10 มกราคม 2563

ກອນ: ຮັກແທ້ແພ້ປະເພນີ ໂດຍ: ຫຼານຍ່ານາງລາວ

ຮັກແທ້ແພ້ປະເພນີ


ນ້ອງນີ້ແນວໜໍ່ເຊື້ອ          ຕໍຕ່ຳກາດຳ
ບໍ່ແມ່ນຫົງຄຳເຫີນ           ເວີ່ນວົນວຽນຟ້າ
ເປັນສາວນາປົນເປື້ອນ      ບວກຕົມໝອງໝົ່ນ
“ຜູ້ໄທ” ຊົນຊື່ຊັ້ນ             ເມືອງນ້ອງນັ່ງເນົາ

ວັນນີ້ ສາວແດນດອຍດັ່ງນ້ອງ     ຄອງຄູ່ຄົນໃຄ
ຄອຍພີ່ຊາຍຄືນຄອນ        ຮ່ວມໝອນຊອນເຊື້ອ
ໂສມສະເຫຼົານວນເນື້ອ      ເມືອເອົາພໍ່ແມ່
ແຫ່ຂັນຂໍຂອດນ້ອງ          ເປັນໄພ້ແມ່ຊາຍ

ຍາມນີ້ ນາງໄດ້ຮັບເຫດຮ້າຍ  ຄົນຈ່າຍຈາຂວັນ
ມານດາຂອງອວນອົງ         ໄປ່ປະສົງສານສ້າງ
ບອກວ່າທາງນວນນ້ອງ      ຮີດຄອງເຄົ້າຄັ່ງ
ຄ່າຫົວມາຍມາກລົ້ນ          ເກີນຮ້ອງຄາດຂໍ

ປຸກເຮືອນຫໍຕູບນ້ອຍ        ກຽມແຫ່ຮຽງສອງ
ລ້ຽງຜີບ້ານຄອງເມືອງ       ກູກຂວັນຂານເອີ້ນ
ເຫຼົ້າໄຫໄກໂຕຕັ້ງ              ວາງໃນພາແຕ່ງ
ຕັບໝູມັນສັນໝູປິ່ນປິ້ງ     ພຽງພ້ອມພ່ຳກັນ

ທັງວ່າຄຳຄ່າແກ້ວ              ເງິນກີບຫົວໜາມ
ຫາມຫົວງົວຫົວຄວາຍ       ແຫ່ໄປປຸນພ້ອມ
ເພິ່ນຂໍຍອມຄອງເຄົ້າ          ສາວຜູ້ໄທຫຼາຍຮີດ
ຄິດວ່າ ມັນເປັນໄປບໍ່ໄດ້      ຂໍໃຫ້ຫ່າງລາ

ນ້ຳຕານາງຍັ່ງຍ້ອຍ             ພອຍແມ່ຊາຍຂານ
ຄືວ່າໄຟເຜົາຜານ                ສຽບສຸມໃຈນ້ອງ
ຍ້ອນຮີດຄອງຄືເວົ້າ           ຫຼືອວນມີສາວໃໝ່
ຫຼືວ່າ ພໍ່ແມ່ອ້າຍ                 ຊັງຜູ້ຮ້າຍດັ່ງນາງ ເດນໍ?

-------------------------------------------------------------------
ປະພັນໂດຍ: ອຸລາ ພົມມະສຸກຂະ
                   (ຫຼານຍ່ານາງລາວ)
                   06. 01. 2020

ไม่มีความคิดเห็น: