14 มิถุนายน 2563

ສາຍວາລິນ

ເລື່ອງສັ້ນ: ສາຍວາລິນ




ຮັກບໍ່ເຫືອດຄືສາຍເຊ 
ຫອມບໍ່ເພຄືສາຍນໍ້າ
ສອງຄອບຄົວຄອງຮັກອໍ້າລໍ່າ 
ຖ້າສາຍນໍ້າບໍ່ເຫືອດແຫ້ງ 
ຮັກນັ້ນບໍ່ມີວັນປ່ຽນແປງ”
---------------------------------------------------

​ສາຍວາລິນ, ຍິງສາວຮ່າງນ້ອຍຈ່ອຍຜອມ ນັ່ງຢູ່ໂງ່ນຫີນແຄມເຊ ປ່ອນສາຍຕາສາດສ່ອງເບິ່ງສາຍນ້ຳໄຫຼ ປ່ອຍໃຫ້ລົມພັດເສັ້ນຜົມເບົາໆປາຍຜົມອັນຍາວດຳໄດ້ປີວລອຍນວນ ແລະ ປີວສະບັດກັບໃບໜ້າອັນກົມສ້ວຍດັ່ງໃບໂພຂອງນາງ.

    ສິ່ງທີ່ນາງພວມໃຊ້ສາຍຕາຈັບຈ້ອງມອງຢູ່ໃນຕອນນີ້ຄື ປາທີ່ລອຍປີ້ນທ້ອງ ໄຫຼໄປຕາມກະແສນ້ຳ ລ່ອງລົງໃຕ້ໄປຫຼາຍໂຕລຽນລ່າຍກັນ. ສະພາບແວດລ້ອມຄູ່ມື້ນີ້ມັນຊ່າງແປປ່ຽນໄປ ບໍ່ແມ່ນແຕ່ພູຜາປ່າດົງທີ່ຕ້ອງເປົ່າແປນ ຫ້ວຍນ້ຳລຳເຊຍັງມີປາຫງາຍທ້ອງໄຫຼລ່ອງລົງໃຕ້ ຊຶ່ງມັນບໍ່ໄດ້ລອຍທວນກະແສນ້ຳຄືປາໃນແຕ່ເມື່ອກ່ອນແລ້ວ.

​      ໃນຂະນະທີ່ນາງພວມຄິດເລື່ອງປາຈຳນວນນັ້ນ, ດາວລຸນນີ ຜູ້ຊາຍຮ່າງສູງໃຫຍ່ ຮູບສັນຫຼໍ່ເຫຼົາກໍຍ່າງເຂົ້າມາຫານາງ. 

ດາວລຸນນີແມ່ນເພື່ອນສະໜິດສະໜົມຂອງສາຍວາລິນ ຊຶ່ງຢູ່ເຮືອນໃກ້ກັນ ມີພຽງແຕ່ແມ່ນ້ຳເຊກັ້ນກາງໄວ້ເທົ່ານັ້ນ, ພວກເຂົາມັກຈະໄຕ່ຂົວນ້ອຍໆທີ່ພໍ່ແມ່ເຮັດໄວ້ເພື່ອໄຕ່ໄປມາຫາສູ່ກັນນັ້ນ ທຽວຫາກັນ ມີອາຫານຄາວຫວານສອງຫຼັງເຮືອນນີ້ກໍຈະແບ່ງປັນກັນກິນ ເວລາໄປໃສມາໃສພວກເຂົາທັງສອງກໍຈະໄປນຳ, ເຂົ້າໂຮງຮຽນນຳກັນແຕ່ນ້ອຍຈົນໃຫຍ່, ເປັນເພື່ອນເວົ້າເພື່ອນລົມກັນ ຈົນພໍ່ແມ່ຜູ້ໃຫຍ່ໄທບ້ານເຫັນກໍວ່າຢອກໃຍໄປທາງຊູ້ແຟນ ເຂົາທັງສອງກໍມີແຕ່ຍິ້ມຕອບຮັບເອົາຄຳເວົ້າຂອງຄົນເຫຼົ່ານັ້ນ. 

      ຫຼັງຈາກຮຽນຈົບມັດທະຍົມປາຍ ພວກເຂົາກໍຍັງໄປຮຽນຕໍ່ວິຊາຊີບພ້ອມກັນ ກ່ອນຈະອອກຈາກບ້ານໄປຮຽນ ທາງພໍ່ແມ່ຂອງສອງຝ່າຍໄດ້ຕົກລົງໃຫ້ລູກທັງສອງໄປຮຽນຢູ່ໃກ້ກັນ ເພື່ອຈະໄດ້ດູແລເບິ່ງແຍງກັນ. ຍ້ອນເຫັນວ່າທັງສອງຄອບຄົວຕິດແຟ້ນແກ່ນກັນແນວນີ້ ພວກເພິ່ນຈຶ່ງຢາກຈະໃຫ້ລູກທັງສອງແຕ່ງງານກັນຫຼັງຈາກຮຽນຈົບມາ ຢາກໃຫ້ສອງຄອບຄົວກາຍເປັນທອງແຜ່ນດຽວກັນພໍ່ຂອງດາວລຸນນີຍັງມັກເວົ້າສະເໝີວ່າ:

“ຮັກບໍ່ເຫືອດຄືສາຍເຊ ຫອມບໍ່ເພຄືສາຍນ້ຳ ສອງຄອບຄົວຄອງຮັກອ້ຳລໍ່າ ຖ້າສາຍນ້ຳບໍ່ເຫືອດແຫ້ງ ຮັກນັ້ນບໍ່ມີວັນປ່ຽນແປງ”

   ເວົ້າເລື່ອງການໝັ້ນໝາຍ ພວກເຂົາທັງຄູ່ກໍບໍ່ໄດ້ຂັດຂ້ອງຫຍັງ ຕ່າງຄົນກໍພາກັນຍິນດີດ້ວຍຊ້ຳ.

​   ຫຼັງຈາກສີ່ປີປາຍຜ່ານໄປທັງຄູ່ກໍໄດ້ຈົບການສຶກສາ ສາຍວາລິນຮຽນຈົບພະຍາບານຊັ້ນສູງ ນາງຮຽນພຽງສາມປີກໍຈົບ ແລະໄດ້ມາປະຈຳການຢູ່ສຸກສາລາບ້ານຂອງຕົນເອງ. ສ່ວນດາວລຸນນີແມ່ນຮຽນຈົບຄູເຄມີລະດັບປະລິນຍາຕີສີ່ປີ ແລ້ວເຂົາກໍກັບມາສອນຢູ່ບ້ານຂອງຕົນເຊັ່ນດຽວກັນ.

​     ວັນເວລາຫຼາຍເດືອນ ເລື່ອນເປັນຫຼາຍປີຈົນໄດ້ຮຽນຈົບມານັ້ນ ມັນໄດ້ປ່ຽນແປງຊີວິດຂອງທັງສອງໄປຫຼາຍຢ່າງ ເມື່ອເວົ້າເຖິງການແຕ່ງງານ ບໍ່ຮູ້ວ່າມັນຈະເກີດຂຶ້ນໄດ້ຫຼືບໍ? ນັ້ນກໍຍ້ອນສະພາບການພິກຜັນໃນໝູ່ບ້ານລວມທັງຄອບຄົວຂອງພວກເຂົາທັງສອງດ້ວຍ.

“ລິນ ! ກຳລັງຄິດຫຍັງຢູ່?” ດາວລຸນນີຖາມຂຶ້ນເມື່ອເຫັນສາຍວາລິນນັ່ງຊຶງຢູ່ນານແລ້ວ.

“ຄິດຫຼາຍເລື່ອງ...ຄິດເຫັນເລື່ອງອະດີດທີ່ແສນນານມາຫຼາຍປີ ທັງຕອນນີ້ ແລະໃນອະນາຄົດ ບໍ່ຮູ້ຈະເປັນແນວໃດ?” ສາຍວາລິນເວົ້າໂດຍບໍ່ຕ້ອງແນມໜ້າກັບຄູ່ສົນທະນາ ເພາະນາງຮູ້ດີວ່ານ້ຳສຽງນີ້ມີພຽງຄົນດຽວ.

“ຖ້າເລື່ອງການແຕ່ງງານຂອງເຮົາ ດາວຊິຈັດການທຸກຢ່າງເອງ”

“ບໍ່ແມ່ນ... ເລື່ອງນັ້ນລິນກໍຍັງບໍ່ພ້ອມປານໃດ” ນາງຟ້າວເວົ້າຂັດຄຳ

“ລິນມີຄວາມເປັນຫ່ວງບ້ານເມືອງ, ບໍ່ຮູ້ວ່າຈະເກີດມະຫັນຕະໄພຫຍັງຂຶ້ນ?... ດາວລອງນຶກພາບເບິ່ງດຸ ! ສະພາບການບ້ານເມືອງຕອນນີ້ກັບສີ່ປີຄືນຫຼັງມັນຊ່າງແຕກຕ່າງກັນຫຼາຍ…” ສາຍວາລິນເລີ່ມຈູງດາວລຸນນີເຂົ້າສູ່ປະເດັນທີ່ຕົນກຳລັງອຸກອັ່ງຂັງໄວ້ໃນໃຈ.

“ຕັ້ງແຕ່ບ້ານເຮົາມີໂຄງການຂຸດຄົ້ນຄຳເຂົ້າມາ... ລິນເອງກໍບໍ່ຮູ້ດອກວ່າລະຫວ່າງທີ່ເຮົາບໍ່ຢູ່ບ້ານນັ້ນມັນມີຫຍັງເກີດຂຶ້ນແດ່? ແຕ່ສິ່ງທີ່ເຫັນໃນຕອນນີ້ ສາຍນ້ຳເຊທີ່ເຮົາເຄີຍກິນເຄີຍໃຊ້ມັນເປິະເປື້ອນຂຶ້ນຫຼາຍ ໂຄງການໄດ້ຕັ້ງຈຸດຂຸດຄົ້ນເອົາຄຳເອົາທອງຢູ່ທາງເໜືອບ້ານພຸ້ນ ແຖມໃກ້ກັບແມ່ນ້ຳເຊອີກ! ດາວກະເຫັນ... ປ່າໄມ້ກໍແປ່ແປນໄປໝົດສ້ຽງ, ຖືກຮົ້ວສວນຜູ້ໃດກໍຕ້ອງໄດ້ບຸກເບີກຢ່າງບໍ່ມີເວັ້ນ ປ່າໃກ້ບ້ານອັນເຄີຍຫາຢູ່ຫາກິນກໍໃກ້ຈະໝົດສິ້ນແລ້ວ ດິນດອນຕ່ອນຫຍ້າກໍ ໝົດນ້ຳໝົດຝຸ່ນ ປູກຫຍັງບໍ່ດີເລີຍ ລ້າສຸດຄືເມື່ອກີ້ ປາຢູ່ໃນນ້ຳແທ້ໆຍັງຕາຍກັນໄປຫຼາຍ ບໍ່ຮູ້ເຂົາຢູ່ທາງເໜືອຈະຖິ້ມຫຍັງລົງໃສ່” ສາຍວາລິນເວົ້າດ້ວຍປະໂຫຍກຍາວໆ ບັນຍາກາດຮອບຂ້າງມິດງຽບ ນອກຈາກຈະມີສຽງໄມ້ໄຜ່ຫຼາຍໆກໍແຖວແຄມເຊສຽດສີກັນໄປມາດັງ ອ໊ອດແອ໊ດໆ!! ແລະສາຍນ້ຳທີ່ໄຫຼນິ້ງ.

“ປາຕາຍ ! ” ດາວລຸນນີທົບທວນຄຳເວົ້າຂອງສາຍວາລິນ “ມັນບໍ່ແມ່ນປາກົດການປົກກະຕິແລ້ວລະ !”

“ກະຫັ້ນແລະ ຈະບໍ່ໃຫ້ລິນກຸ້ມໃຈຈັ່ງໃດລະ!” ເມື່ອສາຍວາລິນຢຸດເວົ້າບັນຍາກາດຮອບຂ້າງກໍມິດງຽບລົງ ທັງສອງເໝືອນຈະໃຊ້ຄວາມຄິດຢູ່ຢ່າງໃດຢ່າງໜຶ່ງ ດາວລຸນນີຈຶ່ງເວົ້າຂຶ້ນວ່າ:

“ເອົາຈັ່ງຊີ້ລິນ” ນາງແນມເບິ່ງໜ້າທັງຄາດເດົາວ່າເຂົາຈະເວົ້າຫຍັງຕໍ່ໄປ “ຢູ່ທີ່ໂຮງຮຽນຍັງມີຫ້ອງທົດລອງນ້ອຍໆ ດາວຈະເອົານ້ຳ ແລະປາທີ່ຕາຍນີ້ໄປວິໄຈເບິ່ງ ເພາະຄິດວ່າມັນຕ້ອງມີຄວາມກ່ຽວຂ້ອງກັບສານເຄມີ ! ຕາມທີ່ເຄີຍຮຽນມາຂ້ອຍກໍພໍຮູ້ວ່າພວກໂຮງງານອຸດສາຫະກຳມັນຕ້ອງໃຊ້ເຄມີຈຳນວນຫຼາຍ” ທັງສອງຈັບຈ້ອງເບິ່ງໜ້າກັນທັງແວວຕາຮຸ່ງປະກາຍ

“ເຫັນດີນຳດາວ ! ຂ້ອຍຈະຊ່ວຍເຈົ້າ”
ນາງເວົ້າພ້ອມສົ່ງຮອຍຍິ້ມ ແລະສາຍຕາອັນມຸ່ງໝັ້ນໃນຕົວເຂົາ. “ແລ້ວອາການພໍ່ຂອງດາວເປັນແນວໃດແນ່ແລ້ວ?” ເມື່ອກ້ຽວມາໃສ່ພໍ່ຂອງຕົນ ດາວລຸນນີເຖິງກັບຖິ້ມລົມຫາຍໃຈອອກຢ່າງຄົນສິ້ນຫວັງ. ເຂົາໄດ້ປ່ວຍໂຊມາເປັນເວລາປີປາຍແລ້ວດ້ວຍສາເຫດອັນໃດແນ່ແທ້ນັ້ນກໍຍັງບໍ່ຮູ້ໄດ້. ແຕ່ເຂົາປະຕິເສດຄົນໃນຄອບຄົວຂອງສາຍວາລິນທີ່ຈະມາຢ້ຽມຢາມຖາມຂ່າວ ເຂົາຄິດວ່າສາເຫດທີ່ພາໃຫ້ຕົນເອງລົ້ມປ່ວຍຊຸດໂຊມນີ້ກໍຍ້ອນພໍ່ແມ່ຂອງສາຍວາລິນນັ້ນເອງ.   

    ພໍ່ແມ່ຂອງສາຍວາລິນໄດ້ເອົາດິນຕອນໃຫຍ່ຂອງຕົນທີ່ຢູ່ແຄມເຊທາງເໜືອບ້ານຂາຍໃຫ້ໂຄງການຂຸດຄົ້ນບໍ່ຄຳ ຊຶ່ງເປັນເຫດເຮັດໃຫ້ທຳມະຊາດບໍ່ເປັນທຳມະຊາດ, ສາຍນ້ຳເຊທີ່ເຄີຍຊຸບລ້ຽງ ຫຼໍ່ຫຼອມຊີວິດຄົນທັງຫຼາຍໃນໝູ່ບ້ານກັບກາຍເປັນນ້ຳເປື້ອນຄາວເນົ່າເໝັນ ເຂົາເຄີຍເປັນລົມແລ້ງຮ່າງກາຍອ່ອນເພຍທຸກເທື່ອທີ່ລົງໄປອາບກິນນ້ຳເຊນັ້ນ.

    ຂົວນ້ອຍທີ່ທຽວໄປມາຫາກັນ ແມ່ຂອງດາວລຸນນີກໍຕັດຟັນຖິ້ມ ເພາະບໍ່ຢາກພົວພັນຫຍັງກັນອີກ ໃຫ້ພາກັນຢູ່ໃຜຢູ່ມັນບໍ່ຕ້ອງຂວ້າມມາເຂດແດນຂອງກັນແລະກັນອີກ ເປັນການຕັດຂາດຢ່າງໝົດເຍື່ອໃຍ. ຝ່າຍພໍ່ແມ່ຂອງສາຍວາລິນກໍຮູ້ສຶກຄຽດຊັງຂຶ້ນມາເມື່ອເຫັນເພື່ອນເຮືອນໃກ້ຕັດສາຍຮັກສາຍແພງ ຕັດແບ່ງເຂດແດນກັນແລ້ວ ຍັງເຫຼືອພຽງແຕ່ລູກສາວກັບລູກຊາຍທີ່ຍັງຜູກພັນທຽວໄປມາຫາກັນ ແຕ່ສາຍວາລິນກໍຖືກແມ່ຮ້າຍເປັນປະຈຳທີ່ຕ້ອງທຽວພົວພັນກັບຄົນໃນຄອບຄົວນັ້ນ ແຕ່ນາງກໍໄດ້ຊີ້ແຈງເຫດຜົນໃຫ້ແມ່ຮູ້ພຽງພໍ ວ່າໜ້າທີ່ຂອງການເປັນແພດໝໍນັ້ນຄືຮັກສາຄົນເຈັບປ່ວຍໃຫ້ຫາຍດີ ບໍ່ຄວນມີອະຄະຕິຕໍ່ໃຜ ທັງພໍ່ແມ່ຈຶ່ງເຂົ້າໃຈ ແຕ່ກໍຍັງບໍ່ເປັນທີ່ພໍໃຈຂອງພວກເພິ່ນພໍປານໃດ. 

ທາງພໍ່ແມ່ຂອງດາວລຸນນີກໍບໍ່ພໍໃຈຄືກັນທີ່ສາຍວາລິນຕ້ອງມາເຮັດດີ ມາຜູກພັນກັບລູກຊາຍຂອງຕົນ ທຽວມາຈອບເບິ່ງອາການພໍ່ຂອງດາວລຸນນີເປັນປະຈຳ ແຕ່ກໍຫ້າມບໍ່ໄດ້ເມື່ອຈຳເປັນຈະຕ້ອງໃຫ້ນາງປິ່ນປົວອາການເຈັບປ່ວຍຂອງສາມີຕົນ.

   ພາລະກິດຂອງສາຍວາລິນບໍ່ແມ່ນແຕ່ປະຈຳຢູ່ສຸກສາລາກັບປິ່ນປົວພໍ່ຂອງດາວລຸນນີເທົ່ານັ້ນ ແຕ່ຍັງມີອີກຜູ້ເຖົ້າຫຼາຍໆຄົນທີ່ເຈັບປ່ວຍອາການຄ້າຍຄືກັນ, ເບິ່ງແຍງເດັກນ້ອຍຫຼາຍຄົນທີ່ເຈັບໄຂ້ໄດ້ປ່ວຍເປັນຫວັດເປັນໄອຕາມລະດູການ. 

ນອກນັ້ນ ສາຍວາລິນຍັງນັດລວມກັບຊາວບ້ານເປັນປະຈຳເພື່ອອົບຮົມວິທີການປ້ອງກັນພະຍາດແກ່ຄົນ, ສັດລ້ຽງ ແລະທີ່ຫ້າມທີ່ສຸດກໍຄືບໍ່ໃຫ້ທັງຄົນ ແລະສັດລົງກິນລົງໃຊ້ນ້ຳໃນເຊນັ້ນອີກ ເພາະເຫັນເຫດຮ້າຍແລ້ວວ່າຊາວບ້ານທີ່ຕັ້ງເຮືອນຢູ່ແຄມເຊຕ້ອງເຈັບໄຂ້ໄດ້ປ່ວຍຕາມກັນແຊວໆ ຄວາຍທີ່ລົງກິນນ້ຳຢູ່ເຊຂຶ້ນມາກໍຍັງເຍົາຕາຍ ທັງທີ່ບໍ່ແມ່ນປາກເປື່ອຍລົງເລັບ ແລະກວດບໍ່ເຫັນພະຍາດໃດໆ.

   ເມື່ອຖືກຫ້າມບໍ່ໃຫ້ໃຊ້ນ້ຳເຊ ຫຼາຍຄອບຄົວກໍໄດ້ຂຸດນ້ຳສ້າງ ຫຼືຄອບຄົວໃດພໍມີລາຍໄດ້ແນ່ກໍຈ້າງຄົນມາເຈາະນ້ຳບາດານຂຶ້ນມາໃຊ້ ແຕ່ກໍບໍ່ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຊາວບ້ານ ເພາະບໍ່ແມ່ນແຕ່ກິນໃຊ້ ຍັງຈະຕ້ອງໄດ້ໃຊ້ເຂົ້າໃນສວນຄົວ, ໃສ່ໄຮ່ນາຕາກ້າອີກ.

    ສາຍວາລິນຄິດວ່າຈະກັບມາໃຊ້ນ້ຳຫ້ວຍອີກຄືເກົ່າດີບໍ? ເມື່ອລົງສັງເກດເບິ່ງແລ້ວກໍເຫັນນ້ຳໄຫຼນິ້ງທຳມະດາ. ວັນທີສອງນາງກໍມາອີກ ນາງວ່າຈະແນມຫາປາທີ່ຕາຍໄປໃຫ້ດາວລຸນນີເຮັດການວິໄຈເບິ່ງແຕ່ສິ່ງທີ່ປະກົດເຫັນຕອນນີ້ມັນຍິ່ງກວ່າປາຕາຍອີກ ຄືນ້ຳຂຸ່ນແຮງທັງມີກິ່ນເໝັນອີກ ຈົນຮູ້ສຶກເຈັບຫົວປວດຮາກ ຢາກຈະເປັນວິນກໍພໍແລ້ວ! ມັນເປັນທີ່ແປກໃຈຫຼາຍ ຝົນບໍ່ຕົກຟ້າບໍ່ຮ້ອງແຕ່ເປັນຫຍັງນ້ຳຈຶ່ງຂຸ່ນ? ສາຍວາລິນຟ້າວຂຶ້ນໄປບອກໃຫ້ດາວລຸນນີລົງມາເບິ່ງນຳກັນ.

    ເມື່ອດາວລຸນນີກັບສາຍວາລິນລົງມາອີກຮອບ ນ້ຳກໍຈະໃສແລ້ວແຕ່ກໍຍັງມີສາຍນ້ຳຂຸ່ນເປັນທາງລົງມາ ພວກເຂົາພາກັນເລາະລຽບແຄມເຊຂຶ້ນໄປເລື້ອຍໆຈົນຮອດຈຸດທີ່ຂຸ່ນແຮງ ແລະຂິວເອົາແທ້ເອົາວ່າ ອາການເຈັບຫົວປວດຮາກນັ້ນກໍຍິ່ງເພີ່ມຂຶ້ນຕື່ມ ສາຍວາລິນເກືອບຈະລົ້ມລົງກັບທີ່ ດີແຕ່ໃນຖົງເສື້ອຍັງມີຢາດົມຕິດມານຳ.

   ຢູ່ທາງໜ້າທີ່ເຂົາແນມເຫັນມັນແມ່ນອ່າງເກັບນ້ຳເປື້ອນໄວ້ ຊຶ່ງສະສົມສານເຄມີຕ່າງໆຈາກເສດຂີ້ເຫຍື້ອຂອງໂຮງງານຫຼໍ່ຫຼອມຄຳ ດາວລຸນນີເວົ້າວ່າຄົງບໍ່ຕ້ອງເອົານ້ຳເອົາປາໄປວິຈອກວິໄຈຫຍັງແລ້ວ ເບິ່ງເອົາສໍ່ານີ້ກໍຮູ້ແລ້ວຫຼະ! ຕົ້ນເຫດຂອງນ້ຳເປື້ອນນ້ຳເປັນພິດມັນມາຈາກຄົນພວກນີ້ສວຍໂອກາດປ່ອຍສານພິດລົງມາໃສ່ນ້ຳ ມັນເປັນການຂ້າກັນໂດຍຍທາງກົງເລີຍແບບນີ້ !.

    ຕອນແລງຂອງວັນນັ້ນ, ທັງນາຍບ້ານ ແລະລູກບ້ານຈຶ່ງໄດ້ເຕົ້າໂຮມປຶກສາຫາລືກັນ ນາຍບ້ານເຫັນດີຈະໄປເຈລະຈາກັບຫົວໜ້າໂຄງການອີກເທື່ອໜຶ່ງ ໂດຍມີສຽງຈາກປະຊາຊົນສອງສາມຄົນຂານອາສາຈະຮ່ວມທາງໄປນຳ ແລະແລ້ວກໍມີຫຼາຍໆສຽງເວົ້າຂຶ້ນວ່າຈະຮ່ວມເປັນຂະບວນໄປນຳກັນ.

    ເຊົ້າຂອງວັນຕໍ່ມາ ທັງນາຍບ້ານ ດາວລຸນນີ, ສາຍວາລິນ ແລະກໍຊາວບ້ານຈຳນວນໜຶ່ງໄດ້ເຂົ້າໄປຮອດຫ້ອງການໃຫຍ່ ແລະໄດ້ພົບກັບເລຂາຂອງເຈົ້າຂອງໂຄງການຄົນເກົ່າຜູ້ມີຮູບຮ່າງເຕ້ຍທັງຕຸ້ຍດຳຕຶກຄຶກ ປາກຈາເປັນພາສາລາວແຕ່ຍັງຕິດສຳນຽງຊົນເຜົ່າຢູ່ເລັກໜ້ອຍ. ມັນເຄີຍປະຕິເສດການຊ່ວຍເຫຼືອທຸກຢ່າງຂອງນາຍບ້ານໃນເມື່ອກ່ອນ ແຕ່ເທື່ອນີ້ຄົງບໍ່ມີໃຜຍອມກັບເມືອງ່າຍໆຖ້າເວົ້າກັນຍັງບໍ່ຕົກແຕກ ຊາວບ້ານພາກັນໂຕ້ຖຽງເປັນສຽງອໍລະຫົນວົນນອງ. 

ຄາວໜຶ່ງ ສຽງແຊວໆສໍ້ກັນກໍມິດງຽບລົງເມື່ອຄົນຮ່າງສູງໃຫຍ່ ຕາລວກ ຍ່າງອອກມາໝໍຕຸ້ຍດຳຕຶກຄຶກນັ້ນກົ້ມຫົວເອົາມືໄຂວ່ກັນໄວ້ ສະແດງຄວາມເຄົາລົບຢ່າງນອບນ້ອມ ແລ້ວພວກມັນກໍເວົ້າກັນເປັນພາສາອັງກິດ ເຊິ່ງຜູ້ຢູ່ຕໍ່ໜ້າພາກັນມືດແປດດ້ານ ຈະມີພຽງສອງຄົນຄືສາຍວາລິນກັບດາວລຸນນີເທົ່ານັ້ນທີ່ສາມາດເຂົ້າໃຈພວກມັນລົມກັນເລື່ອງຫຍັງ.

    ໃນຫ້ອງການນ້ອຍໆມີພຽງໝໍຝຣັ່ງຕາລວກກັບເລຂາຂອງມັນ ແລະສາຍວາລິນ, ດາວລຸນນີ, ນາຍບ້ານ ພວກເຂົາພາກັນຊ້ອງໜ້າສົນທະນາກັນດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ.

“ເງິນທີ່ຊົດເຊີຍໃຫ້ແຕ່ລະປີກໍຖືວ່າຫຼາຍສົມຄວນແລ້ວໃດ”

“ແລ້ວຄິດບໍ່ວ່າ ເງິນຈະຊື້ຊີວິດຂອງມະນຸດໄດ້” ສາຍວາລິນໂຕ້ຕອບກັບໝໍຝຣັ່ງນັ້ນ. 

   ເມື່ອລົມກັນໄປສອງສາມຄວາມ ໝໍເລຂາຄົນເຕ້ຍມຶກຄຶກນັ້ນໄດ້ຖິ້ມເງິນລົງໃສ່ໜ້າໂຕະ ກອງບັກໃຫຍ່ ຈຳນວນ 50ລ້ານກີບ ຕາມເຂົາບອກມາ ເພື່ອຊົດເຊີຍຄ່າເສຍຫາຍໃຫ້ແກ່ບ້ານອີກເທື່ອໜຶ່ງ. ດາວລຸນນີອະທິບາຍເປັນພາສາລາວໃຫ້ນາຍບ້ານຟັງ ແລ້ວນາຍບ້ານກໍເກີດອາການເລືອດຂຶ້ນໜ້າຢ່າງແຮງ ຈະຄິດແນ່ບໍ່ວ່າເງິນຫ້າສິບລ້ານນັ້ນເຮັດຫຍັງໄດ້ແນ່ ຄິດແລ້ວເຂົາກໍຕົບໂຕະໝົດແຮງໃສ່ໝໍຫົວໜ້າໂຄງການເພື່ອສະແດງຄວາມບໍ່ພໍໃຈ ແລະບໍ່ຍອມຮັບເອົາເງິນຈຳນວນນັ້ນ ເອົາຈົນໝໍຫົວໜ້າຄົນຝຣັ່ງຫງາຍເຫງີບໄປໜ້ອຍໜຶ່ງ ບໍ່ຄິດວ່າຊາວນາໝາເຕົ່າກໍຈະມາກ້າເກັ່ງໃສ່ຕົນ.

“ດຽວນີ້ພວກເຮົາຮູ້ແຜນການເຮັດວຽກຂອງພວກເຈົ້າແລ້ວບາງສ່ວນ ທັງອ່າງນ້ຳເປື້ອນນັ້ນ ບັນຫາມົນລະພິດ ຜົນກະທົບຕ່າງໆຂອງໂຮງງານທີ່ສະທ້ອນເຖິງບ້ານເຮືອນດິນໄຮ່ດິນນາເຂົ້ານ້ຳຊາມປາ ຄັນພວກທ່ານບໍ່ຊ່ວຍເຫຼືອພວກເຮົາຕາມທີ່ຮ້ອງຂໍມາ ກໍຈະມີຢູ່ວິທີດຽວ ຖ້າທ່ານບໍ່ຍຸບເລີກໂຄງການ ພວກເຮົາຈະຮ້ອງຟ້ອງແທ້ຂຶ້ນຂັ້ນເທິງແທ້” 

   ນາຍບ້ານເວົ້າເປັນພາສາລາວແລ້ວດາວລຸນນີກໍເວົ້າເປັນພາສາອັງກິດໃຫ້ໝໍຫົວໜ້ານັ້ນຟັງ ມັນສະແດງສີໜ້າຕົກໃຈຢ່າງແຮງ ເບິ່ງນາຍບ້ານຜູ້ນີ້ຈະເອົາຈິງໆຈັງໆແລ້ວ ໝໍຝຣັ່ງນັ້ນຈຶ່ງບອກໃຫ້ນາຍບ້ານໃຈເຢັນໆໄວ້ກ່ອນ ເລື່ອງບັນຫານັ້ນຕ້ອງແກ້ໄຂໄປເປັນຂັ້ນເປັນຕອນ. ເຂົາໄດ້ຖາມເຖິງຊີວິດການເປັນຢູ່ຂອງປະຊາຊົນໃນໝູ່ບ້ານເປັນແນວໃດ ມີຫຍັງທີ່ຂາດແຄນ ແລະມີບັນຫາຫຍັງແນ່ຈະຮີບຟ້າວແກ້ໄຂໃຫ້ຕົກໝົດທຸກຂໍ້ຢ່າງໄວວາ.

   ວັນຕໍ່ມາ ໝໍຝຣັ່ງຕາລວກພ້ອມລູກນ້ອງສາມສີ່ຄົນກໍໄດ້ລົງໄປເບິ່ງສະພາບການຕົວຈິງຂອງປະຊາຊົນໃນບ້ານ ຈຶ່ງໄດ້ເຫັນການປ່ຽນແປງຂອງບ້ານເມືອງ ປະຊາຊົນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະທີ່ຮັບບໍ່ໄດ້ເມື່ອເຂົາຢ່າງຂາລົງແຄມນ້ຳເຊແລ້ວພົບກິ່ນຂິວກິ່ນເໝັນ ເຂົາຄົງຮູ້ແລ້ວວ່າເຫດມາຈາກໃສ? ຖ້າແມ່ນເປັນຕົນເອງທີ່ອາໄສຢູ່ໃນສະພາບແບບນີ້ກໍຄົງບໍ່ໄຫວ ໃນໃຈທັງຄິດສົງສານປະຊາຊົນທີ່ຕ້ອງທົນຕໍ່ມົນລະພິດແບບນີ້. ເຂົາຄິດຢູ່ບຶດໜຶ່ງກໍຈົກໂທລະສັບຂຶ້ນມາ ຊຶ່ງໂທລົມກັບໃຜຄົນໜຶ່ງ ສາຍວາລິນທີ່ຢືນຟັງກໍພໍເຂົ້າໃຈວ່າເຂົາສັ່ງໃຫ້ລູກນ້ອງປິດຮ່ອງນ້ຳເປື້ອນບໍ່ໃຫ້ປ່ອຍລົງນ້ຳເຊ ແລະໃຫ້ຍ້າຍອ່າງເກັບນ້ຳເປື້ອນໄປບ່ອນໃໝ່ໂດຍໄວ. ພໍສົນທະນາຈົບເຂົາກໍຫັນມາເວົ້າກັບດາວລຸນນີວ່າສິ່ງທີ່ຕ້ອງຟ້າວເຮັດໃນຕອນນີ້ກໍຄືນ້ຳໃຊ້.

    ເຂົາຖາມເຖິງນ້ຳກິນນ້ຳໃຊ້ໃນບ້ານແມ່ນເອົາມາຈາກໃສ ແລະທີ່ເຫັນຢູ່ຕໍ່ໜ້າກໍຄືນ້ຳສ້າງຂອງປະຊາຊົນຕ້ອງອີ້ວຂຶ້ນມາຈາກສ້າງ ເທື່ອນີ້ສາຍຕາທີ່ເຂົາແນມເບິ່ງຈຶ່ງປະກົດເດັ່ນອອກອີກເປັນແວວຕາທີ່ໜ້າສົງສານ. ຕໍ່ມາຫົວໜ້າໂຄງການຈຶ່ງໄດ້ໃຫ້ທີມງານເອົາເຄື່ອງເຈາະຂະໜາດໃຫຍ່ມາເຈາະນ້ຳບາດານໃຫ້ປະຊາຊົນໄດ້ໃຊ້ຫຼາຍຂຶ້ນຕື່ມ. 

ແຕ່ສິ່ງເຫຼົ່ານັ້ນກໍບໍ່ພໍຕໍ່ຄວາມຕ້ອງການ ໃສຈະປູກຝັງ ໃສຈະເຮັດໄຮ່ໃສ່ນາ ເມື່ອຕົກລະດູແລ້ງກໍຄາດແຄນເຊັ່ນເຄີຍ. ເມື່ອເປັນດັ່ງນັ້ນແລ້ວ ໝໍຝຣັ່ງນັ້ນຈຶ່ງໄດ້ສ້າງອ່າງເກັບນ້ຳຂະໜາດໃຫຍ່ໃຫ້ອີກຢູ່ທາງເໜືອບ້ານ ເໜືອອ່າງເກັບນ້ຳເປື້ອນ ຊຶ່ງນ້ຳແມ່ນໄດ້ເຈາະເອົາຈາກສາຍເຊໄຫຼເຂົ້າມາ ເທື່ອນີ້ຊາວບ້ານຈຶ່ງມີນ້ຳກິນນ້ຳໃຊ້ຢ່າງອຸດົມສົມບູນພຽງພໍແນ່ ແຕ່ເວົ້າເລື່ອງເຂົ້າຢາກມາກແພງກໍຍັງເຊັ່ນເກົ່າ.

ໃນຂະນະທີ່ລົມກັນກັບສາຍວາລິນ ດາວລຸນນີກໍພໍຄິດອອກທິດສະດີຂໍ້ໜຶ່ງຄາວສະໄໝຍັງຮຽນຄື “ປູກເພື່ອທົດແທນ”.

“ວິທີນີ້ຈະເປັນການແກ້ໄຂທີ່ດີ ແຕ່ຈະໄດ້ຮັບຜົນໃນໄລຍະຍາວ” ສາຍວາລິນອອກຄຳເຫັນ.

“ແຕ່ກໍຈະຄ່ອຍເປັນຄ່ອຍໄປ ຄ່ອຍແກ້ໄຂໄປເທື່ອລະກ້າວ ທຸກຢ່າງມັນຕ້ອງໃຊ້ເວລາ” ດາວລຸນນີຊີ້ແຈງຕື່ມ ສາຍວາລິນງຶກຫົວເປັນການຕອບຕົກລົງ. ມື້ຕໍ່ມາທັງສາຍວາລິນ ແລະດາວລຸນນີໄດ້ເອີ້ນພໍ່ແມ່ປະຊາຊົນມາໂອ້ລົມກັນເລື່ອງທິດສະດີປູກເພື່ອທົດແທນຂອງດາວລຸນນີ ທຸກຄົນກໍເຊື່ອຖືໜຸ່ມສາວທັງສອງຢູ່ແລ້ວຈຶ່ງບໍ່ມີໃຜຂັດຂ້ອງຫຍັງ ແລະເຫັນດີເຮັດຕາມທຸກຢ່າງ.

   ພວກເຂົາເລີ່ມບົ່ງເພາະ ກ້າເບ້ຍໄມ້ໄລຍະຍາວ, ເບ້ຍໄມ້ກິນໝາກຊະນິດຕ່າງໆ, ເບ້ຍໄມ້ທີ່ມີລາຄາ... ເອົາໄວ້ທຸກຫຼັງເຮືອນ. ພໍໃຫຍ່ສົມຄວນ ເມື່ອເຖິງລະດູຟ້າລົງຝົນຕົກກໍພ້ອມພຽງກັນຂົນໄປປູກໃສ່ສວນໃຜສວນລາວ ທັງບ່ອນທີ່ເຄີຍຖາກຖາກຈົນເປົ່າແປນ ບ່ອນທີ່ເຄີຍບຸກເບີກໃນເມື່ອກ່ອນກໍເອົາໄປປູກໃສ່ທົ່ວເຂດແດນດິນ. ເມື່ອຫຼາຍປີຜ່ານໄປເບ້ຍໄມ້ນ້ອຍໆເຫຼົ່ານັ້ນກໍເລີ່ມເຕີບໂຕເປັນຕົ້ນໄມ້ທີ່ຂຽວງາມຂະຈີຂຶ້ນ.

     ສາຍນ້ຳເຊທີ່ເຄີຍບົກແຫ້ງ ແລະເໜົ່າເໝັນ ເມື່ອໄດ້ຍ້າຍອ່າງນ້ຳເສຍອອກໄປບ່ອນໃໝ່ ບໍ່ມີນ້ຳເປື້ອນຫ້ວຍໃດມາປົນເປອີກແລ້ວ ສາຍນ້ຳກໍກັບມາໃສງາມຄືເກົ່າ ດາວລຸນນີນັ່ງຢູ່ໂງ່ນຫີນບ່ອນທີ່ສາຍວາລິນມັກມານັ່ງນັ້ນ ແລ້ວແນມເບິ່ງນ້ຳທີ່ໄຫຼມາແຕ່ເໜືອລ່ອງລົງໃຕ້ຢ່າງມີຄວາມສຸກ.

“ເບິ່ງປາຕາຍອີກລະເບາະ?” ສາຍວາລິນຖາມຂຶ້ນ

“ບໍ່...ແນມເບິ່ງສາຍວາລິນ” ເຂົາເວົ້າພ້ອມສີກຍິ້ມກວ້າງໃຫ້ສາຍວາລິນ ແລ້ວເວົ້າຕໍ່:

“ຢາກເບິ່ງ ແລະຢາກຮູ້ລົມຫາຍໃຈຂອງສາຍວາລິນ ວ່າເວລານີ້ ລົມຫາຍໃຈເຂົ້າອອກຂອງເຂົານັ້ນຍັງສະທ້ອນເຫັນດາວ... ດາວດວງທີ່ຊື່ວ່າດາວລຸນນີຄົນນີ້ຢູ່ບໍ?”

“ບ້າ ! ” ສາຍວາລິນອົມຍິ້ມ ທັງເອົາມືຕົບບ່າດາວລຸນນີເບົາໆເພື່ອແກ້ອາການເຂີນອາຍ.

ປະພັນໂດຍ: ຫຼານຍ່ານາງລາວ

ມືດ


"ມືດ
 ມືດມົວໝອງໝົ່ນໝໍ້ . . ດຳກໍ່າທຳເອົາ 
 ຍັງຊິເຊົາຄືນງາມ . . . ລຶບໄລລົງລ້າງ
 ໃຫ້ຫາຍໝາງໝອງໄດ້ . . ອໍລະໄມຜຸດຜ່ອງ 
ຄຽມຄ່າຄອງຮູບເນື້ອ . . ໂສມເຊື້ອເຜົ່າພັນ 

ມືດມົວໝອງໝົ່ນໄໝ້ . . ກາຍກໍ່າກາດຳ 
ເປັນເພາະບຸນເວນກຳ . . ກໍ່ກະທຳປາງກີ້ 
ຈຶ່ງໄດ້ມີມາຕ້ອງ . . . ຕິດຕົວຕາມຕໍ່ 
ຫາຫຍັງພໍລົບໄດ້ . . . ຄົງໄຮ້ໄປ່ມີ 

ມືດມົວໝອງໝົ່ນເສົ້າ . . ເຫງົາຫງ່ວມທາງຈິດ 
ມືດຊີວິດວຽນວົນ . . . ວຸ່ນວາຍມິວາງເວັ້ນ 
ເປັນເພາະເວນໃດສ້າງ . . ກຳນາງໃນຊາດເກົ່າ ອີກບໍ 
ຫຼືອົງອິນບ່ອນຟ້າ . . . ມາປັ້ນປ່ຽນແປງ ບໍນໍ

 ຈຶ່ງໄດ້ມາພົບພໍ້ . . . . ຈໍຈວບຈວນຈຳ
 ໃຈລະກຳກືນທຸກ . . . ອຸກພະໄມໝອງໄໝ້
 ໄຮ້ຫົນທາງທຽວດັ້ນ . . ສະໝອງຕັນຕື່ມຕີບ
 ມືດເຖິງສິບແປດດ້ານ . . ຫາໃຜຊວ້ານຊ່ວຍຊູ ໄດ້ເດ? 

ໂດຍ: ອຸລາ ພົມມະສຸກຂະ 
(ຫຼານຍ່ານາງລາວ) 
14.06.2018