11 ธันวาคม 2563

ບົດກອນ “2ທັນວາວັນນີ້”

 



ແມ້ງເມື່ອມອງມ່ານຟ້າ ປະກາຍເດັ່ນດວງຕາ 

ພະສຸທາແດນລາວ       ລ່ຳລືປະກຽນກ້ອງ

2 ທັນວາວຽນພໍ້          ວັນໄຊຊະນະໃຫຍ່

ປີທີ 45 ໄດ້               ປະກາດໃຫ້ໂລກລື


ກ່ອນຈະມີມື້ນີ້          ແສນທີ່ທໍລະຫົດ

ສັດຕູມານກະບົດ       ຂົ່ມຂືນເຂັນຂ້າ

ປັດຖະພີ ລາມລົນໄໝ້  ທະລັງທະລາຍເຈື່ອນ

ສະເອືອນຄາວຄາບເນື້ອ ເໜືອໃຕ້ດັ່ງດຽວ


ເຫັນມານໃຈໂຫດຫ້ຽວ   ເຂັນຂູ່ຊາວປະຊາ

ການນຳພາບໍ່ຍອມເສີຍ  ປ່ອຍເລີຍໄລລ້າ

ບໍ່ຍອມເປັນຂ້ອຍຂ້າ      ສັດຕູມານມ້າງມຸ່ນ

ຄອຍດັບສູນຕອບຕ້ານ  ຕາມໂຕ້ຕ່ອຍຕີ


ຍ້ອນມີພັກພາຕໍ່ສູ້         ຄຽງຄູ່ປວງປະຊາ

ສາມັກຄີຄຽງກັນ           ປາບປາມແປປີ້ນ

ສັດຕູຕາຍຈົມສິ້ນ         ຖອນຖອຍຄືນຖິ່ນ

ດິນແດນລາວຈິ່ງໄດ້      ຊົມຊ້ອຍຊື່ນບານ


ການເວລາເຫດຮ້າຍ       ກາຍຜ່ານຫຼາຍປີ

ປະຊາຊົນມີສຸກ               ສ້າງສາເມືອງບ້ານ

ຍ້ອນມີການນຳຊີ້            ຂອງພັກອັນໃສສ່ອງ

ລາວທັງຜອງຈິ່ງໄດ້         ສີວິໄລລ້ຳລື່ນຫຼັງ ແທ້ນາ


ໂດຍ: ຫຼານຍ່ານາງລາວ

         ອຸລາ ພົມມະສຸກຂະ

         02 ທັນວາ 2020

10 ธันวาคม 2563

ບົດກອນ: ພຽງລົມປາກ


ພໍເມື່ອ

ໄດ້ດູ ກອນກາບກ້ານ . . . ຊາຍຫວ່ານວາຈາ

ອ່ານໄປມາຫຼາຍຄາວ . . . ຂ່າວຄວາມຂານຂໍ້

"ພີ່ກໍຍັງຍາກຫຍຸ້ງ . . . . ເປັນລຸງລັງລ່າຍ

ເງິນບໍ່ພໍເພື່ອໄດ້ . . . . . . ໄປຂໍນ້ອງນາດນາງ"


ຊາຍເຮິຍ

ຄັນແມ່ນໃຈຝັກຝັ້ນ . . . . ຝັນຮ່ວມຮຽງດອມ

ພຽງພ້ອມພາປອງປຸນ . . ປູກສາຍໃຍຍືນເຍີ້ນ

ສ່ວນວ່າເງິນຄຳແກ້ວ . . . ແນວລາຄາອະນັນຄ່າ

ບໍ່ມີມາທໍ່ກ້ອຍ . . . . . . . .ຕົນຂ້ອຍບໍ່ຈົ່ມຫາ ດອກນາ


ຂໍແຕ່ບາບ່າວຊູ້ . . . . . . . ຄົນຄູ່ຄຽງຂວັນ

ຍັງມີໃຈພົວພັນ . . . . . . ຕໍ່ກັນໜຽວແໜ້ນ

ມີແຕ່ແຂນສອງຂ້າງ . . . ເກາະກັນຍ້າຍຍ່າງ

ນາງຂໍຫວັງທໍ່ນີ້ . . . . . . ບໍ່ຈຳມີກໍ່ໄດ້

 . . . . . . . . . . . . . . . ຄຳລ້ານຄ່າແພງ ຫັ້ນນ່າ


ສັນຍາກອຍກ່າວເວົ້າ . . . .ໃຫ້ຄືເກົ່າເຄີຍຈາ ອ້າຍເອີຍ

ບໍ່ຈຳລາໄລລົງ . . . . . . . . ເລື່ອນໄປປີໜ້າ

ຄຳວ່າ"ແຟນ"ເຄີຍເອີ້ນ . . ກົວເລື່ອນໄປເປັນອື່ນ

ຫາກວ່າຝືນເລື່ອນເລື້ອຍ . . ສັນຍາເຄີຍກ່າວໄວ້

  . . . . . . . . . . . . . . . .ກົວວ່າອ້າຍລ່າຍລວງ


ຢ້ານແຕ່ຊາຍປ່ວງເວົ້າ . . . ລົມລ່າຍລວງນາງ

ເພາະສາຍທາງຍາວໄກ . . .ບໍ່ອາດຫວນເຫັນໄດ້

ເພື່ອບາງທີອວນອ້າຍ . . . . ມີໃໝ່ຄຽງຄູ່

ມີອື່ນສາວຊື່ຊູ້ . . . . . . . . . ຊູຊ້ອນຮ່ວມຊອນ ກໍເປັນເດ


ຢ້ານນາງນອນຮໍ່າໄຫ້ . . . . ອາໄລພີ່ຄືເຄີຍ

ຢ້ານພີ່ລາໄລເລີຍ  . . . . . .  . ບໍ່ເອີ່ຍເຖິງນາງນ້ອງ

ຄຳເຮົາສອງໝາຍໝັ້ນ  . . . . ກົວຜັນແປປ່ຽນ

ເພາະເປັນພຽງວາດເວົ້າ . . . .ອວນເຈົ້າຈ່າຍຈາ ທໍ່ນັ້ນເດ


ບາດເຮັດຈິງທ່ຽງແທ້ . . . . . . ບໍ່ມີຮ່ອນຫວນເຫັນ

ເປັນແຕ່ວາງວາຈາ . . . . . . . . ວາດວອນແວວເວົ້າ

ຊາຍເອີຍ ຈັ່ງແມ່ນຕົວຈິງເຈົ້າ . . ບໍ່ເອົາຫຍັງພໍຢ່າງ

ປາກໃຫ້ຫວັງນາດເລື້ອຍ  . . . . ມືເສີຍລ້າຢູ່ດາຍ ໜ່າຍເດ


ຊາຍເອີຍ!ຄັນຮັກນາງຂໍໃຫ້ເວົ້າ. . ຄັນບໍ່ເອົາກໍໃຫ້ວ່າ

ຄຳສັນຍາກ່າວໄວ້ . . . . . . . . ໂອຍ!ຢ່າໄດ້ເລື່ອນເລີຍ


✍🏼ອຸລາ ພົມມະສຸກຂະ

      10 ທັນວາ 2016


---------------------------