01 มกราคม 2563

ກອນ: ສາວຜູ້ໄທອາໄລຮັກ

                "ສາວຜູ້ໄທອາໄລຮັກ"

ແນມເບິ່ງບຸງເມັດເຂົ້າ  .  . ເຫງົາຫງ່ວມໂງງົມ
ລະທົມທາງຣຶໄທ  .  .  .  .  ໃຝ່ຜະຫວາຄືນກໍ້າ
ປີກ່ອນຍັງຈຳໄດ້  .  .  .  .  ມິໄລລືມອະດີດເກົ່າ
ຄວາມຫຼັງເຮົາຮ່ວມສ້າງ . ທາງນານ້ອຍອ້ອຍໜູ ພີ້ນ່າ

ຄາວກ່ອນມີຍອດຊູ້  .  .  .  ຄອຍຄູ່ຮຽງຫອມ
ພ້ອມພາກັນໄປນາ  .  .  .  ເກັບຜົນລະປູກເຂົ້າ
ເຮົາຖືບຸງແບກຂຶ້ນ  .  .   .   ກອງໂຮມເລົ້າໃຫຍ່
ແລ້ວໄລ່ຄວາຍອີ່ຕູ້  .  .  .  .  ເລັມຫຍ້າຢູ່ນາ

ຍາມແລງມາເລາະຫຼິ້ນ  .  .  ແຄມໄຮ່ຫົວນາ
ບາເປົ່າປີ່ຕໍເຟືອງ  .  .  .  .  . ນີ່ເນືອງນັນກ້ອງ
ເລີຍເລົ່າພານາງນ້ອງ  .  .  . ຂີ່ຄວາຍຊົມທົ່ງ
ອັດສະດົງຍັບຍ້າຍ  .  .  .  .   ຈິງໄດ້ອວ່າຍເມືອ

ວັນນີ້ ສາວຜູ້ໄທມານັ່ງເກີ້ .  .  ເຈີຈໍ່ຈວນຊາຍ
ຍາມຢູ່ໂດຍດຽວດາຍ  .  .  .  . ສຸດອາໄລໃຈຄ້ອຍ
ບຸງເຂົ້າເຄີຍມີອ້າຍ  .  .  .  .  .  ຊາຍຫາມຊູຊ່ອຍ
ຄາວນີ້ ເຫຼືອແຕ່ຕົນນາດນ້ອຍ .  . ຄອຍອ້າຍຜູ້ບໍ່ໃຍ ພີ່ເຮີຍ

ປະພັນໂດຍ: ຫຼານຍ່ານາງລາວ
                   ໒໐ ທັນວາ ໒໐໑໘

ไม่มีความคิดเห็น: