04 พฤศจิกายน 2563

ບົດກອນ: ກຽມກ່ອນວິວາ

 "ກຽມກ່ອນວິວາ"



ແມ້ງເມື່ອ ອອກພັນສາຜ່ານພົ້ນ . . . ເລີຍລ່ວງລາໄປ

ເຂົ້າສຸກເຫຼືອງໃນນາ . . . . . . . . . . ກໍກ່ຽວມາຈົນແລ້ວ

ຍັງແນວດຽວຄົງຄ້າງ . . . . . . . . . . ນາງພວມຕຽມຕໍ່

ຂໍແຕ່ອວນອຸ່ນອ້າຍ . . . . . . . . . . . ໃຈບໍ່ມ້າຍລ່າຍລາ


ທຸກວັນນາງຕ່ຳຜ້າ . . . . . . . . . . . ຜືນແຜ່ນແພໄໝ

ເກັບຢາຍລວດລິງລາຍ . . . . . . . . . . ດອກດວງປະດາດ້ວຍ

ຈັບຄັນສວຍສານຝ້າຍ . . . . . . . . . . ເປັນສະໃບງາມຄ່ຽມ

ທວງພະໄທປ່ຽມລົ້ນ . . . . . . . . . . . ມົວໝົ້ນໃສ່ການ ພີ່ເອີຍ


ທັງວ່າ ໝອນເສື່ອພ້ອມ . . . . .  . . . . ຖະໜອມໃສ່ໃຈຈວນ

ເລັ່ງດ່ວນໄວວາທຳ . . . . . . . . . . . . ພໍ່າພູນພຽນສ້າງ

ຫາງປີປາຍໄປຢ້ານ . . . . . . . . . . . . ບໍ່ທັນການງານແຕ່ງ

ນ້ອງເລີຍແປງຕໍ່ຕັ້ງ . . . . . . . . . . . . ພະວັງຟ້າວສ່າວທຳ


ເມື່ອຄິດເຫັນຄຳພີ່ອ້າຍ . . . . . . . . . . ໄຂກ່າວຄາວຫຼັງ

ດັ່ງພະລັງຊູໃຈ . . . . . . . . . . . . . . .  ໃສ່ຕົວນວນນ້ອງ

ເດືອນສິບສອງຊິມາໝັ້ນ . . . . . . . . . ຄັນທັນຊິເລີຍແຕ່ງ

ແປງເອົານາງນາດນ້ອງ . . . . . . . . .  ເມືອເປັນໄພ້ແມ່ຊາຍ  ຊັ້ນເດ


ຄຳວາຈີຈ່າຍແຈ້ງ . . . . . . . . . . . . . ຖະແຫຼງຕໍ່ນວນນາງ

ດັງວິ່ງວອນໃນໃຈ . . . . . . . . . . . . . ບໍ່ມີໄລລືມໄດ້

ນັດວັນໝາຍຫຼາຍມື້ . . . . . . . . . . .  ຄືນວັນວຽນມໍ່

ດວງແດກໍຍ່າວຍີ້ມ . . . . . . . . . . . .  ພິມພາບຕັ້ງຕໍ່ຫວັງ  ເຮົານາ


ไม่มีความคิดเห็น: