25 พฤษภาคม 2563

ບົດກອນ: ບໍ່ລືມບ້ານເກີດ

ມອບແດ່ຄົນໄກບ້ານ ອ່ານກະວີຕາງໃບໜ້າຄົນທາງບ້ານໃນຍາມຄິດຮອດຄິດເຖິງກັນ.




ແມ້ງເມື່ອ ຄາສີແສງຄໍ່າຄ້ອຍ  ລອຍລັບລາລົງ
ອັດສະດົງລວມລົມ                ລູບໂລມໂສມເນື້ອ
ວາໂຍເຝືອຝີງຝັ້ນ                 ໜາວກະສັນຄ່ອຍໆ
ປ່ອຍໃຫ້ຫວນຄິດຮອດບ້ານ    ສະຖານເຄົ້າເກົ່າຫຼັງ

ປານນີ້ ພໍ່ແມ່ທາງບ່ອນບ້ານ   ຖານຖິ່ນດິນນາ
ຄົງພວມພາກັນຂົນ               ຕ່ອຍຕີຕຳເຂົ້າ
ຂ່າວນາແຊງປີນີ້                   ອຸດົມມີມາຍມາກ
ແສນພູມໃຈຫຼາກລົ້ນ             ນຳຜູ່ຄົນຢູ່ບ້ານ
                                           ສະໝານແຍ້ມເຍີ່ຍຫົວ

ຄິດຮອດເດ ຄາວທີ່ຮຽມຢູ່ຢັ້ງ  ເນົານັ່ງຖຽງນາ
ທັງປ້າລຸງແລະອາວອາ           ພໍ່າພາພູນສ້າງ
ຫ້າງກະກຽມຕີເຂົ້າ               ຄືນເດືອນດາວດູເດັ່ນ
ແສງຈັນເຜີຍເຜັ່ນແຈ້ງ          ແຍງຈ້ອງສ່ອງມາ

ພະສຸທາແຜ່ນພື້ນ                 ຄົນຊື່ນເຮຮາຫົວ
ມ່ວນມະໂນໃນຈິດ                 ຄິດຄືນຄາວຄັ້ງ
ທັງອາວອາແພງພ້ອງ            ສຽງຕີກອງບຸນໃຫຍ່
ທີ່ແທ້ທາງໄຮ່ປ້າ                    ພາກັນຫອມຮ່ວມເຮົ້າ
                                          ຕີເຂົ້າຕ່ອຍຕຳ  ມ່ວນເດ

ປີນີ້ ຄົງດັ່ງດ້າມ                   ສະເໝີເກົ່າຄາວເດີມ
ຢາກເມືອເສີມສີສັນ             ມ່ວນງັນເດນຳເຈົ້າ
ແຕ່ຕົວເຮົາພາຍພີ້               ຍັງຄາທີ່ຫຼາຍຢ່າງ
ທັງການງານສືບສ້າງ           ພຽນຕັ້ງຕໍ່ຮຽນ

ຈຶ່ງໄດ້ຂຽນຂີດຂໍ້                 ໄຂຂ່າວຄາວຫາ
ວ່າບໍ່ລືມໄລນາ                    ປ່າດົງດອນບ້ານ
ເຖິງເມື່ອງານເສັດສິ້ນ         ຈະຫວນຄອນຄືນຖິ່ນ
ໃຈຖະຫວິນຫ່ວງຫ້ອຍ       ແສນຈ້ອຍໆຈົ່ມຢາກເມືອ ພໍ່ແມ່ເອີຍ


ໂດຍ: ຫຼານຍ່ານາງລາວ
25 ພຶດສະພາ 2020
ພາບ: ພອຈ ໄພວັນ ມາລາວົງ

  •  

ไม่มีความคิดเห็น: