15 ตุลาคม 2563

ເລື່ອງສັ້ນ ລະດູເກັບກ່ຽວ

 "ລະດູເກັບກ່ຽວ"



  ຕົ້ນເດືອນສິບ,ລະດູການທີ່ພວມເກັບກ່ຽວເຂົ້າດໍ, ສ່ວນເຂົ້າກາງເຂົ້າງັນ ບາງກໍຊ່ອງບາງກໍກົ້ມແດ່. ທົ່ງນາສີເຫຼືອງຕ້ອນຮັບກັບແສງແດດອ່ອນຍາມໃກ້ຄ່ຳຈົນເຮື່ອເຮືອງໄປທົ່ວເຂດທົ່ງນາ ກວມໄປເຖິງພູຜາປ່າດົງທີ່ເປັນສີຂຽວງາມຢູ່ແຄມທົ່ງນາ, ເບື້ອງສັນພູ ໃນຍາມຄ່ຳຄ້ອຍຄືແນວນີ້ເປັນສີແດງເຈີດກະຈາຍໄປທົ່ວຜືນທ້ອງຟ້າອັນກວ້າງໃຫຍ່...


    ກຸລີ ເມື່ອຍຈາກກ່ຽວເຂົ້າ ຂຶ້ນມານັ່ງພັກເຊົາເອົາແຮງຢູ່ຖຽງນາຫຼັງນ້ອຍ, ນາງນັ່ງງອຍເບີ່ງເຂົ້ານາທີ່ພວມສຸກເຫຼືອງແລະເຂົ້າທີ່ຕົ້ນກ່ຽວໄດ້, ແນມເບີ່ງເຂົ້າທີ່ຮວງພວມກົ້ມ ມີນົກນ້ອຍຫຼາຍໝູ່ບິນມາຈັບແລະເກັບກິນເຂົ້າອ່ອນ... ນາງສົ່ງສຽງຮ້ອງວາກໆ!ເວກໆ!... ເພື່ອໄລ່ພວກມັນໜີ, ໄລ່ທາງໃຕ້ຍັງທາງເໜືອ. ນົກສອງສາມໝູ່ບິນເຈີດໄປເຈີດມາທັງສຽງຮ້ອງໂຮ່ຄືວ່າມັນມີຄວາມສຸກແທ້ໆ. ຕ່າງກັບຄົນທີ່ກຳລັງໂສກເສົ້າໝົ່ນໝອງໃຈ... ຖ້າໃຈເພັດຍັງຢູ່ເຝົ້ານາທົ່ງນີ້ຄູ່ກັບນາງ ຈະນັບພາສາຫຍັງນົກສອງສາມໝູ່ ຫຼາຍກວ່ານີ້ກໍຍັງໄລ່ໄຫວແລະຄົງບໍ່ມີນົກໂຕໃດທີ່ຈະສົ່ງສຽງຮ້ອງຫົວເຢາະເຢີ້ຍຄືແນວນິ້.


    ລະດູເກັບກ່ຽວເຂົ້ານາປີ ຊາວນາພາກັນກ່ຽວເຂົ້ານາຢ່າງມ່ວນຊື່ນ, ເຖິງຈະອິດເມື່ອຍແນ່ ແຕ່ມີເມັດເຫື່ອປົນຮອຍຍິ້ມແລະສຽງຫົວກໍມີຄວາມສຸກແລ້ວ, ທັງສຽງເວົ້າສຽງຫົວຢອກໄຍກັນດັງຟົດສະນັ່ນຢ່າງມ່ວນຊື່ນ. ສ່ວນກຸລີບໍ່ເວົ້າບໍ່ປາກຫຍັງນຳໝູ່ຈັກຄວາມ, ມີແຕ່ຕັ້ງໜ້າຕັ້ງຕາກ່ຽວເຂົ້າຢູ່ງຸບໆ ເຫື່ອໄຄໃນໃບໜ້າຢາດຍ້ອຍລົງຍ່າວໆປານອາບນໍ້າ, ຍິ່ງຄິດເຫັນໃຈເພັດ ເຫື່ອກໍຍິ່ງໄຫຼຍ້ອຍ ບໍ່ຈັກວ່າເມັດເຫື່ອຫຼືເມັດນ້ຳຕາກັນແທ້ ຈົນຈຳແນກບໍ່ອອກ ເພາະອ້ອມຂອບຕາກໍມີຕ່ອມເຫື່ອໄຫຼລິນຍ້ອຍອອກບໍ່ເຊົາ. ກຸລີກ່ຽວເຂົາໄປງຽບໆ ຄ້າຍກັບຄົນກຳລັງໃຊ້ຄວາມຄິດ...‘ເຫື່ອບົນໃບໜ້າທີ່ແດງອ່ອງຕ່ອງ ຖືກເຊັດອອກດ້ວຍແພຕາໂລ້ຂອງອ້າຍເພັດ ແຕ່ມື້ນີ້ຕ້ອງໄດ້ເຊັດມັນເອງ’ ນາງຄິດໃນໃຈ.


     ຍິ່ງແນມເຫັນນົກບິນໄປເປັນໝູ່ເປັນຝູງກໍຍິ່ງເຮັດໃຫ້ນາງຄິດຮອດໃຈເພັດ ແຟນຂອງນາງທີ່ເຄີຍຮຽນນຳກັນສະໄໝຢູ່ມັດທະຍົມ, ພໍເລີກໂຮງຮຽນມາຕອນແລງຫຼືວັນເສົາ-ອາທິດ ເຂົາກໍມາກ່ຽວເຂົ້ານຳກັນ, ນັ່ງແຍງທົ່ງນາແລະນົກນ້ອຍທີ່ບິນໄປມາຕາມເວຫາອາກາດແລ້ວເຈີດລົງມາໃສ່ທົ່ງນາແລ້ວກໍບີນຂຶ້ນໄປສູງໆຈົນເຫັນແຕ່ພາບດຳໆນ້ອຍໆແລ້ວລັບຫາຍໄປຕາມທ້ອງຟ້າອັນກວ້າງໄກແລະບາງເທື່ອກໍບິນມາຈັບຢູ່ປາຍໄມ້ຊ່າງໄຜ່ແຄມຫົວນາ, ບາງເທື່ອຝົນຕົກກໍມັກຈະໜີຊົ້ນຝົນມາຢູ່ຫຍ້າຄາຫຼັງຖຽງນາຫຼັງນີ້ ແລ້ວສ່ອງເບີ່ງກຸລີກັບໃຈເພັດທີ່ນັ່ງຢູ່ຖຽງນາ. 


    ຈົນເຖິງຄູ່ມື້ນີ້, ບໍ່ວ່າຈະແລ້ງຫຼືຝົນ ນົກນ້ອຍສອງໂຕນີ້ກໍມັກຈະບິນມາຈັບຢູ່ຫຍ້າຄາທີ່ມຸງເຮັດຖຽງນາ ສົ່ງສຽງຮ້ອງ ຈອກ!ຈິບ!...ທັງມັກເຮັດຫົວງ່ຽງໆລົງມາໃສ່ ຄັນສັງເກດດີໆແມ່ນມັນກໍແນມເບິ່ງນາງຄືກັນ ແລະຖ້າຖາມໄດ້ມັນກໍຄົງຈະຖາມວ່າເປັນຫຍັງຄືນັ່ງຜູ້ດຽວ?ໃຈເພັດໄປໃສ? 


     ເມື່ອຄິດເຖິງໃຈເພັດ ຄຳຖາມຕ່າງໆນາໆມັນກໍໄຫຼວົນໄປວຽນມາຢູ່ໃນຫົວ, ນັບແຕ່ເຂົາໄດ້ເຂົ້າເປັນບ່າວມະຫາໄລກໍບໍ່ເຫັນສົ່ງຂ່າວຄາວມາເລີຍ, ບໍ່ຈັກວ່າລືມນາງແລ້ວບໍ?ຈັກວ່າຕິດສາວຢູ່ໃນເມືອງວຽງຈັນພຸ້ນບໍ? ອີກດົນປານໃດເຂົາຈະກັບມາ? ຫຼາຍໆຄຳຖາມຟ້ອງຂຶ້ນມາໃນຫົວ ທັງຄຳຖາມເກົ່າແລະຄຳຖາມໃໝ່ຖືກວົນວຽນໄປມາຫຼາຍລົບຫຼາຍຕ່າວ ແຕ່ກໍບໍ່ມີໃຜໃຫ້ຄຳຕອບໄດ້ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍວັນທີ່ເຂົາກັບມາ... ນົກຄູ່ນັ້ນບິນວືຂຶ້ນໄປບັກແຮງ ເຮັດໃຫ້ນາງຕື່ນຈາກຄິດ ຈິດເລື່ອນລອຍ. 


ສາຍລົມພັດວູດມາຍາມຕອນແລງ ບາດຄ່ອຍບາດແຮງ, ແຮ່ງພັດພາຫອບເອົາຄວາມຄິດຂອງກຸລີອອກໄປໄກແສນໄກ, ນາງແນມເບີ່ງທົ່ງນາປ່າໄມ້, ພູເຂົາ, ທ້ອງຟ້າແລະນົກນ້ອຍສອງໂຕນັ້ນພວມບິນມຸ່ງໄປທາງຫົວນາແລ້ວບິນຂຶ້ນສູງສູ່ທ້ອງຟ້າເວຫາແລ້ວລັບຫາຍໄປຕາມຄວາມໄກຂອງຂອບຟ້າ. 


     ຈົນໃກ້ຄ່ຳ ມືດສະລົວເຂົ້າມາ ພວກມັນຈຶ່ງບິນກັບຕ່າວຄືນຫາຮັງຢູ່ທາງຫົວນາ ຍັງເຫຼືອແຕ່ໃຈເພັດທີ່ຍັງບໍ່ກັບມາ.  ຄັນແມ່ນເປັນໄປໄດ້ ນາງກໍຄົງຢາກຈະເປັນນົກ, ຢາກຈະມີປີກແລະບິນໄດ້ ເພື່ອຈະໂບຍບິນຂຶ້ນສູ່ເວຫາອາກາດ ຂ້າມແມ່ນໍ້າ, ຂ້າມພູເຂົາປ່າໄມ້? ຂ້າມທຸກສິ່ງທຸກຢ່າງຂຶ້ນເໜືອເມກເຝື້ອໄປຍັງບ່ອນທີ່ໃຈເພັດຢູ່... ແຕ່ສຸດທ້າຍກໍເປັນພຽງຄວາມຄິດທີ່ເລື່ອນລອຍ ເຖິງຈະຄິດຮອດແຮງຊ່ຳໃດ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍ...


-----------------------------------------

 ✍🏼ອຸລາ ພົມມະສຸກຂະ (ຫລານຍ່າ ນາງລາວ)

       15 ຕຸລາ 2016

ไม่มีความคิดเห็น: