30 พฤษภาคม 2563

ສາຍນ້ຳແຫ່ງຄວາມຫວັງ


          “ສາຍນ້ຳແຫ່ງຄວາມຫວັງ“

                               ປະພັນໂດຍ: ຫຼານຍ່ານາງລາວ
1). ສາຍວາລິນໄຫຼລ່ອງໃຕ້      ຕາມປ່ອງແປວກະແສ
ບໍ່ແລຫຼຽວຫວນຄືນ               ດັ່ງວັນເວລາມື້
ຫຼາຍເລື່ອງລາວມີຂຶ້ນ              ຫວນເຫັນອະດີດກ່ອນ
ຍັງຄົງຄອຍຕ່າວຢ້ອນ             ສອນເຕື້ອງຕໍ່ໃຈ
2). ຄິດເດ ຄິດຮອດອ້າຍ       ຊາຍຢູ່ແດນໄກ
ເປັນເວລາຫຼາຍປີ                  ພີ່ເຫີນຫາຍໜ້າ
ສັງບໍ່ມາຫານ້ອງ                    ຄົນຄອງຄິດຮ່ຳ
ຄະນິງນຳຈ່ອຍຈ້ອຍ              ຄອຍເກີ້ລະເມີຊາຍ
3). ພາບໃນວັນເກົ່າກີ້            ກ່ອນພີ່ໜີໄກ
ຊາຍໃຫ້ຄຳສັນຍາ                 ຕໍ່ຂອງແຄມນ້ຳ
ນ້ອງຍັງຈຳຈື່ໄດ້                    ຊິມີໃຈຕັ້ງຕໍ່
ໃຈບໍ່ບິບ່ຽງບ້ຽວ                   ລົມລ້ຽວຕໍ່ນາງ
4). ທາງແມ່ຂອງຂົດໂຄ້ງ       ໄຫຼລ່ວງລົງຄອນ
ວອນໃຫ້ເປັນພະຍານ           ຮັກເຮົາຄາວນີ້
ຮັກອ້າຍມີມອບໃຫ້              ຄືສາຍຂອງໄຫຼຫຼັ່ງ
ຂໍໃຫ້ນາງນາດນ້ອງ               ຄົນນີ້ເຊື່ອໃຈ
5). “ສາຍຂອງຄືຮັກອ້າຍ       ໄຫຼລ່ອງເລີຍລົງ
ຄັນຂອງຄົງພຽງເດີມ             ດັ່ງໃຈສະເໝີໝັ້ນ
ຄັນຄື້ນຂອງຟອງຝົ້ງ              ຊົງຄືໃຈຄະນິງນາດ
ຄັນຂອງເຂີນຂາດແຫ້ງ          ໃຈແລ້ງເລື່ອນລືມ ນາງນາ“
6). ເມື່ອຊາຍລາຫ່າງນ້ອງ      ເອົາຂອງຄູ່ຄຽງຄອງ
ມອງກະແສສິນໄຫຼ                ລັ່ງລົງລິນໃຕ້
ພໍມີແຮງໃຈສູ້                       ຊູຮຽນພຽນພ່ຳ
ໃຫ້ສາຍຂອງຊ່ວຍຢ້ຳ             ຄວາມຫວັງພ່ອງຊາຍ
7). ວັນໃດຄິດຮອດອ້າຍ        ໄດ້ມາຢູ່ເຢືອນມອງ
ແນມສາຍຂອງຄວາມຫວັງ      ວາດລົງໃນນ້ຳ
ນັບວັນຊາຍຄືນກ້ຳ                  ຫວນຫານາງມ່ອມ
ຊອມດ້ວຍໃຈຈົດຈໍ້                 ລໍອ້າຍອວ່າຍມາ
8).ວັນນີ້ກໍນັ່ງຖ້າ                     ຟາກຝັ່ງແຄມຂອງ
ໃຈນ້ອງຕົກລົງຕີນ                  ເກືອບສູນເສຍສິ້ນ
ຫຼິງເຫັນຂອງເຂີນແຫ້ງ            ເຫຼືອພຽງດອນນ້ອຍໃຫຍ່
ຄວາມຫວັງທີ່ວາດໄວ້              ຍັງຝາກໄດ້ຢູ່ບໍ່ເດ?

29 พฤษภาคม 2563

ໂລກຈິງບໍ່ມີເມືອງສະຫວັນ

ຕອນຍັງນ້ອຍເຮົາເຄີຍໄດ້ຍິນວ່າ "ເທວະດາຢູ່ເມືອງບົນ ຄົນຢູ່ເມືອງລຸ່ມ" ທ້ອງຟ້າສີຟ້າຄາມນັ້ນ ຄືເມືອງຂອງເທວະດາຟ້າແຖນອາໄສຢູ່. ຂ້ອຍມີຄວາມໃຝ່ຝັນທີ່ຈະໄປເຖິງຈຸດນັ້ນ ບ່ອນທີ່ມີເທບເທວາອາໄສຢູ່ ຢາກຈະໄປເບິ່ງເທວະດາ ຢາກເຫັນນາງຟ້າທີ່ເຂົາລໍ້າລືວ່າງາມໆ ຂະໜາດນາງສາວລາວຍັງບໍ່ທຽບເຖິງໄດ້ ແລ້ວວັນໜຶ່ງ ຂ້ອຍກໍມີໂອກາດໄດ້ໄປເຖິງຈຸດນັ້ນ ບ່ອນທີ່ມີທ້ອງຟ້າສີຄາມ ເມື່ອຂ້ອຍໄດ້ຂຶ້ນເຄື່ອງບິນຈາກກຸງເທບເຖິງຮ່ອງກົງ ເມື່ອເຄື່ອງບິນເຄື່ອນຂຶ້ນສູ່ເວຫາອາກາດ ຂ້ອຍສຸດແສນຕື່ນເຕັ້ນດີໃຈ ຈະໄດ້ພົບນາງຟ້າ ແລະພະອິນ ແຕ່ເມື່ອບິນຂຶ້ນສູງໆໄປ ຜ່ານພູເຂົາສູງຊັນເສດຟ້າ ຜ່ານມວນເມກເຝື້ອທີ່ໄຫຼລອຍຕາມເວຫາ ບິນຂຶ້ນສູງທໍ່ໃດ ກໍຍີ່ງພົບເຫັນແຕ່ຄວາມອ້າງວ້າງຂອງທ້ອງຟ້າ ແນມຫາເມືອງຟ້າທີ່ພະອິນອາໄສຢູ່ນັ້ນບໍ່ມີ ຈົນສຸດທ້າຍເຄື່ອງບິນກໍລົງຈອດທີ່ສະໜາມບິນ ສະຫຼຸບແລ້ວ ຂ້ອຍຜິດຫວັງຢ່າງແຮງ ຫຼານຍ່ານາງລາວ