25 มกราคม 2563

ຄິດຮອດ ມ.ຊ

"ຄິດຮອດ ມຊ"

ຄິດຮອດຄາວກ່ອນກີ້.........ມີເພື່ອນແພງສະຫາຍ
ຫຼາຍພົງພັນໂຮມກັນ.........ກ່າວຂານໄຂຂໍ້
ຍໍວາຈີຈາແຈ້ງ................ຖະແຫຼງຄຳຄາວຂ່າວ
ຖາມເລື່ອງລາວມ່ວນແມ້ງ...ແລງແລ້ວຄ່ອຍຕ່າວເມືອ

ແຕ່ຍັງຄວນພໍ່າເພີ້.............ໃຈເມີ່ຫຼົງລະເມີ
ຄິດຮອດຫຼາຍເດີ ມຊ..........ແຫ່ງຫໍໂຮງຮຽນຮູ້
ທັງໝູ່ແພງເພື່ອນພ້ອງ.......ປອງດອງເຕົ້າຕ່ອມ
ຢູ່ບຸກຊັອບມື້ນັ້ນ...............ນານແລ້ວຫາກຈື່ຈຳ

ຄັນແມ່ນທາງຝ່າຍກໍ້າ.......ພົງເພື່ອນພາຍວຽງຈັນ
ຍັງຮັກຫອມຫວນກັນ.......ໃຫ້ດ່ວນມາຢາມຢ້ຽມ
ຄືກັບຮຽມຄາວນັ້ນ...........ໄປມາຫາແວ່
ທາງນັ້ນກໍວ່າແທ້.............ຄິດເຖິງແນ້ໃຫ້ແວ່ຢາມ  ກັນເນີ

✍🏼ອຸລາ ພົມມະສຸກຂະ
      25 ມັງກອນ 2017

21 มกราคม 2563

ກອນ: ດອກຝ້າຍລາຕົ້ນ ໂດຍ:ຫຼານຍ່ານາງລາວ

ກອນ:          “ດອກຝ້າຍລາຕົ້ນ”


ດອກຝ້າຍບານເບັ່ງອ້າ . . . . ລາລ່ວງສາຂາ
ຄືວ່າແຮງກາຍາ . . . . . . . . .ລ່າເຫຼືອງລົງສິ້ນ
ຕັ້ງແຕ່ຍິນຂ່າວຮ້າຍ . . . . . .ຊາຍຜູ້ໝາຍໝັ້ນແຕ່ງ
ລືມຄຳແພງນາດນ້ອງ . . . . .ຄວງຜູ້ອື່ນຊົມ

ເກືອບເປັນລົມຂາດສິ້ນ . . . ວິນວອດວາຍຕາຍ
ຊາຍຜູ້ໝາຍປອງນາງ . . . . .ຊ່າງກະທຳລົງໄດ້
ຕົວະໃຫ້ນົງຄານນ້ອງ . . . . .ສັນຫາກຽມກໍ່
ທໍຜ້າແພແຜ່ນຖ້າ . . . . . . . .ສົມມາເຈົ້າໂຄດຕາ

ຜ້າແພນາງເຮັດຫ້າງ . . . . . . ຍັງບໍ່ພຽງພໍ
ພໍ່ແມ່ລຸງອາວອາ . . . . . . . . .ຝ່າຍບາຫຼາຍລົ້ນ
ນ້ອງຈຶ່ງໄປປູກຝ້າຍ . . . . . . .ລ້ຽງໄໝສາວສືບ
ບໍ່ໃຫ້ທາງພໍ່ແມ່ອ້າຍ . . . . . . ຕິຄົນຈົນຜູ້ຮ້າຍ
                                          ໄດ້ລູກໄພ້ຜູ່ໄທ

ຫຼາຍວັນເດືອນເລື່ອນຍ້າຍ . . ຝ້າຍໃຫຍ່ເບີຍບານ
ພໍປະມານເກັບຜົນ . . . . . . . ຜະລິດໃຍສາຍຝ້າຍ
ແຕ່ເມື່ອຟັງເຫດຮ້າຍ . . . . . .ກາຍໃຈເພຍອ່ອນ
ດອກຝ້າຍຂາວອ່ອນຊ້ອນ . . ປີວວີ່ວອນທົ່ວຮົ້ວ
                                          ກໍຍຸຍ້ວຍຍ່ອຍດິນ ແລນ່າ

-------------------------------------------------------------------
ປະພັນໂດຍ: ອຸລາ ພົມມະສຸກຂະ
                   (ຫຼານຍ່ານາງລາວ)
                   19 ມັງກອນ 2020


13 มกราคม 2563

ກອນ: ຂໍ້ຄວາມເກົ່າ. ໂດຍ: ຫຼານຍ່ສນາງລາວ

“ຂໍ້ຄວາມເກົ່າ“


ຍາມທີ່ເຈົ້າ . . . . . . ຈອນຈາກ . . . . ພາກລາໜີ
ຄວາມຮັກທີ່ . . . . . ເຄີຍມີ . . . . . .  ມາຍໝອງໝົ່ນ
ຍາມທີ່ເຫງົາ . . . . . ເສົ້າໂສກ . . . . . ໂວກເຫວ່ວົນ
ໄດ້ແຕ່ຄົ້ນ . . . . . . . ແຊັດເກົ່າ . . . .  ເອົາມາອ່ານ

ຂໍ້ຄວາມເກົ່າ . . . .  ທີ່ເຮົາ . . . . . . . ເວົ້າຕໍ່ກັນ
ແມ່ນເຫິງນານ . . . ປານໃດ . . . . . . ກໍຄືເກົ່າ
ຍາມທີ່ຂ້ອຍ . . . .  ຫວງຫາ . . . . .  ຄິດຮອດເຈົ້າ
ພໍໄດ້ເອົາ . . . . . . . ມາອ່ານ . . . . . . ສຳລານໃຈ

ເຖິງມື້ນີ້ . . . . . . .  ທີ່ເຈົ້າ . . . . . . .  ຫ່າງຫາຍໄປ
ເຖິງບໍ່ມີ . . . . . . .  ແຊັດໃໝ່ . . . . .  ສົ່ງມາໃຫ້
ເຖິງມື້ນີ້ . . . . . . .  ຊິຄິດ . . . . . . . . ແທບຂາດໃຈ
ຍັງຢູ່ໄດ້ . . . . . . .  ພໍໄປ . . . . . . . .  ອ່ານແຊັດເກົ່າ

ເລື່ອງຄວາມຮັກ . . ຄວາມຫວານ . . . ເນີ່ນນານມາ
ຄຳເວົ້າຈາ . . . . . .  ຊິງຊັງ . . . . . . . . ຂອງສອງເຮົາ
ຄຳຮ້າຍດ່າ . . . . . . ວາຈາ . . . . . . . . ໜັກຫຼືເບົາ
ເຮົາລົມກັນ . . . . .  ຍິ່ງອ່ານ . . . . . .  ຍິ່ງຫວນຄິດ

ຄິດເຖິງເຈົ້າ . . . . . ຈອມໃຈ . . . . . . ໃນວັນກ່ອນ
ໃຈອາວອນ . . . . .  ວົນວາຍ . . . . . . ໃນດວງຈິດ
ຄິດເຖິງວັນ . . . . . ຮ່ວມຮຽງ . . . . . ຄຽງໃກ້ຊິດ
ແຕ່ວັນນີ້ . . . . . . . ເຈົ້າມິດ . . . . . . ທັງມາງເມີນ

-----------------------------------------------------------------

ອຸລາ ພົມມະສຸກຂະ
09 ທັນວາ 2019

ກອນ: ສາວຜູ້ໄທໝ້າຍຂັນໝາກ. ໂດຍ: ຫຼານຍ່ານາງລາວ

ກອນ:        "ສາວຜູ້ໄທໝ້າຍຂັນໝາກ"

ນາງນີ້ເຕີມຕໍ່ຕັ້ງ . . . . . . . . ຫວັງວາດວາງແວວ
ຊິໄດ້ແນວຄົນກຸງ . . . . . . . ມຸ່ງໝາຍສາຍກ້ຽວ
ສານສາຍແນນແນວໂນ້ມ . . ຮ່ວມຮຽງສ້ວມສູ່
ຢູ່ຄູ່ນົງນາດນ້ອງ . . . . . . . . ທາງທ້ອງຖິ່ນຜູ່ໄທ

ບຸນສາວນາທີ່ໄດ້ . . . . . . . ຊາຍພີ່ແພງຂວັນ
ຄິດເຫັນຄຳຫວານໆ . . . . . ພີ່ຂານໄຂກ້ຽວ
ທຽວໄປຫາມາຕ້ອນ . . . . . ປ້ອນຄາລົມອ້ອຍອິ່ນ
ຮັກທີ່ຍິນຈ່ອຍຈ້ອຍ . . . . . ແສນຫ້ອຍຫອດນຳ ແທ້ເດ

ຮອດຍາມຈຳຈາກຍ້າຍ . . . ອວນອວ່າຍກຸງໄກ
ຍັງໄດ້ໄລລານາງ . . . . . . .  ຂອດວາງຄຳເວົ້າ
ໃຫ້ນາງເອົາໃຈຕັ້ງ . . . . . . ຄອຍຫວັງທາງພີ່
ປີໜ້າຊິຕ່າວໂຄ້ງ . . . . . . . ຫານ້ອງມ່ອມນາງ

ທັງໝາຍເອົາແມ່ປ້າ . . . . . ດອມໂຄດລຸງຕາ
ແຫ່ຂັນໝາກມາຂໍ . . . . . . ຄູ່ຂວັນຄຽ

ງຂ້າງ
ຊາຍບອກນາງກຽມໄວ້ . . . ເຄື່ອງຂອງສະໄບບ່ຽງ
ມັດໝີ່ໄໝພ່ຳພ້ອມ . . . . .  ຜືນຜ້າແຜ່ນແພວາ

ນ້ອງກໍໄວຟັ່ງຟ້າວ . . . . . . ທໍຫູກສາວໄໝ
ເກັບລິງລາຍດອກດວງ . .  ຕ່ຳລົງຜືນຜ້າ
ສິ້ນສົມມາມານດາອ້າຍ . . ຫຼາຍແນວຄົບເຄື່ອງ
ຂັນຂໍຂັນໝາກພ້ອມ . . . . ຄຳຂ້ຽວແສດພູ

ຄວາມຫວັງຄຽງຄູ່ອ້າຍ . . ມາຍມາກຫຼາຍປະການ
ບໍ່ນານມີຄົນຂານ . . . . . . ຂ່າວລືຊາກ້ອງ
ຊາຍຜູ້ປອງແປງໝັ້ນ . . . . ຜັນໄປເປັນຕ່າງ
ມີສາວງາມຄູ່ຂ້າງ . . . . . . ວາງນ້ອງໜ່າຍແໜງ

ຂອງທີ່ນາງແຕ່ງຫ້າງ . . . . ກາຍວ່າເປັນໝັນ
ອ້າຍລືມສັນຍາເຮົາ . . . . . ກ່າວກັນເອົາໄວ້
ແສນເຈັບໃຈຈົມໄຫ້ . . . . ສາວຜູ້ໄທຄົນຊ່າ
ວ່າຂັນຂໍໝາກໝ້າຍ . . . . . ໄລຮ້າງຄ່າດອງ ແລ້ວນ່າ

------------------------------------------------------------

ອຸລາ ພົມມະສຸກຂະ
(ຫຼານຍ່ານາງລາວ)
05. 01. 2020




ກອນ: ຢາກເປັນນົກ. ຫຼານຍ່ານາງລາວ


11 มกราคม 2563

ກອນ: ຄືນໜາວໃນຫ້ອງເຊົ່າ ໂດຍ: ຫຼານຍ່ານາງລາວ

"ຄືນໜາວໃນຫ້ອງເຊົ່າ"


ແມ້ງເມື່ອຄືນຄໍ່າຄ້ອຍ .  .  .  ຄົນພອຍພາກພະເນຈອນ
ໄກຈາກຄອນເຄີຍເນົາ .  .  .  ເກົ່າເດີມດາດັ້ງ
ຄິດພະວັງເວງວ້າງ .  .  .  .  ກາງກຸງກວ້າງໃຫຍ່
ເຕັມແຕ່ໄຟພາກຟ້າ  .  .  .  . ນະພາແຈ້ງສາດສີ

ລາຕີການໜ່ວງນ້າວ .  .  .  . ໜາວສັ່ນຊວງເຊັນ
ຄິດເຫັນເດມານດາ  .  .  .  .  ຜູ້ຢູ່ນາຖຽງນ້ອຍ
ຄອຍຖັກແພຜືນຜ້າ  .  .  .  .  ໃຫ້ບຸດຕາຕຸ້ມຫົ່ມ
ໂສມໃສ່ຄີງອວບອ້ອມ .  . .  .  ຫອມນໍ້າຄາມອຸ່ນພ້ອມ
  .   .  .  .  .  .  .  .  .  .  .  .  ມານດາຍ້ອມຫຍິບຊຳ

ຍາມມາໄກແກ່ນແກ້ວ .  .  .  .  ແຄ້ວຄິດຄະນິງຫຼັງ
ທັງວາໂຍໂຍນໜາວ .  .  .  .  .  ຕ່າວຕີຕຳຕ້ອງ
ຄອງຄິດແນນຳຜ້າ .  .  .  .  .   ສະໄບງາມຂອງແມ່
ຢາກມີແພຕ່ອມຕຸ້ມ  .  .  .  .  . ພໍຫາຍນ້າວໜ່ວງໜາວ ນີ້ນາ

ຄາວລົມວອນວີ່ເປື້ອງ .  .  .  .   ເຟືອງພັດຜະຫຼຽງໄກວ
ດວງພະໄມມົວໝອງ .  .  .  .  ອະເນກນອງໃນໜ້າ
ແນມນຳຂວາແລຊ້າຍ .  .  .  .  ໃນຫໍຫ້ອງເຊົ່າ
ມີແຕ່ແປນເປົ່າວ້າງ .  .  .  .  .  ຄົນຄຽງຂ້າງແມ່ນບໍ່ມີ

ລະດູເຫມັນແບບນີ້ .  .  .  .  .  ແສນທີ່ຖະຫວິນຫາ
ເຖິງບ້ານນາເຄີຍນອນ .  .  .  .  ບ່ອນເຮືອນຮັງເຢົ້າ
ຢາກເມືອນອນເນົາຢັ້ງ .  .  .  .  ອີງອາຍອົບອຸ່ນ
ເມືອກອດຄຸນແມ່ຂ້ອຍ .  .  .  .  ໜາວກຳພອຍຄົງເພັ່ນຜ້າຍ
  .  .  .  .  .  .  .  .  .  .  .  ຫາຍສ້ຽງເສື່ອມສະຫຼາຍ ແທ້ນາ

________________________________________
✍🏼ອຸລາ ພົມມະສຸກຂະ
      ຫຼານຍ່ານາງລາວ
      ໑໑.໐໑.໒໐໑໘

10 มกราคม 2563

ກອນ: ຮັກແທ້ແພ້ປະເພນີ ໂດຍ: ຫຼານຍ່ານາງລາວ

ຮັກແທ້ແພ້ປະເພນີ


ນ້ອງນີ້ແນວໜໍ່ເຊື້ອ          ຕໍຕ່ຳກາດຳ
ບໍ່ແມ່ນຫົງຄຳເຫີນ           ເວີ່ນວົນວຽນຟ້າ
ເປັນສາວນາປົນເປື້ອນ      ບວກຕົມໝອງໝົ່ນ
“ຜູ້ໄທ” ຊົນຊື່ຊັ້ນ             ເມືອງນ້ອງນັ່ງເນົາ

ວັນນີ້ ສາວແດນດອຍດັ່ງນ້ອງ     ຄອງຄູ່ຄົນໃຄ
ຄອຍພີ່ຊາຍຄືນຄອນ        ຮ່ວມໝອນຊອນເຊື້ອ
ໂສມສະເຫຼົານວນເນື້ອ      ເມືອເອົາພໍ່ແມ່
ແຫ່ຂັນຂໍຂອດນ້ອງ          ເປັນໄພ້ແມ່ຊາຍ

ຍາມນີ້ ນາງໄດ້ຮັບເຫດຮ້າຍ  ຄົນຈ່າຍຈາຂວັນ
ມານດາຂອງອວນອົງ         ໄປ່ປະສົງສານສ້າງ
ບອກວ່າທາງນວນນ້ອງ      ຮີດຄອງເຄົ້າຄັ່ງ
ຄ່າຫົວມາຍມາກລົ້ນ          ເກີນຮ້ອງຄາດຂໍ

ປຸກເຮືອນຫໍຕູບນ້ອຍ        ກຽມແຫ່ຮຽງສອງ
ລ້ຽງຜີບ້ານຄອງເມືອງ       ກູກຂວັນຂານເອີ້ນ
ເຫຼົ້າໄຫໄກໂຕຕັ້ງ              ວາງໃນພາແຕ່ງ
ຕັບໝູມັນສັນໝູປິ່ນປິ້ງ     ພຽງພ້ອມພ່ຳກັນ

ທັງວ່າຄຳຄ່າແກ້ວ              ເງິນກີບຫົວໜາມ
ຫາມຫົວງົວຫົວຄວາຍ       ແຫ່ໄປປຸນພ້ອມ
ເພິ່ນຂໍຍອມຄອງເຄົ້າ          ສາວຜູ້ໄທຫຼາຍຮີດ
ຄິດວ່າ ມັນເປັນໄປບໍ່ໄດ້      ຂໍໃຫ້ຫ່າງລາ

ນ້ຳຕານາງຍັ່ງຍ້ອຍ             ພອຍແມ່ຊາຍຂານ
ຄືວ່າໄຟເຜົາຜານ                ສຽບສຸມໃຈນ້ອງ
ຍ້ອນຮີດຄອງຄືເວົ້າ           ຫຼືອວນມີສາວໃໝ່
ຫຼືວ່າ ພໍ່ແມ່ອ້າຍ                 ຊັງຜູ້ຮ້າຍດັ່ງນາງ ເດນໍ?

-------------------------------------------------------------------
ປະພັນໂດຍ: ອຸລາ ພົມມະສຸກຂະ
                   (ຫຼານຍ່ານາງລາວ)
                   06. 01. 2020

ກອນ: ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່


04 มกราคม 2563

ກອນ: ຮັກແພງແບ່ງປັນ


                    ຮັກແພງແບ່ງປັນ

ສານສຳພັນຜູກໄວ້  .  .  .  .  .  ເສີມໃສ່ແນວດີ
ມິດໄມຕຼີສະມັກຄີ  .  .  .  .  .  .  ພໍ່າພຽງພຽນພ້ອມ
ຄວາມຮັກຫອມຫວນເຮົ້າ  .  .  . ພົງພັນເຕົ້າຕ່ອມ
ຖະໜອມແພງເພື່ອນພ້ອງ  .  .  ພີ່ນ້ອງຊັ້ນຊື່ລາວ ເຮົານາ

ກັນແລະກັນຕໍ່ຕັ້ງ  .  .  .  .  .  .  ຫວັງວາດວາງທີ
ມີຈິດໃຈອາລີ  .   .  .  .  .  .  .  . ເພີ່ມພູນທຳດີໄວ້
ຢາກໃຫ້ຮັກໃສກ້າ  .  .  .  .  .  .  ພັດທະນາຕົວກ່ອນ
ຄຸນຄວາມດີຍ່ອມຢ້ອນ  .  .  .  .  ຕອນທ້າຍຕໍ່ຕົນ ເຈົ້າເອີຍ

#ສຸກກາສານສຳພັນຜູກໄວ້  .  .  .  .  .  ເສີມໃສ່ແນວດີ
ມິດໄມຕຼີສະມັກຄີ  .  .  .  .  .  .  ພໍ່າພຽງພຽນພ້ອມ
ຄວາມຮັກຫອມຫວນເຮົ້າ  .  .  . ພົງພັນເຕົ້າຕ່ອມ
ຖະໜອມແພງເພື່ອນພ້ອງ  .  .  ພີ່ນ້ອງຊັ້ນຊື່ລາວ ເຮົານາ

ກັນແລະກັນຕໍ່ຕັ້ງ  .  .  .  .  .  .  ຫວັງວາດວາງທີ
ມີຈິດໃຈອາລີ  .   .  .  .  .  .  .  . ເພີ່ມພູນທຳດີໄວ້
ຢາກໃຫ້ຮັກໃສກ້າ  .  .  .  .  .  .  ພັດທະນາຕົວກ່ອນ
ຄຸນຄວາມດີຍ່ອມຢ້ອນ  .  .  .  .  ຕອນທ້າຍຕໍ່ຕົນ ເຈົ້າເອີຍ


ໂດຍ: ຫຼານຍ່ານາງລາວ

#ມອບຂອງຂວັນຍ້ອນຫຼັງປີໃໝ່-ປີເກົ່າ ແລະທັງຂອບໃຈໝູ່ເພື່ອນສຳລັບຂອງຂວັນທີ່ມາມອບໃຫ້.
ປລ: ກັນແລະກັນ!...ສຸກໃຈທັງຜູ້ໃຫ້ແລະຜູ້ຮັບ


ກອນ: ເຊີນມາຢາມບ້ານນ້ອງ.


             "ເຊີນມາຢາມບ້ານນ້ອງ"


ຢູ່ທາງແຖວຖິ່ນນ້ອງ     ນາມຊ່າສຽງເຊັງ
ເກັ່ງພາກັນທຳນາ         ປູກຄົວແຕງເຕົ້າ
ກາດຊີຊອມຂາວກ້ານ    ປະມານຫຼາຍຢາຍຢັ່ງ
ກະລໍ່າອໍອັ່ງແໜ້ນ         ຊົນແຟ້ນແກ່ນກັນ

ມາແມ ມາແວ່ບ້ານ       ຖານຖິ່ນດິນນາ
ນາມວ່າ"ຊອກ" ຄາເມ  ມ່ອງຄົນຂະຫຍັນສູ້
ພາກັນປູແປງສ້າງ        ດຳນາກ້າຫວ່ານ
ລະດູການຕ່າວແລ້ງ      ນາແຊງສີ້ວຊື່ນສະອອນ  ແທ້ດ່າຍ

ປະພັນໂດຍ: ຫຼານຍ່ານາງລາວ
                   ໐໔ ມັງກອນ ໒໐໑໙

ຂຽນທີ່ຖຽງນາແມ່ເຖົ້າເຄືອ.



01 มกราคม 2563

ກອນ: ສະບາຍດີປີໃໝ່



ກອນ: ສາວຜູ້ໄທອາໄລຮັກ

                "ສາວຜູ້ໄທອາໄລຮັກ"

ແນມເບິ່ງບຸງເມັດເຂົ້າ  .  . ເຫງົາຫງ່ວມໂງງົມ
ລະທົມທາງຣຶໄທ  .  .  .  .  ໃຝ່ຜະຫວາຄືນກໍ້າ
ປີກ່ອນຍັງຈຳໄດ້  .  .  .  .  ມິໄລລືມອະດີດເກົ່າ
ຄວາມຫຼັງເຮົາຮ່ວມສ້າງ . ທາງນານ້ອຍອ້ອຍໜູ ພີ້ນ່າ

ຄາວກ່ອນມີຍອດຊູ້  .  .  .  ຄອຍຄູ່ຮຽງຫອມ
ພ້ອມພາກັນໄປນາ  .  .  .  ເກັບຜົນລະປູກເຂົ້າ
ເຮົາຖືບຸງແບກຂຶ້ນ  .  .   .   ກອງໂຮມເລົ້າໃຫຍ່
ແລ້ວໄລ່ຄວາຍອີ່ຕູ້  .  .  .  .  ເລັມຫຍ້າຢູ່ນາ

ຍາມແລງມາເລາະຫຼິ້ນ  .  .  ແຄມໄຮ່ຫົວນາ
ບາເປົ່າປີ່ຕໍເຟືອງ  .  .  .  .  . ນີ່ເນືອງນັນກ້ອງ
ເລີຍເລົ່າພານາງນ້ອງ  .  .  . ຂີ່ຄວາຍຊົມທົ່ງ
ອັດສະດົງຍັບຍ້າຍ  .  .  .  .   ຈິງໄດ້ອວ່າຍເມືອ

ວັນນີ້ ສາວຜູ້ໄທມານັ່ງເກີ້ .  .  ເຈີຈໍ່ຈວນຊາຍ
ຍາມຢູ່ໂດຍດຽວດາຍ  .  .  .  . ສຸດອາໄລໃຈຄ້ອຍ
ບຸງເຂົ້າເຄີຍມີອ້າຍ  .  .  .  .  .  ຊາຍຫາມຊູຊ່ອຍ
ຄາວນີ້ ເຫຼືອແຕ່ຕົນນາດນ້ອຍ .  . ຄອຍອ້າຍຜູ້ບໍ່ໃຍ ພີ່ເຮີຍ

ປະພັນໂດຍ: ຫຼານຍ່ານາງລາວ
                   ໒໐ ທັນວາ ໒໐໑໘