ບໍ່ຢາກທຸກໃຫ້ຮູ້ປ່ອຍວາງຄືໃບບອນກັບນ້ຳຄ້າງ
“ໃຊ້ຊີວິດຄືກັບໃບບອນ, ປ່ອຍວາງເລື່ອງລາວຕ່າງໆທີ່ພາໃຫ້ຊີວິດເຈົ້າກຳລັງຕິດລົບ”
ໃບບອນ ເຖິງຈະມີໝອກຄ້າງ ນ້ຳຝົນ ຫົດໂຮຍລົງໃສ່ສ່ຳໃດ ແຕ່ໃບຂອງມັນກໍ່ບໍ່ສາມາດກັກເກັບເມັດນ້ຳທີ່ຢູ່ເທິງໃບໃຫ້ຊຶມຊັບເຂົ້າໄປລຳລຽງສູ່ຮ່າງກາຍຂອງຕົນໄດ້ຄືກັບໃບຂອງພືດຊະນິດອື່ນໄດ້.
ສຸດທ້າຍມັນກໍ່ປ່ອຍໃຫ້ເມັດນ້ຳເຫຼົ່ານັ້ນ ໄຫຼລົງສູ່ພື້ນດິນ ເຖິງແມ່ນວ່ານ້ຳທີ່ຄ້າງຢູ່ນັ້ນຈະເປັນນ້ຳສະອາດ ຫຼືນ້ຳທີ່ເປິະເປື້ອນກໍຕາມ.
ເຮັດໃຫ້ໃບຂອງບອນກ້ານນັ້ນແກວ່ງໄກວໄປມາໄດ້ໂດຍສະບາຍ ບໍ່ໜັກນ້ຳທີ່ປຽກຄ້າງອີກ.
ຖ້າຄົນເຮົາພົບພໍ້ຄຳດູຖູກ ກ່າວຂວັນນິນທາ ລວມເຖິງບັນຫາລົບໆທີ່ຈະເຂົ້າມາປັ່ນປ່ວນໃຫ້ຊີວິດຂອງເຈົ້າເລີ່ມໄຮ້ຄ່າສູນລາຄາໄປເທື່ອໜ້ອຍ ຂໍໃຫ້ນຳເອົາສິ່ງທີ່ບໍ່ດີເຫຼົ່ານັ້ນມາປຽບທຽບໃສ່ກັບນ້ຳຄ້າງເທິງໃບບອນ ຖ້າເຮົາບໍ່ດູດມັນເອົາມາໃນຫ່ວງນຶກ ຈິດໃຈ ເຮົາກໍຈະບໍ່ໄດ້ຄິດຫຼາຍ.
ທີ່ສຳຄັນເຮົາເປັນຄົນ ເຮົາຍິ່ງໄດ້ປຽບກວ່າໃບບອນຢູ່ບ່ອນທີ່ວ່າ ຄົນເຮົາສາມາດໄຈ້ແຍກໄດ້ວ່າອັນໃດດີ ແລະ ອັນໃດທີ່ບໍ່ດີ. ເຮົາສາມາດເລືອກເຝັ້ນເອົາແນວດີໆເຂົ້າມາໃນຊີວິດ ພ້ອມກັນໂຍນສິ່ງທີ່ບໍ່ດີຖິ້ມອອກໄປ ຄືກັບໃບບອນທີ່ບໍ່ຍອມເກັບກັກນ້ຳໄວ້ນັ້ນແລ.
ຖ້າເຮັດໄດ້ຄືທີ່ກ່າວໄວ້ ເຈົ້າກໍຈະບໍ່ໄດ້ເຈັບເກົ້າເມົາຫົວນຳນ້ຳລາຍເປື້ອນໆຂອງຄົນເຫຼົ່ານັ້ນ.
“ຕົ້ນໄມ້ທີ່ພົ້ນຂຶ້ນໜ້າດິນບໍ່ມີຕົ້ນໃດຈະປາສະຈາກພະຍຸຝົນລົມຮ້າຍທຳລາຍ ມະນຸດທີ່ເກີດມາ ບໍ່ມີຄົນໃດທີ່ຈະປາສະຈາກຄຳເວົ້ານິນທາດູຖູກດູແຄນຈາກຄົນອື່ນໃດ ທີ່ສຳຄັນຄືປ່ອຍວາງກັບເລື່ອງເລົ່ານັ້ນ.
ຫຼານຍ່ານາງລາວ
16 ພຶດສະພາ 2020
ไม่มีความคิดเห็น:
แสดงความคิดเห็น