິດລົງມາໃສ່ນ້ຳ ມັນເປັນການຂ້າກັນໂດຍຍທາງກົງເລີຍແບບນີ້ !.

    ຕອນແລງຂອງວັນນັ້ນ, ທັງນາຍບ້ານ ແລະລູກບ້ານຈຶ່ງໄດ້ເຕົ້າໂຮມປຶກສາຫາລືກັນ ນາຍບ້ານເຫັນດີຈະໄປເຈລະຈາກັບຫົວໜ້າໂຄງການອີກເທື່ອໜຶ່ງ ໂດຍມີສຽງຈາກປະຊາຊົນສອງສາມຄົນຂານອາສາຈະຮ່ວມທາງໄປນຳ ແລະແລ້ວກໍມີຫຼາຍໆສຽງເວົ້າຂຶ້ນວ່າຈະຮ່ວມເປັນຂະບວນໄປນຳກັນ.

    ເຊົ້າຂອງວັນຕໍ່ມາ ທັງນາຍບ້ານ ດາວລຸນນີ, ສາຍວາລິນ ແລະກໍຊາວບ້ານຈຳນວນໜຶ່ງໄດ້ເຂົ້າໄປຮອດຫ້ອງການໃຫຍ່ ແລະໄດ້ພົບກັບເລຂາຂອງເຈົ້າຂອງໂຄງການຄົນເກົ່າຜູ້ມີຮູບຮ່າງເຕ້ຍທັງຕຸ້ຍດຳຕຶກຄຶກ ປາກຈາເປັນພາສາລາວແຕ່ຍັງຕິດສຳນຽງຊົນເຜົ່າຢູ່ເລັກໜ້ອຍ. ມັນເຄີຍປະຕິເສດການຊ່ວຍເຫຼືອທຸກຢ່າງຂອງນາຍບ້ານໃນເມື່ອກ່ອນ ແຕ່ເທື່ອນີ້ຄົງບໍ່ມີໃຜຍອມກັບເມືອງ່າຍໆຖ້າເວົ້າກັນຍັງບໍ່ຕົກແຕກ ຊາວບ້ານພາກັນໂຕ້ຖຽງເປັນສຽງອໍລະຫົນວົນນອງ. 

ຄາວໜຶ່ງ ສຽງແຊວໆສໍ້ກັນກໍມິດງຽບລົງເມື່ອຄົນຮ່າງສູງໃຫຍ່ ຕາລວກ ຍ່າງອອກມາໝໍຕຸ້ຍດຳຕຶກຄຶກນັ້ນກົ້ມຫົວເອົາມືໄຂວ່ກັນໄວ້ ສະແດງຄວາມເຄົາລົບຢ່າງນອບນ້ອມ ແລ້ວພວກມັນກໍເວົ້າກັນເປັນພາສາອັງກິດ ເຊິ່ງຜູ້ຢູ່ຕໍ່ໜ້າພາກັນມືດແປດດ້ານ ຈະມີພຽງສອງຄົນຄືສາຍວາລິນກັບດາວລຸນນີເທົ່ານັ້ນທີ່ສາມາດເຂົ້າໃຈພວກມັນລົມກັນເລື່ອງຫຍັງ.

    ໃນຫ້ອງການນ້ອຍໆມີພຽງໝໍຝຣັ່ງຕາລວກກັບເລຂາຂອງມັນ ແລະສາຍວາລິນ, ດາວລຸນນີ, ນາຍບ້ານ ພວກເຂົາພາກັນຊ້ອງໜ້າສົນທະນາກັນດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ.

“ເງິນທີ່ຊົດເຊີຍໃຫ້ແຕ່ລະປີກໍຖືວ່າຫຼາຍສົມຄວນແລ້ວໃດ”

“ແລ້ວຄິດບໍ່ວ່າ ເງິນຈະຊື້ຊີວິດຂອງມະນຸດໄດ້” ສາຍວາລິນໂຕ້ຕອບກັບໝໍຝຣັ່ງນັ້ນ. 

   ເມື່ອລົມກັນໄປສອງສາມຄວາມ ໝໍເລຂາຄົນເຕ້ຍມຶກຄຶກນັ້ນໄດ້ຖິ້ມເງິນລົງໃສ່ໜ້າໂຕະ ກອງບັກໃຫຍ່ ຈຳນວນ 50ລ້ານກີບ ຕາມເຂົາບອກມາ ເພື່ອຊົດເຊີຍຄ່າເສຍຫາຍໃຫ້ແກ່ບ້ານອີກເທື່ອໜຶ່ງ. ດາວລຸນນີອະທິບາຍເປັນພາສາລາວໃຫ້ນາຍບ້ານຟັງ ແລ້ວນາຍບ້ານກໍເກີດອາການເລືອດຂຶ້ນໜ້າຢ່າງແຮງ ຈະຄິດແນ່ບໍ່ວ່າເງິນຫ້າສິບລ້ານນັ້ນເຮັດຫຍັງໄດ້ແນ່ ຄິດແລ້ວເຂົາກໍຕົບໂຕະໝົດແຮງໃສ່ໝໍຫົວໜ້າໂຄງການເພື່ອສະແດງຄວາມບໍ່ພໍໃຈ ແລະບໍ່ຍອມຮັບເອົາເງິນຈຳນວນນັ້ນ ເອົາຈົນໝໍຫົວໜ້າຄົນຝຣັ່ງຫງາຍເຫງີບໄປໜ້ອຍໜຶ່ງ ບໍ່ຄິດວ່າຊາວນາໝາເຕົ່າກໍຈະມາກ້າເກັ່ງໃສ່ຕົນ.

“ດຽວນີ້ພວກເຮົາຮູ້ແຜນການເຮັດວຽກຂອງພວກເຈົ້າແລ້ວບາງສ່ວນ ທັງອ່າງນ້ຳເປື້ອນນັ້ນ ບັນຫາມົນລະພິດ ຜົນກະທົບຕ່າງໆຂອງໂຮງງານທີ່ສະທ້ອນເຖິງບ້ານເຮືອນດິນໄຮ່ດິນນາເຂົ້ານ້ຳຊາມປາ ຄັນພວກທ່ານບໍ່ຊ່ວຍເຫຼືອພວກເຮົາຕາມທີ່ຮ້ອງຂໍມາ ກໍຈະມີຢູ່ວິທີດຽວ ຖ້າທ່ານບໍ່ຍຸບເລີກໂຄງການ ພວກເຮົາຈະຮ້ອງຟ້ອງແທ້ຂຶ້ນຂັ້ນເທິງແທ້” 

   ນາຍບ້ານເວົ້າເປັນພາສາລາວແລ້ວດາວລຸນນີກໍເວົ້າເປັນພາສາອັງກິດໃຫ້ໝໍຫົວໜ້ານັ້ນຟັງ ມັນສະແດງສີໜ້າຕົກໃຈຢ່າງແຮງ ເບິ່ງນາຍບ້ານຜູ້ນີ້ຈະເອົາຈິງໆຈັງໆແລ້ວ ໝໍຝຣັ່ງນັ້ນຈຶ່ງບອກໃຫ້ນາຍບ້ານໃຈເຢັນໆໄວ້ກ່ອນ ເລື່ອງບັນຫານັ້ນຕ້ອງແກ້ໄຂໄປເປັນຂັ້ນເປັນຕອນ. ເຂົາໄດ້ຖາມເຖິງຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານເປັນແນວໃດ ມີຫຍັງທີ່ຂາດແຄນ ແລະມີບັນຫາຫຍັງແນ່ຈະຮີບຟ້າວແກ້ໄຂໃຫ້ຕົກໝົດທຸກຂໍ້ຢ່າງໄວວາ.

   ວັນຕໍ່ມາ ໝໍຝຣັ່ງຕາລວກພ້ອມລູກນ້ອງສາມສີ່ຄົນກໍໄດ້ລົງໄປເບິ່ງສະພາບການຕົວຈິງຂອງປະຊາຊົນໃນບ້ານ ຈຶ່ງໄດ້ເຫັນການປ່ຽນແປງຂອງບ້ານເມືອງ ປະຊາຊົນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະທີ່ຮັບບໍ່ໄດ້ເມື່ອເຂົາຢ່າງຂາລົງແຄມນ້ຳເຊແລ້ວພົບກິ່ນຂິວກິ່ນເໝັນ ເຂົາຄົງຮູ້ແລ້ວວ່າເຫດມາຈາກໃສ? ຖ້າແມ່ນເປັນຕົນເອງທີ່ອາໄສຢູ່ໃນສະພາບແບບນີ້ກໍຄົງບໍ່ໄຫວ ໃນໃຈທັງຄິດສົງສານປະຊາຊົນທີ່ຕ້ອງທົນຕໍ່ມົນລະພິດແບບນີ້. ເຂົາຄິດຢູ່ບຶດໜຶ່ງກໍຈົກໂທລະສັບຂຶ້ນມາ ຊຶ່ງໂທລົມກັບໃຜຄົນໜຶ່ງ ສາຍວາລິນທີ່ຢືນຟັງກໍພໍເຂົ້າໃຈວ່າເຂົາສັ່ງໃຫ້ລູກນ້ອງປິດຮ່ອງນ້ຳເປື້ອນບໍ່ໃຫ້ປ່ອຍລົງນ້ຳເຊ ແລະໃຫ້ຍ້າຍອ່າງເກັບນ້ຳເປື້ອນໄປບ່ອນໃໝ່ໂດຍໄວ. ພໍສົນທະນາຈົບເຂົາກໍຫັນມາເວົ້າກັບດາວລຸນນີວ່າສິ່ງທີ່ຕ້ອງຟ້າວເຮັດໃນຕອນນີ້ກໍຄືນ້ຳໃຊ້.

    ເຂົາຖາມເຖິງນ້ຳກິນນ້ຳໃຊ້ໃນບ້ານແມ່ນເອົາມາຈາກໃສ ແລະທີ່ເຫັນຢູ່ຕໍ່ໜ້າກໍຄືນ້ຳສ້າງຂອງປະຊາຊົນຕ້ອງອີ້ວຂຶ້ນມາຈາກສ້າງ ເທື່ອນີ້ສາຍຕາທີ່ເຂົາແນມເບິ່ງຈຶ່ງປະກົດເດັ່ນອອກອີກເປັນແວວຕາທີ່ໜ້າສົງສານ. ຕໍ່ມາຫົວໜ້າໂຄງການຈຶ່ງໄດ້ໃຫ້ທີມງານເອົາເຄື່ອງເຈາະຂະໜາດໃຫຍ່ມາເຈາະນ້ຳບາດານໃຫ້ປະຊາຊົນໄດ້ໃຊ້ຫຼາຍຂຶ້ນຕື່ມ. 

ແຕ່ສິ່ງເຫຼົ່ານັ້ນກໍບໍ່ພໍຕໍ່ຄວາມຕ້ອງການ ໃສຈະປູກຝັງ ໃສຈະເຮັດໄຮ່ໃສ່ນາ ເມື່ອຕົກລະດູແລ້ງກໍຄາດແຄນເຊັ່ນເຄີຍ. ເມື່ອເປັນດັ່ງນັ້ນແລ້ວ ໝໍຝຣັ່ງນັ້ນຈຶ່ງໄດ້ສ້າງອ່າງເກັບນ້ຳຂະໜາດໃຫຍ່ໃຫ້ອີກຢູ່ທາງເໜືອບ້ານ ເໜືອອ່າງເກັບນ້ຳເປື້ອນ ຊຶ່ງນ້ຳແມ່ນໄດ້ເຈາະເອົາຈາກສາຍເຊໄຫຼເຂົ້າມາ ເທື່ອນີ້ຊາວບ້ານຈຶ່ງມີນ້ຳກິນນ້ຳໃຊ້ຢ່າງອຸດົມສົມບູນພຽງພໍແນ່ ແຕ່ເວົ້າເລື່ອງເຂົ້າຢາກມາກແພງກໍຍັງເຊັ່ນເກົ່າ.

ໃນຂະນະທີ່ລົມກັນກັບສາຍວາລິນ ດາວລຸນນີກໍພໍຄິດອອກທິດສະດີຂໍ້ໜຶ່ງຄາວສະໄໝຍັງຮຽນຄື “ປູກເພື່ອທົດແທນ”.

“ວິທີນີ້ຈະເປັນການແກ້ໄຂທີ່ດີ ແຕ່ຈະໄດ້ຮັບຜົນໃນໄລຍະຍາວ” ສາຍວາລິນອອກຄຳເຫັນ.

“ແຕ່ກໍຈະຄ່ອຍເປັນຄ່ອຍໄປ ຄ່ອຍແກ້ໄຂໄປເທື່ອລະກ້າວ ທຸກຢ່າງມັນຕ້ອງໃຊ້ເວລາ” ດາວລຸນນີຊີ້ແຈງຕື່ມ ສາຍວາລິນງຶກຫົວເປັນການຕອບຕົກລົງ. ມື້ຕໍ່ມາທັງສາຍວາລິນ ແລະດາວລຸນນີໄດ້ເອີ້ນພໍ່ແມ່ປະຊາຊົນມາໂອ້ລົມກັນເລື່ອງທິດສະດີປູກເພື່ອທົດແທນຂອງດາວລຸນນີ ທຸກຄົນກໍເຊື່ອຖືໜຸ່ມສາວທັງສອງຢູ່ແລ້ວຈຶ່ງບໍ່ມີໃຜຂັດຂ້ອງຫຍັງ ແລະເຫັນດີເຮັດຕາມທຸກຢ່າງ.

   ພວກເຂົາເລີ່ມບົ່ງເພາະ ກ້າເບ້ຍໄມ້ໄລຍະຍາວ, ເບ້ຍໄມ້ກິນໝາກຊະນິດຕ່າງໆ, ເບ້ຍໄມ້ທີ່ມີລາຄາ... ເອົາໄວ້ທຸກຫຼັງເຮືອນ. ພໍໃຫຍ່ສົມຄວນ ເມື່ອເຖິງລະດູຟ້າລົງຝົນຕົກກໍພ້ອມພຽງກັນຂົນໄປປູກໃສ່ສວນໃຜສວນລາວ ທັງບ່ອນທີ່ເຄີຍຖາກຖາກຈົນເປົ່າແປນ ບ່ອນທີ່ເຄີຍບຸກເບີກໃນເມື່ອກ່ອນກໍເອົາໄປປູກໃສ່ທົ່ວເຂດແດນດິນ. ເມື່ອຫຼາຍປີຜ່ານໄປເບ້ຍໄມ້ນ້ອຍໆເຫຼົ່ານັ້ນກໍເລີ່ມເຕີບໂຕເປັນຕົ້ນໄມ້ທີ່ຂຽວງາມຂະຈີຂຶ້ນ.

     ສາຍນ້ຳເຊທີ່ເຄີຍບົກແຫ້ງ ແລະເໜົ່າເໝັນ ເມື່ອໄດ້ຍ້າຍອ່າງນ້ຳເສຍອອກໄປບ່ອນໃໝ່ ບໍ່ມີນ້ຳເປື້ອນຫ້ວຍໃດມາປົນເປອີກແລ້ວ ສາຍນ້ຳກໍກັບມາໃສງາມຄືເກົ່າ ດາວລຸນນີນັ່ງຢູ່ໂງ່ນຫີນບ່ອນທີ່ສາຍວາລິນມັກມານັ່ງນັ້ນ ແລ້ວແນມເບິ່ງນ້ຳທີ່ໄຫຼມາແຕ່ເໜືອລ່ອງລົງໃຕ້ຢ່າງມີຄວາມສຸກ.

“ເບິ່ງປາຕາຍອີກລະເບາະ?” ສາຍວາລິນຖາມຂຶ້ນ

“ບໍ່...ແນມເບິ່ງສາຍວາລິນ” ເຂົາເວົ້າພ້ອມສີກຍິ້ມກວ້າງໃຫ້ສາຍວາລິນ ແລ້ວເວົ້າຕໍ່:

“ຢາກເບິ່ງ ແລະຢາກຮູ້ລົມຫາຍໃຈຂອງສາຍວາລິນ ວ່າເວລານີ້ ລົມຫາຍໃຈເຂົ້າອອກຂອງເຂົານັ້ນຍັງສະທ້ອນເຫັນດາວ... ດາວດວງທີ່ຊື່ວ່າດາວລຸນນີຄົນນີ້ຢູ່ບໍ?”

“ບ້າ ! ” ສາຍວາລິນອົມຍິ້ມ ທັງເອົາມືຕົບບ່າດາວລຸນນີເບົາໆເພື່ອແກ້ອາການເຂີນອາຍ.

ປະພັນໂດຍ: ຫຼານຍ່ານາງລາວ

ມືດ


"ມືດ
 ມືດມົວໝອງໝົ່ນໝໍ້ . . ດຳກໍ່າທຳເອົາ 
 ຍັງຊິເຊົາຄືນງາມ . . . ລຶບໄລລົງລ້າງ
 ໃຫ້ຫາຍໝາງໝອງໄດ້ . . ອໍລະໄມຜຸດຜ່ອງ 
ຄຽມຄ່າຄອງຮູບເນື້ອ . . ໂສມເຊື້ອເຜົ່າພັນ 

ມືດມົວໝອງໝົ່ນໄໝ້ . . ກາຍກໍ່າກາດຳ 
ເປັນເພາະບຸນເວນກຳ . . ກໍ່ກະທຳປາງກີ້ 
ຈຶ່ງໄດ້ມີມາຕ້ອງ . . . ຕິດຕົວຕາມຕໍ່ 
ຫາຫຍັງພໍລົບໄດ້ . . . ຄົງໄຮ້ໄປ່ມີ 

ມືດມົວໝອງໝົ່ນເສົ້າ . . ເຫງົາຫງ່ວມທາງຈິດ 
ມືດຊີວິດວຽນວົນ . . . ວຸ່ນວາຍມິວາງເວັ້ນ 
ເປັນເພາະເວນໃດສ້າງ . . ກຳນາງໃນຊາດເກົ່າ ອີກບໍ 
ຫຼືອົງອິນບ່ອນຟ້າ . . . ມາປັ້ນປ່ຽນແປງ ບໍນໍ

 ຈຶ່ງໄດ້ມາພົບພໍ້ . . . . ຈໍຈວບຈວນຈຳ
 ໃຈລະກຳກືນທຸກ . . . ອຸກພະໄມໝອງໄໝ້
 ໄຮ້ຫົນທາງທຽວດັ້ນ . . ສະໝອງຕັນຕື່ມຕີບ
 ມືດເຖິງສິບແປດດ້ານ . . ຫາໃຜຊວ້ານຊ່ວຍຊູ ໄດ້ເດ? 

ໂດຍ: ອຸລາ ພົມມະສຸກຂະ 
(ຫຼານຍ່ານາງລາວ) 
14.06.2018

02 มิถุนายน 2563

ນະວະນິຍາຍຮັກຄິດຮອດທຸກລົມຫາຍໃຈ ep25

. ຕອນທີ25 "ຊາຍປິດສະໜາ"
ບາງສິ່ງບາງຢ່າງ ອາດຈະບໍ່ມີເຫດຜົນພຽງພໍທີ່ຈະໃຫ້ອະໄພ ແຕ່ສຳລັບບາງຄົນ... ເຖິງຈະມີຄວາມຜິດໄວ້ກ່າຍກອງຖ້ວມຫົວ ບໍ່ຈຳເປັນໃຊ້ເຫດຜົນເພື່ອຈະຍອມໃຫ້ອະໄພເຂົາ ມັນຄືສິ່ງທີ່ຫົວໃຈຮຽກຮ້ອງຕ່າງຫາກ. ຂ້ອຍບໍ່ສາມາດເວົ້າຫຍັງຫຼາຍກວ່າຂ້າງເທິງນີ້ໄດ້ ຜ່ານມາອາດຈະເຄີຍຄຽດຂົມຢູ່ໃນໃຈຫຼາຍຄັ້ງຄາວ ແຕ່ເມື່ອຂ້ອຍໄດ້ຮັບຄຳຕອບຈາກເຈົ້າ ບາງຢ່າງມັນກໍຊັດເຈນ. ເລື່ອງທຸກຢ່າງທີ່ເຈົ້າເວົ້າມາ ຫວັງວ່າເຈົ້າຈະບໍ່ຕົວຂ້ອຍອີກແມ່ນບໍ? ແຕ່... ຂ້ອຍຍັງຄາໃຈ ກັບຊາຍນາມ ສ. ທີ່ໂທຫາເຈົ້າຕອນນັ້ນຄືໃຜ? ກ່ຽວຂ້ອງຫຍັງກັບເລື່ອງຂອງເຮົາ? ເຈົ້າບອກວ່າເຂົາຄືຄົນຮັກຂອງຂ້ອຍ! ທັ້ງທີ່ຂ້ອຍບໍ່ຮູ້ຈັກເຂົາເລີຍ? ປະໂຫຍກຍາວໆທີ່ເຈົ້າຝາກໄວ້ ມັນພາໃຫ້ຂ້ອຍມືດໄປ ແປດດ້ານ ໃນຂະນະທີ່ຂ້ອຍກຳລັງອ່ານຈົດໝາຍສະບັບທີ່ຂຽນລ້າສຸດຂອງເຈົ້າ. ຂ້ອຍໄດ້ໂຈະການອ່ານຈົດໝາຍສະບັບນັ້ນໄວ້ ເມື່ອເລີ່ມເຂົ້າສູ່ວຽກງານການຮຽນປົກກະຕິ ແລະຫວັງວ່າຈະຫາເວລາວ່າງໆມານັ່ງອ່ານອີກຈັກສິບຮອບ "ຈົດໝາຍຮັກ" ນັ້ນ . "ໂດຍລູກຈະໄປດຽວນີ້" ສຽງຕອບສາຍໂທລະສັບຈາກພໍ່ຮັກ ໃຫ້ໄປຮ່ວມກິນເຂົ້າແລງ "ບໍ່ຟ້າວມາກະໄດ້ ຊິໃຫ້ຄົນໄປຮັບ, ລູກແຕ່ງຕົວຖ້າໂລດ" ສຽງເວົ້າຈາກປາຍສາຍ 15ນາທີຜ່ານໄປ ຂ້ອຍກໍໄດ້ໄປເຢືອນຢູ່ຄະລືຫາດຫຼັງໃຫຍ່ ຫຼັງໜຶ່ງໃນໃຈກາງເມືອງສະຫວັນ. ພາເຂົ້າທີ່ເຕັມໄປດ້ວຍອາຫານແຊບນົວເຄື່ອງຄາວຂອງຫວານຖືກວາງຂຶ້ນເຕັມໜ້າໂຕະ ທຸກຄົນເລີ່ມລົງມືຮັບປະທານອາຫານ ພ້ອມລົມກັນໄປນຳຢ່າງແຊບນົວມ່ວນງັນ. ພໍ່ຮັກໄດ້ແນະນຳແຕ່ລະຄົນທີ່ຍັງບໍ່ເຄີຍເຫັນກັນມາກ່ອນ ໃຫ້ຂ້ອຍຮູ້ຈັກ. "ນີ້ແມ່ນ ເອກ ລູກຊາຍຫຼ້າຂອງພໍ່ ຫາກໍຮຽນຈົບມາແຕ່ຫວຽດນາມ" ພໍ່ຮັກຊີ້ໃສ່ຜູ້ຊາຍຮ່າງສູງຂາວດັງຄົມສັນທ່າທີເຈົ້າຊູ້ ທີ່ນັ່ງຢູ່ເຊິ່ງໜ້າກັບຂ້ອຍ ເຂົາແນມເບິ່ງໜ້າຂ້ອຍແລ້ວຍີ້ມກວ້າງ ຂ້ອຍຍໍມືນົບສະບາຍດີເຂົາກ່ອນຈະຖືກເຂົາຕອບກັບມາວ່າ "ໄຫວ້ພຣະຈະດີກວ່າບໍ?" "ກະພານ້ອງໄປແນ່ຕີລະ" ພໍ່ຮັກເອີ່ຍຂຶ້ນ "ກະວ່າຢາກໄປຢູ່ ບໍ່ໄດ້ເຂົ້າວັດດົນແລ້ວ" ແມ່ຮັກຜູ້ນັ່ງຢູ່ຂ້າງກັບພໍ່ ທຳທ່າສຽງໄອສຽງຈາມຂຶ້ນ ພວກເຮົາຈຶ່ງຢຸດບົດສົນທະນາໄວ້ເທົ່ານີ້. ຂາກັບເຮືອນ ອ້າຍເອກອາສາເປັນຄົນຂັບລົດເມືອສົ່ງ ຂ້ອຍພະຍາຍາມປະຕິເສດ ແຕ່ພໍ່ຮັກກໍຍິນດີຢາກໃຫ້ອ້າຍເອກເມືອສົ່ງຂ້ອຍ, ຂ້ອຍເອງກໍບໍ່ກ້າທີ່ຈະຂີນຄຳເວົ້າຂອງເພິ່ນເຊັ່ນກັນ. ຕະຫຼອດໄລຍະທາງຕັ້ງແຕ່ຕົ້ນຈົນຮອດປາຍທາງ ພວກເຮົາໄດ້ໃຊ້ເວລາລົມກັນໄປຕ່າງໆນາໆບໍ່ເປັນຢຸດ ເຂົາຊ່າງເວົ້າວ່າຈາເກັ່ງ ຊວນລົມຫັ້ນລົມນີ້ໄປຫຼາຍໆເລື່ອງ. "ມື້ອື່ນ ອ້າຍຈະມາຮັບແຕ່ເຊົ້າ" "ມາຮັບ?" ຂ້ອຍເອີ່ຍເປັນສຽງຄຳຖາມ "ເອົາ ກະໄປວັດເດ ເຮົາລົມກັນແລ້ວຢູ່ເຮືອນ ຫຼືຊິກັບຄຳ" "ໂດຍ ໄປກໍໄປ" ******************************* ຫຼັງຈາກກັບອອກມາແຕ່ວັດ, ເຂົາຍັງພາຂ້ອຍໄປເລາະທ່ຽວເບິ່ງຫັ້ນເບິ່ງນີ້ ພາຂ້ອຍເຂົ້າເບິ່ງເຄື່ອງເສື້ອຜ້າຕາມຮ້ານດັງໆຫຼູໆ ຈະຊື້ນັ້ນຊື້ນີ້ໃຫ້ ຂ້ອຍພະຍາຍາມປະຕິເສດໄປເລື້ອຍໆ ຈົນເຖິງຂັ້ນວ່າຢາກລຳຄານເຂົາເສຍແລ້ວ "ຄົນພິສັງ ເພິ່ງຈະຮູ້ຈັກກັນຊ່າງມາເອົາອົກເອົາໃຈຈົນປານນີ້" ຂ້ອຍຄິດຢູ່ໃນໃຈ "ອີ່ພໍ່ບອກໃຫ້ດູແລລະໄມເປັນພິເສດ" ສຽງຂອງເຂົາດັງມາຈາກທາງຫຼັງ ເບິ່ງຄືວ່າຈະເດົາໃຈຂ້ອຍອອກ "ລະໄມໃຫຍ່ແລ້ວ ດູແລຕົວເອງໄດ້ຢູ່" "ໝາຍເຖິງ ເພິ່ນຢາກໃຫ້ເຮົາທັງສອງຮູ້ຈັກກັນ ແລະສະໜິດກັນກວ່ານີ້ນ່າ" ຂ້ອຍຄິດຢູ່ແລ້ວ ເພາະຜ່ານມາສອງສາມເດືອນກ່ອນ ຍິນເພິ່ນເວົ້າເຖິງລູກຊາຍຫຼ້າຄົນນີ້ໃຫ້ຟັງ ແລະຢາກໝັ້ນໝາຍໃຫ້ຂ້ອຍກັບອ້າຍເອກໄວ້ ກໍຄິດວ່າເພິ່ນເວົ້າຫຼິ້ນ ຂ້ອຍກໍບໍ່ໄດ້ຫົວຊາສົນໃຈຫຍັງ ຈົນມາຮອດວັນນີ້ ຈິ່ງໄດ້ຄິດພໍ້ ແລະ ບໍ່ຄິດວ່າ ພໍ່ຮັກຈະເວົ້າເອົາຈິງເອົາຈັງປານນີ້. "ເອົາ ຈອດລົດເຮັດຫຍັງ?" ພໍຂາກັບ ອ້າຍເອກຂັບລົດມາໄດ້ເຄິ່ງທາງ ເຂົາກໍຈອດລົດລົງແຄມທາງ "ອ້າຍລືມບອກ" ເຂົາເວົ້າພ້ອມຄວາໄປຈັບເອົາເຄື່ອງທີ່ຢູ່ເບາະດ້ານຫຼັງມາ ແລ້ວເດ່ໃຫ້ຂ້ອຍ "ອ້າຍຊື້ກະເປົ໋າໃຫ້ ຫວັງວ່າຄົງຈະຖືກໃຈລະໄມ" "ຊິຊື້ໃຫ້ເປືອງເງິນເຮັດຫຍັງ ກະເປົ໋າທີ່ນ້ອງພາຍກໍໃຊ້ໄດ້ຢູ່" "ເອີນ່າ... ຮັບເອົາເທາະ! ຖືວ່າເປັນນໍ້າໃຈເລັກໆນ້ອຍໆຈາກອ້າຍກະແລ້ວກັນ" ຂ້ອຍຈັບເອົາກະເປົ໋ານັ້ນມາແຍງ ເບິ່ງຊົງຈະລາຄາແພງພໍສົມຄວນ. "ດຽວ ໃສ່ຕອນນີ້ເລີຍ" "ໃສ່ຈັ່ງໃດ" "ເອົາເຄື່ອງໃນກະເປົ໋າຂອງນ້ອງມາໃສ່ໜ່ວຍໃໝ່ນີ້ເລີຍ" "ເມືອປ່ຽນຢູ່ເຮືອນກະໄດ້" "ບໍ່ໄດ້ ອ້າຍຢາກເຫັນນ້ອງໃສ່ຕອນນີ້" ເວົ້າແລ້ວເຂົາກໍຊ່ວຍຂ້ອຍເອົາເຄື່ອງຍັດໃສ່ກະເປົ໋າໜ່ວຍໃໝ່ ພໍດີລົດສອງສາມຄັນຂີ່ຜ່ານກາຍ ໄດ້ພາລົມພັດຕາມມາຢ່າງແຮງ ເຈ້ຍຊອງຂາວໆໄດ້ປີວອ້ອມທາງປະຕູລົດ "ເຈ້ຍຫຍັງຫັ້ນ ສຳຄັນບໍ?" ເຂົາຖາມ "ບໍ່ ຄືຊິບໍ່ມີຫຍັງດອກ ຂັບລົດໄປຕໍ່ເທາະ!" ເມື່ອກັບມາຮອດຫ້ອງ ຂ້ອຍກວດເບິ່ງຄືນຊອງຈົດໝາຍສະບັບທີ່ອ່ານຍັງບໍ່ຈົບນັ້ນ ແຕ່ຄົ້ນເບິ່ງທັງໜ່ວຍເກົ່າ ແລະ ໃໝ່ ກໍບໍ່ປະກົດເຫັນ ສົງໄສຄົງແມ່ນເຈ້ຍສີຂາວທີ່ປີວອອກຈາກລົດຕອນນັ້ນແທ້ໆ. ໜ້າເສຍດາຍຫຼາຍ ຂ້ອຍຍັງອ່ານມັນບໍ່ຈົບຊໍ້າ, ຍັງບໍ່ຮູ້ດ້ວຍຊໍ້າວ່າຂໍ້ຄວາມຕໍ່ຈາກນັ້ນລົງໄປແມ່ນເວົ້າເຖິງຫຍັງ ແມ່ນແຕ່ຊາຍປິດສະໜາຄົນນັ້ນ ເຂົາຄືໃຜ ຂ້ອຍຍັງບໍ່ຮູ້ເລີຍ! --------------------------------------- ປະພັນໂດຍ: ຫຼານນາງລາວ ສາວເມີງວັງ ຢ່າລືມ ກົດ Like & Share ກັນແນ່ເດີຖ້າຢາກອ່ານຕອນຕໍ່ໄປ