20 กรกฎาคม 2563

ກອນ: ງາມແມ່ຍິງລາວ



ບົດກອນ: “ງາມແມ່ຍິງລາວ”

ງາມເດ ງາມຍິງຍາມອ່ອນນ້ອມ . ຄຳຄ່ອງວາຈາ
ກິລິຍານວນນາງ  .  .  .  .  . ຍ່າງຍົວລະຍາດຍ້າຍ
ໂດຍດັ່ງຫົງຄຳຜ້າຍ  .   .  .  ທະຍານສູງຊົມປ່າ
ງາມດັ່ງດວງດອກຟ້າ .  .  .  ສະຫວັນເບື້ອງບ່ອນບົນ

ງາມເດ ມວຍເກດເກົ້າ  .  .  ແຊມສອດຈຳປາ
ປະຈັກຕານຳນາງ  .  .  .  .  . ດົກຍາວຍອຍຊ້າງ
ແພແຜ່ນນາງເຄນເນື້ອ  .  .   ເຄືອສະໄບບ້າຍບ່າ
ເສີມຄ່າຄຸນມິຕ່ຳຕ້ອຍ .  . .  ງາມບໍ່ພອຍຕ່ຳແຕ້ມ
  .  .  .  .  .  .  .  .  .  .  .   .  ແນມແລ້ວເບື່ອບໍ່ເປັນ ແທ້ໃດ

ຍາມນາງ ເຂັນຂອດຝ້າຍ .  .  ມືແກວ່ງໄກວຫຼາ
ດອມຍາງຂາວທະຍານສູງ  .  ໂບກບວຍບິນຟ້າ
ຄວາມຂະຫຍັນພຽນພົ້ນ  .  . ການງານບໍ່ຄາຄັ່ງ
ເຮືອນສາມນ້ຳສີ່ສ້າງ .  .  .  .  ຮຽນຮູ້ຊູ່ແນວ

ງາມຍິງຍາມຕໍ່ຕ້ານ .  .  .  .  . ຕີຕ່ອຍມວນມານ
ຜີຮ້າຍຮານຮາວີ  .  .  .  .  .  . ຫ່າງຫາຍເຫີນກ້ຳ
ງາມນ້ຳໃຈຂານສູ້  .  .  .  .  .   ຍິງລາວກ້າເກັ່ງ
ຊື່ລາວເຊັງຊ່າກ້ອງ .  .  .  .  .  ໄກກ້າວເກື່ອນໂລກາ

ງາມຍິງ ຄາວເມື່ອຄັ້ງ  .  .  .  .  ປາງກ່ອນເດີມດາ
ກ້າວສູ່ສາກົນໄກ  .  .  .  .  .  . ຊື່ສຽງແຊວກ້ອງ
ຍິງລາວບໍ່ຮອງໃຫ້  .  .  .  .  .  ຍິງໃດຊາດອື່ນ
ຄວາມງາມທັງຮອບຮູ້  .  .  .   ລາວໄດ້ສູ່ແນວ ແທ້ນາ

ໂດຍ: ຫຼານຍ່ານາງລາວ
20. ກໍລະກົດ. 2020
ຂອບໃຈພາບປະກອບຈາກເຟສບຸກ

17 กรกฎาคม 2563

ໜ້າເຈ້ຍທີ່ວ່າງເປົ່າ





ມີຫຼາຍເທື່ອທີ່ເຄີຍເປັນ
ເມື່ອເປີດສະມຸດບັນທຶກ
ກັບປາກກາຂຶ້ນມາ
ຕັ້ງໃຈວ່າຈະລະບາຍຫຍັງບາງຢ່າງລົງໄປ
ພໍຈະເຮັດໃຫ້ສະບາຍໃຈຂຶ້ນ

ແຕ່ແລ້ວ ມັນກໍຂຽນຫຍັງບໍ່ໄດ້
ແມ່ນແຕ່ຄິດ ກໍຄິດຫຍັງບໍ່ອອກ

ທຸກຢ່າງມັນອັດຕຶງຢູ່ໃນຊ່ວງອົກ
ຄວາມອິດເມື່ອຍ
ຄວາມທໍ້ແທ້
ຄວາມທຸກທໍລະມານ
ຄວາມຢ້ານກົວ
ຄວາມຢາກ
ຄວາມຕ້ອງການ
ຄວາມສະເໜຫາ
ມັນຄືສິ່ງໃດກັນແທ້
ມັນແມ່ນບັນຫາຂໍ້ໃດ
ທີ່ເຮັດໃຫ້ໜັກໃຈ
ເໝືອນພູເຂົາ1000ໜ່ວຍມາທັບຖົມລົງໜ້າເອິກ

ຄວາມຮູ້ສຶກນີ້ມັນບອກໃຜບໍ່ໄດ້
ມັນເປັນເລື່ອງເສົ້າໃຈທີ່ລະບາຍບໍ່ໄດ້ອີຫຼີ
ເມື່ອ...ສຸດທ້າຍ ແລະທ້າຍທີ່ສຸດແລ້ວ
ກໍຕ້ອງປິດສະມຸດບັນທຶກໄວ້ຄືເກົ່າ
ເຈ້ຍທີ່ຈົ່ງຫວ່າງໄວ້
ກໍກາຍເປັນໜ້າເຈ້ຍທີ່ວ່າງເປົ່າ

ປ່ອຍໃຫ້ ຄວາມເສົ້າ, ຄວາມເຫງົາ...
ເຂົ້າມາຄອບງຳຕົວເອງ ເຊັ່ນເຄີຍ...😔

Oula Phommasoukha