“ຂ້ອຍໝົດຖ່ານ“
ຂ້ອຍບໍ່ຮູ້ວ່າໂລກຊຶມເສົ້າມັນເປັນແນວໃດ?
ອາການມັນໂຫດຮ້າຍສ່ຳໃດ?. ສອງສາມອາທິດຜ່ານມານີ້ ຂ້ອຍຮູ້ສຶກວ່າມີບາງສິ່ງບາງຢ່າງມາລົບກວນຈິດໃຈຂ້ອຍ ເຮັດໃຫ້ຂ້ອຍບໍ່ມີຄວາມສຸກເລີຍ.
ເມື່ອກ່ອນ ຂ້ອຍເຄີຍເປັນຄົນເບີກບານມ່ວນຊື່ນ ເອົາໃຈໃສ່ໃນວຽກງານ, ການຮຽນ ແລະ ມັກງານສ້າງສັນ ອ່ານໜັງສື ຂຽນນິຍາຍ ແລະອື່ນໆ ເພື່ອບໍ່ໃຫ້ເວລາທີ່ມີວ່າງເປົ່າໄປເສຍລ້າ. ແຕ່ມາຮອດຕອນນີ້ ຂ້ອຍຮູ້ສຶກທົດຖອຍ ບໍ່ມີກຳລັງໃຈຮຽນ, ບໍ່ຢາກເຮັດວຽກ, ບໍ່ຢາກອ່ານໜັງສືແລະ ບໍ່ຢາກເຮັດຫຍັງເລີຍ ຮູ້ສຶກວ່າໄຟໃນຕົວມັນໝົດໄປແລ້ວ.
ຂ້ອຍກາຍເປັນຄົນເບື່ອໂລກຕັ້ງແຕ່ມື້ໃດກໍບໍ່ຮູ້ ໃນທຸກມື້ນີ້ ຂ້ອຍໃຊ້ຊີວິດຄືບໍ່ມີຈຸດໝາຍ; ທຸກວິນາທີຂອງຂ້ອຍ ຄິດແຕ່ຢາກຂ້າຕົວຕາຍ. ຂ້ອຍບໍ່ຮູ້ວ່າ ຈະມີຊີວິດຢູ່ຕໍ່ໄປເພື່ອຫຍັງ. ໃນໂລກໜ່ວຍນີ້, ເບິ່ງຄືວ່າບໍ່ມີຫຍັງສຳຄັນສຳລັບຂ້ອຍເລີຍ.
ບໍ່ຮູ້ວ່າ ມັນເກີດຫຍັງຂຶ້ນກັບຂ້ອຍ. ຫຼາຍໆເທື່ອທີ່ຂ້ອຍພະຍາຍາມຈະດຶງຕົວເອງອອກຈາກຄວາມຄິດໃນດ້ານລົບໆ ແຕ່ຂ້ອຍກໍເຮັດບໍ່ໄດ້ ຂ້ອຍຈຶ່ງໄດ້ຂຽນຈົດໝາຍສະບັບນີ້ ເພື່ອຂໍຄຳແນະນຳຈາກເຈົ້າ.
ไม่มีความคิดเห็น:
แสดงความคิดเห็น