08 ตุลาคม 2563

ປະເພນີລົງຂ່ວງ

 "ການກະກຽມກ່ອນລົງຂ່ວງ"



ມີຫຼາຍຄົນສົນໃຈວ່າການລົງຂ່ວງເກີດຂຶ້ນໄດ້ແນວໃດ ຕ້ອງໃຊ້ຫຍັງ ກະກຽມຫຍັງແນ່? ມື້ນີ້ຢາກເລົ່າສູ່ຟັງວ່າ ການກະກຽມເຄື່ອງຂອງກ່ອນ ລົງຂ່ວງເຂັນຝ້າຍຂອງຊາວຜູ້ໄທແມ່ນເລີ່ມຈາກຊ່ວງຕົ້ນໆຂອງລະດູໜາວ ຫຼັງການເກັບກ່ຽວເຂົ້ານາປີແລ້ວ ຈາກນັ້ນຈິ່ງໄດ້ພາກັນເກັບດອກຝ້າຍ. 

      ດອກຝ້າຍທີ່ກ່າວເຖິງນີ້ ແມ່ນປູກໂດຍໃຊ້ວິທີຫວ່ານໃສ່ໄຮ່ສວນ ໃນຍາມເດືອນຫ້າ-ຫົກລາວ ຈົນເລີຍມາຮອດເດືອນສິບເອັດ ບາງໄຮ່ຈະແກ່ດອກພ້ອມກັບຍາມຮວງເຂົ້າແກ່ ແຕ່ບາງໄຮ່ອາດຈະແກ່ຕາມຫຼັງກັນ ແລ້ວແຕ່ຄວາມອຸດົມສົມບູນຂອງດິນຟ້າອາກາດໃນແຕ່ລະຂົງເຂດ ແຕ່ລະພື້ນທີ່.

ຫຼັງຈາກໄດ້ດອກຝ້າຍທີ່ເກັບມາຈາກໄຮ່ສວນແລ້ວ ກ່ອນອື່ນກໍໄດ້ຊ້ອມກ່າງ ແລະກີບຫ້າວ ທັງຂີ້ເຫຍື້ອຂີ້ຫຍຸກອອກຈາກນວນຝ້າຍໃຫ້ເຫຼືອແຕ່ນວນຂາວລະມຸນ ພ້ອມທັງນຳໄປຕາກແດດຕາກໝອກໄວ້.

      ເສັດຈາກການຕາກນວນຝ້າຍ ຕໍ່ມາແມ່ນການອິ້ວ ການອິ້ວນີ້ເພື່ອອິ້ວເອົາໃນຢູ່ທາງກາງອອກມາໃຫ້ເຫຼືອແຕ່ນວນ ໂດຍໃຊ້ "ອິ້ວ" ຫຼືວ່າ "ແອບ" ໃນແຕ່ລະທ້ອງຖິ່ນເອີ້ນບໍ່ຄືກັນ ໃຊ້ເປັນອຸປະກອນໃນການອິ້ວຝ້າຍ; ຖ້າຫາກເຮົາຕາກໄວ້ດົນເຖິງສອງໝອກຂຶ້ນເມືອ ໃນການອິ້ວຈະສະບາຍ ບໍ່ຄ່ອຍຝືດເຄືອງ ເວົ້າງ່າຍໆກໍຄື ນວນຝ້າຍຈະກິນກັບຄັນອິ້ວໄດ້ດີ.

   ໃນການອິ້ວນີ້ ເພິ່ນມັກອິ້ວຕອນເຊົ້າ ໃນເວລາທີ່ແສງແດດພວມເປັ່ງປະກາຍໃນຍາມເຊົ້າ ເພິ່ນຈະເອົາກະດົ້ງຝ້າຍອອກຕາກແດດພ້ອມອິ້ວໄປນຳ ຈົນຮອດຕອນແລງພໍໝົດແສງແດດ ຝ້າຍກໍໝົດອາຍຮ້ອນ ເຮັດໃຫ້ຝ້າຍບໍ່ກ້າ ການອິ້ວຈະບໍ່ໄດ້ດີ(ບໍ່ກັດກັນ) ພໍປານໃດ ດັ່ງນັ້ນ, ເພິ່ນຈິ່ງພາກັບອິ້ວຝ້າຍໃນຍາມເຊົ້າຈົນຮອດຍາມບ່າຍພໍແສງແດດອ່ອນຈິ່ງຄ່ອຍເຊົາ.

   ຖັດຈາກການອິ້ວຝ້າຍ, ຂັ້ນຕອນຕໍ່ມາຄືນຳເອົານວນຝ້າຍທີ່ອິ້ວໄດ້ມານັ້ນໄປດີດ ໂດຍໃຊ້ຄັນໂຕ້ງ (ມີລັກສະນະທີ່ຄັນໜ້າທີ່ເຂົາມັກຍິງໃນເວລາໄປຊອກຢູ່ຫາກິນ) ທີ່ໃຊ້ໃນການດີດ-ຕີຝ້າຍ ເພື່ອໃຫ້ຝ້າຍພຶງອອກຈາກກັນເປັນກ້ອນຍອງໄຍຄ້າຍຄືກ້ອນເມກ. ຈາກນັ້ນນຳເອົາຍອງຝ້າຍທີ່ຕີໄດ້ນັ້ນ ນຳໄປຫຼໍ່ເປັນກ້ອນນ້ອຍໆຍາວໆຄ້າຍຄືຕ່ອນເຂົ້າຫຼອດຊ່ອງ ຕ່າງແຕ່ຫຼອດຝ້າຍຈະໃຫຍ່ກວ່າ ຂະໜາດພໍປະມານກັບນີ້ວໂປ້ມື.   ການຫຼໍ່ຝ້າຍໃຫ້ເປັນຫຼອດນີ້ ແມ່ນເຮັດໄດ້ໂດຍໃຊ້ໄມ້ຫຼໍ່ ເຊິ່ງໄມ້ດັ່ງກ່າວແມ່ນເຮັດຈາກໄມ້ປ່ອງທີ່ຫາໄດ້ຈາກປ່າ ນຳມາຂັດເກົາເຫຼົາໃຫ້ກົມກ້ຽງຄ້າຍຄືໄມ້ຖູ່ຄີບອາຫານ ຈາກນັ້ນແມ່ນບິຍອງຝ້າຍອອກເປັນແຜ່ນນ້ອຍບາງເອົາໄມ້ວາງໃສ່ທາງກາງປັ້ນຫຼໍ່ອອກມາໃຫ້ເປັນຫຼອດຝ້າຍກົມ.

ຂັ້ນຕອນຕໍ່ໄປແມ່ນການລົງຂ່ວງເຂັນຝ້າຍ, ຫຼັງຈາກທີ່ໄດ້ຫຼອດຝ້າຍມາແລ້ວ ກໍເຖິງເວລາເຂັນຝ້າຍອອກມາເປັນເສັ້ນເປັນສາຍ. ສຳລັບຄົນບູຮານ ເຖົ້າແກ່ຕາຍາຍເຮົາສະໄໝກ່ອນແມ່ນຄົນເຮືອນໃກ້ຄຽງກັນຈະຖືຫຼາລົງມາເຂັນຝ້າຍຢູ່ຕູບຜາມທີ່ປຸກຍົກຂຶ້ນ ສູງຫ່າງຈາກໜ້າດິນປະມານໜຶ່ງສອກ ເປັນຮູບສີ່ລ່ຽມຜືນຜ້າ ບໍ່ມີມຸງຫຼັງຄາ ມີທັງສາວນ້ອຍສາວໃຫຍ່ແມ່ເຖົ້າເຄົ້າເຮືອນກໍລົງມາໂຮມກັນ ພາຍໃຕ້ແສງຈັນເທິງຟ້າທີ່ສ່ອງແສງອັນແຈ້ງເຈີດຈ້າ ບາງເທື່ອກໍມີການເສັງກັນວ່າໃຜຈະເຂັນຝ້າຍໄດ້ຫຼາຍຫຼືໄວກວ່າກັນ ມີທັງໜຸ່ມບ່າວຖືແຄນມາເປົ່າເວົ້າຜະຫຍາຕໍ່ກັນໄປມາດ້ວຍຄວາມມ່ວນຊື່ນ. 

ສຳລັບສະຖານທີ່ໃນການເຂັນຝ້າຍນີ້ ບູຮານເພິ່ນເອີ້ນວ່າ: "ຂ່ວງ".  ມີການເຂັນຝ້າຍ, ທັງຝຶກແອບໄປນຳສຳລັບຜູ້ຮຽນເຂັນຝ້າຍ ແລະມີການເປົ່າແຄນຕໍ່ຜະຫຍາຄືວ່ານີ້ ຮຽກວ່າ: "ລົງຂ່ວງ".

ນີ້ຄືຂັ້ນຕອນກະກຽມພໍຄ້າວໆ ມື້ໜ້າຈະມາເລົ່າສູ່ຟັງກ່ຽວກັບປະຫວັດທີ່ມາຂອງການລົງຂ່ວງ.

--------------------------------------

ທີ່ມາ: https://m.facebook.com/story.php?story_fbid=1936988596574717&id=100007907852658

ພາບການສະແດງລົງຂ່ວງທີ່ຈຸດສຸມໂພນງາມ, ເມືອງອາດສະພອນ, ແຂວງສະຫວັນນະເຂດ.

ไม่มีความคิดเห็น: