“ອີ່ຄຳເຊີຍ”
ຢູ່ທີ່ຫ້ອງການບ້ານ, ເຕັມໄປດ້ວຍຜູ້ຄົນມາກໜ້າຫຼາຍຕາ
ທັງຊາວໜຸ່ມຍິງຊາຍ ເຖົ້າແກ່ແນວໂຮມ ມາເຕົ້າລວມປຶກສາຫາກັນ ກ່ຽວກັບເລື່ອງຈະຈັດງານບຸນບ້ານ
ອີກບໍ່ດົນໃນຂ້າງໜ້ານີ້; ພໍ່ບ້ານໄດ້ຈັດແບ່ງຈຸໜ່ວຍເຮັດວຽກຊ່ອຍກັນ.
ຄຳສີ ຍິງສາວຮາວອາຍຸຍ່າງເຂົ້າໄວຊາວປາຍແລ້ວ ນັ່ງຟັງແຜນການສະເໜີຂອງພໍ່ບ້ານ ແລະລູກບ້ານປະກອບຄວາມຄິດຄວາມເຫັນນຳກັນ
ແຕ່ເບິ່ງສີໜ້າ ແລະສາຍຕາທີ່ກຳລັງເລື່ອນລອຍ ເດົາວ່ານາງຄົງບໍ່ຕັ້ງໃຈຟັງດອກ
ນອກຈາກຄິດໄປເລື່ອງອື່ນ ຟ້າຜູ້ນັ່ງຢູ່ຄົນລະສົ້ນແນມເບິ່ງ ທັງຄິດສຳຫຼວດຕົວຄຳສີຢູ່ຄົນດຽວ.
ເມື່ອອາທິດຜ່ານມາ,
ທ່າມກາງລາຕີການຂອງງານແຕ່ງ ວັນໄຊກັບນາລີຄືນນັ້ນ ຂ້ອຍຍັງຄິດເສຍດາຍ
ຄິດມາແລ້ວຍັງຄິດບໍ່ຢຸດບໍ່ເຊົາ
ທຸກຢ່າງມັນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນຕະຫຼອດເວລາ
ພວກຂ້ອຍພາກັນອອກເຕັ້ນລຳເກືອບວ່າທຸກຮອບ ມີແຕ່ບົດເພງ
ທ່າຟ້ອນທ່າເຕັ້ນໃໝ່ໆແປກໆທີ່ເຈົ້າພາບພາຟ້ອນລຳ ຢ່າງເຊັ່ນ ຕ໊ະຕ່ວງໆເຕັ່ງໆ ຂ້ອຍກະບໍ່ແນ່ໃຈວ່າຊື່ທ່າເພງນັ້ນແນວໃດແທ້
ພໍຮູ້ແຕ່ວ່າມັນເປັນເພງແນວໃໝ່ທັນສະໄໝທີ່ຄົນລາວເຮົານິຍົມກັນໃນຊູ່ມື້ນີ້ ສ່ວນລຳວົງລາວເອີຍຟ້ອນມະຍ່ອງມະແຍ່ງເອີຍ
ຄືແຕ່ກ່ອນມັນລ່າສະໄໝນັ້ນໄປແລ້ວ
ບໍ່ຄ່ອຍມີແລ້ວນອກຈາກຈະເປີດໃນຮອບລຳວົງຂອງຜູ້ອາວຸໂສເທົ່ານັ້ນ
ເພາະຂ້ອຍໄປງານໃດກໍເຫັນແຕ່ເພງຕ່ວງໆເຂົາເຕັ້ນລຳກັນ
ເອົາຈົນຂ້ອຍຈື່ທຸກທ່າທີ່ເຂົາຟ້ອນວ່າ ຕີນຂາທຸກທ່າທາງຍ່າງໄປມາແນວ ເຮັດໃຫ້ງານດອງຂອງວັນໄຊຄືນນັ້ນ
ເອົາຂ້ອຍລຸກໄປເຕັ້ນລໍາທຸກຮອບຈົນບໍ່ໄດ້ເຊົາ, ຕ່າງກັບອີ່ຄຳສີ ມັນມີແຕ່ນັ່ງຈ້ອງເບິ່ງຜູ້ນັ້ນຜູ້ນີ້ ຈັບຄູ່ກັນອອກໄປຟ້ອນລຳກັນ
ທັງເຮັດສີໜ້າຄຸມມຸມຄິມມິມ ແຍງຜູ້ນັ້ນຜູ້ນີ້ ລຳວົງແຕ່ຫົວແລງຜ່ານໄປຈົນຮອບເດິກ ຕົວມັນຍັງບໍ່ຫຍັບແຄ່ງຫຍັບຂາອອກໄປເຕັ້ນລໍານຳໝູ່ເລີຍ
"ມັນຄົງຈະອາຍໃນການແຕ່ງຕົວໃສ່ເສື້ອຜ້າສີຊົງຕົກຍຸກຂອງມັນ",
"ຈະວ່າຫຍັງແຕ່ຈະໃຫ້ອອກຟ້ອນອອກລຳ
ຂະໜາດຜູ້ບ່າວຊິມາຂໍມັນອອກໄປຟ້ອນກະບໍ່ມີແລ້ວ! ຄິດມາລະອາຍຕາງມັນແທ້ໆ"
ທິດາກັບບົວທອງ
ເວົ້າກັນທັງເບີ້ຍສົບເບີ້ຍຄາງ ໃນຂະນະທີ່ຂ້ອຍພວມແນມເບິ່ງອີ່ຄຳສີ.
ພວກຂ້ອຍອອກຟ້ອນຈົນເດິກດື່ນ ແນມເບິ່ງມັນກະຍັງຄືເກົ່າ ຈົນດົນໆຈິ່ງມີຊາຍຄົນໜຶ່ງຍ່າງມາໃກ້ມັນແລ້ວຍໍມືນົບຂໍອອກຟ້ອນລຳວົງນຳ
ແຕ່ກໍຖືກອີ່ຄໍາປະຕິເສດໄປ; ຂ້ອຍກໍຄິດວ່າດີແລ້ວແລະທີ່ມັນບໍ່ອອກ
ຊັ້ນລະຊິອາຍຕາງມັນ ເບິ່ງດຸ ເບິ່ງແຕ່ການແຕ່ງໂຕກະບໍ່ຄືໝູ່
ເບິ່ງເກີບກະບໍ່ເຢັກບໍ່ສູງຄືໝູ່ ຄັນອອກໄປຢືນພໍດີຄົນໃນງານ ຕ່າງແນມທັງເວົ້ານິນທາກັນເປັນແຖວແລ້ວ.
ເວລາຜ່ານນານເລີຍໄປ
ຈິ່ງເຫັນມັນຍ່າງອອກເຕັ້ນບາສລົບກັບຊາຍຄົນໜຶ່ງ ຜູ້ຮ່າງສູງຂາວໜ້າຕາດີ
ພວກຂ້ອຍແນມເບິ່ງກໍຄິດຊອມຫົວຂວັນ ເພງອີ່ຫຍັງລ່າສະໄໝແລ້ວຍັງເກັບມາເປີດໃຊ້ໄດ້ເສີຍ.
ພໍເພງຈົບລົງ ທຸກຄົນພາກັນຕົບມືໃຫ້ເປັນສຽງດັງເພືອບໆທ່າທາງຈະຍິນດີນໍາຄູ່ຟ້ອນເອົາແທ້
ຝ່າຍໝໍໂຄສົກກໍປະກາດໃສ່ໄມ ຍ້ອງທຸກຄູ່ຟ້ອນງາມຢ່າງສະຫງ່າຜ່າເຜີຍຫຼາຍ
ໂດຍສະເພາະຄູ່ຂອງສົມດີແລະຄຳສີ ທີ່ຟ້ອນກັນແບບລາວໆໄດ້ງາມຫຼາຍ. ຂ້ອຍຄິດວ່າ
ໝໍໂຄສົກນີ້ຕ້ອງສົນໃຈອີ່ຄຳແທ້ໆ ຈິ່ງໄດ້ຍ້ອງເອົາແທ້ເອົາວ່າພຽງອອກມາຟ້ອນລໍາວົງຮອບດຽວ
ທີ່ພວກຂ້ອຍຟ້ອນຈົນເກືອບວ່າທຸກຮອບ ຟ້ອນຈົນເມື່ອຍຈົນຂາລາ
ແຕ່ກໍບໍ່ເຫັນຊິຍົກຊິຍ້ອງປານຄູ່ຂອງອີ່ຄຳຫັ້ນແນ່!. ຮອບຕໍ່ໄປ ໂຄສົກບອກວ່າເອົາໃຈໄວລຸ້ນ
ແລ້ວເພງຕ່ວງໆທີ່ຂ້ອຍມັກ ແລະ ເຄີຍຟັງຈົນຊິນຫູກໍດັງຂຶ້ນ
ມີຜູ້ຊາຍອີກຄົນໜຶ່ງຂໍຄໍາສີອອກໄປເຕັ້ນລຳແຕ່ກໍຖືກປະຕິເສດອີກ.
ເມື່ອເຕັ້ນລຳຈົບ
ທຸກຄົນຍ່າງເຂົ້າປະຈຳທີ່ ໝູ່ຂອງອີ່ຄຳຜູ້ນັ່ງໂຕະດຽວກັນ ເອົາມືຕີບ່າເບົາໆ
ທັງເວົ້າກັບມັນວ່າ: "ຄໍາເອີຍ! ວ່າງກີ້ ມີບ່າວຫຼໍ່ໆຊວນອອກເຕັ້ນລໍາກະຍັງກ້າປະຕິເສດນໍ...
ເອງລະເສຍດາຍແທນເດ"
"ຊິໃຫ້ອອກແນວໃດ ແນວຟ້ອນຄືເຂົາບໍ່ເປັນເດ
ຈັກແມ່ນຫຍັງເພງກະຕ່ວງລ່ວງເຕ່ງເລ່ງ ເອງຊິຟ້ອນແບບນັ້ນບໍ່ໄດ້ ເອງຟ້ອນບໍ່ເປັນ
ອອກໄປພໍດີເຮັດເສຍໜ້າ ອາຍຄົນ"
"ໂອຍອີ່ຄໍາເຊີຍ!"
ພວກຂ້ອຍຜູ້ນັ່ງໂຕະຂ້າງໆໄດ້ຍິນມັນເວົ້າແນວນັ້ນກໍພາກັນຫັນໄປເວົ້າໃຫ້ມັນພ້ອມກັນສຽງດັງ
ຈົນເຮັດໃຫ້ຄົນທີ່ຍັງຢູ່ໃນງານຫຼາຍພໍສົມຄວນຫຼຽວມາເບິ່ງມັນເປັນສາຍຕາດຽວ
ແຕ່ມັນຍັງກ້າຖາມຄືນອີກວ່າ:
“ຄຳສີ ແມ່ນພວກເຈົ້າເອົາເຊີຍແຕ່ໃສມາຕື່ມໃຫ້”
“ໂອຍ! ອີ່ບ້ານນອກ”
ທິດາຜູ້ນັ່ງຢູ່ຂ້າງຂ້ອຍຂານໃສ່ມັນ
“ກະມຶງຫັ້ນລະບໍ່ຮູ້ຈັກຫຍັງ ເອີ້ນອີ່ຄຳເຊີຍລະຖືກແລ້ວ ອັນເຊີຍນະ...ຊິບອກໃຫ້ດຽວຊິບໍ່ຮູ້ອີກ
ມັນເປັນເທລນຂອງໄວລຸ້ນເຂົາຮິສ...ກັນໃຊ້”
ຂ້ອຍເວົ້າກັດແຂ້ວ ພ້ອມລາກສຽງຍາວເພື່ອເນັ້ນໃຫ້ມັນເຂົ້າໃຈຄວາມໝາຍ
ພໍດີຄິດອອກຂ້ອຍກໍໃສ່ມັນໄປອີກວ່າ:
“ເບິ່ງແຕ່ການແຕ່ງຕົວຂອງມຶງດຸຫະ ຈັ່ງແມ່ນວ່າບໍ່ຄືໝູ່ຟ້ອນກະບໍ່ເປັນ
ຊິບໍ່ໃຫ້ວ່າເຊີຍແນວໃດ”
ຂ້ອຍອົດບໍ່ໄດ້ທີ່ຈະຫົວຂວັນມັນ
ອີ່ຄໍາສີມັນຈັ່ງຄືວ່າອີ່ຄໍາເຊີຍແທ້ໆ... "ຟ້າໆ!" ສຽງເອີ້ນຊື່ຂອງຂ້ອຍ
ພາໃຫ້ສະດຸ້ງຕື່ນຂຶ້ນຈາກຄວາມຄິດລອຍໆ
"ມຶງເປັນຫຍັງ?
ມາເຮັດຕິຫົວທັງເບີ້ຍສົບເບີ້ຍຄາງຢູ່ຈັ່ງແມ່ນງາມໄສ້"
"ກະ...ກູກະຫົວພໍ່ບ້ານເວົ້າຫັ້ນລະ!"
ຂ້ອຍຕອບທິດາໂດຍພາງເວົ້າໄປ
ເພາະບໍ່ຮູ້ຈະເວົ້າຕອບມັນແນວໃດ
"ຫົວຜີບ້າເບາະ, ກະຄືວ່າບໍ່ໄດ້ເວົ້າຕະຫລົກພໍຊິຫົວເຂົ້າໄສ້ປານນີ້.
ເອີພໍ່ບ້ານເປີດໂອກາດໃຫ້ສະເໜີ ໃຜມີຄວາມຄິດເຫັນຢາກຈະສະເໜີ ຫຼື ສິ່ງໃດຍັງບໍ່ຄົບບໍ່ພໍ ມຶງບໍ່ມີຫຍັງຊິສະເໜີນຳເພິ່ນແນ່ບໍ?"
ແມ່ນແລ້ວ!
ຂ້ອຍຕ້ອງສະເໜີ ເພາະເມື່ອຮອດບຸນບ້ານ ຍາມກາງຄືນກໍຈະມີການຟ້ອນລຳວົງ. ເລື່ອງຟ້ອນລຳວົງລາວມາດຕະຖານໃໝ່
ປັດຈຸບັນສັງຄົມມີການປ່ຽນແປງໄວປານຫຍັງ ຈົນເຮັດໃຫ້ຄົນອີກກຸ່ມຕ້ອງໄຕ່ຕາມນຳບໍ່ທັນ
ໂດຍສະເພາະຄືອີ່ຄຳສີກະຈົນກາຍເປັນອີ່ຄຳເຊີຍ ຄິດມາກໍອົດຫົວບໍ່ໄດ້ ແນວນີ້ລະ ຂ້ອຍນີ້ລະ
ຂ້ອຍຊິສະເໜີຕໍ່ພໍ່ບ້ານ ຈະໃຫ້ມີການຝຶກຊ້ອມການຟ້ອນລຳວົງລາວແບບໃໝ່
ເພາະເຫັນຫຼາຍຄົນຍັງຟ້ອນບໍ່ເປັນ ຄິດວ່າທຸກຄົນຕ້ອງເຫັນດີນຳຂ້ອຍແນ່ນອນ! ແຕ່ຂ້ອຍຈະປ່ອຍໃຫ້ຜູ້ອື່ນສະເໜີໄປກ່ອນ
ໄວ້ຂ້ອຍເປັນຜູ້ສຸດທ້າຍ ແນວໃດຜູ້ທີ່ຫຼັງມັນກະຊິດັງກວ່າ ຂ້ອຍເຊື່ອວ່າຈັ່ງຊີ້ລະ.
ຄາວໜຶ່ງ, ປ້າສີດາຜູ້ນັ່ງຢູ່ຝາຂ້າງທາງເຂົ້າຫ້ອງນໍ້າຍົກມືຂຶ້ນ ແລ້ວກ່າວຂໍ້ສະເໜີ:
" ໃນນາມເປັນເຖົ້າແກ່ຄົນໜຶ່ງໃນໝູ່ບ້ານນີ້
ຈິ່ງຢາກຂໍຄວາມຮ່ວມມືນໍາທຸກຄົນເວົ້າໂດຍສະເພາະຄືໄວໜຸ່ມສາວທັງຫຼາຍ
ຄັນເປັນໄດ້ປ້າບໍ່ຢາກໃຫ້ມີປານໃດອັນເພງຕ່ວງໄປຕ່ວງມາໃນມື້ບຸນຫັ້ນນ່າ, ຄືໃນງານດອງຂອງວັນໄຊມື້ກ່ອນໃຜກໍເຫັນ
ທັງປ້າ ແລະ ຜູ້ເຖົ້າແກ່ຫຼາຍຄົນເບິ່ງແລ້ວມັນບໍ່ງາມ ຈັກວ່າມັນຂີນຕາຢູ່ຈັກແນວໃດແນວໜຶ່ງກະບໍ່ຮູ້"
ປ້າພອນຢຸດຄາຍນໍ້າໝາກອອກຈາກປາກຄາວໜຶ່ງ
ສຽງຜູ້ຟັງເປັນແຊວໆລົມກັນ ເຊິ່ງຫຼາຍຄົນກໍສະແດງສີໜ້າແບບບໍ່ເຫັນດີເຫັນພ້ອມນຳປານໃດ.
ຕໍ່ມາຈິ່ງງຽບອີກເມື່ອປ້າສີດາເລີ່ມເວົ້າຕໍ່:
"ປ້າບໍ່ຮູ້ວ່າໃຜໄປເກັບເພງອັນນັ້ນມາແຕ່ໃສ່
ແຕ່ກະຢາກໃຫ້ປະ ໃຫ້ພາກັນຫັນມາໃສ່ລໍາວົງລາວນີ້ນ່າ ທີ່ເບິ່ງແລ້ວບໍ່ເບື່ອ
ລຳສຽງມ່ວນອອນຊອນບວກກັບການຟ້ອນແອວອ່ອນນ້ອນແນ້ນ ໃຜເຫັນກໍຊື່ນຊົມ ຂະໜາດແຂກຝຣັ່ງຕ່າງປະເທດເພິ່ນກໍຍັງອອນຊອນອັນລຳສາລະວັນແອວອ່ອນ,
ຄອນສະຫວັນ, ຕັງຫວາຍຂອງລາວເຮົາ. ເຫັນບໍມື້ນັ້ນ ໃຜຫຼາຍຄົນກໍຍັງກ່າວຍ້ອງຄຳສີທີ່ມັນຟ້ອນງາມໆຫັ້ນ"
ເວົ້າແລ້ວປ້າກໍຫຼຽວໄປຫາຄຳສີ
ທັງທຸກຄົນຫຼຽວຕາມ ແລະຕົບມືໃຫ້ປ້າສີດາກັບຄຳສີ. ຫຼາຍຄົນກໍເວົ້າລົມກັນໄປມາທ່າທາງເຫັນດີ.
“ກະອີ່ຄຳສີນະມັນຄົນຫົວບູຮານເດແມ່ປ້າ,
ອັນນີ້ຄົນຍຸກໃໝ່ກະໄປຕາມແນວຕາມສໄຕ໌ໃມໍໝ່ໆມັນກະຖືກແລ້ວເດ”
ທິດາເວົ້າຂັດຂຶ້ນທັນທີເມື່ອໄດ້ຍິນປ້າສີດາເວົ້າເປັນສຽງຂີນຫູຄືແນວນັ້ນ
ໄວລຸ້ນຫຼາຍຄົນກໍເຫັນດີນໍາທິດາແລະນາງກໍເວົ້າຕໍ່:
“ແນວເຮົາຄົນຍຸກໃໝ່ຈະຍັງເປັນຫົວບູຮານຢູ່ຈັ່ງຊີ້ແລ້ວຈະນຳທັນໂລກໄດ້ຈັ່ງໃດ
ເບິ່ງບ້ານເພິ່ນເມືອງເຂົາໂລດໄປຮອດເດືອນຮອດດາວແຕ່ເຮົາເດ?”
ຕາເຖົ້າສິງຜູ້ນັ່ງໃກ້ກັບພໍ່ບ້ານລຸກຢືນ
ພ້ອມຕົບໂຕະແລ້ວກ່າວຕັດຄວາມຂອງທິດາວ່າ:
“ເອົາ! ພໍໆແລ້ວຢ່າຖຽງກັນ” ແລ້ວທຸກຄົນກໍຢູ່ໃນຄວາມມິດງຽບ
ພໍ່ບ້ານຈິ່ງກ່າວຕໍ່ວ່າ:
“ມັນກໍແມ່ນທີ່ປະເທດເຂົາໄປຮອດເດືອນຮອດດາວ
ຍ້ອນເຂົາມີຄວາມຮູ້ມີບຸກຄະລາກອນທີ່ດີ ບໍ່ແມ່ນແລ່ນຕາມສັງຄົມຄືແບບນີ້ໃດພວກຫຼານເອີຍ,
ຖ້າເຮົາຈະເຮັດແບບນີ້ຕະຫຼອດໄປປະເທດຊາດຈະບໍ່ມີວັນຈະເລີນແທ້ເພາະທຶນຮອນຂອງປະເທດຊາດແມ່ນໄດ້ຝາກຝັງໄວ້ນຳພວກລູກໆຫຼານໆນີ້ໝົດແລ້ວ;
ການທີ່ຈະໄປຮອດດາວອັງຄານໄດ້ ເຮົາຄວນພັດທະນາຕົວເຮົາກ່ອນຕັ້ງໃຈຮ່ຳຮຽນ ອ່ານໜັງສືຫຼາຍໆເພື່ອຈະໄດ້ຮູ້ທັນໂລກທັນເຫດການ.
ອັນນີ້ເຮົາຄວນຈະເຫັນດີນຳປ້າສີດາໃດ!”
ແລ້ວສຽງຕົບມືກໍດັງເພືອບໆຂຶ້ນອີກ.
“ເອົາອີ່ຫຼີໃດລູກຫຼານເອີຍ... ຄັນລູກຫຼານປະລະໄປໝົດແລ້ວ
ຕໍ່ໄປໃຜຊິເປັນຜູ້ຮັກສາ ຖ້າບໍ່ແມ່ນລູກຫຼານ ຜູ້ເປັນໜໍ່ເປັນແໜງເກີດໃໝ່ໄວຫຼັງນີ້ລະທີ່ຈະຝາກຝັງໄວ້
ເປັນຜູ້ສືບທອດ ໃຫ້ວັດທະນະທໍາ ຄົງຍືນຢູ່ຄູ່ບ້ານຄູ່ເມືອງເຮົາຕະຫຼອດໄປ”
ປ້າໝຸດຜູ້ນັ່ງຢູ່ແຖວໜ້າຂອງຟ້າ
ແລະໝູ່ເພື່ອນນາງອີກຫຼາຍຄົນ ຫັນມາເວົ້າໃຫ້ພວກຂອງຟ້າ ທັງອະທິບາຍໄປຍາວ... ແມ່ນແທ້ “ລາວເວົ້າແມ່ນມີເຫດຜົນພໍສົມຄວນ” ຟ້າຄິດໃນໃຈ.
ມາຮອດທີ່ນີ້ ຟ້າບໍ່ກ້າລຸກຂຶ້ນຍື່ນຂໍ້ສະເໜີຕໍ່ໃຜອີກແລ້ວ
ແລະກໍຄົງຈະບໍ່ມີໃຜເຫັນດີນໍາດອກ ແຖມຄິດລະອາຍໃຈ ທີ່ຄິດໄດ້ແບບນັ້ນ
“ທາງທີ່ດີຂ້ອຍກໍຄວນຈະຍິນດີຄືກັບທຸກຄົນທີ່ດີກັບອີ່ຄຳເຊີຍ
ເອີບໍ່ແມ່ນລະ ມັນຍັງເປັນອີ່ຄຳສີຄືເກົ່າແລ້ວ”
ຟ້າຄິດຢູ່ຄົນດຽວໂດຍສາວບາດຫັນໃຈຍາວ...
ແຕ່ງໂດຍ: ອຸລາ ພົມມະສຸກຂະ
26. ພະຈິກ. 2017