16 ตุลาคม 2563

ເຫງົາໃຈໃນມື້ລອຍກະໂທງ

 "ເຫງົາໃຈໃນມື້ລອຍກະໂທງ"



ຄິດຄໍ່າຄວນຄັ່ງຄ້ອຍ.........ຄອຍຄູ່ຄອງຄືນ

ກໍ້າກືນຝືນອົດທົນ...........ຕໍ່ຄວາມເຫງົາງ້ວງ

ຄິດຮອດແຟນບົນເບື້ອງ.....ຄາເມໄກຖິ່ນ ຫຼາຍເດ?

ທວງຖະຫວິນຫ່ວງຫ້ອຍ....ໃຈຈ້ອຍຈົ່ມຫາ  ຊາຍເຮີຍ


ມື້ນິ້ ກໍແມ່ນມື້.................ງານອອກພັນສາ

ຮອດຄໍ່າຄືນໄສຍາ.............ລ່ອງເຮືອໄຟໄຫຼກະໂທງພ້ອມ

ຄົນພາກັນມາຫຼິ້ນ............ລອຍກະໂທງໄຫຼລ່ອງ

ຢູ່ແຄມຂອງແມ່ນໍ້າ............ງາມລໍ້າຮຸ່ງໄຟ ອອນຊອນເດ


ແນມເຫັນເຂົາຄຶກຄື້ນ.........ຊົມຊື່ນເຮຮາ

ເວົ້າຈາຄຳຫວານໆ............ຢອກກັນແຊວຫຼິ້ນ

ປ່ອຍກະໂທງໄຫຼນໍ້າ............ຄຳອະທິຖານຫຼາຍຢ່າງ

ຜ່ານກະໂທງແຜ່ນນ້ອຍ.......ລອຍລ້ຽວລ່ອງໄປ...


ເຫັນແລ້ວໃຈຊອກຊໍ້າ..........ຄອຍຄໍ່າຄອງຄົນ ນີ້ນໍ

ຈັກອີກດົນປານໃດ.............ຈື່ງຕ່າວມາຫານ້ອງ

ລ່ອງກະໂທງລົງນໍ້າ............ນຳກັນຮຽງຮ່ວມ

ຄືດັ່ງຄົນອື່ນນັ້ນ................ກະໂທງນ້ອຍລ່ອງທາລາ


ຮູ້ບໍ? ຢາກມີຄົນຄູ່ຂ້າງ.........ເດີນຍ່າງແຄມຂອງ

ລ່ອງກະໂທງເຮືອໄຟ..........ລ່ອງໄຫຼທາລານໍ້າ

ຍາມຄໍ່າຄືນແນວນີ້............ຣຶດີໝອງໝົ່ນ

ເຫັນຄົນເຂົາຄູ່ພ້ອມ   

ກະໂທງງາມຢ່ອງເອ້...........ໂອຍອີ່ນ້ອງໂລດອິດສາ ເຂົາເດ.


---------------------------------------


✍🏼ນາງ ອຸລາ ພົມມະສຸກຂະ(ຫລານຍ່ານາງລາວ)

     16 ຕຸລາ 2016

15 ตุลาคม 2563

ເລື່ອງສັ້ນ ລະດູເກັບກ່ຽວ

 "ລະດູເກັບກ່ຽວ"



  ຕົ້ນເດືອນສິບ,ລະດູການທີ່ພວມເກັບກ່ຽວເຂົ້າດໍ, ສ່ວນເຂົ້າກາງເຂົ້າງັນ ບາງກໍຊ່ອງບາງກໍກົ້ມແດ່. ທົ່ງນາສີເຫຼືອງຕ້ອນຮັບກັບແສງແດດອ່ອນຍາມໃກ້ຄ່ຳຈົນເຮື່ອເຮືອງໄປທົ່ວເຂດທົ່ງນາ ກວມໄປເຖິງພູຜາປ່າດົງທີ່ເປັນສີຂຽວງາມຢູ່ແຄມທົ່ງນາ, ເບື້ອງສັນພູ ໃນຍາມຄ່ຳຄ້ອຍຄືແນວນີ້ເປັນສີແດງເຈີດກະຈາຍໄປທົ່ວຜືນທ້ອງຟ້າອັນກວ້າງໃຫຍ່...


    ກຸລີ ເມື່ອຍຈາກກ່ຽວເຂົ້າ ຂຶ້ນມານັ່ງພັກເຊົາເອົາແຮງຢູ່ຖຽງນາຫຼັງນ້ອຍ, ນາງນັ່ງງອຍເບີ່ງເຂົ້ານາທີ່ພວມສຸກເຫຼືອງແລະເຂົ້າທີ່ຕົ້ນກ່ຽວໄດ້, ແນມເບີ່ງເຂົ້າທີ່ຮວງພວມກົ້ມ ມີນົກນ້ອຍຫຼາຍໝູ່ບິນມາຈັບແລະເກັບກິນເຂົ້າອ່ອນ... ນາງສົ່ງສຽງຮ້ອງວາກໆ!ເວກໆ!... ເພື່ອໄລ່ພວກມັນໜີ, ໄລ່ທາງໃຕ້ຍັງທາງເໜືອ. ນົກສອງສາມໝູ່ບິນເຈີດໄປເຈີດມາທັງສຽງຮ້ອງໂຮ່ຄືວ່າມັນມີຄວາມສຸກແທ້ໆ. ຕ່າງກັບຄົນທີ່ກຳລັງໂສກເສົ້າໝົ່ນໝອງໃຈ... ຖ້າໃຈເພັດຍັງຢູ່ເຝົ້ານາທົ່ງນີ້ຄູ່ກັບນາງ ຈະນັບພາສາຫຍັງນົກສອງສາມໝູ່ ຫຼາຍກວ່ານີ້ກໍຍັງໄລ່ໄຫວແລະຄົງບໍ່ມີນົກໂຕໃດທີ່ຈະສົ່ງສຽງຮ້ອງຫົວເຢາະເຢີ້ຍຄືແນວນິ້.


    ລະດູເກັບກ່ຽວເຂົ້ານາປີ ຊາວນາພາກັນກ່ຽວເຂົ້ານາຢ່າງມ່ວນຊື່ນ, ເຖິງຈະອິດເມື່ອຍແນ່ ແຕ່ມີເມັດເຫື່ອປົນຮອຍຍິ້ມແລະສຽງຫົວກໍມີຄວາມສຸກແລ້ວ, ທັງສຽງເວົ້າສຽງຫົວຢອກໄຍກັນດັງຟົດສະນັ່ນຢ່າງມ່ວນຊື່ນ. ສ່ວນກຸລີບໍ່ເວົ້າບໍ່ປາກຫຍັງນຳໝູ່ຈັກຄວາມ, ມີແຕ່ຕັ້ງໜ້າຕັ້ງຕາກ່ຽວເຂົ້າຢູ່ງຸບໆ ເຫື່ອໄຄໃນໃບໜ້າຢາດຍ້ອຍລົງຍ່າວໆປານອາບນໍ້າ, ຍິ່ງຄິດເຫັນໃຈເພັດ ເຫື່ອກໍຍິ່ງໄຫຼຍ້ອຍ ບໍ່ຈັກວ່າເມັດເຫື່ອຫຼືເມັດນ້ຳຕາກັນແທ້ ຈົນຈຳແນກບໍ່ອອກ ເພາະອ້ອມຂອບຕາກໍມີຕ່ອມເຫື່ອໄຫຼລິນຍ້ອຍອອກບໍ່ເຊົາ. ກຸລີກ່ຽວເຂົາໄປງຽບໆ ຄ້າຍກັບຄົນກຳລັງໃຊ້ຄວາມຄິດ...‘ເຫື່ອບົນໃບໜ້າທີ່ແດງອ່ອງຕ່ອງ ຖືກເຊັດອອກດ້ວຍແພຕາໂລ້ຂອງອ້າຍເພັດ ແຕ່ມື້ນີ້ຕ້ອງໄດ້ເຊັດມັນເອງ’ ນາງຄິດໃນໃຈ.


     ຍິ່ງແນມເຫັນນົກບິນໄປເປັນໝູ່ເປັນຝູງກໍຍິ່ງເຮັດໃຫ້ນາງຄິດຮອດໃຈເພັດ ແຟນຂອງນາງທີ່ເຄີຍຮຽນນຳກັນສະໄໝຢູ່ມັດທະຍົມ, ພໍເລີກໂຮງຮຽນມາຕອນແລງຫຼືວັນເສົາ-ອາທິດ ເຂົາກໍມາກ່ຽວເຂົ້ານຳກັນ, ນັ່ງແຍງທົ່ງນາແລະນົກນ້ອຍທີ່ບິນໄປມາຕາມເວຫາອາກາດແລ້ວເຈີດລົງມາໃສ່ທົ່ງນາແລ້ວກໍບີນຂຶ້ນໄປສູງໆຈົນເຫັນແຕ່ພາບດຳໆນ້ອຍໆແລ້ວລັບຫາຍໄປຕາມທ້ອງຟ້າອັນກວ້າງໄກແລະບາງເທື່ອກໍບິນມາຈັບຢູ່ປາຍໄມ້ຊ່າງໄຜ່ແຄມຫົວນາ, ບາງເທື່ອຝົນຕົກກໍມັກຈະໜີຊົ້ນຝົນມາຢູ່ຫຍ້າຄາຫຼັງຖຽງນາຫຼັງນີ້ ແລ້ວສ່ອງເບີ່ງກຸລີກັບໃຈເພັດທີ່ນັ່ງຢູ່ຖຽງນາ. 


    ຈົນເຖິງຄູ່ມື້ນີ້, ບໍ່ວ່າຈະແລ້ງຫຼືຝົນ ນົກນ້ອຍສອງໂຕນີ້ກໍມັກຈະບິນມາຈັບຢູ່ຫຍ້າຄາທີ່ມຸງເຮັດຖຽງນາ ສົ່ງສຽງຮ້ອງ ຈອກ!ຈິບ!...ທັງມັກເຮັດຫົວງ່ຽງໆລົງມາໃສ່ ຄັນສັງເກດດີໆແມ່ນມັນກໍແນມເບິ່ງນາງຄືກັນ ແລະຖ້າຖາມໄດ້ມັນກໍຄົງຈະຖາມວ່າເປັນຫຍັງຄືນັ່ງຜູ້ດຽວ?ໃຈເພັດໄປໃສ? 


     ເມື່ອຄິດເຖິງໃຈເພັດ ຄຳຖາມຕ່າງໆນາໆມັນກໍໄຫຼວົນໄປວຽນມາຢູ່ໃນຫົວ, ນັບແຕ່ເຂົາໄດ້ເຂົ້າເປັນບ່າວມະຫາໄລກໍບໍ່ເຫັນສົ່ງຂ່າວຄາວມາເລີຍ, ບໍ່ຈັກວ່າລືມນາງແລ້ວບໍ?ຈັກວ່າຕິດສາວຢູ່ໃນເມືອງວຽງຈັນພຸ້ນບໍ? ອີກດົນປານໃດເຂົາຈະກັບມາ? ຫຼາຍໆຄຳຖາມຟ້ອງຂຶ້ນມາໃນຫົວ ທັງຄຳຖາມເກົ່າແລະຄຳຖາມໃໝ່ຖືກວົນວຽນໄປມາຫຼາຍລົບຫຼາຍຕ່າວ ແຕ່ກໍບໍ່ມີໃຜໃຫ້ຄຳຕອບໄດ້ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍວັນທີ່ເຂົາກັບມາ... ນົກຄູ່ນັ້ນບິນວືຂຶ້ນໄປບັກແຮງ ເຮັດໃຫ້ນາງຕື່ນຈາກຄິດ ຈິດເລື່ອນລອຍ. 


ສາຍລົມພັດວູດມາຍາມຕອນແລງ ບາດຄ່ອຍບາດແຮງ, ແຮ່ງພັດພາຫອບເອົາຄວາມຄິດຂອງກຸລີອອກໄປໄກແສນໄກ, ນາງແນມເບີ່ງທົ່ງນາປ່າໄມ້, ພູເຂົາ, ທ້ອງຟ້າແລະນົກນ້ອຍສອງໂຕນັ້ນພວມບິນມຸ່ງໄປທາງຫົວນາແລ້ວບິນຂຶ້ນສູງສູ່ທ້ອງຟ້າເວຫາແລ້ວລັບຫາຍໄປຕາມຄວາມໄກຂອງຂອບຟ້າ. 


     ຈົນໃກ້ຄ່ຳ ມືດສະລົວເຂົ້າມາ ພວກມັນຈຶ່ງບິນກັບຕ່າວຄືນຫາຮັງຢູ່ທາງຫົວນາ ຍັງເຫຼືອແຕ່ໃຈເພັດທີ່ຍັງບໍ່ກັບມາ.  ຄັນແມ່ນເປັນໄປໄດ້ ນາງກໍຄົງຢາກຈະເປັນນົກ, ຢາກຈະມີປີກແລະບິນໄດ້ ເພື່ອຈະໂບຍບິນຂຶ້ນສູ່ເວຫາອາກາດ ຂ້າມແມ່ນໍ້າ, ຂ້າມພູເຂົາປ່າໄມ້? ຂ້າມທຸກສິ່ງທຸກຢ່າງຂຶ້ນເໜືອເມກເຝື້ອໄປຍັງບ່ອນທີ່ໃຈເພັດຢູ່... ແຕ່ສຸດທ້າຍກໍເປັນພຽງຄວາມຄິດທີ່ເລື່ອນລອຍ ເຖິງຈະຄິດຮອດແຮງຊ່ຳໃດ ສິ່ງດຽວທີ່ເຮັດໄດ້ໃນຕອນນີ້ກໍຄືລໍ...


-----------------------------------------

 ✍🏼ອຸລາ ພົມມະສຸກຂະ (ຫລານຍ່າ ນາງລາວ)

       15 ຕຸລາ 2016