13 ธันวาคม 2562

ຕ່ຳຫູກຄອຍຊູ້ ໂດຍ ຫຼານຍ່ານາງລາວ

.                  "ຕໍ່າຫູກຄອຍຊູ້"


ເດືອນສິບເອັດຫົວລົມຕ້ອງ    ເດືອນສິບສອງຫົວລົມຕ່າວ
ຍ່າວໆເຟືອນຝາດໄມ້            ໃຈນ້ອງຮໍ່າຄະນິງ  ອ້າຍເດ່

ນ້ອງນີ້ ຕັ້ງໃຈພຽນຕໍ່າຜ້າ      ຜືນແຜ່ນແພສະໃບ
ເຈຍລະໄນລິງລາຍ                ຂອດສາຍເຊີງຝ້າຍ
ຄ່ອຍເກັບເກາະໄໝກໍ້             ທໍຕຳຕາມກີ່
ຢັນໄມ້ນີ້ຢຽບໄມ້ນັ້ນ              ຟືມກະສັ້ນຫັ່ນຈຳ

ຈັ່ນໆຟືມຕໍ່າຕ້ອງ                  ສວຍຈ່ອງຄອງໄໝ
ໃຈກະວົນກະວາຍ                 ຄິດແນນຳເຈົ້າ
ເຮົາເຄີຍສັນຍາໄວ້                 ຄວາມໃຈໄຂຕໍ່
ຊິພາພໍ່ແມ່ອ້າຍ                     ໄປຂໍນ້ອງນາດນາງ

ຍັງບໍ່ພໍທໍ່ນັ້ນ                         ອວນພີ່ຂານໄຂ
ບອກໃຫ້ນາງກະກຽມ            ເສື່ອໝອນມວນມຸ້ງ
ທັງແພວາຜືນຜ້າ                  ສະໄບງາມພ້ອມພໍ່າ
ນ້ອງກໍພຽນຕໍ່າໃຫ້                ຄອຍອ້າຍສູ່ຂໍ

ພໍສິບສອງຜ່ານຜ້າຍ              ຈຽງຍີ່ກາຍໄປ
ອ້າຍຊິມາຂໍນາງ                     ດັ່ງວາຈາໄວ້
ນ້ອງເກັບລິງລາຍເອ້               ອາພອນແພສົມມາແມ່
ທັງເຖົ້າແກ່ພີ່ພຸ້ນ                   ຕຽມແລ້ວສູ່ອັນ

ຄອຍແຕ່ວັນທີ່ອ້າຍ                 ຊາຍແຮ່ຂັນມາ
ເຖົ້າແກ່ໂຄດລຸງຕາ                 ແຮ່ຂັນຂໍນ້ອງ
ສອງສາມເດືອນຄອງຖ້າ          ລົມໜາວມາກະເລີຍລ່ວງ
ກົດກະໃຈໜ່ວງນ້າວ              ຫາອ້າຍບ່າວພີ່ຊາຍ

ແຮງລົມຕີໄມ້ຊ້າຍ                   ຕີງໄຂວ່ໄປມາ
ຄືວ່ານາງຫວນຫາ                  ອ່າວອາວອນນຳຊູ້
ບ່າວຜູ້ເຄີຍສັນຍາໄວ້                ຫຼາຍວັນບໍ່ເຫັນອວ່າຍ
ຫຼືໄປມີມາກຊູ້                        ທາງບັ້ນບ່ອນໄກ ບໍເດ?

ຫຼື ຫຼອກນ້ອງຫງາຍທາງລົ້ມ   ກົ້ນຂີ້ທັ່ງທາງຢືນ
ຕົວະໃຫ້ກືນກິນໜາມ            ຄັ່ງຄໍຄາຄ້າງ
ແພອີ່ນາງກາຍເປັນຮ້າງ         
ອວນຊາຍວາງປະຖິ້ມ              ໜີໄປຊີມລາບໄກ່
ແລ້ວເລີຍລະນ້ອງໄວ້               ຄຸມຈໍ້າປົ່ນປູ ຊັ້ນບໍເດ?

ເປັນຈັ່ງໃດ ຂໍໃຫ້ໄຂຂ່າວຂໍ້        ຂານຕໍ່ນວນນາງ
ຢ່າໄດ້ວາງເມີນເສີຍ                ໃສ່ເລີຍນວນນ້ອງ
ຫຼືໃຫ້ນາງໄລລືມອ້າຍ             ບໍ່ຫວັງຄອງຊິລືມງ່າຍ
ຄັນເຂົ້າສານບໍ່ເປັນໜໍ່ກ້າ         ເມືອໜ້າຊິບໍ່ລືມ  ພີ່ເຮີຍ

ຄົງທົບຟືມຈັ່ນຈັ້ນ                  ຝັນຕໍ່ຕາມຫວັງ
ວ່າຊາຍຍັງຊິຫວນ                  ຕ່າວມາຫານ້ອງ
ແພຕາລ່ອງຕາໂລ້                   ໂງງົມຕົມໝົ່ນ
ດົນປານໃດບ່າວອ້າຍ               ຊາຍຊູ້ຊິສູ່ຂໍ  ນາງນໍ?

ປະພັນໂດຍ: ຫຼານຍ່ານາງລາວ
                   ໑໕. ໐໒.໒໐໑໙

ບົດກອນ: ລໍອ້າຍອອນລາຍ ຫຼານຍ່ານາງລາວ

"ລໍອ້າຍອອນລາຍ"


ນ້ອງນີ້ຄິດຄໍ່າຄ້ອຍ . . . . . . . ຄອຍສ່ອງ Facebook
ທຸກລະທົມທາງທວງ . . . . . . ໂສກຊຶມຊວງເສົ້າ
Messenger ກໍເຫງົາແງ້ນ . ແສນໂສກາເປົ່າປ່ຽວ
ຄົນເຄີຍທຽວວ່າເວົ້າ . .  .  . ເຄີຍເອົາຄຳຫວານຫວ່ານໃຫ້
. . . . . . . . .. . . . . . . . . . . ບໍ່ເຫັນຊໍ້າຊິອອນລາຍ

ຫຼາຍວັນຄືນທີ່ອ້າຍ . . . . . . ຫາຍຫ່າງເຫີນຮາມ
ຄອຍຊ່າມຊາຊາຍອອນ . . . ຕໍ່ກອນນຳນ້ອງ
ຄອງແລ້ວຄອງຍັງຈ້ອຍ . . . ຄືຫອຍນາຝັກໄຂ່
ເຟັສແອຟລາຍກໍມາມິດມີ່ມ້ອຍ . . ບໍ່ດູຕົນນ້ອງຜູ່ຄອຍ ແນ່ບໍ?

ທຸກນາທີ
ທະຍອຍທຽວສ່ອງປ້າຍ . ໃນຂີດສີຂຽວ
ຫຼຽວເຫັນກໍພໍພຽງ . . . . ພາບດຳເຕີມຊໍ້າ
ແຕ່ກໍທຳໃຈສູ້ . . . . . . . ເປີດເຟັສດູຄອຍພີ່
ລໍວັນທີ່ບ່າວອ້າຍ  . . . . ອອນລາຍແລ້ວຕອບນາງ ນັ້ນນ່າ

----------------------------------
✍🏼ຫຼານຍ່ານາງລາວ
10.ທັນວາ.2017


ບົດກອນ ອຸລາ ເອກາ

"ອຸລາເອກາ"


ເຫມັນມາມອບມ້ວນ  .  .  .  .  .  ຊວນຊ່ວຍເອກາ
ວາໂຍໂຍນສະໂລມ  .  .  .  .  .  .  ກະເຊົ່າໂຊມຊູນເນື້ອ
ໜາວຈີ້ແພຜືນເສື້ອ  .  .  .  .  .  . ກວມກາຍເກີນສັ່ນ
ແສນກະສັນໂສກເສົ້າ  .  .  .  . .  . ຊຶມຊ້ວງຊ່ວງໃນ

ໜາວກາຍພາຍແຜ່ນຜ້າ  .  .  .  .  ຄວາຫົ່ມປະເຄນຄີງ
ພໍພັກພິງພຽນທົນ  .  .  .  .  .  .  . ອົດສາຊອຍຊູໄດ້
ແຕ່ຫາກໜາວໃນເນື້ອ  .  .  .  .  .   ດວງອຸລາແປນປ່ຽວ
ເໜັບໜາວໜັກໜ່ວງນ້າວ  .  .  .  ໃຜນໍ? ຊິອາສາແວ່ເຂົ້າ
                                       ຄາຍເສົ້າໂສກລະທົມ ນີ້ນ່າ

ອຸລາ ພົມມະສຸກຂະ
(ຫຼານຍ່ານາງລາວ)
13.12.2018


08 ธันวาคม 2562

ຜູ້ຊາຍຈີນພົວພັນກັບຍິງລາວເພື່ອຫຍັງ? ຝາກໄວ້ໃຫ້ເປັນຂໍ້ຄິດ

ຜູ້ຊາຍຈີນພົວພັນກັບຍິງລາວເພື່ອຫຍັງ?


      ເຮົາມັກປາກົດເຫັນຂ່າວໃນສື່ອອນລາຍປະເພດຕ່າງໆກ່ຽວກັບຊາຍໜຸ່ມຈີນມາຫາເອົາເມຍຢູ່ລາວ ຫຼື ຂ່າວເຫດຮ້າຍຫຼັງການແຕ່ງງານ ໄປໃຊ້ຊີວິດຮ່ວມກັບສາມີເຊື້ອຊາດຈີນ ລວມທັງການຂົ່ມຂູ່ແຮງງານຂອງແມ່ຍິງ ຫຼືຄົນລາວ (ບາງກຸ່ມ) ທີ່ເຮັດວຽກໃຫ້ເຂົາເຈົ້າ.

            ເມື່ອເວົ້າເຖິງການພົວພັນແບບຊູ້ສາວ ຂອງສາວລາວ-ບ່າວຈີນ ແມ່ນມີມາແຕ່ສະໄໝດຶກດຳບັນແລ້ວ.

       ເຊິ່ງຂ້າພະເຈົ້າໄດ້ໄປອ່ານພົບໃນປື້ມພົງສາວະດານລາວ ຄົ້ນຄວ້າໂດຍ ດ.ຣ ສີທຸຍ ສຸວັນນະສີ 143/1999 ຕອນຊົນຊາດລາວ ໃນສະໄໝດຶກດຳບັນ ເມື່ອ 5.500 ປີກ່ອນ ໄດ້ມີເນື້ອໃນກ່າວເຖິງການພົວພັນ ຍາດແຍ່ງດິນແດນ ທີ່ທຳຢູ່ຫາກິນຂອງຊົນຊາດລາວ ຫຼືໃນສະໄໝນັ້ນເຮົາເອີ້ນປະເທດລາວວ່າ “ອ້າຍລາວ“   ໂດຍການສົ່ງເອກຄັກຄະລາຊະທູດມາປະຈຳຢູ່ນະຄອນປາ ໃນປີ 3940 ທຸກຄົນນັ້ນ ຊື່ມົງຕີ້ ເຂົ້າມາດຳເນີນນະໂຍບາຍ ຍາດແຍ່ງຍຶດຄອງອານາຈັກຊົນຊາດອ້າຍລາວ ໂດຍການເຊື່ອມຊຶມ ຫຼື ໃຊ້ສົງຄາມເຢັນ ສົງຄາມເສດຖະກິດຍາດແຍ່ງທີ່ທຳຢູ່ທຳກິນ ແຕ່ງດອງກັບຄົນລາວ ໂດຍຜູ້ຊາຍຈີນມາເອົາຍິງລາວ ແຕ່ຜູ້ຍິງຈີນຈະບໍ່ເອົາຊາຍລາວ. ເຮັດໃຫ້ມີລູກສອດເຄິ່ງລາວຈີນ ຈົນຫຼາຍສັດຕະວັດກໍປ່ຽນຊາດ ປ່ຽນສີຈາກລາວເປັນຈີນ ແລະ ເຊື້ອຊາດລາວກໍຫາຍໄປໃນທີ່ສຸດ ເຮັດໃຫ້ດິນແດນລາວບາງສ່ວນກາຍເປັນດິນແດນຂອງຈີນເຖິງທຸກວັນນີ້.

       ນີ້ຄືຫຼັກຖານບາງສ່ວນຈາກປະຫວັດສາດລາວ ມາໃນປັດຈຸບັນນີ້ ກໍເຫັນວ່າມີປາກົດການຄ້າຍຄືສະໄໝກ່ອນເລີ່ມພົ້ນເດັ່ນຂຶ້ນອີກ ເຊິ່ງມີຄົນຈີນເຂົ້າມາທຳການຄ້າອາໄສຢູ່ລາວ ແລະ ແຕ່ງງານກັບຄົນລາວໄປຫຼາຍຄູ່ ແຕ່ແລ້ວ ຊີວິດຄູ່ຂອງຄົນສອງຊາດກໍບໍ່ສວຍງາມຄືຄູ່ແຕ່ງງານຫຼາຍໆຄົນຄິດໄວ້ ຈົນກາຍເປັນຂ່າວຊ່າລືກັນໃຫ້ເຮົາເຫັນຢູ່ທຸກມື້.

         ບໍ່ຮູ້ວ່າເຫດຜົນຍ້ອນຮັກ ຫຼືມີປັດໄຈອື່ນແຊກຊ້ອນ ອັນນີ້ກໍຂໍຝາກໃຫ້ທຸກທ່ານທີ່ໄດ້ອ່ານມາຮອດນີ້ ຊ່ວຍຕອບຄຳຖາມນີ້ນຳກັນວ່າ #ຜູ້ຊາຍຈີນມາພົວພັນກັບແມ່ຍິງລາວເພື່ອຫຍັງ? ປະຫວັດສາດຈະຖືກຊ້ຳຮອຍອີກຫຼືບໍ?

ໂດຍ: ຫຼານຍ່ານາງລາງ
         08 ທັນວາ 2019


05 ธันวาคม 2562


"ເຊີນທ່ຽວບຸນທາດອິງຮັງ" 


ສະຫວັນງາມເອກອ້າງ  .  .  .  . ປູຊະນີຍະສະຖານ
ພຣະທາດອິງຮັງແນວໂຮມ  .  .  ຮ່ວມໃຈປະຊາເຊື້ອ
ເຊີນເດີ້ ພົງພີ່ນ້ອງ .  .  .  .  .  . ແດນເໜືອໃຕ້ຕໍ່າ
ແຂກທາງໄກມໍ່ໃກ້  .  .  .  .  .  . ເຊີນອ້າຍແວ່ຊົມ ແນ່ນ່າ

ວັນນີ້
ທ້ອງຟ້າໃສສະຫວ່າງແຈ້ງ  .  .  ແສງສ່ອງສີເຫຼືອງ
ເຮືອງຮຸ່ງຮອງອະນາ  .  .  .  .   ເຂດນະພາຜືນຟ້າ
ສະຫວັນນະເຂດແຂວງກໍ້າ  .  . ດິນຄຳນໍ້າຊຸ່ມ
ຊຸມຊົນສຸມຊ່ວຍຊວ້ານ  .  .  .  ແຮງສ້າງຮ່ວມສະຫຼອງ

ເດືອນສິບສອງເຈີດຈ້າ  .  .  .  .  ປະຊາຊື່ນສັດທາ
ບຸນນະມັດສະການ  .  .  .  .  .  . ຂາບບູຊາໄຫວ້
ພຣະທາດໃຫຍ່ອີງຮັງເຈົ້າ  .  .  . ມິ່ງຂວັນບ້ານຊ່ອງ
ປວງປະຊາທົ່ວຜ້ອງ  .  .  .  .  .  ປອງດອງສ້າງສືບສານ

ປີນີ້ຂານຂ່າວໃຫ້  .  .  .  .  .  .  . ໄຂເປີດພິທີການ
ວັນທີເກົ້າທັນວາ  .  .  .  .  .  .  ເລີ່ມງານງາມລໍ້າ
ເທດສະການບຸນບ້ານ  .  .  .  .  ມະຮຶມາຍິ່ງໃຫຍ່
ຊົມລາຍລາວແອ່ນຟ້ອນ  .  .  .  ໂຢະຢ້ອນອ່ອນໃສ່ກັນ

ມະໂຫລີຂັບຮ້ອງ  .  .  .  .  .   ລຳສີ່ຈັງຫວະ
ສະຫຼອງບຸນປະຈຳ .  .  .  .  .  ຄູ່ປີສານສ້າງ
ນ້ອມນະມັສການໄຫວ້  .  .  .  ທາດອິງຮັງສູງສະຫງ່າ
ໃສ່ບາດທັງຢາດນໍ້າ  .  .  .  .   ແຫ່ຜາສາດເຜິ້ງພ້ອມ
  .  .  .  .  .  .  .  .  .  .  .  .  ພໍແລ້ວຈັ່ງຄ່ອຍເມືອ ທ່ານເອີຍ

ປະພັນໂດຍ: ອຸລາ ພົມມະສຸກຂະ
                  (ຫຼານຍ່ານາງລາວ)
                   ໑໕.໑໒.໒໐໑໘
ຮູບພາບ:  Nok Chansamone

ເລື່ອງສັ້ນ: ອີ່ຄຳເຊີຍ


ອີ່ຄຳເຊີຍ


ຢູ່ທີ່ຫ້ອງການບ້ານ, ເຕັມໄປດ້ວຍຜູ້ຄົນມາກໜ້າຫຼາຍຕາ ທັງຊາວໜຸ່ມຍິງຊາຍ ເຖົ້າແກ່ແນວໂຮມ ມາເຕົ້າລວມປຶກສາຫາກັນ ກ່ຽວກັບເລື່ອງຈະຈັດງານບຸນບ້ານ ອີກບໍ່ດົນໃນຂ້າງໜ້ານີ້; ພໍ່ບ້ານໄດ້ຈັດແບ່ງຈຸໜ່ວຍເຮັດວຽກຊ່ອຍກັນ. ຄຳສີ ຍິງສາວຮາວອາຍຸຍ່າງເຂົ້າໄວຊາວປາຍແລ້ວ ນັ່ງຟັງແຜນການສະເໜີຂອງພໍ່ບ້ານ ແລະລູກບ້ານປະກອບຄວາມຄິດຄວາມເຫັນນຳກັນ ແຕ່ເບິ່ງສີໜ້າ ແລະສາຍຕາທີ່ກຳລັງເລື່ອນລອຍ ເດົາວ່ານາງຄົງບໍ່ຕັ້ງໃຈຟັງດອກ ນອກຈາກຄິດໄປເລື່ອງອື່ນ ຟ້າຜູ້ນັ່ງຢູ່ຄົນລະສົ້ນແນມເບິ່ງ ທັງຄິດສຳຫຼວດຕົວຄຳສີຢູ່ຄົນດຽວ.
ເມື່ອອາທິດຜ່ານມາ, ທ່າມກາງລາຕີການຂອງງານແຕ່ງ ວັນໄຊກັບນາລີຄືນນັ້ນ ຂ້ອຍຍັງຄິດເສຍດາຍ ຄິດມາແລ້ວຍັງຄິດບໍ່ຢຸດບໍ່ເຊົາ ທຸກຢ່າງມັນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນຕະຫຼອດເວລາ ພວກຂ້ອຍພາກັນອອກເຕັ້ນລຳເກືອບວ່າທຸກຮອບ ມີແຕ່ບົດເພງ ທ່າຟ້ອນທ່າເຕັ້ນໃໝ່ໆແປກໆທີ່ເຈົ້າພາບພາຟ້ອນລຳ ຢ່າງເຊັ່ນ ຕ໊ະຕ່ວງໆເຕັ່ງໆ ຂ້ອຍກະບໍ່ແນ່ໃຈວ່າຊື່ທ່າເພງນັ້ນແນວໃດແທ້ ພໍຮູ້ແຕ່ວ່າມັນເປັນເພງແນວໃໝ່ທັນສະໄໝທີ່ຄົນລາວເຮົານິຍົມກັນໃນຊູ່ມື້ນີ້ ສ່ວນລຳວົງລາວເອີຍຟ້ອນມະຍ່ອງມະແຍ່ງເອີຍ ຄືແຕ່ກ່ອນມັນລ່າສະໄໝນັ້ນໄປແລ້ວ ບໍ່ຄ່ອຍມີແລ້ວນອກຈາກຈະເປີດໃນຮອບລຳວົງຂອງຜູ້ອາວຸໂສເທົ່ານັ້ນ ເພາະຂ້ອຍໄປງານໃດກໍເຫັນແຕ່ເພງຕ່ວງໆເຂົາເຕັ້ນລຳກັນ ເອົາຈົນຂ້ອຍຈື່ທຸກທ່າທີ່ເຂົາຟ້ອນວ່າ ຕີນຂາທຸກທ່າທາງຍ່າງໄປມາແນວ ເຮັດໃຫ້ງານດອງຂອງວັນໄຊຄືນນັ້ນ ເອົາຂ້ອຍລຸກໄປເຕັ້ນລໍາທຸກຮອບຈົນບໍ່ໄດ້ເຊົາ, ຕ່າງກັບອີ່ຄຳສີ ມັນມີແຕ່ນັ່ງຈ້ອງເບິ່ງຜູ້ນັ້ນຜູ້ນີ້ ຈັບຄູ່ກັນອອກໄປຟ້ອນລຳກັນ ທັງເຮັດສີໜ້າຄຸມມຸມຄິມມິມ ແຍງຜູ້ນັ້ນຜູ້ນີ້ ລຳວົງແຕ່ຫົວແລງຜ່ານໄປຈົນຮອບເດິກ ຕົວມັນຍັງບໍ່ຫຍັບແຄ່ງຫຍັບຂາອອກໄປເຕັ້ນລໍານຳໝູ່ເລີຍ  "ມັນຄົງຈະອາຍໃນການແຕ່ງຕົວໃສ່ເສື້ອຜ້າສີຊົງຕົກຍຸກຂອງມັນ",
 "ຈະວ່າຫຍັງແຕ່ຈະໃຫ້ອອກຟ້ອນອອກລຳ ຂະໜາດຜູ້ບ່າວຊິມາຂໍມັນອອກໄປຟ້ອນກະບໍ່ມີແລ້ວ! ຄິດມາລະອາຍຕາງມັນແທ້ໆ"
ທິດາກັບບົວທອງ ເວົ້າກັນທັງເບີ້ຍສົບເບີ້ຍຄາງ ໃນຂະນະທີ່ຂ້ອຍພວມແນມເບິ່ງອີ່ຄຳສີ. ພວກຂ້ອຍອອກຟ້ອນຈົນເດິກດື່ນ ແນມເບິ່ງມັນກະຍັງຄືເກົ່າ ຈົນດົນໆຈິ່ງມີຊາຍຄົນໜຶ່ງຍ່າງມາໃກ້ມັນແລ້ວຍໍມືນົບຂໍອອກຟ້ອນລຳວົງນຳ ແຕ່ກໍຖືກອີ່ຄໍາປະຕິເສດໄປ; ຂ້ອຍກໍຄິດວ່າດີແລ້ວແລະທີ່ມັນບໍ່ອອກ ຊັ້ນລະຊິອາຍຕາງມັນ ເບິ່ງດຸ ເບິ່ງແຕ່ການແຕ່ງໂຕກະບໍ່ຄືໝູ່ ເບິ່ງເກີບກະບໍ່ເຢັກບໍ່ສູງຄືໝູ່ ຄັນອອກໄປຢືນພໍດີຄົນໃນງານ ຕ່າງແນມທັງເວົ້ານິນທາກັນເປັນແຖວແລ້ວ.
ເວລາຜ່ານນານເລີຍໄປ ຈິ່ງເຫັນມັນຍ່າງອອກເຕັ້ນບາສລົບກັບຊາຍຄົນໜຶ່ງ ຜູ້ຮ່າງສູງຂາວໜ້າຕາດີ ພວກຂ້ອຍແນມເບິ່ງກໍຄິດຊອມຫົວຂວັນ ເພງອີ່ຫຍັງລ່າສະໄໝແລ້ວຍັງເກັບມາເປີດໃຊ້ໄດ້ເສີຍ.
 ພໍເພງຈົບລົງ ທຸກຄົນພາກັນຕົບມືໃຫ້ເປັນສຽງດັງເພືອບໆທ່າທາງຈະຍິນດີນໍາຄູ່ຟ້ອນເອົາແທ້ ຝ່າຍໝໍໂຄສົກກໍປະກາດໃສ່ໄມ ຍ້ອງທຸກຄູ່ຟ້ອນງາມຢ່າງສະຫງ່າຜ່າເຜີຍຫຼາຍ ໂດຍສະເພາະຄູ່ຂອງສົມດີແລະຄຳສີ ທີ່ຟ້ອນກັນແບບລາວໆໄດ້ງາມຫຼາຍ. ຂ້ອຍຄິດວ່າ ໝໍໂຄສົກນີ້ຕ້ອງສົນໃຈອີ່ຄຳແທ້ໆ ຈິ່ງໄດ້ຍ້ອງເອົາແທ້ເອົາວ່າພຽງອອກມາຟ້ອນລໍາວົງຮອບດຽວ ທີ່ພວກຂ້ອຍຟ້ອນຈົນເກືອບວ່າທຸກຮອບ ຟ້ອນຈົນເມື່ອຍຈົນຂາລາ ແຕ່ກໍບໍ່ເຫັນຊິຍົກຊິຍ້ອງປານຄູ່ຂອງອີ່ຄຳຫັ້ນແນ່!. ຮອບຕໍ່ໄປ ໂຄສົກບອກວ່າເອົາໃຈໄວລຸ້ນ ແລ້ວເພງຕ່ວງໆທີ່ຂ້ອຍມັກ ແລະ ເຄີຍຟັງຈົນຊິນຫູກໍດັງຂຶ້ນ ມີຜູ້ຊາຍອີກຄົນໜຶ່ງຂໍຄໍາສີອອກໄປເຕັ້ນລຳແຕ່ກໍຖືກປະຕິເສດອີກ.
ເມື່ອເຕັ້ນລຳຈົບ ທຸກຄົນຍ່າງເຂົ້າປະຈຳທີ່ ໝູ່ຂອງອີ່ຄຳຜູ້ນັ່ງໂຕະດຽວກັນ ເອົາມືຕີບ່າເບົາໆ ທັງເວົ້າກັບມັນວ່າ: "ຄໍາເອີຍ! ວ່າງກີ້ ມີບ່າວຫຼໍ່ໆຊວນອອກເຕັ້ນລໍາກະຍັງກ້າປະຕິເສດນໍ... ເອງລະເສຍດາຍແທນເດ"
 "ຊິໃຫ້ອອກແນວໃດ ແນວຟ້ອນຄືເຂົາບໍ່ເປັນເດ ຈັກແມ່ນຫຍັງເພງກະຕ່ວງລ່ວງເຕ່ງເລ່ງ ເອງຊິຟ້ອນແບບນັ້ນບໍ່ໄດ້ ເອງຟ້ອນບໍ່ເປັນ ອອກໄປພໍດີເຮັດເສຍໜ້າ ອາຍຄົນ"
 "ໂອຍອີ່ຄໍາເຊີຍ!"
 ພວກຂ້ອຍຜູ້ນັ່ງໂຕະຂ້າງໆໄດ້ຍິນມັນເວົ້າແນວນັ້ນກໍພາກັນຫັນໄປເວົ້າໃຫ້ມັນພ້ອມກັນສຽງດັງ ຈົນເຮັດໃຫ້ຄົນທີ່ຍັງຢູ່ໃນງານຫຼາຍພໍສົມຄວນຫຼຽວມາເບິ່ງມັນເປັນສາຍຕາດຽວ ແຕ່ມັນຍັງກ້າຖາມຄືນອີກວ່າ:
ຄຳສີ ແມ່ນພວກເຈົ້າເອົາເຊີຍແຕ່ໃສມາຕື່ມໃຫ້
ໂອຍ! ອີ່ບ້ານນອກ ທິດາຜູ້ນັ່ງຢູ່ຂ້າງຂ້ອຍຂານໃສ່ມັນ
ກະມຶງຫັ້ນລະບໍ່ຮູ້ຈັກຫຍັງ ເອີ້ນອີ່ຄຳເຊີຍລະຖືກແລ້ວ ອັນເຊີຍນະ...ຊິບອກໃຫ້ດຽວຊິບໍ່ຮູ້ອີກ ມັນເປັນເທລນຂອງໄວລຸ້ນເຂົາຮິສ...ກັນໃຊ້ ຂ້ອຍເວົ້າກັດແຂ້ວ ພ້ອມລາກສຽງຍາວເພື່ອເນັ້ນໃຫ້ມັນເຂົ້າໃຈຄວາມໝາຍ ພໍດີຄິດອອກຂ້ອຍກໍໃສ່ມັນໄປອີກວ່າ:
ເບິ່ງແຕ່ການແຕ່ງຕົວຂອງມຶງດຸຫະ ຈັ່ງແມ່ນວ່າບໍ່ຄືໝູ່ຟ້ອນກະບໍ່ເປັນ ຊິບໍ່ໃຫ້ວ່າເຊີຍແນວໃດ
 ຂ້ອຍອົດບໍ່ໄດ້ທີ່ຈະຫົວຂວັນມັນ ອີ່ຄໍາສີມັນຈັ່ງຄືວ່າອີ່ຄໍາເຊີຍແທ້ໆ... "ຟ້າໆ!" ສຽງເອີ້ນຊື່ຂອງຂ້ອຍ ພາໃຫ້ສະດຸ້ງຕື່ນຂຶ້ນຈາກຄວາມຄິດລອຍໆ
"ມຶງເປັນຫຍັງ? ມາເຮັດຕິຫົວທັງເບີ້ຍສົບເບີ້ຍຄາງຢູ່ຈັ່ງແມ່ນງາມໄສ້"
"ກະ...ກູກະຫົວພໍ່ບ້ານເວົ້າຫັ້ນລະ!"
ຂ້ອຍຕອບທິດາໂດຍພາງເວົ້າໄປ ເພາະບໍ່ຮູ້ຈະເວົ້າຕອບມັນແນວໃດ
"ຫົວຜີບ້າເບາະ, ກະຄືວ່າບໍ່ໄດ້ເວົ້າຕະຫລົກພໍຊິຫົວເຂົ້າໄສ້ປານນີ້. ເອີພໍ່ບ້ານເປີດໂອກາດໃຫ້ສະເໜີ ໃຜມີຄວາມຄິດເຫັນຢາກຈະສະເໜີ ຫຼື ສິ່ງໃດຍັງບໍ່ຄົບບໍ່ພໍ ມຶງບໍ່ມີຫຍັງຊິສະເໜີນຳເພິ່ນແນ່ບໍ?"
ແມ່ນແລ້ວ! ຂ້ອຍຕ້ອງສະເໜີ ເພາະເມື່ອຮອດບຸນບ້ານ ຍາມກາງຄືນກໍຈະມີການຟ້ອນລຳວົງ. ເລື່ອງຟ້ອນລຳວົງລາວມາດຕະຖານໃໝ່ ປັດຈຸບັນສັງຄົມມີການປ່ຽນແປງໄວປານຫຍັງ ຈົນເຮັດໃຫ້ຄົນອີກກຸ່ມຕ້ອງໄຕ່ຕາມນຳບໍ່ທັນ ໂດຍສະເພາະຄືອີ່ຄຳສີກະຈົນກາຍເປັນອີ່ຄຳເຊີຍ ຄິດມາກໍອົດຫົວບໍ່ໄດ້ ແນວນີ້ລະ ຂ້ອຍນີ້ລະ ຂ້ອຍຊິສະເໜີຕໍ່ພໍ່ບ້ານ ຈະໃຫ້ມີການຝຶກຊ້ອມການຟ້ອນລຳວົງລາວແບບໃໝ່ ເພາະເຫັນຫຼາຍຄົນຍັງຟ້ອນບໍ່ເປັນ ຄິດວ່າທຸກຄົນຕ້ອງເຫັນດີນຳຂ້ອຍແນ່ນອນ! ແຕ່ຂ້ອຍຈະປ່ອຍໃຫ້ຜູ້ອື່ນສະເໜີໄປກ່ອນ ໄວ້ຂ້ອຍເປັນຜູ້ສຸດທ້າຍ ແນວໃດຜູ້ທີ່ຫຼັງມັນກະຊິດັງກວ່າ ຂ້ອຍເຊື່ອວ່າຈັ່ງຊີ້ລະ. ຄາວໜຶ່ງ, ປ້າສີດາຜູ້ນັ່ງຢູ່ຝາຂ້າງທາງເຂົ້າຫ້ອງນໍ້າຍົກມືຂຶ້ນ ແລ້ວກ່າວຂໍ້ສະເໜີ:
 " ໃນນາມເປັນເຖົ້າແກ່ຄົນໜຶ່ງໃນໝູ່ບ້ານນີ້ ຈິ່ງຢາກຂໍຄວາມຮ່ວມມືນໍາທຸກຄົນເວົ້າໂດຍສະເພາະຄືໄວໜຸ່ມສາວທັງຫຼາຍ ຄັນເປັນໄດ້ປ້າບໍ່ຢາກໃຫ້ມີປານໃດອັນເພງຕ່ວງໄປຕ່ວງມາໃນມື້ບຸນຫັ້ນນ່າ, ຄືໃນງານດອງຂອງວັນໄຊມື້ກ່ອນໃຜກໍເຫັນ ທັງປ້າ ແລະ ຜູ້ເຖົ້າແກ່ຫຼາຍຄົນເບິ່ງແລ້ວມັນບໍ່ງາມ ຈັກວ່າມັນຂີນຕາຢູ່ຈັກແນວໃດແນວໜຶ່ງກະບໍ່ຮູ້"
 ປ້າພອນຢຸດຄາຍນໍ້າໝາກອອກຈາກປາກຄາວໜຶ່ງ ສຽງຜູ້ຟັງເປັນແຊວໆລົມກັນ ເຊິ່ງຫຼາຍຄົນກໍສະແດງສີໜ້າແບບບໍ່ເຫັນດີເຫັນພ້ອມນຳປານໃດ. ຕໍ່ມາຈິ່ງງຽບອີກເມື່ອປ້າສີດາເລີ່ມເວົ້າຕໍ່:
"ປ້າບໍ່ຮູ້ວ່າໃຜໄປເກັບເພງອັນນັ້ນມາແຕ່ໃສ່ ແຕ່ກະຢາກໃຫ້ປະ ໃຫ້ພາກັນຫັນມາໃສ່ລໍາວົງລາວນີ້ນ່າ ທີ່ເບິ່ງແລ້ວບໍ່ເບື່ອ ລຳສຽງມ່ວນອອນຊອນບວກກັບການຟ້ອນແອວອ່ອນນ້ອນແນ້ນ ໃຜເຫັນກໍຊື່ນຊົມ ຂະໜາດແຂກຝຣັ່ງຕ່າງປະເທດເພິ່ນກໍຍັງອອນຊອນອັນລຳສາລະວັນແອວອ່ອນ, ຄອນສະຫວັນ, ຕັງຫວາຍຂອງລາວເຮົາ. ເຫັນບໍມື້ນັ້ນ ໃຜຫຼາຍຄົນກໍຍັງກ່າວຍ້ອງຄຳສີທີ່ມັນຟ້ອນງາມໆຫັ້ນ"
ເວົ້າແລ້ວປ້າກໍຫຼຽວໄປຫາຄຳສີ ທັງທຸກຄົນຫຼຽວຕາມ ແລະຕົບມືໃຫ້ປ້າສີດາກັບຄຳສີ. ຫຼາຍຄົນກໍເວົ້າລົມກັນໄປມາທ່າທາງເຫັນດີ.
ກະອີ່ຄຳສີນະມັນຄົນຫົວບູຮານເດແມ່ປ້າ, ອັນນີ້ຄົນຍຸກໃໝ່ກະໄປຕາມແນວຕາມສໄຕ໌ໃມໍໝ່ໆມັນກະຖືກແລ້ວເດ
 ທິດາເວົ້າຂັດຂຶ້ນທັນທີເມື່ອໄດ້ຍິນປ້າສີດາເວົ້າເປັນສຽງຂີນຫູຄືແນວນັ້ນ ໄວລຸ້ນຫຼາຍຄົນກໍເຫັນດີນໍາທິດາແລະນາງກໍເວົ້າຕໍ່:
ແນວເຮົາຄົນຍຸກໃໝ່ຈະຍັງເປັນຫົວບູຮານຢູ່ຈັ່ງຊີ້ແລ້ວຈະນຳທັນໂລກໄດ້ຈັ່ງໃດ ເບິ່ງບ້ານເພິ່ນເມືອງເຂົາໂລດໄປຮອດເດືອນຮອດດາວແຕ່ເຮົາເດ?
ຕາເຖົ້າສິງຜູ້ນັ່ງໃກ້ກັບພໍ່ບ້ານລຸກຢືນ ພ້ອມຕົບໂຕະແລ້ວກ່າວຕັດຄວາມຂອງທິດາວ່າ:
ເອົາ! ພໍໆແລ້ວຢ່າຖຽງກັນ ແລ້ວທຸກຄົນກໍຢູ່ໃນຄວາມມິດງຽບ ພໍ່ບ້ານຈິ່ງກ່າວຕໍ່ວ່າ:
 ມັນກໍແມ່ນທີ່ປະເທດເຂົາໄປຮອດເດືອນຮອດດາວ ຍ້ອນເຂົາມີຄວາມຮູ້ມີບຸກຄະລາກອນທີ່ດີ ບໍ່ແມ່ນແລ່ນຕາມສັງຄົມຄືແບບນີ້ໃດພວກຫຼານເອີຍ, ຖ້າເຮົາຈະເຮັດແບບນີ້ຕະຫຼອດໄປປະເທດຊາດຈະບໍ່ມີວັນຈະເລີນແທ້ເພາະທຶນຮອນຂອງປະເທດຊາດແມ່ນໄດ້ຝາກຝັງໄວ້ນຳພວກລູກໆຫຼານໆນີ້ໝົດແລ້ວ; ການທີ່ຈະໄປຮອດດາວອັງຄານໄດ້ ເຮົາຄວນພັດທະນາຕົວເຮົາກ່ອນຕັ້ງໃຈຮ່ຳຮຽນ ອ່ານໜັງສືຫຼາຍໆເພື່ອຈະໄດ້ຮູ້ທັນໂລກທັນເຫດການ. ອັນນີ້ເຮົາຄວນຈະເຫັນດີນຳປ້າສີດາໃດ! ແລ້ວສຽງຕົບມືກໍດັງເພືອບໆຂຶ້ນອີກ.
ເອົາອີ່ຫຼີໃດລູກຫຼານເອີຍ... ຄັນລູກຫຼານປະລະໄປໝົດແລ້ວ ຕໍ່ໄປໃຜຊິເປັນຜູ້ຮັກສາ ຖ້າບໍ່ແມ່ນລູກຫຼານ ຜູ້ເປັນໜໍ່ເປັນແໜງເກີດໃໝ່ໄວຫຼັງນີ້ລະທີ່ຈະຝາກຝັງໄວ້ ເປັນຜູ້ສືບທອດ ໃຫ້ວັດທະນະທໍາ ຄົງຍືນຢູ່ຄູ່ບ້ານຄູ່ເມືອງເຮົາຕະຫຼອດໄປ
ປ້າໝຸດຜູ້ນັ່ງຢູ່ແຖວໜ້າຂອງຟ້າ ແລະໝູ່ເພື່ອນນາງອີກຫຼາຍຄົນ ຫັນມາເວົ້າໃຫ້ພວກຂອງຟ້າ ທັງອະທິບາຍໄປຍາວ... ແມ່ນແທ້ ລາວເວົ້າແມ່ນມີເຫດຜົນພໍສົມຄວນ ຟ້າຄິດໃນໃຈ.
 ມາຮອດທີ່ນີ້ ຟ້າບໍ່ກ້າລຸກຂຶ້ນຍື່ນຂໍ້ສະເໜີຕໍ່ໃຜອີກແລ້ວ ແລະກໍຄົງຈະບໍ່ມີໃຜເຫັນດີນໍາດອກ ແຖມຄິດລະອາຍໃຈ ທີ່ຄິດໄດ້ແບບນັ້ນ
ທາງທີ່ດີຂ້ອຍກໍຄວນຈະຍິນດີຄືກັບທຸກຄົນທີ່ດີກັບອີ່ຄຳເຊີຍ ເອີບໍ່ແມ່ນລະ ມັນຍັງເປັນອີ່ຄຳສີຄືເກົ່າແລ້ວ
ຟ້າຄິດຢູ່ຄົນດຽວໂດຍສາວບາດຫັນໃຈຍາວ...

ແຕ່ງໂດຍ: ອຸລາ ພົມມະສຸກຂະ

26. ພະຈິກ. 2017


04 ธันวาคม 2562

ໄຟນັກຂຽນ

.                            “ໄຟນັກຂຽນ“


ອັນວ່າ ແຮງຫອດຫ້ອຍ.. ..  ..ໂຮມຫໍ່ປະພັນຂຽນ
ພຽນຂີດໄຂຂານຄວາມ.. ..  ..ທີ່ໃຈປະສົງແຕ້ມ
ແຊມຊໍ່ຊອນຮອຍປ້າ.. .. .. ..ລຸງກະວີວາງວາດ
ແວວປະພັນໄຕ່ແຕ້ມ..   . .  ..ຕາມເຕົ້າຕໍ່ເຕີມ

ເສີມສ້າງຮຽນຮອບຮູ້..  ..  ..ຊູສາດວິຊາສິລປ໌
ກິ່ນກະວີຫອມຮັກ..  .. .. ..ບໍ່ຫ່າງຫາຍເຫີນຮ້າງ
ວາງເຫື່ອແຮງໂຮມໃຫ້..  ..  ..ອຸດົມການຕາມໄຕ່
ໄຟວາດຂຽນຂີດແຈ້ງ..  ..  ..ແຮງສູ້ຄູ່ຍາມ

ຂໍໄຕ່ຕາມປູ່ເຄົ້າ..  ..  ..  ..  ..ຄອງຄູ່ຄົມປາກກາ
ແຮງບໍ່ຫຼ່ອຍລາລົງ..  ..  ..  ..ບໍ່ອາດປົງປະໄດ້
ແຮງໃຈແຮງກາຍສູ້..  ..  .. ..ສານຝັນແຝງໃຝ່
ໄຟນັກຂຽນໜຸ່ມນ້ອຍ..  ..  ..ພອຍສ້າງສືບສານ ແທ້ນາ

ປະພັນໂດຍ: ອຸລາ ພົມມະສຸກຂະ
                   (ຫຼານຍ່ານາງລາວ)
                    20 ກັນຍາ 2019

“ຖາມຂ່າວບ່າວເຊບັ້ງໄຟ“

ຍາມເມື່ອຈອນຈາກບ້ານ . . ຖານຖິ່ນຄາເມ
ໝາຍມຸ່ງມາຫາຮຽນ . . . . ຮໍ່າຮອນຫວນຮູ້
ລາອາວອາລຸງປ້າ . . . . . .  ມານດາດອມພໍ່
ທັງພະອວນອຸ່ນອ້າຍ . . .  ຂວັນໃຈນ້ອງນາດນາງ

ຍາມທີ່ໄກຫ່າງອ້າຍ . . . .  ໄປຢູ່ເມືອງຫຼວງ
ມີແຕ່ຫວງຫວນຄິດ . . . . ຄ່ຳຄະນິງນຳເຈົ້າ
ກົວວ່າບາບ່າວນັ້ນ . . . . . ຊິຜັນແປໄປຕ່າງ
ຍາມໄກນາງນາດນ້ອງ . . . ຊິມອງຊູ້ອື່ນຍິງ

ຫຼາຍສິ່ງນາງຄິດໄວ້ . . . . . ວາງວາດລະແວງນຳ
ບາງເທື່ອພໍມີແຮງ . . . . . . ເມື່ອທວນຄຳອ້າຍ
ກ່ອນຈາກໄປໄກບ້ານ . . .  ຊາຍໄຂຂານຕໍ່
ຊິບໍ່ມີອື່ນຊ້ອນ . . . . . . . . ຊອນຂ້າງຄູ່ຄຽງ

ສຽງຄຳຈາກກ່າວກ້ອງ . . . ລ່ອງແມ່ເຊບັງໄຟ
ຂໍໃຫ້ເປັນພະຍານ . . . . . . ຕໍ່ຄຳຂານອ້າຍ
ຄັນສາຍເຊບໍ່ບົກແຫ້ງ . . . . ຄວາມຮັກແພງນັ້ນຄືເກົ່າ
ຍັງຊິໝາຍມຸ່ງໝັ້ນ . . . . . . . ພຽງນ້ອງໜຶ່ງດຽວ

ວັນນີ້ອ້າຍຄົດລ້ຽວ . . . . . . ທຽວທ່ອງທາງຜິດ
ຄິດຄາດຄວາມຄະນິງ . . . . ສິ່ງເຫັນພານພໍ້
ເຊບັງໄຟນັ້ນບໍ່ແຫ້ງ . . . . . . ຫາກແຮງເຕັມຕໍຝັ່ງ
ໄຫຼຫຼັ່ງລົງທົ່ວຖ້ວມ . . . . . . ເຮືອນບ້ານໄຮ່ນາ

ຄິດມາພໍບາດນີ້ . . . . . . . . . ແສນທີ່ທໍລະມານ
ເຫັນເຮືອນຊານຊາວຊົນ . . . ກົ່ນເພພັງມ້າງ
ຢ້ານທາງພະອວນອ້າຍ . . . . ເປັນໄປແນວໃໝ່
ນ້ຳຈຶ່ງໄຫຼຖ້ວມບ້ານ . . . . . . ເຮືອນຮ້ານກໍບໍ່ເຫຼືອ

ຢາກຊິເມືອເຢື່ອນຢ້ຽມ . . . . ຢາມພີ່ພາຍມານດາ
ແຕ່ກໍຄານຳຮຽນ . . . . . . . .  ວຽກວົນວາຍວຸ້ນ
ພະໄມຄຸງຄອດບ້ານ . . . . .  ເຮືອນຊານບ່ອນເຄີຍຢູ່
ໄດ້ແຕ່ດູຂ່າວຮ້າຍ . . . . . . . ໃຈນີ້ຫວັ່ນໄຫວ

ຄັນເມື່ອບາບ່າວອ້າຍ . . . . . ອອນອ່ານສານນາງ
ຂໍໃຫ້ວາງຄຳກອນ . . . . . . . ຕໍ່ນຳນາງນ້ອງ
ວ່າສາຍເຊບໍ່ໝອງເສົ້າ . . . . ຄືເດີມດາເກົ່າ
ຫຼືອ້າຍມາຍຕໍ່ນ້ອງ . . . . . .  ຜູ້ເນົາຫ້ອງແຫ່ງໄກ ແລ້ວບໍ?

ປະພັນໂດຍ: ອຸລາ ພົມມະສຸກຂະ
                    ຫຼານຍ່ານາງລາວ
                   01. ຕຸລາ. 2019

ບົດຄວາມ : ພະອາທິດຄືເພື່ອນແທ້ຂອງຄົນທີ່ບໍ່ມີເພື່ອນ

.........ຄ້າຍຄ່ຳຍາມແລງ.......
ນັ່ງແຍງພະອາທິດຕົກດິນ🌄
ມັນເປັນປະກົດການໜຶ່ງທີ່ເກີດຊ້ຳໆໃນທຸກໆມື້
ແຕ່ຂ້ອຍກໍຍັງມັກເບິ່ງ ແລະເບິ່ງເລື້ອຍໆບໍ່ເຄີຍເບື່ອ
ໃນບາງເທື່ອ ພະອາທິດ ກໍຄືເພື່ອນທີ່ຮູ້ໃຈທີ່ສຸດ
ໃນຍາມທີ່ເຮົາຄັບຂ້ອງຄາໃຈ ບໍ່ຮູ້ຈະໄປທາງໃດແລ້ວ
ກໍຍັງມີພະອາທິດຄອຍຄຽງຂ້າງ
ແລະຊ່ອຍລະບາຍຄວາມເມື່ອຍໃນໃຈຂ້ອຍ

ມື້ນີ້ກໍຄືເກົ່າ...
ຂ້ອຍຍັງຄົງຕັ້ງຄຳຖາມກັບພະອາທິດວ່າ:
ຂ້ອຍເສຍໃຈຢ່າງດຽວເມື່ອເກີດມາເປັນຄົນ
ແຕ່ບໍ່ຮູ້ວິທີປະຕິເສດຄົນ!

ເປັນຫຍັງຂ້ອຍຕ້ອງແຄແຕ່ຄວາມຮູ້ສຶກຂອງຄົນອື່ນ?
ເປັນຫຍັງຄືບໍ່ສົນໃຈນຳຄວາມຮູ້ສຶກເຈົ້າຂອງແນ່?

ເວລາທີ່ຂ້ອຍຢາກຮ້າຍໃຜ ກໍເຮັດໄດ້ແຕ່ເວົ້າລັບຫຼັງ
ເປັນຫຍັງຄືບໍ່ກ້າໄປເວົ້າເຊິ່ງໆໜ້າເຂົາເລີຍ?
ເປັນຫຍັງຕ້ອງຢ້ານເຂົາເສຍໃຈ?
ເປັນຫຍັງຕ້ອງຢ້ານເຂົາຊັງເຮົາ
ທັ້ງໆທີ່ເຂົາເປັນຝ່າຍກະທຳຜິດຕໍ່ເຮົາ?

ຫຼາຍໆບັນຫາທີ່ຂ້ອຍຖາມອອກໄປ
ຮູ້ດີວ່າບໍ່ມີຄຳຕອບກັບມາ
ແຕ່ແສງຂອງພະອາທິດພວມຈະຕົກດິນນັ້ນ
ຍັງຄົງສະທ້ອນແສງ ຕອບກັບອາລົມຂອງຂ້ອຍ
ຢ່າງໜ້ອຍ ຂ້ອຍກໍພໍໄດ້ປົດປ່ອຍໄປກັບແສງທີ່ພວມຈະສລາຍໄປ...

ໂດຍ: ຫຼານຍ່ານາງລາວ


ບົດກອນ : ບ້ານແມ່ຂ້ອຍ

“ບ້ານແມ່ຂ້ອຍ“

ນີ້ຄືບົນບ່ອນບ້ານ..............ຂານຊື່ແສນສະບາຍ
ຮຽມໃຫ້ສາຍຍານາມ.........ເມື່ອມາກຸງກວ້າງ
ສຸກທາງນະຄອນພີ້............ມີເຫຼືອປານໄປ່
ສຸກໃນບ້ານແມ່ຂ້ອຍ..........ຫຼັງນ້ອຍຕູບຕອງ

ຊື່ສຽງຄົນໄປ່ຮູ້...................ຫວນຮ່ຳຄະນິງເຫັນ
ເປັນດິນດອນດົງດອຍ........ດ່ານເຂົາໂຂງຂັ້ນ
ຫຼາຍໂຍດຍານພັນລີ້...........ແລວທາງທຽວໄຕ່
ເພື່ອໄປຈວນຈອດຈ້ຳ..........ເຮືອນຫ້ອງແຫ່ງຮັງ

ຫຼັງຄາມຸງແຕ່ຫຍ້າ................ຕໍຕໍ່າຈຳດິນ
ຍາມຝົນລິນໄຫຼນອງ............ຮົ່ວຊຶມແຊມບ້າງ
ກາງຄືນເຫັນເດືອນແຈ້ງ.......ດວງດາວສາດສ່ອງ
ຫຼັງຄາມີປ່ອງນ້ອຍ..............ລຽນລ້ອມຫຼາກຫຼາຍ

ຫາກເຮືອນຕໍຕູບນີ້.............ມີຊື່ແສນສຸກ
ທຸກໆຄົນພຽນແພງ.............ຮັກແຮງຫອມເຮົ້າ
ບໍ່ເຄີຍຊຶມໂສກາເສົ້າ............ເນົານອນສະບາຍເບີກ
ເຖິງຊົນນະບົດບ່ອນບ້ານ.....ຄົນຂານເວົ້າກໍ່ຊ່າງຕາມ ເທາະນາ

--------------------------------------------------------------
ປະພັນໂດຍ: ອຸລາ ພົມມະສຸກຂະ
                   ຫຼານຍ່ານາງລາວ
                   05 ກັນຍາ 2019

ຈົດໝາຍຂອງບຸກຄົນໜຶ່ງ ຂຽນມາຂໍຄຳແນະນຳ ປັນຫາໂລກຊຶມເສົ້າຂອງຕົນ

“ຂ້ອຍໝົດຖ່ານ“


      ຂ້ອຍບໍ່ຮູ້ວ່າໂລກຊຶມເສົ້າມັນເປັນແນວໃດ?
ອາການມັນໂຫດຮ້າຍສ່ຳໃດ?.   ສອງສາມອາທິດຜ່ານມານີ້ ຂ້ອຍຮູ້ສຶກວ່າມີບາງສິ່ງບາງຢ່າງມາລົບກວນຈິດໃຈຂ້ອຍ ເຮັດໃຫ້ຂ້ອຍບໍ່ມີຄວາມສຸກເລີຍ.

       ເມື່ອກ່ອນ ຂ້ອຍເຄີຍເປັນຄົນເບີກບານມ່ວນຊື່ນ ເອົາໃຈໃສ່ໃນວຽກງານ, ການຮຽນ ແລະ ມັກງານສ້າງສັນ ອ່ານໜັງສື ຂຽນນິຍາຍ ແລະອື່ນໆ ເພື່ອບໍ່ໃຫ້ເວລາທີ່ມີວ່າງເປົ່າໄປເສຍລ້າ.  ແຕ່ມາຮອດຕອນນີ້ ຂ້ອຍຮູ້ສຶກທົດຖອຍ ບໍ່ມີກຳລັງໃຈຮຽນ, ບໍ່ຢາກເຮັດວຽກ, ບໍ່ຢາກອ່ານໜັງສືແລະ ບໍ່ຢາກເຮັດຫຍັງເລີຍ ຮູ້ສຶກວ່າໄຟໃນຕົວມັນໝົດໄປແລ້ວ.

           ຂ້ອຍກາຍເປັນຄົນເບື່ອໂລກຕັ້ງແຕ່ມື້ໃດກໍບໍ່ຮູ້ ໃນທຸກມື້ນີ້ ຂ້ອຍໃຊ້ຊີວິດຄືບໍ່ມີຈຸດໝາຍ; ທຸກວິນາທີຂອງຂ້ອຍ ຄິດແຕ່ຢາກຂ້າຕົວຕາຍ.  ຂ້ອຍບໍ່ຮູ້ວ່າ ຈະມີຊີວິດຢູ່ຕໍ່ໄປເພື່ອຫຍັງ. ໃນໂລກໜ່ວຍນີ້,   ເບິ່ງຄືວ່າບໍ່ມີຫຍັງສຳຄັນສຳລັບຂ້ອຍເລີຍ.

          ບໍ່ຮູ້ວ່າ ມັນເກີດຫຍັງຂຶ້ນກັບຂ້ອຍ. ຫຼາຍໆເທື່ອທີ່ຂ້ອຍພະຍາຍາມຈະດຶງຕົວເອງອອກຈາກຄວາມຄິດໃນດ້ານລົບໆ ແຕ່ຂ້ອຍກໍເຮັດບໍ່ໄດ້ ຂ້ອຍຈຶ່ງໄດ້ຂຽນຈົດໝາຍສະບັບນີ້ ເພື່ອຂໍຄຳແນະນຳຈາກເຈົ້າ.


ນິຍາມຄູ

ນິຍາຍ “ຄູ“

ຄູ...ຄືຄຳດຽວດ່ຽວສັ້ນ.........ແສນຄ່າຄວາມໝາຍ
ໃຫ້ປັນຍາແຍງເຍືອງ............ຮຸ່ງເຮືອງຮອງແຈ້ງ
ເປັນດັ່ງແສງທຽນໃຕ້............ຈຸດປະກາຍປາດປ່ອງ
ມອງເຫັນໄກເກື່ອນກວ້າງ......ຄູສ້າງສິດມາ

ຄູ...ຄືປ້າຍບອກຊີ້................ຕາມໄຕ່ທາງຖະໜົນ
ບົນຫົນທາງທຽວເດີນ...........ດ່ວນດີດອມຮ້າຍ
ແມ່ພິມໃຫຍ່ເຮົາເວົ້າ.............ກໍຄູເຮົາຜູ້ສອນສັ່ງ
ຄອຍນຳພາຊ່ອຍສ້າງ.............ເຊີງຊັ້ນສາດຕະສິນ

ຄຳວ່າ “ຄູ“ ຄືຜູ້ໃຫ້................ຫຼາຍສິ່ງສາລະພັນ
ທັງແມ່ນປູມປັນຍາ...............ສະຫຼາດແຫຼມໃສສິ້ງ
ໃຫ້ອະນາຄົດກວ້າງ..............ວາງຄຳສອນປ້ອນບົ່ມ
ບໍ່ເຄີຍຈາຈົ່ມຮ້າຍ.................ໄຂຂໍ້ຫຍາບຄາຍ

ຄຳວ່າ “ຄູ“ ຊື່ນີ້....................ມີປ່ຽມຄວາມໝາຍ
ໄປ່ນິຍາມຄຳຄູ....................ຄູ່ຄຽງຄຸນໄດ້
ບຸນຄຸນຄູຫຼາຍລ້ານ...............ປະພັນຫຼາຍເຫຼືອຄ່າ
ສມຸດທາເກື່ອນກວ້າງ...........ຫາປຽບໄດ້ໄປ່ມີ  ເຈົ້າເອີຍ

ປະພັນໂດຍ: ອຸລາ ພົມມະສຸກຂະ
                    ຫຼານຍ່ານາງລາວ
                   

ໄມ້ໃກ້ຝັ່ງ

    ບົດກອນ        “ ໄມ້ໃກ້ຝັ່ງ“

ແມ່ນວ່າມວນແມກໄມ້ . . . ງອຍງ່າກາງວັງ
ຮາກຢັ່ງຕົມອົມດິນ . . . . . .  ເພື່ອລຳລຽງຕົ້ນ
ໃບບິ່ນບາງເບືອນກ້ານ . . . . ໂຮມທານນະທີແມ່
ເຫຼືອແຕ່ຕໍຕ່ຳຕົ້ນ . . . . . . .  ຊິຢືນຊົ້ນອີກດົນ ສ່ຳໃດ?

ດັ່ງດຽວຊຸມໝູ່ໄມ້ . . . . . . . ໃນທ່າແຄມເຊ
ຍາມລົມເຊໂຊຍພັດ . . . . .   ແອ່ນເອນໂອນອ້ຽນ
ເປັນໄປຕາມແນວທ້ອງ . . .  ກົດເກນທຳມະຊາດ
ບໍ່ອາດຄົງຢູ່ຢັ້ງ . . . . . . . . .  ສະຖຽນເທົ້າທຸກວັນ ໄດ້ນາ

ຄົນອາດຫານເກັ່ງກ້າ . . . . . ວິຊາສາດເຊີງສິນ
ມີເຮືອນຮັງກິນນອນ . . . . . ຢູ່ຊອນເຊົາຊົ້ນ
ຊື່ສຽງພົ້ນພາຍຟ້າ . . . . . . . ໃສວ່ານິລັນດອນດົນແກ່ນ
ແມ່ນຫາກພໍເມື່ອມື້ . . . . . . ຄືຊິໄດ້ຫ່າງລາ

ເປັນດັ່ງໄມ້ມໍ່ໃກ້ . . . . . . . . ແຄມຝັ່ງໂງນເງນ
ຈັກຊິເອ່ນລຳລົງ . . . . . . . . ຄາບຄຸງຜືນພື້ນ ຍາມໃດ?
ບໍ່ມີໃຜຫວນຮູ້ . . . . . . . . . ຊະຕາກຳຕາຍເກີດ
ບໍ່ອາດຂຽນຂີດແຕ້ມ . . . . . ເຕີມເຕົ້າຕໍ່ເອງ ຊັ້ນເດ

ປະພັນໂດຍ: ຫຼານຍ່ານາງລາວ

ດາວຄຽງເດືອນ

“ດາວຄຽງເດືອນ”

ເພິ່ນວ່າ ຫຼາຍປີຈຶ່ງຈວບຈໍ້ . . ວຽນມໍ່ມາຫາ
ປາກົດການເຄີຍມີ . . . . . . ເນີ່ນນານເຫັນຄັ້ງ
ດາວຄຽງເດືອນເຢືອນຢັ້ງ . ຄາວຄືນແຄ້ວຈາກ
ພາກໄກກັນເກື່ອນກ້ຳ. ຈັກຫົນໃດຊ້ຳຊິຈວບຈວນ ນັ້ນນາ

ຄືນທີ່ດາວຄູ່ຟ້າ . . . . . . . ປະດາດັບດວງເດືອນ
ເປັນເພື່ອນພຽງຄຽງຄອງ . ສ່ອງແສງໃສແຈ້ງ
ດາວປະສານແສງໂອ້ . . . . ໂສພາພາວເດັ່ນ
ເປັນປະກາຍທົ່ວຟ້າ . . . .  ນະພາເພັ້ນຜ່າຍໝອງ

ຮຽມຢືມມອງມ່ານຟ້າ . . . ພາຍພາກນະພາບົນ
ຄິດດູຕົນຕົວເຮົາ . . . . . . ຜູ້ເຫງົາຫງອຍຄອຍເກີ້
ຫຼົງລະເມີເງົາຂ້າງ . . . . . . ມີບາງຄົນຢືນຢູ່
ເມື່ອດູເອົາແນ່ແທ້ . . . . . ຄືເງົາໂອ້ສ່ອງມາ

ເໝືອນວ່າ ຄົນຢ່າງຂ້ອຍ . ໂດຍດັ່ງດວງເດືອນ
ຫາເພື່ອນຮຽງຄຽງກາຍ . . ໄປ່ມີມາຈ້ອຍ
ຫຼາຍປີຈິງຄອຍພໍ້ . . . . . . ພໍຄາຍເຫງົາເປົ່າປ່ຽວ
ດຽວກໍພອຍພາກຂ້າງ . . ວາງຂ້ອຍດັ່ງເດືອນ ໜ່າຍເດ


ຫອມກິ່ນຮັກ


ບົດກອນ: ໂພນງາມແສນງາມ


03 ธันวาคม 2562

ປະຫວັດພຣະທາດນາງລາວ

"ປະຫວັດ ພຣະທາດນາງລາວ"

ຮູບພຣະທາດນາງລາວກ່ອນການປະຕິສັງຂອນ

      "ເມືອງວັງ-ອ່າງຄຳ"  ຢູ່ໃນຕົ້ນຣາຊະການຂອງເຈົ້າອະນຸວົງ ມະຫາຣາດ ລະຫວ່າງປີ ຄ.ສ 1805 ເມືອງແສນ, ເມືອງຈັນ ພ້ອມດ້ວຍເສນາມົນຕີ ໄດ້ຕົກລົງກັນແຕ່ງຄະນະຜູ້ແທນນຳຂັນຫ້າ-ຂັນແປດຂຶ້ນໄປນະຄອນວຽງຈັນເພື່ອກາບຍັງຄົມທູນຂໍເຊື້ອພະວົງອົງໃດອົງໜຶ່ງລົງໄປຊ່ວຍປົກຄອງບ້ານເມືອງ ຕາມຣາຊະປະເພນີ.  ເມື່ອຊົງຊາບດັ່ງນັ້ນແລ້ວ, ເຈົ້າອະນຸວົງມະຫາຣາດ ກໍໄດ້ມີພະກະແສຮັບສັ່ງ ໃຫ້ນາງຄຳເພົາຄົນເຊື້ອສາຍຫຼວງພະບາງ ແລະ ເປັນນາງສະໜົມຜູ້ທີຫົກ ເຊິ່ງເວລານັ້ນນາງກຳລັງທົງພະຄັນຢູ່ໃຫ້ລົງໄປເມືອງວັງ-ອ່າງຄຳຊົ່ວຄາວ ລໍໃຫ້ລູກເກີດມາແລ້ວຈື່ງຂຶ້ນສືບຕໍ່ປົກຄອງເມືອງແທນ.

        ກ່ອນພະນາງຄຳເພົາ ອອກເດີນທາງ ເຈົ້າອະນຸວົງ ໄດ້ຊົງພະຣາຊະທານຊ້າງງານີນກ້ຽວກອດໂຕໜຶ່ງພ້ອມດ້ວຍແຢ່ງຄຳ-ແຢ່ງເງິນ, ຂັ້ນໄດຄຳ-ຂັ້ນໄດເງິນແນວລະຢ່າງ, ດາບຂັນໄຊໜຶ່ງດວງຕະຫຼອດເຄື່ອງຄໍ້າຂອງຄູນອີກ; ເມື່ອເດີນທາງລົງຮອດບໍລິເວນບ້ານນາທົ່ງຕູ່ນ(ບ້ານນາເຕີ້ປັດຈຸບັນ) ແຄມຝັ່ງເຊນ້ອຍໃກ້ໆກັບຜາບຸນກໍໄດ້ຢຸດພັກເຊົາ, ຊ້າງກໍຫາກີນນໍ້າອ້ອຍໜູແລະກໍເລົາ  ເມື່ອຊ້າງເດີນທາງມາເປັນໄລຍະຍາວໄກໄດ້ກິນພືດພັນທັນຍາຫານທີ່ອຸດົມສົມບູນ ມີຫຼາກຫຼາຍຊະນິດ ຊ້າງຈຶ່ງບໍ່ຢາກເດີນທາງຕໍ່, ນາງຄຳເພົາຈຶ່ງຕົກລົງຕັ້ງສຳນັກຢູ່ນາງທົ່ງຕູ່ນ ໃນເວລາຕໍ່ມານາງຄຳເພົາກໍໄດ້ປະສູດລູກເປັນຊາຍສົມທີ່ປາຖະໜາຊື່ວ່າ:“ເຈົ້າຫູນ".

         ເມື່ອເຈົ້າຫູນ ໂອຣົດຂອງນາງຄຳເພົາ(ນາງລາວ) ໃຫຍ່ມາແລ້ວກໍໄດ້ຖືກເຊີນຂຶ້ນເປັນເຈົ້ານັ່ງເມືອງ ໂດຍໄດ້ປ່ຽນຊື່ວ່າ: “ເຈົ້າຫານຫຼືເຈົ້າວັງນ້ອຍ" ເຈົ້າຫານມີໂອຣົດສອງຄົນຄື ເຈົ້າແກ້ວ,ເຈົ້າກ່າ. ເຈົ້າແກ້ວມີໂອຣົດໜຶ່ງຄົນຊື່ເຈົ້າກໍ່າ ເຊິ່ງເປັນຄົນມັກຊອກຮຽນວິຊາອາຄົມແບບຍິງບໍ່ແຕກແທງບໍ່ເຂົ້າ ເພິ່ນມີລູກສາມຄົນຄື: ເຈົ້າງູ, ເຈົ້າຍັກ ແລະເຈົ້າຄວັນ.້ເຈົ້າຍັກເປັນຜູ້ຂຶ້ນສືບເມືອງແທນພໍ່, ເພິ່ນມີເມຍ7ຄົນ, ເມຍຜູ້ທີ4ຊື່ເຈົ້າເຕັ່ງ ມີລູກເກົ້າຄົນ. ໃນນັ້ນລູກຜູ້ທີຫົກຊື່ວ່າ : ເຈົ້າໜໍ່ຄຳ(ຈານໜໍ່ຄຳ) ແລະເປັນຄົນຮຸນທີເຈັດນັບຈາກນາງຄຳເພົາ, ນາງສະໜົມຜູ້ທີຫົກຂອງສົມເດັດເຈົ້າອານຸວົງ ມະຫາຣາດ ວິຣະກະສັດອົງສຸດທ້າຍຂອງອານາຈັກວຽງຈັນ.
 
        ຈານໜໍ່ຄຳຕັ້ງບ້ານເຮືອນຢູ່ບ້ານນາບໍ່ເມືອງເຊໂປນ, ເພິ່ນແມ່ນຜູ້ສືບສາຍເລືອດເນື້ອເຊື້ອໃຂຈາກສົມເດັດເຈົ້າອານຸວົງແທ້, ເພາະກ່ອນນາງຄຳເພົາຈະຖືກມອບໝາຍໃຫ້ລົງມາປົກຄອງເມືອງວັງອ່າງຄຳນັ້ນ, ເພິ່ນຖືພາໄດ້3ເດືອນແລ້ວຈຶ່ງໄດ້ວ່າ ອາຈານຄຳນີ້ເປັນເຊື້ອສາຍລູກ,ຫຼານ,ເຫຼັນ,ຫຼ້ອນ...ທີ່ແທ້ຈິງຂອງເຈົ້າອານຸວົງເມື່ອປະສູດລູກແລ້ວນາງຄຳເພົາເຊິ່ງລາວຜູ້ໄທເອີ້ນວ່າ:
"ນາງລາວ" ຍ້ອນວ່າເພິ່ນບໍ່ແມ່ນເຊື້ອສາຍເຜົ່າຜູ້ໄທ ໃນເວລາຄອງເມືອງຊົ່ວຄາວ ເພິ່ນກໍເລີ່ມຈັດລະບຽບການບໍລິຫານບ້ານເມືອງ ກ່ອນອື່ນເພິ່ນໄດ້ເວົ້າເຖິງການຕັ້ງເມືອງໃຫ້ຖາວອນ ແລະ ກຳນົດ ຈຸດທີ່ຕັ້ງເຂດນໍ້າແດນດິນໃຫ້ຄັກແນ່; ໃນເບື້ອງຕົ້ນໄດ້ຝັງຫຼັກເມືອງ, ຊື່ງສັນນິຖານວ່າ: ຄົງຈະແມ່ນຕໍ່ໜ້າຜາບຸນເຂດບ້ານນາເຕີ້ ປັດຈຸບັນ, ໂດຍເອົາໄມ້ເນື້ອແຂງມາຝັງໄວ້ຊົ່ວຄາວ. ຈາກນັ້ນ ກໍໄດ້ຈັດພິທີໄຫວ້ວອນ ອົງເທພາອາຮັກ, ເຈົ້າຖິ່ນ, ເຈົ້າຖານໃຫ້ນຳພາຊ້າງງານິນກ້ຽວກອດໄປຕາມຈຸດຕ່າງໆ ທີ່ຈະເປັນເຂດແດນຂອງບ້ານເມືອງ ຕໍ່ໄປພາຍໜ້າ, ເມື່ອເຮັດພິທີກຳບວງສວງອະຖິຖານແລ້ວ ກໍໄດ້ນຳຂັນຂຶ້ນຫົວຊ້າງພ້ອມດ້ວຍນາງລາວ(ນາງຄຳເພົາ) ຂຶ້ນນັ່ງບົນແຢ່ງຊ້າງ ເພື່ອອອກເດິນທາງໃນເດືອນສາມອອກໃໝ່ສາມຄໍ່າ ແນໃສ່ທິດບົວລະພາ, ຮອດບ້ານນໍ້າເລິກ(ບ້ານເມືອງຫຼວງ), ແລ້ວໂຄ້ງໄປໃສ່ບ້ານຫ້ວຍຫອງ, ບ້ານທົ່ງຫຼວງ-ບົວລະພາ ລັດລົງໄປຫາເຊບັ້ງໄຟ ລຽບໄປທາງເມືອງມະຫາໄຊ ລັດໃສ່ຕາດຮ່ອງເໝືອງຄະນິດ-ຄອນຊານຫຼືເວີ່ນສອງ-ເວີ່ນສີ້ວ(ເວີງສໍ-ເວີນຊີວ)ຂອງເຊນ້ອຍ, ເຊິ່ງເປັນບ່ອນສັກສິດແລະເປັນເຂດແດນລະຫວ່າງເມືອງໄຊບົວທອງແຂວງຄຳມ່ວນ ກັບ ເມືອງອາດສະພອນແຂວງສະຫວັນນະເຂດ ໃນປັດຈຸບັນ. ຈາກນັ້ນກໍຂວ້າມເຊນ້ອຍ ລັດໃສ່ພູຊ້າງແຫ່, ຂວ້າມສັນພູ ແລ້ວລຽບຕາມຕີນພູ ເບື້ອງຕາເວັນຕົກຮອດທົ່ງນາຂາມເປ້ ຊື່ນີ້ຍ້ອນວ່າຊ້າງງານິນກ້ຽວກອດໄປຢຽບກົກຂາມຢູ່ທົ່ງນາຈົນເປ້ລົ້ມ (ກົກຂາມເປ້ ຫຼື ນາຂາມເປ້ ແມ່ນຢູ່ບ້ານເລົ່າ ແລະ ບ້ານນາປອດ ເຂດເມືອງອາດສະພອນ) ແລ້ວລັດໃສ່ພູຊ້າງແຫ່ອີກຈົນຮອດບໍລິເວນ"ດານຫີນຫຼັກເມືອງ" ນະທີ່ນີ້ຂະບວນໄດ້ສັງເກດເຫັນມີຫີນຊາຍແຫ້ງທີ່ສາມາດຄວັດ, ແກະສະຫຼັກ ແລະເຫຼົາໃຫ້ເປັນຮູບຕ່າງໆໄດ້.
 
        ເມື່ອກັບຄືຈາກການສຳຫຼວດຈື່ງສົ່ງໃຫ້ນາຍຊ່າງ, ຈິດຕະກອນ ແລະປະຕິມະກອນຂຶ້ນໄປທຳການປຸງແຕ່ງເຮັດເປັນຫີນຫຼັກເມືອງ ແຕ່ບໍ່ຮູ້ວ່າດ້ວຍເຫດໃດ ຈຶ່ງບໍ່ໄດ້ນຳເອົາຫີນດັ່ງກ່າວລົງມາຕິດຕັ້ງ ເພາະເວລານີ້ກໍຍັງຄ້າງຢູ່ເທິງພູຊ້າງແຫ່ຈິ່ງໄດ້ໃສ່ຊື່ວ່າ: "ດາຍຫີນຫຼັກເມືອງ" ມາຈົນເທົ້າທຸກວັນນີ້. ສ່ວນຊ້າງກໍຍັງຫັກມູມ, ໂດຍຫັນໜ້າໄປຕາມລວງຍາວຂອງພູຊ້າງແຫ່, ກາຍພະບາດດ່ານມົນ-ຜາດ່າງ ຕັດລົງບໍລິເວນບ້ານນາທູ້, ນາກະພຸງ(ແດນເມືອງວິລະບູລີ,ເມືອງພີນ) ແລ້ວຂະບວນກໍເລັ່ງໃສ່ເຂດດິນຊາຍໄຫຼແລ້ງ-ແກ້ງໄຫຼ ເລີຍຈົນຮອດຊາຍແດນລາວ-ຫວຽດກໍອວ່າຍກັບຄືນ; ເປັນອັນວ່າສຳເລັດການສຳຫຼວດແລະກຳນົດໝາຍເຂດເມືອງວັງ-ອ່າງຄຳ.ເພື່ອລະນຶກເຖິງຈຸດສຳຄັນທີ່ສັກສິດຢູ່ໃນເຂດເມືອງນັ້ນ, ເວລາລ້ຽງຜີບ້ານຜີເມືອງເຈົ້າກໍ້າກໍໄດ້ຮ້ອງວ່າ:

  "ສາທຸສາທຸ ເຈົ້າຜູ້ຂ້າ        ເຈົ້າທາດາ ເຈົ້າຜາບຸນ
    ຖໍ້າປ່ອງໜອງນ້ອຍ        ໜອງຫຼວງ
    ສວນຫັກຜັກເງືອກ         ຫີນສາມເສົ້າ ນໍ້າເກົ້າແຄວ
     ຫີນຮູບມ້າ                    ຟ້າໂຮງຄຳ...”

        ນາງລາວ(ນາງຄຳເພົາ) ໄດ້ນຳພາບໍລິຫານບ້ານເມືອງດ້ວຍຄວາມປະກຸ່ມຊຸ່ມເຢັນແຕ່ກໍໜ້າເສົ້າໃຈດ້ວຍຄວາມແກ່ຊະລາຂອງຊ້າງມິ່ງງາກ້ຽວກອດກໍເລີ່ມປ່ວຍໂຊສຸດທ້າຍລົ້ມຂາດໃຈຕາຍ. ນາງລາວພ້ອມຊາວບ້ານ,ຊາວເມືອງພ້ອມກັນຂຸດຂຸມຝັງຊ້າງພ້ອມງາກ້ຽວງາກອດ,ແຍ່ງເງິນ-ແຍ່ງຄຳ, ຂັ້ນໄດເງິນ-ຂັ້ນໄດຄຳໄວ້ບ່ອນໜຶ່ງ, ເມື່ອຝັງແລ້ວກໍມີການກໍ່ທາດກວມ,ຊາວບ້ານຈຶ່ງພາກັນເອີ້ນວ່າ: "ທາດນາງລາວ" ແທນທີ່ຈະເອີ້ນວ່າ: "ທາດຊ້າງນາງລາວ" ປະຊາຊົນໃນທ້ອງຖິ່ນນັ້ນໄດ້ພ້ອມກັນຖືເອົາເດືອນສາມເພັງ(ວັນຊ້າງຕາຍ) ເປັນມື້ເຮັດບຸນສະຫຼອງທາດຂອງທຸກໆປີຕະຫຼອດມາ.

         ສ່ວນຫົວຊ້າງນັ້ນໄດ້ເອົາໄປຝັງໄວ້ບ່ອນອື່ນ ເຊິ່ງ ຫ່າງຈາກພະທາດປະມານ800ແມັດ (ໃນເວລານີ້ເອີ້ນວ່າໜອງຫົວຊ້າງ) ສ່ວນທາດດູກຂອງນາງລາວເອງນັ້ນ ຢູ່ຫ່າງໄປທາງທິດຕາເວັນອອກປະມານ20-25 ກມ ຢູ່ທີ່ຍຸບນາງລາວ (ເລົ່າໄຮ່ເກົ່າຂອງນາງລາວ).

     ພຣະທາດນາງລາວ ແມ່ນທາດລູກດຽວໃນພາກກາງຂອງລາວ ທີ່ມີ ສິລິປະ ສະຖາປັດຕະຍະກຳແບບທາງເໜືອ ໂດຍສະເພາະຢູ່ທາດລູກໜຶ່ງ ຢູ່ວັດຄີລີນະຄອນຫຼວງພະບາງ ໃນເວລາກໍ່ຊ້າງທາດນີ້ ສັນນິຖານໄດ້ວ່າ ນາງລາວຂໍໃຫ້ຊ່າງຫຼວງພະບາງ ລົງມາສ້າງເນື່ອງດ້ວຍວ່າ ເພິ່ນເອງກໍເປັນຄົນຫຼວງພະບາງໂດຍກຳເນີດ

(ຄັດຈາກປື້ມປະຫວັດສາດສະຫວັນນະເຂດ)

ບົດກອນ: ສູ້ຄົນເກົ່າບໍ່ໄດ້

.                      "ສູ້ຄົນເກົ່າບໍ່ໄດ້"

                   ປະພັນໂດຍ: ຫຼານຍ່ານາງລາວ
ຄວາມງາມໃນນາດນ້ອງ   ມີພ່ຳພໍແຍງ
ຄວາມດຸໝັ່ນຂັນແຂງ      ວຽກເຮືອນຊານໄດ້
ຄວາມດີໃນຕົວນ້ອງ        ພຽງພໍພູນຄ່າ
ເຊີງວິຊາສາດຊັ້ນ            ພໍໄດ້ຊ່ວຍຕົນ

ອີກຢ່າງ ຄວາມຮັກນ້ອງ    ໝາຍມອບຍັງຊາຍ
ມາກມາຍມະຫາສານ        ປຽບປານທານທ້າງ
ແຕ່ວ່າທາງອວນອ້າຍ        ຍັງມີໃຈຕໍ່
ຄົນເຄີຍທຳຕໍ່ອ້າຍ            ໃຈຊ້ຳໂສກຕົມ

ຊາຍຄອຍຊົມຊອບພ້ອມ   ພຽນພໍ່່າແລເຂົາ
ເລີຍບາງເບົານຳນາງ          ຫ່າງເຫີນເມີນໜ້າ
ໜີຫານົງນາງຟ້າ               ຍິງງາມນ້ຳສຽງມ່ວນ
ນັ້ນກໍຄືເພິ່ນຜູ້                  ແຟນອ້າຍເມື່ອລຸນ

ນ້ອງນີ້ ປຽບເໝືອນຄົນທີ່ອ້າຍ  ປອງໃຝ່ຄາຍເຫງົາ
ເຖິງເຮົາດີເຫຼືອແສນ           ທຽບແຟນເກົ່າເຂົາບໍ່ໄດ້
ແມ່ນວ່ານາງຮັກອ້າຍ          ເອົາໃຈເທພີ່
ແຕ່ກໍພໍສໍ່ານີ້                      ດີໄດ້ບໍ່ສູ້ ຜູ້ເກົ່າເຂົາ

ແມ່ນທຳດີຕໍ່ອ້າຍ           ໝາຍມອບທັງມວນ
ກໍປານລົງລອຍໄຫຼ         ລັ່ງສາຍກະແສຄື້ນ
ທຸກຄໍ່າຄືນອວນອ້າຍ      ເຜີໃຈລະເມີເອີ່ຍ
ຊື່ເຄີຍດັງຊໍ້າໆ               ຄຳນັ້ນບໍ່ແມ່ນເຮົາ

ຄິດຂຶ້ນມາໂສກເສົ້າ       ເຫງົາຫງ່ວມລະທົມທຸກ
ອຸກອັ່ງມະໂນໃນ          ຢາກຊິຕາຍເປັນບ້າ
ເພາະວ່າທາງໃຈອ້າຍ    ມີເຂົາຄົນອື່ນ
ຍິງຜູ້ຢືນຄູ່ຂ້າງ             ຄືອີ່ນາງນາດນີ້
                                ພີ່ຊາຍອ້າຍເບິ່ງກາຍ ແລນໍ

ກ່ຽວກັບຜູ້ຂຽນ

ສະບາຍດີ, ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ບລັອກນີ້. ຂ້າພະເຈົ້າຊື່ ອຸລາ ພົມມະສຸກຂະ, ນາມປາກກາ: ຫຼານຍ່ານາງລາວ ເປັນລູກຫຼານເຜົ່າຜູ້ໄທເມືອງວັງຂ້າ ສຳລັບຈຸດປະສົງທີ່ສ້າງບລັອກນີ້ຂຶ້ນມາກໍເພື່ອສະສົມຜົນງານການຂຽນໃນທຸກປະເພດຂອງຂ້າພະເຈົ້າເອງລົງໄວ້ໃນຫ້ອງນີ້ ບໍ່ວ່າຈະເປັນເລື່ອງສັ້ນ, ກາບກອນ, ບົດຄວາມ, ນິຍາຍແບບຕ່າງໆ... ແລະຍັງແບ່ງປັນໃຫ້ທຸກຄົນທີ່ສົນໃຈໄດ້ອ່ານໄປນຳກັນ. ຂອບໃຈ🙏🏻 ທຸກທ່ານທີ່ເຂົ້າມາຢ້ຽມຢາມຫຼານຍ່ານາງລາວຜ່ານບລັອກນີ້, ຖ້າຕ້ອງການຢາກໃຫ້ຂ້າພະເຈົ້າຂຽນກ່ຽວກັບຫຍັງ ຫຼືືຍັງເຫັນສ່ວນໃດຂາດຕົກບົກຜ່ອງກໍສາມາດສົ່ງຄຳຕິຊົມມາທີ່ກ່ອງສະແດງຄວາມຄິດເຫັນໄດ້.😊😊