02 มิถุนายน 2563
ນະວະນິຍາຍຮັກຄິດຮອດທຸກລົມຫາຍໃຈ ep25
. ຕອນທີ25
"ຊາຍປິດສະໜາ"
ບາງສິ່ງບາງຢ່າງ
ອາດຈະບໍ່ມີເຫດຜົນພຽງພໍທີ່ຈະໃຫ້ອະໄພ
ແຕ່ສຳລັບບາງຄົນ...
ເຖິງຈະມີຄວາມຜິດໄວ້ກ່າຍກອງຖ້ວມຫົວ
ບໍ່ຈຳເປັນໃຊ້ເຫດຜົນເພື່ອຈະຍອມໃຫ້ອະໄພເຂົາ
ມັນຄືສິ່ງທີ່ຫົວໃຈຮຽກຮ້ອງຕ່າງຫາກ.
ຂ້ອຍບໍ່ສາມາດເວົ້າຫຍັງຫຼາຍກວ່າຂ້າງເທິງນີ້ໄດ້
ຜ່ານມາອາດຈະເຄີຍຄຽດຂົມຢູ່ໃນໃຈຫຼາຍຄັ້ງຄາວ
ແຕ່ເມື່ອຂ້ອຍໄດ້ຮັບຄຳຕອບຈາກເຈົ້າ ບາງຢ່າງມັນກໍຊັດເຈນ.
ເລື່ອງທຸກຢ່າງທີ່ເຈົ້າເວົ້າມາ
ຫວັງວ່າເຈົ້າຈະບໍ່ຕົວຂ້ອຍອີກແມ່ນບໍ?
ແຕ່... ຂ້ອຍຍັງຄາໃຈ
ກັບຊາຍນາມ ສ. ທີ່ໂທຫາເຈົ້າຕອນນັ້ນຄືໃຜ?
ກ່ຽວຂ້ອງຫຍັງກັບເລື່ອງຂອງເຮົາ?
ເຈົ້າບອກວ່າເຂົາຄືຄົນຮັກຂອງຂ້ອຍ!
ທັ້ງທີ່ຂ້ອຍບໍ່ຮູ້ຈັກເຂົາເລີຍ?
ປະໂຫຍກຍາວໆທີ່ເຈົ້າຝາກໄວ້ ມັນພາໃຫ້ຂ້ອຍມືດໄປ ແປດດ້ານ ໃນຂະນະທີ່ຂ້ອຍກຳລັງອ່ານຈົດໝາຍສະບັບທີ່ຂຽນລ້າສຸດຂອງເຈົ້າ.
ຂ້ອຍໄດ້ໂຈະການອ່ານຈົດໝາຍສະບັບນັ້ນໄວ້ ເມື່ອເລີ່ມເຂົ້າສູ່ວຽກງານການຮຽນປົກກະຕິ ແລະຫວັງວ່າຈະຫາເວລາວ່າງໆມານັ່ງອ່ານອີກຈັກສິບຮອບ "ຈົດໝາຍຮັກ" ນັ້ນ .
"ໂດຍລູກຈະໄປດຽວນີ້" ສຽງຕອບສາຍໂທລະສັບຈາກພໍ່ຮັກ ໃຫ້ໄປຮ່ວມກິນເຂົ້າແລງ
"ບໍ່ຟ້າວມາກະໄດ້ ຊິໃຫ້ຄົນໄປຮັບ, ລູກແຕ່ງຕົວຖ້າໂລດ" ສຽງເວົ້າຈາກປາຍສາຍ
15ນາທີຜ່ານໄປ ຂ້ອຍກໍໄດ້ໄປເຢືອນຢູ່ຄະລືຫາດຫຼັງໃຫຍ່ ຫຼັງໜຶ່ງໃນໃຈກາງເມືອງສະຫວັນ. ພາເຂົ້າທີ່ເຕັມໄປດ້ວຍອາຫານແຊບນົວເຄື່ອງຄາວຂອງຫວານຖືກວາງຂຶ້ນເຕັມໜ້າໂຕະ ທຸກຄົນເລີ່ມລົງມືຮັບປະທານອາຫານ ພ້ອມລົມກັນໄປນຳຢ່າງແຊບນົວມ່ວນງັນ.
ພໍ່ຮັກໄດ້ແນະນຳແຕ່ລະຄົນທີ່ຍັງບໍ່ເຄີຍເຫັນກັນມາກ່ອນ ໃຫ້ຂ້ອຍຮູ້ຈັກ.
"ນີ້ແມ່ນ ເອກ ລູກຊາຍຫຼ້າຂອງພໍ່ ຫາກໍຮຽນຈົບມາແຕ່ຫວຽດນາມ"
ພໍ່ຮັກຊີ້ໃສ່ຜູ້ຊາຍຮ່າງສູງຂາວດັງຄົມສັນທ່າທີເຈົ້າຊູ້ ທີ່ນັ່ງຢູ່ເຊິ່ງໜ້າກັບຂ້ອຍ ເຂົາແນມເບິ່ງໜ້າຂ້ອຍແລ້ວຍີ້ມກວ້າງ ຂ້ອຍຍໍມືນົບສະບາຍດີເຂົາກ່ອນຈະຖືກເຂົາຕອບກັບມາວ່າ "ໄຫວ້ພຣະຈະດີກວ່າບໍ?"
"ກະພານ້ອງໄປແນ່ຕີລະ" ພໍ່ຮັກເອີ່ຍຂຶ້ນ
"ກະວ່າຢາກໄປຢູ່ ບໍ່ໄດ້ເຂົ້າວັດດົນແລ້ວ"
ແມ່ຮັກຜູ້ນັ່ງຢູ່ຂ້າງກັບພໍ່ ທຳທ່າສຽງໄອສຽງຈາມຂຶ້ນ ພວກເຮົາຈຶ່ງຢຸດບົດສົນທະນາໄວ້ເທົ່ານີ້.
ຂາກັບເຮືອນ ອ້າຍເອກອາສາເປັນຄົນຂັບລົດເມືອສົ່ງ ຂ້ອຍພະຍາຍາມປະຕິເສດ ແຕ່ພໍ່ຮັກກໍຍິນດີຢາກໃຫ້ອ້າຍເອກເມືອສົ່ງຂ້ອຍ, ຂ້ອຍເອງກໍບໍ່ກ້າທີ່ຈະຂີນຄຳເວົ້າຂອງເພິ່ນເຊັ່ນກັນ.
ຕະຫຼອດໄລຍະທາງຕັ້ງແຕ່ຕົ້ນຈົນຮອດປາຍທາງ ພວກເຮົາໄດ້ໃຊ້ເວລາລົມກັນໄປຕ່າງໆນາໆບໍ່ເປັນຢຸດ ເຂົາຊ່າງເວົ້າວ່າຈາເກັ່ງ ຊວນລົມຫັ້ນລົມນີ້ໄປຫຼາຍໆເລື່ອງ.
"ມື້ອື່ນ ອ້າຍຈະມາຮັບແຕ່ເຊົ້າ"
"ມາຮັບ?" ຂ້ອຍເອີ່ຍເປັນສຽງຄຳຖາມ
"ເອົາ ກະໄປວັດເດ ເຮົາລົມກັນແລ້ວຢູ່ເຮືອນ ຫຼືຊິກັບຄຳ"
"ໂດຍ ໄປກໍໄປ"
*******************************
ຫຼັງຈາກກັບອອກມາແຕ່ວັດ, ເຂົາຍັງພາຂ້ອຍໄປເລາະທ່ຽວເບິ່ງຫັ້ນເບິ່ງນີ້ ພາຂ້ອຍເຂົ້າເບິ່ງເຄື່ອງເສື້ອຜ້າຕາມຮ້ານດັງໆຫຼູໆ ຈະຊື້ນັ້ນຊື້ນີ້ໃຫ້ ຂ້ອຍພະຍາຍາມປະຕິເສດໄປເລື້ອຍໆ ຈົນເຖິງຂັ້ນວ່າຢາກລຳຄານເຂົາເສຍແລ້ວ
"ຄົນພິສັງ ເພິ່ງຈະຮູ້ຈັກກັນຊ່າງມາເອົາອົກເອົາໃຈຈົນປານນີ້" ຂ້ອຍຄິດຢູ່ໃນໃຈ
"ອີ່ພໍ່ບອກໃຫ້ດູແລລະໄມເປັນພິເສດ"
ສຽງຂອງເຂົາດັງມາຈາກທາງຫຼັງ ເບິ່ງຄືວ່າຈະເດົາໃຈຂ້ອຍອອກ
"ລະໄມໃຫຍ່ແລ້ວ ດູແລຕົວເອງໄດ້ຢູ່"
"ໝາຍເຖິງ ເພິ່ນຢາກໃຫ້ເຮົາທັງສອງຮູ້ຈັກກັນ ແລະສະໜິດກັນກວ່ານີ້ນ່າ"
ຂ້ອຍຄິດຢູ່ແລ້ວ ເພາະຜ່ານມາສອງສາມເດືອນກ່ອນ ຍິນເພິ່ນເວົ້າເຖິງລູກຊາຍຫຼ້າຄົນນີ້ໃຫ້ຟັງ ແລະຢາກໝັ້ນໝາຍໃຫ້ຂ້ອຍກັບອ້າຍເອກໄວ້ ກໍຄິດວ່າເພິ່ນເວົ້າຫຼິ້ນ ຂ້ອຍກໍບໍ່ໄດ້ຫົວຊາສົນໃຈຫຍັງ ຈົນມາຮອດວັນນີ້ ຈິ່ງໄດ້ຄິດພໍ້ ແລະ ບໍ່ຄິດວ່າ ພໍ່ຮັກຈະເວົ້າເອົາຈິງເອົາຈັງປານນີ້.
"ເອົາ ຈອດລົດເຮັດຫຍັງ?" ພໍຂາກັບ ອ້າຍເອກຂັບລົດມາໄດ້ເຄິ່ງທາງ ເຂົາກໍຈອດລົດລົງແຄມທາງ
"ອ້າຍລືມບອກ" ເຂົາເວົ້າພ້ອມຄວາໄປຈັບເອົາເຄື່ອງທີ່ຢູ່ເບາະດ້ານຫຼັງມາ ແລ້ວເດ່ໃຫ້ຂ້ອຍ
"ອ້າຍຊື້ກະເປົ໋າໃຫ້ ຫວັງວ່າຄົງຈະຖືກໃຈລະໄມ"
"ຊິຊື້ໃຫ້ເປືອງເງິນເຮັດຫຍັງ ກະເປົ໋າທີ່ນ້ອງພາຍກໍໃຊ້ໄດ້ຢູ່"
"ເອີນ່າ... ຮັບເອົາເທາະ! ຖືວ່າເປັນນໍ້າໃຈເລັກໆນ້ອຍໆຈາກອ້າຍກະແລ້ວກັນ"
ຂ້ອຍຈັບເອົາກະເປົ໋ານັ້ນມາແຍງ ເບິ່ງຊົງຈະລາຄາແພງພໍສົມຄວນ.
"ດຽວ ໃສ່ຕອນນີ້ເລີຍ"
"ໃສ່ຈັ່ງໃດ"
"ເອົາເຄື່ອງໃນກະເປົ໋າຂອງນ້ອງມາໃສ່ໜ່ວຍໃໝ່ນີ້ເລີຍ"
"ເມືອປ່ຽນຢູ່ເຮືອນກະໄດ້"
"ບໍ່ໄດ້ ອ້າຍຢາກເຫັນນ້ອງໃສ່ຕອນນີ້"
ເວົ້າແລ້ວເຂົາກໍຊ່ວຍຂ້ອຍເອົາເຄື່ອງຍັດໃສ່ກະເປົ໋າໜ່ວຍໃໝ່ ພໍດີລົດສອງສາມຄັນຂີ່ຜ່ານກາຍ ໄດ້ພາລົມພັດຕາມມາຢ່າງແຮງ ເຈ້ຍຊອງຂາວໆໄດ້ປີວອ້ອມທາງປະຕູລົດ
"ເຈ້ຍຫຍັງຫັ້ນ ສຳຄັນບໍ?" ເຂົາຖາມ
"ບໍ່ ຄືຊິບໍ່ມີຫຍັງດອກ ຂັບລົດໄປຕໍ່ເທາະ!"
ເມື່ອກັບມາຮອດຫ້ອງ ຂ້ອຍກວດເບິ່ງຄືນຊອງຈົດໝາຍສະບັບທີ່ອ່ານຍັງບໍ່ຈົບນັ້ນ ແຕ່ຄົ້ນເບິ່ງທັງໜ່ວຍເກົ່າ ແລະ ໃໝ່ ກໍບໍ່ປະກົດເຫັນ ສົງໄສຄົງແມ່ນເຈ້ຍສີຂາວທີ່ປີວອອກຈາກລົດຕອນນັ້ນແທ້ໆ.
ໜ້າເສຍດາຍຫຼາຍ ຂ້ອຍຍັງອ່ານມັນບໍ່ຈົບຊໍ້າ, ຍັງບໍ່ຮູ້ດ້ວຍຊໍ້າວ່າຂໍ້ຄວາມຕໍ່ຈາກນັ້ນລົງໄປແມ່ນເວົ້າເຖິງຫຍັງ ແມ່ນແຕ່ຊາຍປິດສະໜາຄົນນັ້ນ ເຂົາຄືໃຜ ຂ້ອຍຍັງບໍ່ຮູ້ເລີຍ!
---------------------------------------
ປະພັນໂດຍ: ຫຼານນາງລາວ ສາວເມີງວັງ
ຢ່າລືມ ກົດ Like & Share ກັນແນ່ເດີຖ້າຢາກອ່ານຕອນຕໍ່ໄປ