30 พฤษภาคม 2563

ສາຍນ້ຳແຫ່ງຄວາມຫວັງ


          “ສາຍນ້ຳແຫ່ງຄວາມຫວັງ“

                               ປະພັນໂດຍ: ຫຼານຍ່ານາງລາວ
1). ສາຍວາລິນໄຫຼລ່ອງໃຕ້      ຕາມປ່ອງແປວກະແສ
ບໍ່ແລຫຼຽວຫວນຄືນ               ດັ່ງວັນເວລາມື້
ຫຼາຍເລື່ອງລາວມີຂຶ້ນ              ຫວນເຫັນອະດີດກ່ອນ
ຍັງຄົງຄອຍຕ່າວຢ້ອນ             ສອນເຕື້ອງຕໍ່ໃຈ
2). ຄິດເດ ຄິດຮອດອ້າຍ       ຊາຍຢູ່ແດນໄກ
ເປັນເວລາຫຼາຍປີ                  ພີ່ເຫີນຫາຍໜ້າ
ສັງບໍ່ມາຫານ້ອງ                    ຄົນຄອງຄິດຮ່ຳ
ຄະນິງນຳຈ່ອຍຈ້ອຍ              ຄອຍເກີ້ລະເມີຊາຍ
3). ພາບໃນວັນເກົ່າກີ້            ກ່ອນພີ່ໜີໄກ
ຊາຍໃຫ້ຄຳສັນຍາ                 ຕໍ່ຂອງແຄມນ້ຳ
ນ້ອງຍັງຈຳຈື່ໄດ້                    ຊິມີໃຈຕັ້ງຕໍ່
ໃຈບໍ່ບິບ່ຽງບ້ຽວ                   ລົມລ້ຽວຕໍ່ນາງ
4). ທາງແມ່ຂອງຂົດໂຄ້ງ       ໄຫຼລ່ວງລົງຄອນ
ວອນໃຫ້ເປັນພະຍານ           ຮັກເຮົາຄາວນີ້
ຮັກອ້າຍມີມອບໃຫ້              ຄືສາຍຂອງໄຫຼຫຼັ່ງ
ຂໍໃຫ້ນາງນາດນ້ອງ               ຄົນນີ້ເຊື່ອໃຈ
5). “ສາຍຂອງຄືຮັກອ້າຍ       ໄຫຼລ່ອງເລີຍລົງ
ຄັນຂອງຄົງພຽງເດີມ             ດັ່ງໃຈສະເໝີໝັ້ນ
ຄັນຄື້ນຂອງຟອງຝົ້ງ              ຊົງຄືໃຈຄະນິງນາດ
ຄັນຂອງເຂີນຂາດແຫ້ງ          ໃຈແລ້ງເລື່ອນລືມ ນາງນາ“
6). ເມື່ອຊາຍລາຫ່າງນ້ອງ      ເອົາຂອງຄູ່ຄຽງຄອງ
ມອງກະແສສິນໄຫຼ                ລັ່ງລົງລິນໃຕ້
ພໍມີແຮງໃຈສູ້                       ຊູຮຽນພຽນພ່ຳ
ໃຫ້ສາຍຂອງຊ່ວຍຢ້ຳ             ຄວາມຫວັງພ່ອງຊາຍ
7). ວັນໃດຄິດຮອດອ້າຍ        ໄດ້ມາຢູ່ເຢືອນມອງ
ແນມສາຍຂອງຄວາມຫວັງ      ວາດລົງໃນນ້ຳ
ນັບວັນຊາຍຄືນກ້ຳ                  ຫວນຫານາງມ່ອມ
ຊອມດ້ວຍໃຈຈົດຈໍ້                 ລໍອ້າຍອວ່າຍມາ
8).ວັນນີ້ກໍນັ່ງຖ້າ                     ຟາກຝັ່ງແຄມຂອງ
ໃຈນ້ອງຕົກລົງຕີນ                  ເກືອບສູນເສຍສິ້ນ
ຫຼິງເຫັນຂອງເຂີນແຫ້ງ            ເຫຼືອພຽງດອນນ້ອຍໃຫຍ່
ຄວາມຫວັງທີ່ວາດໄວ້              ຍັງຝາກໄດ້ຢູ່ບໍ່ເດ?

29 พฤษภาคม 2563

ໂລກຈິງບໍ່ມີເມືອງສະຫວັນ

ຕອນຍັງນ້ອຍເຮົາເຄີຍໄດ້ຍິນວ່າ "ເທວະດາຢູ່ເມືອງບົນ ຄົນຢູ່ເມືອງລຸ່ມ" ທ້ອງຟ້າສີຟ້າຄາມນັ້ນ ຄືເມືອງຂອງເທວະດາຟ້າແຖນອາໄສຢູ່. ຂ້ອຍມີຄວາມໃຝ່ຝັນທີ່ຈະໄປເຖິງຈຸດນັ້ນ ບ່ອນທີ່ມີເທບເທວາອາໄສຢູ່ ຢາກຈະໄປເບິ່ງເທວະດາ ຢາກເຫັນນາງຟ້າທີ່ເຂົາລໍ້າລືວ່າງາມໆ ຂະໜາດນາງສາວລາວຍັງບໍ່ທຽບເຖິງໄດ້ ແລ້ວວັນໜຶ່ງ ຂ້ອຍກໍມີໂອກາດໄດ້ໄປເຖິງຈຸດນັ້ນ ບ່ອນທີ່ມີທ້ອງຟ້າສີຄາມ ເມື່ອຂ້ອຍໄດ້ຂຶ້ນເຄື່ອງບິນຈາກກຸງເທບເຖິງຮ່ອງກົງ ເມື່ອເຄື່ອງບິນເຄື່ອນຂຶ້ນສູ່ເວຫາອາກາດ ຂ້ອຍສຸດແສນຕື່ນເຕັ້ນດີໃຈ ຈະໄດ້ພົບນາງຟ້າ ແລະພະອິນ ແຕ່ເມື່ອບິນຂຶ້ນສູງໆໄປ ຜ່ານພູເຂົາສູງຊັນເສດຟ້າ ຜ່ານມວນເມກເຝື້ອທີ່ໄຫຼລອຍຕາມເວຫາ ບິນຂຶ້ນສູງທໍ່ໃດ ກໍຍີ່ງພົບເຫັນແຕ່ຄວາມອ້າງວ້າງຂອງທ້ອງຟ້າ ແນມຫາເມືອງຟ້າທີ່ພະອິນອາໄສຢູ່ນັ້ນບໍ່ມີ ຈົນສຸດທ້າຍເຄື່ອງບິນກໍລົງຈອດທີ່ສະໜາມບິນ ສະຫຼຸບແລ້ວ ຂ້ອຍຜິດຫວັງຢ່າງແຮງ ຫຼານຍ່ານາງລາວ

ສົງການບ້ານເພິ່ນ

ໃຈລຳພັນ

27 พฤษภาคม 2563

ນະວະນິຍາຍຮັກ ຄິດຮອດທຸກລົມຫາຍໃຈ

"ຄິດຮອດທຸກລົມຫາຍໃຈ" ຕອນທີ23 




   ນານແລ້ວ ... ທີ່ເຮົາບໍ່ໄດ້ພົບກັນ

   ຕັ້ງແຕ່ເຈົ້າໄດ້ກັບຄືນສູ່ວຽງຈັນວັນນັ້ນ, ພວກເຮົາກໍບໍ່ໄດ້ພົບກັນອີກເລີຍແຖມຍັງບໍ່ໄດ້ຕິດຕໍ່ຫາກັນດ້ວຍຊໍ້າ ຂ້ອຍພະຍາຍາມຕິດຕໍ່ຫາເຈົ້າ ແຕ່ມັນຍາກເຫຼືອເກີນທີ່ຈະໄດ້ຮັບການຕອບຮັບຈາກເຈົ້າ ແລະກໍ່ບໍ່ຮູ້ອີກວ່າສາເຫດທີ່ໄປທີ່ມາມັນຍ້ອນຫຍັງ.

   ຫ້ອງແຊັດເກົ່າໆ ຄາວກ່ອນທີ່ເຄີຍເປັນສູນລວມສ້າງສຽງເວົ້າສຽງຫົວ, ຢອກລໍ້, ຝາກຄຳຖາມໄຖ່ຂ່າວຄາວຫາກັນ ມັນກັບງຽບເໝືອນປ່າຊ້າເອົາຈັ່ງຊັ້ນ.

ແລ້ວວັນໜຶ່ງ, ສຽງໂທລະສັບມັນກໍດັງຂຶ້ນມາ ໃນຂະນະທີ່ຂ້ອຍກຳລັງເຂົ້າຫ້ອງນໍ້າຢູ່. ຫົວໃຈທີ່ຫວງຫາຢູ່ທຸກເວລາມັນເຕັມປ່ຽນໄປດ້ວຍຄວາມຫວັງ. ແຕ່ນັ້ນຄືຂໍ້ຄວາມ ຂໍ້ຄວາມດັ່ງກ່າວຂຽນວ່າ:
"Now, DATA is 0 MB, to continue package press *209*22#call, fee 10,000 kip=2,000MB/5 days OR press *209*23#call, fee 10,000 kip=1,500MB/7 days. Thank you! "

"ຮຶ!... ຕະຫຼອດ ເງິນໝົດຕະຫຼອດ" 
ຈາກວັນນັ້ນ ຂ້ອຍກໍສັນຍາກັບຕົວເອງ ຈະບໍ່ເຕີມເງິນອີກ ແລ້ວຂ້ອຍກໍເຮັດບໍ່ໄດ້.

ດ້ວຍຄວາມອາໄລຫາ ເຖິງຈະບໍ່ໄດ້ລົມກັນຫວານຊື່ນຄືເກົ່າ ຢ່າງໜ້ອຍກໍພໍໄດ້ເຂົ້າອ່ານຂໍ້ຄວາມເກົ່າໆທີ່ເຮົາເຄີຍລົມກັນກໍຮູ້ສຶກດີ, ພາບຄວາມຈຳໃນອາດີດໄດ້ປາກົດຂຶ້ນໃນດວງຕາ ໃນຫ່ວງນຶກຢູ່ ພາບທຸກຢ່າງ ຕັ້ງແຕ່ວັນແລກທີ່ເຮົາພົບກັນ ທີ່ພະທາດອິງຮັງວັນນັ້ນ ເຮົາຂາບໄຫວ້ດ້ວຍກັນ, ຕະຫຼອດທັງອ້ອມກອດຄືນນັ້ນທີ່ແສນອົບອຸ່ນ ຮອຍຈູບໃນວັນນັ້ນທີ່ເຈົ້າຝາກໄວ້ ກ່ອນຈະກ້າວຂາຈາກຂ້ອຍໄປໃນວັນຮຸ່ງເຊົ້າຂອງມື້ໃໝ່... ທຸກຢ່າງມັນຍັງຈຳຕິດຕາ ບໍ່ເຄີຍລືມ

ວິນາທີນີ້ ຄືວ່າມັນມາເຢືອນຢູ່ຕໍ່ໜ້າ 
ທັງທີ່ຈິງແລ້ວມັນວ່າງເປົ່າ
ແຕ່ຄືວ່າມີຄວາມສຸກຢ່າງເຕັມປ່ຽມ
ທັງທີ່ຈິງ ມັນທຸກທໍລະມານແທບຕາຍ
ຈາກການຄິດຮອດເຈົ້າ ຢ່າງຄິດໄປເລື້ອຍໆ
ແລະຂ້ອຍກໍບໍ່ມີທາງຮູ້ວ່າເຈົ້າຈະຄິດຮອດຂ້ອຍຄືກັນບໍ?
ປານນີ້ ເຈົ້າຍັງເຮັດຫຍັງຢູ່? 
ເຈົ້າຈະຢູ່ກັບໃຜ?
ຂ້ອຍບໍ່ສາມາດຮູ້ເຫັນ.

ດ້ວຍຄວາມຄິດຮອດ ພາໃຫ້ຂ້ອຍເຂົ້າອ່ານຂໍ້ຄວາມເກົ່ານັ້ນເລື້ອຍໆ ຊໍ້າໄປຊໍ້າມາຫຼາຍຮອບແລ້ວຈົນນັບບໍ່ໄດ້.
ເຂົ້າສ່ອງເຟສບຸກທີ່ບໍ່ມີການເຄື່ອນໄຫວມາເປັນເວລາເກືອບສອງເດືອນເຕັມໆ.  ແຕ່ເວລານີ້ ເຈົ້າຂອງເຟສບຸກເຂົາກັບຄືນມາໃຊ້ງານອີກແລ້ວ.

ເຂົາໂພສຮູບຖ່າຍພ້ອມກັບຍິງຮູບງາມນັ່ງຄຽງຂ້າງ 
ຈາກການຕີລາຄາຂອງພາບນັ້ນ
ມັນຫວານຊຶ້ງເຫຼືອເກີນ
ດວງຕາທັງສອງຄູ່ທີ່ປະສານກັນ
ຄົນທີ່ບໍ່ມີຄວາມຮູ້ສຶກດີໆຕໍ່ກັນ
ຄົງເປັນໄປໄດ້ຍາກ
ທີ່ຈະສ້າງພາບອອກມາໃຫ້ດູດີໄດ້ຂະໜາດນັ້ນ
ແຖມຂຽນຂໍ້ຄວາມປິດສະໜາເອົາໄວ້
ນັ້ນຄືສິ່ງທີ່ພາໃຫ້ຂ້ອຍຄາໃຈທີ່ສຸດ! 
ໃນນັ້ນຍັງມີໝູ່ເພື່ອນມາສະແດງຄວາມຄິດເຫັນຕ່າງໆນາໆ
ຂ້ອຍພະຍາຍາມຫັກຫ້າມຄວາມຄິດຕົວເອງ
ພະຍາຍາມບໍ່ເຂົ້າໃຈຄວາມຄິດເຫັນຂອງໃຜ
ຂ້ອຍຢາກຟັງຄຳອະທິບາຍຈາກປາກຂອງເຈົ້າ
ແຕ່ຖ້າຄວາມຈິງຈາກເຈົ້າກັບຄວາມຄິດຂອງຂ້ອຍມັນບໍ່ກົງກັນ ຂ້ອຍຈະເຮັດຢ່າງໃດ.

ນີ້ເປັນສິ່ງສຸດທ້າຍ ທີ່ພາໃຫ້ເຮົາເຫີນຫ່າງກັນອອກໄປ ເມື່ອຂ້ອຍຫຼີກໜີຄວາມເຈັບ
ໜີຄວາມຈິງ
ໜີເຈົ້າ
ໜີຄົນຫຼາຍໃຈ
ເລື່ອງທຸກຢ່າງມັນຄົງຈົບພຽງເທົ່ານີ້
ທັງທີ່ໃນໃຈ ຍັງຕ້ອງການຈະມີເຈົ້າ...
ແຕ່ມັນຄົງເປັນໄປໄດ້ຍາກ😔

ເຖິງຢ່າງໃດ ຂ້ອຍກໍຍັງມີຄວາມຫວັງ
ຂ້ອຍຍັງຫວັງ...ທັງທີ່ບໍ່ມີເປົ້າໝາຍ

ກໍໄດ້ແຕ່ຝາກສາຍລົມ
ຊ່ວຍພັດໂຊຍໄປບອກເຂົາຄົນນັ້ນໃຫ້ຮັບຮູ້ທີ
ວ່າຂ້ອຍຄົນນີ້
ຍັງລໍຄອຍວັນທີ່ເຈົ້າກັບມາ...

~~~~~~~~~~~~~~~~~~~~~~~~~~~~~~~

ປະພັນໂດຍ: ຫຼານຍ່ານາງລາວ
27 ພຶດສະພາ 2016

26 พฤษภาคม 2563

ໝູ່ຂອງເຈົ້າຈັດຢູ່ປະເພດໃດ?

ໝູ່ບາງຄົນກໍເປັນເພື່ອນແທ້

ໝູ່ບາງຄົນກໍເປັນຂອງຂວັນ



ເປັນຫຍັງຈື່ງວ່າແນວນັ້ນ?

ໃນຊີວິດຂອງເຮົາ ມັກຈະຄົບໝູ່ເພື່ອນເປັນຈຳນວນຫຼາຍ ແລະ ແຕ່ລະຄົນກໍມີລັກສະນະຈິດໃຈໄຕຄໍທີ່ແຕກຕ່າງກັນອອກໄປ.



ຊຶ່ງມັນເຮັດໃຫ້ເຮົາສັງເກດອອກງ່າຍໆວ່າໝູ່ແຕ່ລະຄົນຈັດຢູ່ປະເພດໃດກັນແທ້.



ໝູ່ທີ່ແທ້ຈິງຂອງເຮົານັ້ນ ມັກຈະຢູ່ຄຽງຂ້າງເຮົາ ໃນເວລາທີ່ເຮົາລຳບາກ



ແຕ່ໝູ່ກິນ ມັກຈະເຂົ້າມາຫາເຮົາໃນເວລາທີ່ເຮົາມີກຽດຕິຍົດ ມີຊື່ສຽງ, ປະສົບຜົນສຳເລັດ ຈົນມີເງິນມີຄຳ



ແຕ່ໃນຍາມທີ່ເຮົາລຳບາກ, ມີປັນຫາ, ພົບທາງຕັນຈົນທົດທໍ້ຖອຍໃຈແລ້ວ ໝູ່ແທ້ຈະຄອຍຢູ່ຂ້າງໆເຮົາ, ຄອຍປອບໃຈ, ເປັນກຳລັງໃຈໃຫ້ສູ້ຕໍ່ໄປຂ້າງໜ້າ
ແຕ່ໝູ່ກິນໝູ່ທ່ຽວ ຈະພະຍາຍາມຫຼົບຫຼີກໜ້າເຮົາ ເພາະວ່າຕົວເຮົາບໍ່ມີປະໂຫຍດຫຍັງຕໍ່ພວກເຂົາແລ້ວ.



ດັ່ງນັ້ນ, ການທີ່ໄດ້ພົບໝູ່ເພື່ອນທີ່ດີນັ້ນ ກໍປຽບເໝືອນວ່າເຮົາໄດ້  “ຂອງຂວັນ” ທີ່ລ້ຳຄ່າທີ່ສຸດໃນຊີວິດເລີຍກໍວ່າໄດ້.

ສ່ວນການທີ່ໄດ້ພົບໝູ່ກິນໝູ່ທ່ຽວກໍຄືກັບວ່າເຮົາ “ບົດຮຽນ” ເຕືອນໃຫ້ເຮົາໃຊ້ຊີວິດຢ່າງມີສະຕີ ມີຄວາມລະມັດລະວັງທີ່ຈະບໍ່ຄົບຄົນບໍ່ດີບໍ່ຈິງໃຈກັບເຮົາ.



“ເຖິງຈະມີໝູ່ໜ້ອຍແຕ່ຈິງໃຈ
ກໍຍັງດີກວ່າມີໝູ່ທີ່ຫຼາກຫຼາຍ
ແຕ່ຫາຄວາມຈິງໃຈບໍ່ມີເລີຍ”

ບົດກອນຂອງຫຼານຍ່າ

"ຢາກກັບໄປເປັນຄືເກົ່າ" (ຕອນທີ່ເຮົາບໍ່ຮູ້ຈັກກັນ)




ຕັ້ງແຕ່ບາບ່າວອ້າຍ        ເດີນຍ່າງໄກໜີ
ທຸກນາທີນວນນາງ        ຄິດລະເມີຫາແຕ່ເຈົ້າ
ບໍ່ຢາກກິນຮອດເຂົ້າ        ເຖິງແລງງາຍແລະເຊົ້າຄໍ່າ
ຫົວອົກຊວງຊອກຊໍ້າ       ລະກຳໄໝ້ໝົ່ນໝອງ

ອະເນກນອງຍັ່ງຍ້ອຍ       ຄອຍຄິດຄະນິງຫຼັງ
ຕອນຮັກຍັງຫອມຫວານ  ດັ່ງຕານປານອ້ອຍ
ຄອຍເທັກແຄດູໃກ້            ຫ່ວງໃຍໃຈໃສ່
ໄຂຄວາມໃຈຈ່າຍແຈ້ງ       ຮັກຄຳແພງນາດຫຼ້າ
                                     ຈົນກວ່າຟ້າເສື່ອມສະຫຼາຍ

ແຕ່ບໍ່ຄິດອ້າຍເຮັດໄດ້         ລືມລ່າຍລາລົງ
ປ່ອຍໃຫ້ນົງຄານເຫງົາ      ເປົ່າດາຍດຽວດີ້ນ
ຄຳເຄີຍຈາຈົມສີ້ນ             ເຈື່ອນທະລາຍເລືອນລ່າງ
ທາງຮັກເຄີຍໄຕ່ນັ້ນ           ຕັນຕື້ງຕຶບໜາ

ໜ່າຍເດຄຳເຄີຍຈາວ່າເວົ້າ   ລົມເລົ່າລວງກັນ
ໃຈບໍ່ສັນດີດອມ                  ດັ່ງວາຈາຕ້ານ
ອ້າຍມາຜັນແປປີ້ນ             ປ່ຽນໄປເປັນຕ່າງ
ຮັກເຮົາເຫີນຫ່າງຮ້າງ       ເພາະທາງອ້າຍໜ່າຍໜີ

ໜ່າຍຕົວເອງທີ່ໄຫ້             ໃຈໃຝ່ຫາຊາຍ
ທັ້ງທີ່ອົງອວນບາ                ເລີກລານານແລ້ວ
ຫາກຫົວໃຈຍັງແຄ້ວ           ຄໍ່າຄະນິງບໍ່ສວ່າງ
ໃຈພະຫວາປ່ວງບ້າ              ຫາອ້າຍທຸກວັນ

ຟ້າເອີຍ ຄັນວ່າມີລິດໄດ້        ຊິເສກໃສ່ວັນເວລາ
ຢາກດ່ວນຄືນໄປເປັນ           ເຊັ່ນຫຼັງປາງກີ້
ຕອນທີ່ນວນນາງນ້ອງ        ດອມອົງອວນພີ່
ບໍ່ມີຄວາມຜູກແໜ້ນ           ໃຈແຟ້ນແກ່ນກັນ

ຢາກຈະຫັນຕ່າວຢ້ອນ           ຄອຍສູ່ເວລາຫຼັງ
ຕອນທີ່ເຮົາທັງສອງ              ຕ່າງເດີນທາງເສັ້ນ
ຈິ່ງບໍ່ເປັນຄົນຈ້າ                   ໄຫ້ອາໄລນຳພີ່
ບໍ່ມີຫຍັງກ່ຽວຂ້ອງ               ສອງເຮົານັ້ນບໍ່ຮູ້ຈັກກັນ ຫັ້ນເດ

------------------------------------
✍🏼ອຸລາ ພົມມະສຸກຂະ
      26.ພຶດສະພາ.2017

25 พฤษภาคม 2563

ບົດກອນ: ບໍ່ລືມບ້ານເກີດ

ມອບແດ່ຄົນໄກບ້ານ ອ່ານກະວີຕາງໃບໜ້າຄົນທາງບ້ານໃນຍາມຄິດຮອດຄິດເຖິງກັນ.




ແມ້ງເມື່ອ ຄາສີແສງຄໍ່າຄ້ອຍ  ລອຍລັບລາລົງ
ອັດສະດົງລວມລົມ                ລູບໂລມໂສມເນື້ອ
ວາໂຍເຝືອຝີງຝັ້ນ                 ໜາວກະສັນຄ່ອຍໆ
ປ່ອຍໃຫ້ຫວນຄິດຮອດບ້ານ    ສະຖານເຄົ້າເກົ່າຫຼັງ

ປານນີ້ ພໍ່ແມ່ທາງບ່ອນບ້ານ   ຖານຖິ່ນດິນນາ
ຄົງພວມພາກັນຂົນ               ຕ່ອຍຕີຕຳເຂົ້າ
ຂ່າວນາແຊງປີນີ້                   ອຸດົມມີມາຍມາກ
ແສນພູມໃຈຫຼາກລົ້ນ             ນຳຜູ່ຄົນຢູ່ບ້ານ
                                           ສະໝານແຍ້ມເຍີ່ຍຫົວ

ຄິດຮອດເດ ຄາວທີ່ຮຽມຢູ່ຢັ້ງ  ເນົານັ່ງຖຽງນາ
ທັງປ້າລຸງແລະອາວອາ           ພໍ່າພາພູນສ້າງ
ຫ້າງກະກຽມຕີເຂົ້າ               ຄືນເດືອນດາວດູເດັ່ນ
ແສງຈັນເຜີຍເຜັ່ນແຈ້ງ          ແຍງຈ້ອງສ່ອງມາ

ພະສຸທາແຜ່ນພື້ນ                 ຄົນຊື່ນເຮຮາຫົວ
ມ່ວນມະໂນໃນຈິດ                 ຄິດຄືນຄາວຄັ້ງ
ທັງອາວອາແພງພ້ອງ            ສຽງຕີກອງບຸນໃຫຍ່
ທີ່ແທ້ທາງໄຮ່ປ້າ                    ພາກັນຫອມຮ່ວມເຮົ້າ
                                          ຕີເຂົ້າຕ່ອຍຕຳ  ມ່ວນເດ

ປີນີ້ ຄົງດັ່ງດ້າມ                   ສະເໝີເກົ່າຄາວເດີມ
ຢາກເມືອເສີມສີສັນ             ມ່ວນງັນເດນຳເຈົ້າ
ແຕ່ຕົວເຮົາພາຍພີ້               ຍັງຄາທີ່ຫຼາຍຢ່າງ
ທັງການງານສືບສ້າງ           ພຽນຕັ້ງຕໍ່ຮຽນ

ຈຶ່ງໄດ້ຂຽນຂີດຂໍ້                 ໄຂຂ່າວຄາວຫາ
ວ່າບໍ່ລືມໄລນາ                    ປ່າດົງດອນບ້ານ
ເຖິງເມື່ອງານເສັດສິ້ນ         ຈະຫວນຄອນຄືນຖິ່ນ
ໃຈຖະຫວິນຫ່ວງຫ້ອຍ       ແສນຈ້ອຍໆຈົ່ມຢາກເມືອ ພໍ່ແມ່ເອີຍ


ໂດຍ: ຫຼານຍ່ານາງລາວ
25 ພຶດສະພາ 2020
ພາບ: ພອຈ ໄພວັນ ມາລາວົງ

  •  

ກອນ: ຮ່ວມໃຈກັນປູກປ່າ

ມອບແດ່ວັນປູກຕົ້ນໄມ້ທີ່ໃກ້ຈະມາເຖິງ


ຮຽມຂໍປຸກລະດົມຮຽກຮ້ອງ..ຊວນໝູ່ຊາວຊົນ
ຂໍເຊີນຄົນທັງຫຼາຍ...............ໜຸ່ມໄວຊະລາເຖົ້າ
ມາຮ່ວມໃຈກັນເຂົ້າ.............ສາມັກຄີຊວ້ານຊ່ວຍ
ປູກຄວາມລວຍເລີດລ້ຳ.......ເມືອງລາວດ້ວຍປ່າຂຽວ

ມາຮ່ວມໃຈປູກໄມ້.............ແນວພືດພັນທັນຍາຫານ
ໃຫ້ຖິ່ນຖານແຖວເຮົາ.........ຮົ່ມເຂົາຂຽວລ້ອມ
ປ່າພະນາພະນອມອ້ອມ.....ທັງດິນດອນແຜ່ນ
ຮ່ວມໃຈກັນແກ່ນແຟ້ນ.......ຫັນຫ້າວຊ່ວຍກັນ ພີ່ນ້ອງເອີຍ

ປະສານກັນແກ່ນກ້ຽວ........ບິແບ່ງປັນງານ
ຕາມຖານະຄວາມເໝາະ.....ຖີ່ຖອງເຖິງແລ້ວ
ຫຼືແນວໃດກໍໄດ້.................ເອົາຕາມຄວາມງ່າຍ
ພຽງພາກັນຊ່ວຍສ້າງ..........ເມືອງລາວໃຫ້ເດັ່ນກ້າ
.......................................ປະດາດ້ວຍໄຜ່ຂຽວ

ຮ່ວມໃຈເປັນໜຶ່ງແໜ້ນ.....ບິແບ່ງກັນທຳ
ບໍ່ໄດ້ໜັກໜາຫຼາຍ............ເພື່ອພຽງພູນໄມ້
ຄົນລະໄນລະເບ້ຍ............ເອົາມາກ້າຫວ່ານ
ອີກບໍ່ນານແມ່ນໄດ້..........ມີໄມ້ປ່າໜາ

ບໍ່ຈຳເປັນວ່າຕ້ອງ............ມືໜຶ່ງຖືຫຼາຍ
ເອົາແຕ່ຄວາມສະບາຍ.....ບວກສາມັກຄີເຂົ້າ
ຈັບເອົາຄົນລະເບົ້າ..........ໂຮມກັນເປັນໝື່ນ
ຫຼາຍໝື່ນຄົນຕ່ອມຕຸ້ມ....ໂຮມເຂົ້າຍິ່ງຫຼາຍ

ມາເດີ ຄົນລະໄນແກ່ນກ້າ....ປູກປ່າເປັນເຂົາ
ມີສີຂຽວຍືນຍາວ............ທົ່ວດິນດອນກວ້າງ
ມາຮ່ວມແຮງກັນສ້າງ......ປູກດິນດອນປ່າ
ເຊີນປະຊາພີ່ນ້ອງ...........ທັງຜ້ອງຊ່ວຍກັນ ທ່ານເອີຍ

25.05.2016
ຫຼານຍ່ານາງລາງ


ບົດກອນ

“ວອນອ້າຍຄືນມາ”

ແມ້ງເມື່ອ ມອງໝ່ານຟ້າ . . . ນະພາພາກພາຍບົນ
ຄິດຮອດຄົນເຄີຍຮັກ . . . . . . ຮ່ວມຮຽງຄຽງຂ້າງ
ຊາຍລານາງໜີຈ້ອຍ . . . . . . ປະໃຫ້ຄອງຄອຍພີ່
ຫຼາຍປາງປີຍ່າວເຍີ້ນ . . . . . . ຄະນິງເອີ້ນກໍ່ບໍ່ມາ

ຄຳສັນຍາວ່າເວົ້າ . . . . . . . . . ປີເກົ່າກາຍມາ
ເດືອນສິບສອງຊິມາ . . . . . . . ດ່ວນຂໍນາງນ້ອງ
ຂໍໃຫ້ນາງຄອງຖ້າ . . . . . . . . ຕໍ່າແພວາໄໝໝີ່
ເມື່ອພີ່ຊາຍພໍ່າພ້ອມ . . . . . . . ມານດາເຄົ້າສູ່ຂໍ

ນາງກໍທໍຕໍ່າຜ້າ . . . . . . . . . . ຄອຍຖ້າພີ່ຕາມຄຳ
ທັງຈົດຈຳເຈຍລະໄນ . . . . . . . ໃສ່ໃຈແຈງໄຈ້
ຕໍ່າແພໄໝຫຼາຍເນື້ອ . . . . . . . ເມືອສົມມາມານດາພີ່
ສຸກຣຶດີຊື່ນຊ້ອຍ . . . . . . . . . .  ຄິດຄອຍຕັ້ງຕໍ່ຫວັງ

ທຸກຢ່າງເປັນຮຽບຮ້ອຍ . . . . . .  ຄອຍແຕ່ພີ່ຫວນມາ
ດັ່ງຄຳຈາສັນຍາ . . . . . . . . . . ກ່າວມາວັນນັ້ນ
ແຕ່ວ່າເນີນນານພົ້ນ . . . . . . . . ຄົນດີບໍ່ເຫັນຕ່າວ
ລືມແລ້ວບໍບ່າວອ້າຍ . . . . . . . . ຄຳເຄີຍໃຫ້ຕໍ່ກັນ

ນ້ອງຄິດໄກທັງຄິດໃກ້ . . . . . . .ຝັນລ່າຍລອຍລົມ
ອົກລະທົມຂົມຂືນ . . . . . . . . . ຄໍ່າຄືນຄອຍເກີ້
ເຫຼີລະເມີນຳອ້າຍ . . . . . . . . . ພະໄມຊຶມຊວງໂສກ
ນໍ້າຕາຕົກຍັ່ງຍ້ອຍ . . . . . . . . . ຄອຍລ້າພີ່ບໍ່ມາ

ແສນທີ່ ທໍລະມານນາດນ້ອງ . . . ຄົນຄ່ອງຄອຍຄຽງ
ເຫຼືອແຕ່ພຽງຄວາມຫຼັງ . . . . . . ຫຼັ່ງລອຍລວນລໍ້
ຊາຍ ສໍພໍ ສັງໄດ້ . . . . . . . . . . ຝັງໜາມກາງໃຈອຸ່ນ
ທຸກຢ່າງປຸນປູກໄວ້ . . . . . . . . . . ກາຍເປັນຮ້າຍຮັກລວງ

ອ້າຍເອີຍ ນ້ອງຊິເປັນປ່ວງບ້າ . . . . ອາຍຄົນຊ່ານິນທາຂວັນ
ທຸກໆວັນລະທົມທຸກ . . . . . . . . . ອຸກພະໄມໃຈນີ້
ຄັນພີ່ຊາຍເຫັນໃຈນ້ອງ . . . . . . . ຄົນຄອງຄອຍຢູ່
ຂໍໃຫ້ດວງຍອດຊູ້ . . . . . . . . . . . ຄືນໜ້າສູ່ນາ ເຮົານາ

✍🏼ອຸລາ ພົມມະສຸກຂະ (ຫລານຍ່ານາງລາວ)
     09 ທັນວາ 2016
---------------------------------------

ເທລນໃໝ່ກັບກະແສໄຟຟ້າ

ໄຟຟ້າດັບ ແຕ່ຊ້ຳພັດເຮັດໃຫ້ຜູ້ໃຊ້ເຟັສບຸກສ້າງກະແສເທລນໃໝ່ມີຫຼາກຫຼາຍລຸກຫຼາຍແນວ



ຫຼັງຈາກທີ່ມີເຫດການໄຟຟ້າດັບຫຼາຍພື້ນທີ່ໂດຍສະເພາະເຂດນະຄອນຫຼວງວຽງຈັນ ໃນຄືນຂອງວັນທີ24 ພຶດສະພາ 2020 ທີ່ຜ່ານມາ ໄດ້ເຮັດໃຫ້ເພື່ອນເຟັສບຸກຈຳນວນຫຼາຍອອກມາຈົ່ມຜ່ານໜ້າເຟັສພາໃຫ້ມີກະແສໄຟຟ້າແບບເທລນໃໝ່ເກີດຂຶ້ນເປັນຈຳນວນຫຼາຍ ຈະມີຂອງໃຜແນ່ ເຮົາມາອ່ານນຳເລີຍ: