05 กรกฎาคม 2563

ບົດກອນ: ແມ່ນໃຜກຳນົດ





           "ແມ່ນໃຜກຳນົດ?"


ຄວາມຂົມເຄືອງຄຽດແຄ້ນ   ແໜ້ນໜ່ວງລະທົມທຸກ
ຮຸກຮົນແຮງຮາວໄຟ            ແຜດຜານເຜົາໄໝ້
ຣຶໄທທວງທົງບ້າ                 ອຸລານາງໄຫວຫວັ່ນ
ຊີວັນວິນມອດມົ້ວ               ຕົວອີ່ນາງນາດຫຼ້າ
                                ສະເອືອນໜ້າຄາບນໍ້າຕາ  ເຈົ້າເອີຍ

ຈັກວ່າ ຈັກວ່າອົງເທບໄທ້     ອິນແຕ່ງເຕີມມາ
ເທວາທາງພາຍບົນ            ບົ່ນກະທຳທົງແກ້ງ
ຫຼືແມ່ນໃຜມາແປງປີ້ນ       ຫຼິ້ນລະຄອນສາກນໍ້າເນົ່າ
ໃຫ້ແຕ່ເມົາເກືອກກໍ້າ          ຊວງຊໍ້າໂສກໂສກາ

ຫຼືຊະຕາວາງວາດໄວ້          ໄຂຂີດຂຽນມາ
ໃຫ້ລະທົມທົນທຸກ              ອຸກມະໂນໃນນ້ອຍ
ໃຈກຳພອຍພາງໄຫ້           ຣຶໄທທວງຂົມຂື່ນ
ທຸກວັນຄືນຊອກຊໍ້າ            ລະກຳໄໝ້ເມື່ອຍໃຈ ເດນໍ

ຄົນເຄີຍໄຂປາກຕ້ານ          ຂານຕໍ່ເຕີມຄວາມ
ຍາມເຮົາຮົນເຮັງໃນ           ອ່ອນກາຍຣຶໄທລ້າ
ຄອຍປະໂລມຈາເວົ້າ           ເອົາໃຈຊູຊ່ອຍ
ຄາວນີ້ມາມິດມ້ອຍ             ຄອຍເກີ້ພ່ຳລະເມີ

ຈຶ່ງວ່າ ຄວນຄິດເພີ້            ເຫຼືອໄຝ່ໃນຝັນ
ຄຳຢືນຢັນຈາຈິງ               ຈ່າຍຄວາມຄະດີຂໍ້
ວ່າແມ່ນໃຜນໍແຕ້ມ            ຊະຕາທາງນາງນາດ
ແມ່ນໃຜແທ້ທົງຄາດໃຫ້     ນາງນີ້ທຸກພະໄທ ແທ້ເດ

ຫຼືວ່າກຳເກົ່າກີ້                  ຊິດັນດ່ວນຕາມເຖິງ
ຄວາມຫຼັງເປີງປາງຄາວ     ຊາດເຮົາກະທຳໄວ້
ມາໄຖ່ຖາມຕາມສໍ້              ອໍລະຮົນວາຍວຸ່ນ
ຕາມທາລຸນຮຸກໃຫ້            ຊີວາໄໝ້ມຸ່ນທະລາຍ ນີ້ນໍ

----------------------------------------

      ຫຼານຍ່ານາງລາວ
      05. ກໍລະກົດ. 2017

ไม่มีความคิดเห็น: