20 กรกฎาคม 2563

ກອນ: ງາມແມ່ຍິງລາວ



ບົດກອນ: “ງາມແມ່ຍິງລາວ”

ງາມເດ ງາມຍິງຍາມອ່ອນນ້ອມ . ຄຳຄ່ອງວາຈາ
ກິລິຍານວນນາງ  .  .  .  .  . ຍ່າງຍົວລະຍາດຍ້າຍ
ໂດຍດັ່ງຫົງຄຳຜ້າຍ  .   .  .  ທະຍານສູງຊົມປ່າ
ງາມດັ່ງດວງດອກຟ້າ .  .  .  ສະຫວັນເບື້ອງບ່ອນບົນ

ງາມເດ ມວຍເກດເກົ້າ  .  .  ແຊມສອດຈຳປາ
ປະຈັກຕານຳນາງ  .  .  .  .  . ດົກຍາວຍອຍຊ້າງ
ແພແຜ່ນນາງເຄນເນື້ອ  .  .   ເຄືອສະໄບບ້າຍບ່າ
ເສີມຄ່າຄຸນມິຕ່ຳຕ້ອຍ .  . .  ງາມບໍ່ພອຍຕ່ຳແຕ້ມ
  .  .  .  .  .  .  .  .  .  .  .   .  ແນມແລ້ວເບື່ອບໍ່ເປັນ ແທ້ໃດ

ຍາມນາງ ເຂັນຂອດຝ້າຍ .  .  ມືແກວ່ງໄກວຫຼາ
ດອມຍາງຂາວທະຍານສູງ  .  ໂບກບວຍບິນຟ້າ
ຄວາມຂະຫຍັນພຽນພົ້ນ  .  . ການງານບໍ່ຄາຄັ່ງ
ເຮືອນສາມນ້ຳສີ່ສ້າງ .  .  .  .  ຮຽນຮູ້ຊູ່ແນວ

ງາມຍິງຍາມຕໍ່ຕ້ານ .  .  .  .  . ຕີຕ່ອຍມວນມານ
ຜີຮ້າຍຮານຮາວີ  .  .  .  .  .  . ຫ່າງຫາຍເຫີນກ້ຳ
ງາມນ້ຳໃຈຂານສູ້  .  .  .  .  .   ຍິງລາວກ້າເກັ່ງ
ຊື່ລາວເຊັງຊ່າກ້ອງ .  .  .  .  .  ໄກກ້າວເກື່ອນໂລກາ

ງາມຍິງ ຄາວເມື່ອຄັ້ງ  .  .  .  .  ປາງກ່ອນເດີມດາ
ກ້າວສູ່ສາກົນໄກ  .  .  .  .  .  . ຊື່ສຽງແຊວກ້ອງ
ຍິງລາວບໍ່ຮອງໃຫ້  .  .  .  .  .  ຍິງໃດຊາດອື່ນ
ຄວາມງາມທັງຮອບຮູ້  .  .  .   ລາວໄດ້ສູ່ແນວ ແທ້ນາ

ໂດຍ: ຫຼານຍ່ານາງລາວ
20. ກໍລະກົດ. 2020
ຂອບໃຈພາບປະກອບຈາກເຟສບຸກ

17 กรกฎาคม 2563

ໜ້າເຈ້ຍທີ່ວ່າງເປົ່າ





ມີຫຼາຍເທື່ອທີ່ເຄີຍເປັນ
ເມື່ອເປີດສະມຸດບັນທຶກ
ກັບປາກກາຂຶ້ນມາ
ຕັ້ງໃຈວ່າຈະລະບາຍຫຍັງບາງຢ່າງລົງໄປ
ພໍຈະເຮັດໃຫ້ສະບາຍໃຈຂຶ້ນ

ແຕ່ແລ້ວ ມັນກໍຂຽນຫຍັງບໍ່ໄດ້
ແມ່ນແຕ່ຄິດ ກໍຄິດຫຍັງບໍ່ອອກ

ທຸກຢ່າງມັນອັດຕຶງຢູ່ໃນຊ່ວງອົກ
ຄວາມອິດເມື່ອຍ
ຄວາມທໍ້ແທ້
ຄວາມທຸກທໍລະມານ
ຄວາມຢ້ານກົວ
ຄວາມຢາກ
ຄວາມຕ້ອງການ
ຄວາມສະເໜຫາ
ມັນຄືສິ່ງໃດກັນແທ້
ມັນແມ່ນບັນຫາຂໍ້ໃດ
ທີ່ເຮັດໃຫ້ໜັກໃຈ
ເໝືອນພູເຂົາ1000ໜ່ວຍມາທັບຖົມລົງໜ້າເອິກ

ຄວາມຮູ້ສຶກນີ້ມັນບອກໃຜບໍ່ໄດ້
ມັນເປັນເລື່ອງເສົ້າໃຈທີ່ລະບາຍບໍ່ໄດ້ອີຫຼີ
ເມື່ອ...ສຸດທ້າຍ ແລະທ້າຍທີ່ສຸດແລ້ວ
ກໍຕ້ອງປິດສະມຸດບັນທຶກໄວ້ຄືເກົ່າ
ເຈ້ຍທີ່ຈົ່ງຫວ່າງໄວ້
ກໍກາຍເປັນໜ້າເຈ້ຍທີ່ວ່າງເປົ່າ

ປ່ອຍໃຫ້ ຄວາມເສົ້າ, ຄວາມເຫງົາ...
ເຂົ້າມາຄອບງຳຕົວເອງ ເຊັ່ນເຄີຍ...😔

Oula Phommasoukha

ກອນ: ເຫດມາຈາກໃສ





                      ເຫດມາຈາກໃສ?

ຝົນຕົກເທທັ່ງທື້ນ  .  .  .  .  ຮຶນຮຶ່ນໂຮຍຮຳ
ຕາມໄຮ່ນານີນອງ   .  .  .  .  ທົ່ວຄອງໜອງຫ້ວຍ
ສວນສາລີສວນກ້ວຍ   .  .  .  ນວຍນາຍນໍ້າອັ່ງ
ລັ່ງກະແສຖອກເທັ້ງ   .  .  .  ຖົມຖ້ວມທົ່ວແດນ

ແມ່ນແຕ່ເຮືອນແຫ່ງຮ້ານ  .  ສະຖານຖິ່ນດິນດອນ
ບ່ອນເນົານອນອາໄສ   .  .  .  ນັ່ງເຊົາຊອນຊົ້ນ
ບໍ່ຫ່ອນຫວິດວາຍພົ້ນ  .  .  .  ຝົນໂຮຍແຮງເຮັ່ງ
ເປັ່ງລົງເລີຍລັ່ງລົ້ນ  .  .  .  .  ຖະໜົນເຄີຍໄຕ່ຂວ້າມ
  .   .   .  .  .  .  .  .  .  .  .   ຍາມນີ້ມອດມາຍ

ເຫດອັນໃດຈຶ່ງໄດ້  .  .  .  .  .  ໄຫຼລັ່ງລິນກະແສ
ແຕ່ກ່ອນເດີມດາດົນ  .  .  .  .  ເກົ່າກາຍມາແລ້ວ
ນໍ້າເປັນແລວລິນເລື້ອຍ  .  .  .  ເລີຍລົງຄືນຄໍ່າ
ຕົກກະໜໍ່າຄູ່ມື້  .   .  .  .  .  .  ບໍ່ຄືຄັ້ງດັ່ງເຫັນ

ຄາວນີ້ ມີຝົນເຟືອນຟາດຝົ້ງ .  ລົງລັ່ງລິນໄຫຼ
ກາຍບໍ່ພໍພຽງຄືນ  .  .  .  .  .   ທົ່ວຜືນພາຍພື້ນ
ກາຍເປັນຜືນນານໍ້າ  .  .  .  .   ລຳທານທົ່ວຖິ່ນ
ດິນດອນໂນນຊັ່ນຊັ້ນ   .  .  .  . ຍັງບໍ່ກັ້ນກີດກັນ ໄດ້ນາ

ມັນເຫດໃດທ່ຽງແທ້  .  .  .  .  ລອງແວ່ຈາໄຂ ມາດຸ!
ມີໃຜໄປຕັດຮອນ  .  .  .  .  .  . ໝູ່ມວນສາຂາໄມ້
ຫຼືປວກແມງມອດນ້ອຍ  .  .  .  ກັດແກມກິນຮາກ
ຫຼືວ່າຖາງຖາກຫຼ້ອນ  .  .  .  .  ພູຈ້ອນເຈື່ອນລົງ

ນໍ້າຈຶ່ງຫົງອັ່ງຖ້ວມ  .  .  .  .  .  ທາມທົ່ງດົງດອນ
ບໍ່ມີບ່ອນບັງເກັບ  .  .  .  .  .  .  ກອບກືນເອົາໄວ້
ເລີຍລິນໄຫຼລາມບ້ານ  .  .  .  .  ເຮືອນຊານຖານຖິ່ນ
ທາງຍຸພິນແຜ່ນພື້ນ  .  .  .  .  . ສຽງສະອື້ນອາບອາໂປ


                 

09 กรกฎาคม 2563

ຄືນຈັນເພັງ

.                        "ຄືນຈັນເພັງ"




ນັ່ງຈ້ອງຈັນແຈ່ມແຈ້ງ      ແສງສ່ອງສີໃສ
ອໍລະໄມມວນດາວ            ເດັ່ນເດືອນປະດັບຟ້າ
ຈັນທາຊອງຊອມສິ້ງ         ຫຼິງລົງລ້າງລຸ່ມ
ປຸ່ມລຸ່ມຊຸມຊາດເຊື້ອ          ຊາວພ້ອງເພື່ອນປະຊາ

ທົ່ວອານາດ່ານດ້າວ          ຊາວຊື່ນຊົມດູ
ໝູ່ດວງດາວດາຣາລອຍ   ປ່ອຍແສງແຮງກ້າ
ພະສຸທາທົງເອ້                 ອາບແສງສີສ່ອງ
ທຸກທົ່ວຫົນແຫ່ງຫ້ອງ      ເມື່ອລຳມອງແນ່ແລ້ວ
                                     ແວວວາວເອ້ອວດງາມ  ແທ້ນາ

ແຕ່ວ່າ ເຖິງແມ່ນຈັນຈອບສິ້ງ  ຫຼິງແຜ່ນພະສຸທາ ກໍຈິງ
ແຕ່ມະໂນໃນຄົນ                    ໝົ່ນມົວມິມາຍເສົ້າ
ເອົ້າລະທົມທວງທໍ້                  ບໍ່ຮູ້ເຫັນຮູຮ່ອມ
ຄ້ອມຄືນວັນແຈ່ມແຈ້ງ            ແສງເສົ້າເສື່ອມຊຶມ  ຢູ່ນາ

ໂອນໍ ອຸກອຸລານາດໄທ້            ໄຫວຫວັ່ນຜັນແປ
ແລເບິ່ງດວງເດືອນງາມ         ອະລ່າມເຮືອງຮອງຟ້າ
ຄືຈັນທາທົງແຍ້ມ                  ແຊມຄຳລະຫັດໃສ່
ປິດສະໜາຝາກໄວ້                ໃຜແກ້ບໍ່ຫ່ອນໄຂ ແທ້ນາ

ຣຶໄທຮຽມກໍດັ່ງດ້າມ               ສະເໝີມິ່ງຈັນທາ
ປວດອຸລາທົນທຸກ                   ອຸກລະບົມຂົມແຄ້ນ
ແສນຍາກຊາຊວງຊໍ້າ              ກຳໄດຫຼືມາຈ່ອງ
ຄືນວັນເພັງພາຈອບຈ້ອງ         ສ່ອງເຫັນແດນດ່ານໄມ້
                                       ແຕ່ໃຈນັ້ນບໍ່ເລົ່າເຫັນ ໄດ້ນາ
 --------------------------------

ໂດຍ:.....ອຸລາ ພົມມະສຸກຂະ......✍🏼
       (ຫຼານຍ່ານາງລາວ)
        09. ກໍລະກົດ. 2017

ບົດກອນ: ໃຫ້ ແລະ ໄຮ້


                   " ໃຫ້ ແລະ ໄຮ້ "





ເປັນຝ່າຍແຝງໃຝ່ຝັ້ນ  .  .  .  .  ພັນຜູກສະເໜຫາ
ມ້ວນມອບໝາຍພະໄມ .  .  .  .  ຍື່ນຍໍໃຍຍື້
ຮື້ເຫື່ອແຮງໂຮມໃຫ້  .   .  .  .  .  ກາຍໃຈແຈງຈ່າຍ
ພຽງເພື່ອຫວັງວ່າໄດ້ .  .  .  .  .  ໃຈເຈົ້າແຈ່ມຈິງ

ຫຼາຍສິ່ງເສີມຊ່ວຍສ້າງ  .  .  .  .  ວາງວາດວາຖະແຫຼງ
ຄອຍລໍ່າແຍງແພງຮັກ   .  .  .  . ຫໍ່ຫອມຫວນເຮົ້າ
ຄອຍບັນເທົາທວງທໍ້   .  .  .  .  . ບໍ່ມີແວວຽນວ່າງ
ໃຫ້ທຸກຢ່າງທີ່ໄດ້  .  .  .  .  .  .  .  ບໍ່ເຄີຍໄຮຮໍ່າຮ້ອງ
  .  .  .  .  .  .  .  .  .  .  .  .  .  . ຫຼືແມ່ນຟ້ອງຄ່າຄືນ

ອີກຝ່າຍຝືນຂາດຂໍ້  .  .  .  .  .   ຂຽນຄ່າຄວາມໝາຍ
ໃຈບໍ່ດີດາດອມ   .   .  .  .  .  .  . ດັ່ງດຽວໂດຍດ້າມ
ການກະທຳຈວນແຈ້ງ  .  .  .  .   ເຈດຈຳນົງຈາງຈືດ
ຫງຳງໍງົງງຶດງໍ້  .  .  .  .  .  .  .   ພໍແລ້ວເລື່ອງລາວ

ເຂົາຜູ້ຫອມຫໍ່ໃຫ້  .  .  .  .  .  .  ຮຽງຫິ່ງບໍ່ແຮມຫາຍ
ກັບຝ່າຍແຝງພຽງຜົນ  .  .  .  .  ປະໂຫຍດຕົນເຕັມລ້ວນ
ແມ່ນມ້ວນໝາຍຄຳແກ້ວ  .  .  .  ເພັດນິນຈິນດາຄ່າ
ສາຍຊີວາເລືອດເນື້ອ  .  .  .  .  .   ຫຼາຍລົ້ນເຫຼືອລັ່ງໃຫ້
  .   .   .  .  .  .  .  .  .  .  .  .  .  ກໍໄຮ້ຄ່າລາຄາ  ຢູ່ດີ...

ປະພັນໂດຍ:  ຫຼານຍ່ານາງລາວ
                    ໐໙.໐໗.໒໐໑໘

05 กรกฎาคม 2563

ບົດກອນ: ແມ່ນໃຜກຳນົດ





           "ແມ່ນໃຜກຳນົດ?"


ຄວາມຂົມເຄືອງຄຽດແຄ້ນ   ແໜ້ນໜ່ວງລະທົມທຸກ
ຮຸກຮົນແຮງຮາວໄຟ            ແຜດຜານເຜົາໄໝ້
ຣຶໄທທວງທົງບ້າ                 ອຸລານາງໄຫວຫວັ່ນ
ຊີວັນວິນມອດມົ້ວ               ຕົວອີ່ນາງນາດຫຼ້າ
                                ສະເອືອນໜ້າຄາບນໍ້າຕາ  ເຈົ້າເອີຍ

ຈັກວ່າ ຈັກວ່າອົງເທບໄທ້     ອິນແຕ່ງເຕີມມາ
ເທວາທາງພາຍບົນ            ບົ່ນກະທຳທົງແກ້ງ
ຫຼືແມ່ນໃຜມາແປງປີ້ນ       ຫຼິ້ນລະຄອນສາກນໍ້າເນົ່າ
ໃຫ້ແຕ່ເມົາເກືອກກໍ້າ          ຊວງຊໍ້າໂສກໂສກາ

ຫຼືຊະຕາວາງວາດໄວ້          ໄຂຂີດຂຽນມາ
ໃຫ້ລະທົມທົນທຸກ              ອຸກມະໂນໃນນ້ອຍ
ໃຈກຳພອຍພາງໄຫ້           ຣຶໄທທວງຂົມຂື່ນ
ທຸກວັນຄືນຊອກຊໍ້າ            ລະກຳໄໝ້ເມື່ອຍໃຈ ເດນໍ

ຄົນເຄີຍໄຂປາກຕ້ານ          ຂານຕໍ່ເຕີມຄວາມ
ຍາມເຮົາຮົນເຮັງໃນ           ອ່ອນກາຍຣຶໄທລ້າ
ຄອຍປະໂລມຈາເວົ້າ           ເອົາໃຈຊູຊ່ອຍ
ຄາວນີ້ມາມິດມ້ອຍ             ຄອຍເກີ້ພ່ຳລະເມີ

ຈຶ່ງວ່າ ຄວນຄິດເພີ້            ເຫຼືອໄຝ່ໃນຝັນ
ຄຳຢືນຢັນຈາຈິງ               ຈ່າຍຄວາມຄະດີຂໍ້
ວ່າແມ່ນໃຜນໍແຕ້ມ            ຊະຕາທາງນາງນາດ
ແມ່ນໃຜແທ້ທົງຄາດໃຫ້     ນາງນີ້ທຸກພະໄທ ແທ້ເດ

ຫຼືວ່າກຳເກົ່າກີ້                  ຊິດັນດ່ວນຕາມເຖິງ
ຄວາມຫຼັງເປີງປາງຄາວ     ຊາດເຮົາກະທຳໄວ້
ມາໄຖ່ຖາມຕາມສໍ້              ອໍລະຮົນວາຍວຸ່ນ
ຕາມທາລຸນຮຸກໃຫ້            ຊີວາໄໝ້ມຸ່ນທະລາຍ ນີ້ນໍ

----------------------------------------

      ຫຼານຍ່ານາງລາວ
      05. ກໍລະກົດ. 2017