02 สิงหาคม 2563

ການຕັດສິນໃຈ ບົດຄວາມຈາກສາຍຝົນ



“ກ້າທີ່ຈະຕັດສິນໃຈ”
#ບົດຄວາມຈາກສາຍຝົນ

ເວລາທີ່ຝົນກຳລັງຈະຕົກ
ເຮົາມັກຄິດລັ່ງເລຢູ່ໃນໃຈວ່າ:
ເຮົາຈະອົດທົນລໍຖ້າຢູ່ບ່ອນນີ້
ຫຼືຈະຟ້າວອອກໄປຕັ້ງແຕ່ຕອນນີ້ດີ

ບໍ່ພໍຊິໄດ້ຄິດໄປຮອດທາງໃດ 
ບໍ່ທັນໄດ້ຕັດສິນໃດໆ 
ຝົນກໍຕົກລົງມາແລ້ວ 
ແຖມບາງເທື່ອຍັງເປັນຝົນຫ່າໃຫຍ່ດ້ວຍຊ້ຳ

ເຫດການນີ້ ພາໃຫ້ຫວນຄິດເຖິງສະໄໝຮຽນ
ນັກສຶກສາຫຼາຍຄົນຢືນລຽນກັນຢູ່ໜ້າຫ້ອງ
ຈ້ອງເບິ່ງສາຍຝົນທີ່ຫຼົ່ນລົງຈາກຟ້າ
ແລ້ວໄຫຼໄປຕາມພູມພື້ນດິນທີ່ໂນນ ແລະຄ້ອຍ... 
ບາງເທື່ອເວລາກໍເລີຍໄປຈົນຄ່ຳ ຝົນກໍຍັງບໍ່ເຊົາຕົກ.

ຂ້ອຍໃນເມື່ອກ່ອນກໍຢືນຢູ່ລໍຖ້າຈົນກວ່າຝົນຈະຢຸດຕົກ
ອາດຈະເປັນຍ້ອນມີເວລາຫຼາຍພໍທີ່ຈະລໍຖ້າ
ເຖິງແມ່ນຈະຕ້ອງລໍຖ້າຫຼາຍຊົ່ວໂມງກໍຕາມ

ແຕ່ມາຕອນນີ້ ເວລາຝົນຕົກຍາມໃດ
ຂ້ອຍມັກຈະເລືອກຕາກຝົນອອກໄປທຸກເທື່ອ
ເພາະບໍ່ຢາກນັ່ງຖ້າໃຫ້ເສຍເວລາ
ເຖິງຈະເຈັບປວດເປັນໄຂ້ເພາະຕາກຝົນແດ່ກໍຕາມ
ແຕ່ບາງເທື່ອ ກໍເຮັດໃຫ້ບໍ່ໜ້າເບື່ອຄືກັບການລໍຄອຍ
ຂ້ອຍຄິດວ່າ:

“ຍອມປຽກແຕ່ພຽງຊົ່ວຄາວ
ດີກວ່າຕ້ອງທົນລໍ
ບໍ່ຮູ້ວ່າຝົນຈະຢຸດຍາມໃດ”

ດັ່ງນັ້ນ, ຊິໃຫ້ລໍຝົນຢຸດຢ່າງດຽວບໍ່ໄຫວ
ເຮົາຕ້ອງກ້າທີ່ຈະຕັດສິນໃຈນຳ

#ເມື່ອມາຄິດເບິ່ງແລ້ວ
ການລໍຖ້າຝົນຢຸດຕົກ
ກໍຄືຖ້າຄົນບໍ່ມີໃຈ
ໂດຍບໍ່ຮູ້ວ່າຍາມໃດເຂົາຈະກັບມາຫາເຮົາ

ເຈົ້າອາດຈະບໍ່ມີຄຸນຄ່າພໍໃຫ້ເຂົາເຫັນ
ແຕ່ເຈົ້າກໍອາດຈະມີຄ່າພໍໃຫ້ຄົນອື່ນຮັກ

ໃນລະຫວ່າງທີ່ນັ່ງທົບທວນ ແລະ ລໍຖ້າ
ເຈົ້າຕ້ອງກ້າທີ່ຈະຕັດສິນໃຈ
ກ້າທີ່ຈະຍ່າງຜ່າຄວາມປວດລ້າວ

“    ມັນຈະເຈັບແຕ່ພຽງຊົ່ວຄາວ
       ດີກວ່າທົນເຈັບຈົນບໍ່ຮູ້ວ່າ
   ມື້ໃດເຂົາຈະເຫັນຄ່າໃນຕົວເຮົາ  ”

ไม่มีความคิดเห็น: