16 พฤศจิกายน 2563

ບົດກອນ: ຢູ່ໃສກໍຮຽນໄດ້

 "ຢູ່ໃສກໍຮຽນໄດ້"



ຄົນມີໃຈມຸ່ງໝັ້ນ           ຝັນໃຝ່ໃນຮຽນ

ມີປາກກາພຽນຂຽນ      ບິກສໍແຊມກ້ານ

ທີ່ສຳຄັນຄືປື້ມ               ຕຳລາຮຽນຂຽນອ່ານ

ຄູອາຈານພໍ່າພ້ອມ        ຖະໜອມຮູ້ສູ່ຫຼານ 


ເຖິງໂຮງຮຽນຫ່າງຮ້າງ  ພຸພັ່ງເພພັງ

ຝາຍ່າງກາຍໜີເສົາ       ເກົ່າໂຊມໂຊແລ້ວ

ບໍ່ເຄີຍຈາແນວຕ້ານ        ຂານຕິຕຽນວ່າ

ພຽງໝູ່ຫຼານໜຸ່ມນ້ອຍ  ມີຫ້ອງນັ່ງຮຽນ


ອຸລາ ພົມມະສຸກຂະ

16.ພະຈິກ.2018

08 พฤศจิกายน 2563

ບົດກອນ: ລົມໜາວມາທົ່ງນາເຫງົາ

 ລົມໜາວມາທົ່ງນາເຫງົາ



ເດືອນສິບເອັດຫົວລົມຕ້ອງ .  .  ເດືອນສິບສອງຫົວລົມຕ່າວ

ທົ່ງນາເຫງົາຫງ່ວມເສົ້າ  .  .  .  ຄະນິງເຄົ້າເກົ່າຫຼັງ ເດນໍ


ຄິດເຫັນຄາວກ່ອນກີ້  .  .  .  .  ປີເກົ່າກາຍມາ

ເສັດຈາກການນາສວນ  .  .  .  ກ່ຽວຜົນຜະລິດແລ້ວ

ພາກັນຊຸມແຊວຫຼິ້ນ  .  .  .  .  ບ່າວສາວນ້ອຍໃຫຍ່

ເນົາໃນນາໄຮ່ເຂົ້າ  .  .  .  .  .  ຕອມເຕົ້າຮ່ວມກັນ


ບາງຜອງພາກັນທຳຊ່ວຍສ້າງ  .  ວາງປູກແປງຜົນ

ມີມາກມວນຊີຂາວ  .  .  .  .  .  ກາດເຂືອຂີງແຄ້ງ

ກາດຊອມສາລີແລ້ງ  .  .  .  .   ມັນແຕງເຕົ້າຖົ່ວ

ສຽງຫົວນົວມ່ວນແມ້ງ  .  .  .  ແລງຄ້ອຍຄ່ຳລົງ


ກອງເຟືອງເຟືອນພຸ່ງພົ້ນ  .  .  ຄົນກໍ່ເກີນສູງ

ລຸງປ້າບ່າວສາວສານ  .  .  .  .  ເຮັດຮັງເຮືອນຫ້ອງ

ດັງໄຟຝີງຄົນລ້ອມ  .  .  .  .   ລຽນລັນຄັບຄັ່ງ

ນັ່ງຢອກໃຍວ່າເວົ້າ  .  .  .  .  .  ຜະຫຍາຈ້າວຈ່າຍກອນ


ອໍລະຊອນອິ່ນອ້ອຍ  .  .   .   .  ເປົ່າປີ່ຕໍເຟືອງ

ນີ່ນັນເນືອງນອງສຽງ  .  .  .  .  ທົ່ວຖຽງນານ້ອຍ

ປານມະໂຫລີຊົມຊ້ອຍ  .   .  .   ອຳອິງອ້ອຍອິ່ນ

ຍຸພິນພູມແຜ່ນພື້ນ  .   .  .  .   ປວງເຕົ້າຊື່ນບານ ແທ້ນາ


ປີນີ້ ສັນໃດມາປ່ຽນປີ້ນ  .  .  .  ເປັນເຊເຫວ່ຊອຍວອຍ

ເຫັນແຕ່ລົມລອຍລີວ   .  .  .  ພັດຜະຫຼຽງຕີຕ້ອງ

ແສນເສົ້າໝອງມົວກໍ້າ  .  .  .  ຍາມໜາວນ້າວໜ່ວງ

ຄົງເຫຼືອພຽງທົ່ງລ້າ  .  .  .  .   ຕໍກ້າຄ່າບໍ່ມີ  ແລນໍ


----------------------------------------

ຂຽນທີ່ຮົ່ມໄຮຫົວນາ

ໂດຍ: ອຸລາ ພົມມະສຸກຂະ 

        (ຫຼານຍ່ານາງລາວ)

         ໐໘. ໑໑. ໒໐໑໗