06 สิงหาคม 2563

ຖຽງນານ້ອຍຄອຍຮັກ





ບົດກອນ:

                  "ຖຽງນານ້ອຍຄອຍຮັກ"

ແມ້ງເມື່ອມານັ່ງຈ້ອງ      ເຢືອນຢ່ອງຢາມນາ
ກ້າປັກດຳຊຳລົງ             ປົ່ງໃບແປງປີ້ນ
ຜືນດິນຂຽວສະອຸ້ມ        ສີອຸມທຸມທົ່ວທົ່ງ
ດ້າມດັ່ງດອນດ່ານຫຍ້າ -  ຄາເຂັ້ມແຂ່ງສີ

ລົມວີ່ວອນວາດເຕື້ອງ      ຕອງໄຜ່ພົງພາງ
ນາງພາໃຈລະບົມ          ຂົ່ມຂືນຄອຍອ້າຍ
ຜູ້ລາໄລໄກບ້ານ             ຫຼາຍພັນສາບໍ່ຕ່າວ
ຖຽງນາຊຶມໂສກເສົ້າ       ຄອຍເຈົ້າເປົ່າດາຍ 

ຢາກໃຫ້ຊາຍເບິ່ງກ້າ        ນາເກົ່າເຮົາດຳ
ພໍແຕ່ຊຳລົງດິນ               ປິ່ນເບີຍໃບສີ້ວ
ມອງທັດທິວແຖວກໍ້າ        ທົ່ງນາຄຳງາມຍິ່ງ
ທຸກໆສິ່ງກໍດັ່ງດ້າມ          ສະເໝີພ້ອມພ່ຳກັນ

ພໍເມື່ອ ແນມນ່ານຟ້າ        ມວນເມກເມຄາ
ສາລິກາແຊວແຊວ           ແອ່ວໂບຍບິນຟ້າ
ບາງຄູ່ພືປີກອ້າ                ບິນໄກມາມໍ່
ບາງຄູ່ກໍຈອບຈ້ອງ           ງອຍກ້ອງຮົ່ມໄຮ

ຄຶດຢາກອາຍນົກນ້ອຍ        ຄອຍຄູ່ຄຽງສອງ
ທັງປອງດອງຫວນຫອມ      ຮັກແພງພຽນພ້ອມ
ຖະໜອມແຮງຊູຊວ້ານ       ສານຮັງເຮືອນຢູ່
ຄູ່ຄຽງກັນກໍ່ສ້າງ                 ເມືອງບ້ານບ່ອນອາໄສ

ຍັງແຕ່ບາບ່າວອ້າຍ            ໄກຖິ່ນດິນແດນ
ບໍ່ຫວງແຫນຫອມຮັກ       ປັກໃຈຄືກ້າ
ຮອດວັນໝາຍມາມ້ອຍ       ຄອຍແລ້ວຄອຍມິດມີ່
ຄືຈຸດຈີ່ຢູ່ຖ້ຳ                      ຄຳຕອບຕ້ານກໍບໍ່ມີ
 
ຮູ້ຫຼືໄປ່? ນາງນາດນ້ອງ     ຄອງພີ່ຄົນໄຄ
ຣຶໄທທົນທໍລະມານ         ນັບວັນຈາງຈ້ອຍ
ຖຽງນາຊອຍວອຍເສົ້າ     ເຫງົາລະທົມຂົມຂື່ນ
ທຸກວັນຄືນຄ່ຳເຊົ້າ           ຄອຍເຈົ້າຕ່າວຄອນ ອ້າຍເອີຍ

-----------------------------------------
  06. ສິງຫາ.2017

ไม่มีความคิดเห็น: