24 ตุลาคม 2563

ບົດກອນ: ຄິດຮອດບ້ານ

 "ຄິດຮອດບ້ານ"



ແມ້ງເມື່ອ ມາຢູ່ຢັ້ງ...........ເນົານັ່ງແດນໄກ

             ອາໄລຫາ...........ແຫ່ງຫໍເຮືອນຮ້ານ

      ຢາກເມືອບ້ານ...........ຄາເມຖານຖິ່ນ

      ໃຈຫອດຫ້ອຍ............ຈອຍຈ້ອຍຈົ່ມຢາກເມືອ


ຄາວກ່ອນເຄີຍນັ່ງຫຼິ້ນ.........ຫີນເຫີບກາງວັງ

               ແຍງຍັງບາ.........ຊອກປາຕາມຫ້ວຍ

         ຊວຍຊວຍຕ້ອງ..........ລົມຕຳຕີຕ່ອຍ

           ຍາມຄໍ່າຄ້ອຍ..........ເຢັນຈ້ອຍຈອດໃຈ


               ສີແສດຈ້າ...........ຕາເວັນອ່ອນແສງອອນ

             ດອນທາລາ..........ເວີ່ນເວີງເວງເວີ້ງ

  ເຫຼືອງເຫຼືອງເຫຼື້ອມ..........ຕີຕາຕຳມືດ

           ກວມກວບກັ້ງ..........ມືນ້ອຍບ່ຽງບັງ(ບັງຕາ)


            ແສງສະທ້ອນ.........ອອນອ່ອນສະອອນຫຼາຍ

               ແນແນມໄປ.........ທົ່ວທັງແຖວໜ້າ

              ທັງພຸ່ມຫຍ້າ.........ດົງດອນດອຍປ່າ

               ສີຊຸ່ມຊື້ນ.............ຂຽວຫຼື້ມອະລ່າມງາມ


            ນຳເນັ່ງຈ້ອງ...........ມອງຝ່າຍຮຽມເນົາ

        ເຫັນເຮືອນເຂົາ...........ຊັ່ນສູງຊູຊັ້ນ

            ຫຼາຍພັນຂັ້ນ...........ຕາມກັນລຽງລ່າຍ

          ດອນເຂດຄ້າຍ...........ເໝືອນບ້ານຮຽມຢູ່ຢັ້ງ

                                              ຄືຄາວກ່ອນນັ້ນແມ່ນບໍ່ມີ


         ໃຈຄິດຄ້ອຍ...............ລາຫລ່ອຍເລີຍລອຍ

     ຄອຍແນມທາງ..............ຮົ່ມມະນັງຮຳໄຫ້

        ເຫງົາໃຈແທ້...............ໃນຫໍເຮືອນເຊົ່າ

  ງົມຫງ່ວມງ້າວ..............ຢາກຄືນໂຄ້ງຕ່າວເມືອອີ່ແມ່ເອີຍ


----------------------------------------


✍🏼ຫລານຍ່ານາງລາວ

      23 ຕຸລາ 2016

20 ตุลาคม 2563

ບົດຂຽນ ວັນປະລິນຍາ

 ນ້ຳຕາລ່ວງ ວັນປະລິນຍາ



ວັນທີ່ຮັບໃບປະລິນຍາ, ຕາມສາຍທາງຂອບເຂດມະຫາວິທະຍາໄລເຕັມແຕ່ຮ້ານຂາຍກະຕູ່ນ ດອກໄມ້ຫຼາຍສີຫຼາຍສັນ... ພ້ອມອັດແໜ້ນໄປດ້ວຍຜູ້ຄົນມາກໜ້າຫຼາຍຕາ ທັງຄູອາຈານ ນັກສຶກສາ ແລະພໍ່ແມ່ໝູ່ເພື່ອນຂອງໃຜລາວ ທີ່ມາຮ່ວມສະແດງຄວາມຍິນດີນຳລູກຫຼານຂອງຕົນ. 


ພໍແຕ່ຍ່າງອອກມາຈາກຮັບໃບປະກາຊະນີຍະບັດ ອອກມານອກຫ້ອງ ພີ່ນ້ອງທີ່ມາຢືນລໍຖ້າກໍຫຸ້ມລ້ອມເອົາກະຕູ່ນ, ດອກໄມ້, ຖ່າຍຮູບຮ່ວມກັນດ້ວຍຄວາມອົບອຸ່ນ...


   ຕ່າງກັບຂ້ອຍທີ່ບໍ່ມີພໍ່ແມ່ເອື້ອຍນ້ອງມາໃຫ້ດອກໄມ້ ຫຼືພໍຈະມາຢືນຍີ້ມໃຫ້ເຫັນຢູ່ເຊິ່ງໜ້າກໍບໍ່ມີພໍຄົນ ແຕ່ຂ້ອຍກໍເຂົ້າໃຈດີໝົດຢູ່ຢ່າງ ພໍ່ແມ່ຂ້ອຍຢູ່ບ້ານນອກຄອກຄະເມໄລຍະທາງຕັ້ງວ່າໄກແສນໄກ ທັງເພິ່ນກໍເຖົ້າແກ່ແລ້ວ ຍິ່ງຫຍຸ້ງຍາກໃນການໄປມາ.


ຂ້ອຍໄດ້ແຕ່ອູ້ມໃບປະລິນຍາ ກວາດສາຍຕາເບິ່ງຜູ້ນັ້ນຜູ້ນີ້ ຈົນຄາວໜຶ່ງ ຈິ່ງມີຄົນມາຕົບບ່າທາງຫຼັງເຮັດໃຫ້ຂ້ອຍສະດຸ້ງຂຶ້ນ ພໍຫຼຽວໄປເບິ່ງຈິ່ງຮູ້ວ່າ ວົງເດືອນ ອະດີດເພື່ອນຮຽນຮ່ວມຫ້ອງດຽວກັນ ເຂົາມາພ້ອມກັບຄຳຖາມທີ່ຂັດເຄືອງໃຈອີກແລ້ວວ່າ:

"ມອນ ເພິ່ນອອກມາແຕ່ດົນແລ້ວ ຄືຍັງບໍ່ມີດອກໄມ້ພໍດອກເລີຍຫວະນິ?" 

ເຂົາຖາມທັງທີ່ເຫັນໆຢູ່ວ່າຂ້ອຍບໍ່ມີ ໂດຍທີ່ເຂົານັ້ນຈົນເກືອບຖືບໍ່ແພ້. ຂ້ອຍບໍ່ຮູ້ຈະຕອບເດືອນໄປແນວໃດ ໄດ້ແຕ່ອໍ້າອຶ້ງຢູ່ ຈົນເຂົາຖາມຕໍ່ວ່າ:

"ແລ້ວພໍ່ແມ່ເພິ່ນບໍ່ມາຍິນດີນຳແນ່ເບາະ?"

"ພໍ່ກັບແມ່ຄາກ່ຽວເຂົ້າ" 

"ບໍ່ວ່າ ສ່ຳກ່ຽວເຂົ້າ ມື້ໜ້າຈັ່ງກ່ຽວກະໄດ້ຕີ ວັນສຳຄັນຂອງລູກມື້ດຽວ ໜ້າຈະສະລະເວລາມາ" ເຂົາເວົ້າພ້ອມກົ້ມໜ້າແຍງເບິ່ງດອກໄມ້ທີ່ກອດຢູ່ເຕັມອູ້ມ ແລະເວົ້າໄປຕໍ່ອີກ:

"ເພິ່ນບໍ່ຄິດເບິ່ງແນ່ວ່າ ລູກຈະຕ່ຳຄ້ອຍນ້ອຍໃຈຂະໜາດໃດທີ່ລູກຂອງຕົວເອງຕ້ອງຢືນກືນນໍ້າລາຍເບິ່ງລູກຄົນອື່ນ..."

"ເພິ່ນເປັນຄົນບ້ານນອກ ເພິ່ນບໍ່ເຂົ້າໃຈແລະບໍ່ຮູ້ຫຍັງດອກເລື່ອງພວກນີ້" ຂ້ອຍຟ້າວເວົ້າຕັດຄວາມ ແລ້ວກໍເວົ້າໄປອີກວ່າ:

"ເຮົາບໍ່ເປັນຄືເພິ່ນເວົ້າດອກ ບໍ່ເຄີຍຄິດຕ່ຳຄ້ອຍນ້ອຍໃຈອັນໃດ ຍິ່ງຈະພູມໃຈອີກຕ່າງຫາກທີ່ພໍ່ແມ່ໄດ້ສົ່ງເສຍໃຫ້ຮຽນຈົນຈົບມາ ມັນເປັນຂອງຂວັນ ເປັນແຮງກຳລັງໃຈກ້ອນບັກໃຫຍ່ຈາກເພິ່ນແລ້ວ " ຂ້ອຍເວົ້າພ້ອມແນມເບິ່ງເຈ້ຍແຜ່ນແຂງສີແດງເພິ່ງຈະຮັບມັນມາຈາກທ່ານອະທິການເມື່ອວ່າງກີ້ນີ້ ມາຢູ່ໃນກຳມືດ້ວຍຄວາມພາກພູມໃຈ ບໍ່ຮູ້ວ່ານໍ້າຕາມັນໄຫຼອອກຕອນໃດ ຈະຮູ້ເມື່ອໄດ້ກໍຕອນນີ້ເຫັນເມັດນໍ້າຕາມັນຢາດລົງໃສ່ເຈ້ຍແຜ່ນນັ້ນ ສະທ້ອນໃສ່ແສງແດດຍາມສວາຍເຫຼື້ອມລະຍິບລະຍັບ ຂ້ອຍແນມເຫັນໃບໜ້າຂອງພໍ່ແລະແມ່ພວມແຄ່ງແດດກ່ຽວເຂົ້າຢູ່ທົ່ງນາເປັນສີເລືອນລາງຜ່ານໍ້າຕາທີ່ອັ່ງເບົ້າ...


-----------------------------------------

✍🏼ຫຼານຍ່ານາງລາວ

       20. ຕຸລາ. 2017