01 พฤศจิกายน 2563

ບົດຄວາມ “ການໃຊ້ຊີວິດໃນຄອບຄົວກັບສື່ສັງຄົມອອນໄລນ໌”


“ຊີວິດໃນຄອບຄົວກັບສື່ສັງຄົມອອນໄລນ໌”



ຄອບຄົວຄືຈຸດສູນລວມແຫ່ງຄວາມສຸກ, ຄວາມອົບອຸ່ນ, ເປັນເບົ້າຫຼອມທຸກຢ່າງໃຫ້ສະມາຊິກໃນຄອຍຄົວ ທັງເປັນສະຖາບັນພື້ນຖານຂອງການສຶກສາ, ອົບຮົມບົ່ມສອນ, ຖ່າຍທອດຄວາມຮູ້ໃຫ້ສະມາຊິກໃນຄອບຄົວໄດ້ຮຽນຮູ້ລະບຽບສັງຄົມ ເພື່ອສ້າງຄຸນະພາບຊີວິດ ຄອບຄົວຈະເປັນສະຖາບັນທີ່ຈະເອື້ອອຳນວຍໃຫ້ເກີດຂຶ້ນກັບຊີວິດຂອງສະມາຊິກໃນຄອບຄົວ.

ຍິ່ງຄອບຄົວຢູ່ໃນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານມີການພັດທະນາໄປຢ່າງກວ້າງໄກທົ່ວໂລກ. ເຊິ່ງເຮົາເຫັນໄດ້ວ່າການໃຊ້ຊີວິດຄວາມເປັນຢູ່ປະຈຳວັນໃນທຸກມື້ນີ້ມີຄວາມແຕກຕ່າງຈາກເມື່ອກ່ອນຫຼາຍ. ແຕ່ລະຄົນກໍຫັນປ່ຽນຕົວເອງໄປຕາມຄ່ານິຍົມແຫ່ງຍຸກສະໄໝ. ທ່ານ ປະຍຸດ ຈານໂອຊາ ຍັງເວົ້າເປັນຄຳຂວັນໃຫ້ເດັກນ້ອຍໄທວ່າ: ໄວໜຸ່ມຍຸກໃໝ່ ຮູ້ຄິດ ຮູ້ເທົ່າທັນ ສ້າງສັນເຕັກໂນໂລຊີ ຖືວ່າ ຄົນລາວກໍບໍ່ແຕກຕ່າງກັນຫຼາຍ ປະຊາຊົນລາວຈຳນວນຫຼາຍລ້ານຄົນຮູ້ນຳໃຊ້ເຕັກໂນໂລຊີ ໂດຍສະເພາະກໍແມ່ນສື່ອອນໄລນ໌ທີ່ຈະເຂົ້າມາປ່ຽນແປງຄົນທັງໂລກໃຫ້ເປັນໄປຕາມຂະບວນການຮູບແບບໃໝ່. 

ເມື່ອເວົ້າເຖິງສື່ສັງຄົມອອນໄລນ໌ກໍມີຄວາມຈຳເປັນຫຼາຍຕໍ່ການໃຊ້ຊີວິດປະຈຳວັນບໍ່ວ່າຈະເປັນການຕິດຕໍ່ສື່ສານກັນລະຫວ່າງຄອບຄົວ, ເພື່ອນຝູງ, ພົວພັນວຽກງານ, ເປັນຊ່ອງທາງສ້າງທຸລະກິດ ແລະ ຕິດຕາມຂໍ້ມູນຂ່າວສານ ເຫດບ້ານການເມືອງຕ່າງໆ.

ຫຼາຍຄົນທີ່ບໍ່ໄດ້ຢູ່ໃນກຸ່ມສື່ອອນໄລນ໌ຈະຕີຄວາມໝາຍໄປໃນຕົວວ່າເປັນຄົນລ້າຫຼັງ ບໍ່ທັນສະໄໝ ແຕ່ດ້ວຍຄ່ານິຍົມຂອງຄົນເຮົາຈິ່ງເຮັດໃຫ້ນັບມື້ນັບມີຄົນນຳໃຊ້ສື່ສັງຄົມອອນໄລນ໌ຫຼາຍຂຶ້ນເລື້ອຍໆ ບໍ່ວ່າຈະເປັນຜູ້ໃຫຍ່ ໄວໜຸ່ມ ຫຼື ເດັກນ້ອຍ. ດຣ ແພງ ຊິນະພົງຍັງເວົ້າວ່າ ເດັກນ້ອຍທີ່ມີອາຍຸ 10ປີຂຶ້ນໄປ ສ່ວນໃຫຍ່ມັກ ແລະຮູ້ໃຊ້ອີເມວ, ເຟສບຸກ, ວັອດແອັບ, ອິນຕຣາແກມ...ຢ່າງແພ່ຫຼາຍ ຖ້າບໍ່ມີແອັບຕ່າງໆ ບໍ່ມີການຕິດຕໍ່ສື່ສານທາງສັງຄົມອອນໄລນ໌ແບບນີ້ ກໍຖືວ່າຕົກເທລນ.

ແຕ່ການນຳໃຊ້ສື່ອອນໄລນ໌ນັ້ນ ກໍປຽບເໝືອນດາບສອງຄົມ ເຖິງມັນຈະໃຫ້ປະໂຫຍດ ແຕ່ຖ້າໃຊ້ບໍ່ຖືກວິທີກໍເກີດໂທດໄດ້ເຊັ່ນດຽວກັນ ຫາກຜູ້ໃຊ້ເກີດມີການຂາດສະຕິ ກໍຈະຕົກເປັນທາດຂອງສື່ສັງຄົມອອນໄລນ໌ທັນທີ.

ເຮົາພຽງແຕ່ຫຼິ້ນເພີດເພີນໄປກັບມັນເພື່ອຜ່ອນຄາຍ ຈົນລະເລີຍວຽກງານທີ່ສຳຄັນ ພາໃຫ້ເວລາໝົດໄປກັບສິ່ງທີ່ໄຮ້ປະໂຫຍດ, ການໃສ່ໃຈຄົນອ້ອມຂ້າງໄດ້ຫຼຸດລົງ ຍ້ອນໃຫ້ຄວາມສຳຄັນກັບຄົນໃນສັງຄົມອອນໄລນ໌ຫຼາຍເກີນໄປ ຈົນບາງເທື່ອກໍເຮັດໃຫ້ຄອບຄົວມີຄວາມຕຶງຄຽດ ຂາດການດູແລກັນ ຈົນກ້າວໄປເຖິງບັນຫາຄວາມເຂົ້າໃຈຜິດ ແລະ ເກີດມີປາກສຽງກັນຕ່າງໆນາໆ.

ການລ້ຽງລູກຂອງພໍ່ແມ່ໃນປັດຈຸບັນ ມັກໃຊ້ວິທີງ່າຍໆ ດ້ວຍການໃຊ້ໂທລະສັບ ຫຼື ແທັບເລັດໂຍນໃຫ້ລູກຫຼິ້ນຕາມລຳພັງແຕ່ຍັງນ້ອຍໆ ເພື່ອຈະບໍ່ໃຫ້ລູກມາລົບກວນເວລາເຮັດວຽກຂອງພໍ່ແມ່. ເຮັດໃຫ້ເດັກນ້ອຍເຫຼົ່ານັ້ນເສບຕິດໂທລະສັບ ຫຼື ສື່ຕ່າງໆໃນໂລກອອນລາຍຈົນກາຍເປັນນິໄສເມື່ອໃຫຍ່ມາກໍຈະມີພຶດຕິກຳທີ່ບໍ່ເໝາະສົມຈາກການໄດ້ຮຽນແບບໃນສື່ສັງຄົມອອນໄລນ໌ ຍ້ອນການປ່ອຍປະລະເລີຍແລ້ວຫຼິ້ນຕາມອຳເພີໃຈຂອງເດັກ ໂດຍບໍ່ໄດ້ຮັບຄຳສັ່ງສອນຈາກພໍ່ແມ່ວ່າອັນໃດຄວນຫ້າມ ແລະຄວນຮຽນເອົາເປັນແບບຢ່າງທີ່ດີ.

ສື່ສັງຄົມອອນໄລນ໌ມີສິ່ງທີ່ເປັນຕົວລໍ້ຕາລໍ້ໃຈກໍປາກົດມີຫຼາຍຂຶ້ນ ເຮັດໃຫ້ຜູ້ເສບສື່ເກີດມີຄວາມຢາກໄດ້ຢາກມີ ຈົນກາຍເປັນປາກົດການຫຍໍ້ທໍ້ໃຫ້ກັບຕົນເອງ ບາງເທື່ອກໍເກີດມີອາການໂລກຊຶມເສົ້າຕິດຕາມມາພ້ອມ.

ແຄັສເປີສກີ້ ແລັບ  ຊີ້ໃຫ້ເຫັນວ່າ ສື່ສັງຄົມອອນລາຍພາໃຫ້ເກີດຄວາມຕຶງຄຽດໃນຄອບຄົວ. ປະເດັນນີ້ກໍຕໍ່ເນື່ອງມາຈາກ ການທີ່ເຮົາໃຊ້ເວລາໄປກັບກິດຈະກຳ ຫຼື ສິ່ງຕ່າງໆໃນໂລກອອນລາຍຫຼາຍຂຶ້ນ ດັ່ງທີ່ເຮົາເຫັນຕາມບ້ານຕາມເມືອງເຮົາ ທຸກຄົນກົ້ມຢູ່ແຕ່ກັບມືຖື ຈົນມີຄຳເວົ້າປະໂຫຍກໜຶ່ງທີ່ຫຼາຍຄົນມັກໃຊ້ວ່າ ສັງຄົມກົ້ມໜ້າ ເຖິງຈະຢູ່ຕໍ່ໜ້າກັນກໍຕາມ ຄວາມໂອ້ລົມກັນມີໜ້ອຍກວ່າການກົ້ມໜ້າເຂ່ຍຈໍມືຖື ຈິ່ງພາໃຫ້ສະມາຊິກໃນຄອບຄົວທີ່ຕົກເປັນທາດຂອງສື່ອອນໄລນ໌ນັ້ນເກີດມີຄວາມຕຶງຄຽດ, ມີຄວາມເຫີນຫ່າງກັນ ແລະ ຂາດການຮ່ວມຫຼິ້ນກິດຈະກຳທີ່ມ່ວນຊື່ນຂອງຄົນໃນຄອບຄົວນຳກັນ.

ເຖິງຢ່າງໃດກໍຕາມ ຄົນເຮົາສ່ວນໃຫຍ່ບໍ່ສາມາດຂາດຈາກໂລກອອນໄລນ໌ໄດ້ ເນື່ອງຈາກວ່າມັນມີຄວາມຈຳເປັນຫຼາຍຢ່າງຕໍ່ການດຳເນີນຊີວິດ ແຕ່ກໍຄວນແບ່ງເວລາຫຼິ້ນໃຫ້ເໝາະສົມ ການຈັດອັນດັບຄວາມສຳຄັນໃນຊີວິດວ່າອັນໃດສຳຄັນກ່ອນ ອັນໃດຄວນເຮັດຕາມຫຼັງ. ຝຶກໃຫ້ຕົວເອງມີເວລາວ່າງ ສ້າງຄວາມສຳພັນອັນດີງາມຕໍ່ສະມາຊິກໃນຄອບຄົວ ຫາກິດຈະກຳມາຫຼິ້ນຍາມວ່າງໆ ແທນທີ່ຈະໃຊ້ໂທລະສັບ ແລະ ຢ່າລືມໄປວ່າ ສື່ສັງຄົມອອນໄລນ໌ມີທັງເລື່ອງຈິງ ແລະ ເທັດ ຖ້າບໍ່ໄຈ້ແຍກໃຫ້ດີ ເຮົາກໍຈະຕົກເປັນເຍື່ອຂອງພາບລວງຕາເຫຼົ່ານັ້ນຈົນເງີຍຫົວບໍ່ຂຶ້ນກໍເປັນໄດ້.

ພໍ່ແມ່ຄວນໃຫ້ຄວາມຜູກພັນໃກ້ຊິດກັບລູກຫຼາຍກວ່າໃຫ້ເຂົາຕິດພັນກັບໂທລະສັບ ການນຳໃຊ້ສື່ບາງຢ່າງທີ່ບໍ່ເໝາະສົມຕາມໄວ ພໍ່ແມ່ຄືຜູ້ແນະນຳ ອົບຮົມບົ່ມສອນໃຫ້ລູກຮູ້ນຳໃຊ້ສື່ອອນໄລນ໌ໃຫ້ເກີດປະໂຫຍດ ຫຼືເປັນໄປຕາມທິດທາງທີ່ດີ ຕົວຢ່າງ: ສອນລູກຮຽນພາສາອັງກິດ, ທັກສະສ້າງຄວາມຈະເລີນທາງດ້ານຮ່າງກາຍ ແລະ ມັນສະໝອງ ແບບນີ້ເປັນຕົ້ນ.

ຖ້າເຮົາກັບມາຊັ່ງຊາເບິ່ງແລ້ວ ຈະເຫັນວ່າຕົວເອງຄວນເລືອກເສຍເວລາກັບການໃຊ້ຊີວິດທາງສື່ອອນລາຍທີ່ເພີດເພີນແບບໄຮ້ຄ່າ ຫຼື ຈະເລືອກເສຍເວລາກັບການຢູ່ກັບຄອບຄົວທີ່ແລກມາດ້ວຍຄວາມສຸກອັນແທ້ຈິງ?

ไม่มีความคิดเห็น: