25 มิถุนายน 2563

ແຮງໃຈໃນວັນທີ່ອ່ອນລ້າ




         ແຮງໃຈໃນວັນທີ່ອ່ອນລ້າ


ຄືນໄສຍາມືດຄື້ມ............ຊຶມໂສກໂຊມໂຊ
ປ່ວຍມະໂນໃນຈິດ...........ຄິດພະວັງເວງເວີ້ງ
ເບີ່ງນະພາຜືນຟ້າ.............ລາຕີການມົວໝົ່ນ
ພະໄມວົນວ່າວຸ້ນ.............ຄູນເລື້ອຍລ່າແຮງ

ກຳແພງກັນກີດກັ້ນ..........ຝັນໃຝ່ໃນຮຽນ
ຄືຄວາມພຽນໃຈຕົວ........ເລີ່ມມົວມາຍມ້າງ
ຊີວິດກຸງເມືອງກວ້າງ........ທາງເຮົາຫາກຕັນຕຶ່ງ
ດຶງແຕ່ໃຈຄິດຮອດບ້ານ....ສະຖານເຄົ້າເກົ່າດາ

ຄະນິງຄຳວ່າເວົ້າ...............ລົມເລົ່າບໍ່ລືມລົງ
ພໍ່ແມ່ປົງວາຈາ..................ວ່າຫວັງຄອຍຖ້າ
ກ່ອນຈະຈອນຈາກບ້ານ....ມາຫາຮຽນຮໍ່າ
ຄຳມານດາບອກໃຫ້..........ໄຂແຈ້ງຕໍ່ຕົນ

ໃຫ້ລູກທົນອົດສູ້...............ຊູສາດເສີມວິຊາ
ທາງບິດາແລະມານດາ......ຊິຊ່ວຍເສີມສານສ້າງ
ເປັນກຳລັງໃຈໃຫ້.............ດວງໃຈຈົ່ງແຝງໃຝ່
ເຖິງມື້ນີ້ທຸກຍາກໄຮ້..........ກ້າວໄປວັນຕໍ່ໜ້າ
......................................ບຸດຕີຫຼ້າຊິສະບາຍ

ຄິດຄືນຄຳແມ່ໃຫ້..............ໃຈຊື່ນເບີຍບານ
ຈະເສີມສານຄວາມຝັນ.......ດັ່ນເດີນໄປເຖິງເປົ້າ
ບ່ອນທີ່ໝາຍເອົາໄວ້...........ໄກແນ່ຈະພຽນຍ່າງ
ບໍ່ນານຫວັງວ່າໄວ້..............ເອົາປະລິຍາຝາກໃຫ້
.......................................ພໍ່ແມ່ໄດ້ຊື່ນຊົມ  ເຈົ້າເອີຍ


24 มิถุนายน 2563




              "ຄຳຄໍ-ຄຳຄົນ"


ຊື່ວ່າແນວຄວາມເວົ້າ .  .  .  .  ຂອງຄົນມັນເກີນງ່າຍ
ໄດ້ເທິງຫງາຍແລະຂວໍ້າ .  .  . ຄຳເວົ້າບໍ່ຢູ່ຄວາມ

ຄຳຄ່າຄູນຄູ່ສ້ອຍ  .  .  .  .  .   ງອຍຄ່ອງແຂວນຄໍ
ກໍຍັງມີແປງປອມ  .  .  .  .  .  ຫລໍ່ຫຼອມມາລໍ້
ຊ່າງສໍພໍປະພັນໄດ້  .  .  .  .  . ຂັດໃສສີສະຫງ່າ
ຫຼອກລວງຕາຕື່ມໃຫ້  .  .  .  . ຄົນໄດ້ຊື່ນຊົມ

ຄຳຄ່າຄົມຮູບເນື້ອ  .  .  .  .  .   ຄົນເຫີ່ຫຼົງໄຫຼ
ພາບປະຈິດປະໂລມໃຈ  .  .  .  . ຊ່າງເຈຍລະໄນຍ້ອມ
ຄ້ອມຄ້າຍຄືຄຳແທ້  .  .  .  .  .  ແລດູບໍ່ມີຕ່າງ
ເພິ່ນຍັງຊ່າງເຮັດໄດ້  .  .  .  .   ບໍ່ກົວຮ້າຍບາບກຳ

ດັ່ງດຽວ...
ພຽງແຄ່ຄຳເອີ່ຍເວົ້າ  .  .  .  .  . ລົມເລົ່າຖະແຫຼງໄຂ
ຫົວບໍ່ໃສໃຈຈິງ  .  .  .  .  .  .  .  ສັດຈະຈາງຈົມໄຮ້
ຫົວບໍ່ໃສໄຂຄວາມຖ້ອຍ  .  .  .   ພອຍແປປີ້ນປ່ຽນ
ໃຈບິບຽນບ່ຽງບ້ຽວ  .  .  .  .  .  ຄຳລ້ຽວຄົດງໍ

ພໍຊິມາຄິດງໍ້  .  .  .  .  .  .  .  .  ຫງຳງຶດງົມງວາຍ ສັນໃດ?
ໃຈບໍ່ຄີຄາຍຄວນ  .  .  .  .  .  .  . ຄິດຄຳນຶງຄະນິງພໍ້
ເອົາພໍລວງເລີຍຫຼິ້ນ  .  .  .  .  .   ພາທີອ້ອຍອິ່ນ
ຄຳເວົ້າຫວານແປດປ້ຽວ  .  .  .   ຊິທຽວງໍ້ງຶດນຳ ຊັ້ນບໍ?