26 พฤษภาคม 2563

ໝູ່ຂອງເຈົ້າຈັດຢູ່ປະເພດໃດ?

ໝູ່ບາງຄົນກໍເປັນເພື່ອນແທ້

ໝູ່ບາງຄົນກໍເປັນຂອງຂວັນ



ເປັນຫຍັງຈື່ງວ່າແນວນັ້ນ?

ໃນຊີວິດຂອງເຮົາ ມັກຈະຄົບໝູ່ເພື່ອນເປັນຈຳນວນຫຼາຍ ແລະ ແຕ່ລະຄົນກໍມີລັກສະນະຈິດໃຈໄຕຄໍທີ່ແຕກຕ່າງກັນອອກໄປ.



ຊຶ່ງມັນເຮັດໃຫ້ເຮົາສັງເກດອອກງ່າຍໆວ່າໝູ່ແຕ່ລະຄົນຈັດຢູ່ປະເພດໃດກັນແທ້.



ໝູ່ທີ່ແທ້ຈິງຂອງເຮົານັ້ນ ມັກຈະຢູ່ຄຽງຂ້າງເຮົາ ໃນເວລາທີ່ເຮົາລຳບາກ



ແຕ່ໝູ່ກິນ ມັກຈະເຂົ້າມາຫາເຮົາໃນເວລາທີ່ເຮົາມີກຽດຕິຍົດ ມີຊື່ສຽງ, ປະສົບຜົນສຳເລັດ ຈົນມີເງິນມີຄຳ



ແຕ່ໃນຍາມທີ່ເຮົາລຳບາກ, ມີປັນຫາ, ພົບທາງຕັນຈົນທົດທໍ້ຖອຍໃຈແລ້ວ ໝູ່ແທ້ຈະຄອຍຢູ່ຂ້າງໆເຮົາ, ຄອຍປອບໃຈ, ເປັນກຳລັງໃຈໃຫ້ສູ້ຕໍ່ໄປຂ້າງໜ້າ
ແຕ່ໝູ່ກິນໝູ່ທ່ຽວ ຈະພະຍາຍາມຫຼົບຫຼີກໜ້າເຮົາ ເພາະວ່າຕົວເຮົາບໍ່ມີປະໂຫຍດຫຍັງຕໍ່ພວກເຂົາແລ້ວ.



ດັ່ງນັ້ນ, ການທີ່ໄດ້ພົບໝູ່ເພື່ອນທີ່ດີນັ້ນ ກໍປຽບເໝືອນວ່າເຮົາໄດ້  “ຂອງຂວັນ” ທີ່ລ້ຳຄ່າທີ່ສຸດໃນຊີວິດເລີຍກໍວ່າໄດ້.

ສ່ວນການທີ່ໄດ້ພົບໝູ່ກິນໝູ່ທ່ຽວກໍຄືກັບວ່າເຮົາ “ບົດຮຽນ” ເຕືອນໃຫ້ເຮົາໃຊ້ຊີວິດຢ່າງມີສະຕີ ມີຄວາມລະມັດລະວັງທີ່ຈະບໍ່ຄົບຄົນບໍ່ດີບໍ່ຈິງໃຈກັບເຮົາ.



“ເຖິງຈະມີໝູ່ໜ້ອຍແຕ່ຈິງໃຈ
ກໍຍັງດີກວ່າມີໝູ່ທີ່ຫຼາກຫຼາຍ
ແຕ່ຫາຄວາມຈິງໃຈບໍ່ມີເລີຍ”

ไม่มีความคิดเห็น: