29 พฤษภาคม 2563
27 พฤษภาคม 2563
ນະວະນິຍາຍຮັກ ຄິດຮອດທຸກລົມຫາຍໃຈ
"ຄິດຮອດທຸກລົມຫາຍໃຈ" ຕອນທີ23
ນານແລ້ວ ... ທີ່ເຮົາບໍ່ໄດ້ພົບກັນ
ຕັ້ງແຕ່ເຈົ້າໄດ້ກັບຄືນສູ່ວຽງຈັນວັນນັ້ນ, ພວກເຮົາກໍບໍ່ໄດ້ພົບກັນອີກເລີຍແຖມຍັງບໍ່ໄດ້ຕິດຕໍ່ຫາກັນດ້ວຍຊໍ້າ ຂ້ອຍພະຍາຍາມຕິດຕໍ່ຫາເຈົ້າ ແຕ່ມັນຍາກເຫຼືອເກີນທີ່ຈະໄດ້ຮັບການຕອບຮັບຈາກເຈົ້າ ແລະກໍ່ບໍ່ຮູ້ອີກວ່າສາເຫດທີ່ໄປທີ່ມາມັນຍ້ອນຫຍັງ.
ຫ້ອງແຊັດເກົ່າໆ ຄາວກ່ອນທີ່ເຄີຍເປັນສູນລວມສ້າງສຽງເວົ້າສຽງຫົວ, ຢອກລໍ້, ຝາກຄຳຖາມໄຖ່ຂ່າວຄາວຫາກັນ ມັນກັບງຽບເໝືອນປ່າຊ້າເອົາຈັ່ງຊັ້ນ.
ແລ້ວວັນໜຶ່ງ, ສຽງໂທລະສັບມັນກໍດັງຂຶ້ນມາ ໃນຂະນະທີ່ຂ້ອຍກຳລັງເຂົ້າຫ້ອງນໍ້າຢູ່. ຫົວໃຈທີ່ຫວງຫາຢູ່ທຸກເວລາມັນເຕັມປ່ຽນໄປດ້ວຍຄວາມຫວັງ. ແຕ່ນັ້ນຄືຂໍ້ຄວາມ ຂໍ້ຄວາມດັ່ງກ່າວຂຽນວ່າ:
"Now, DATA is 0 MB, to continue package press *209*22#call, fee 10,000 kip=2,000MB/5 days OR press *209*23#call, fee 10,000 kip=1,500MB/7 days. Thank you! "
"ຮຶ!... ຕະຫຼອດ ເງິນໝົດຕະຫຼອດ"
ຈາກວັນນັ້ນ ຂ້ອຍກໍສັນຍາກັບຕົວເອງ ຈະບໍ່ເຕີມເງິນອີກ ແລ້ວຂ້ອຍກໍເຮັດບໍ່ໄດ້.
ດ້ວຍຄວາມອາໄລຫາ ເຖິງຈະບໍ່ໄດ້ລົມກັນຫວານຊື່ນຄືເກົ່າ ຢ່າງໜ້ອຍກໍພໍໄດ້ເຂົ້າອ່ານຂໍ້ຄວາມເກົ່າໆທີ່ເຮົາເຄີຍລົມກັນກໍຮູ້ສຶກດີ, ພາບຄວາມຈຳໃນອາດີດໄດ້ປາກົດຂຶ້ນໃນດວງຕາ ໃນຫ່ວງນຶກຢູ່ ພາບທຸກຢ່າງ ຕັ້ງແຕ່ວັນແລກທີ່ເຮົາພົບກັນ ທີ່ພະທາດອິງຮັງວັນນັ້ນ ເຮົາຂາບໄຫວ້ດ້ວຍກັນ, ຕະຫຼອດທັງອ້ອມກອດຄືນນັ້ນທີ່ແສນອົບອຸ່ນ ຮອຍຈູບໃນວັນນັ້ນທີ່ເຈົ້າຝາກໄວ້ ກ່ອນຈະກ້າວຂາຈາກຂ້ອຍໄປໃນວັນຮຸ່ງເຊົ້າຂອງມື້ໃໝ່... ທຸກຢ່າງມັນຍັງຈຳຕິດຕາ ບໍ່ເຄີຍລືມ
ວິນາທີນີ້ ຄືວ່າມັນມາເຢືອນຢູ່ຕໍ່ໜ້າ
ທັງທີ່ຈິງແລ້ວມັນວ່າງເປົ່າ
ແຕ່ຄືວ່າມີຄວາມສຸກຢ່າງເຕັມປ່ຽມ
ທັງທີ່ຈິງ ມັນທຸກທໍລະມານແທບຕາຍ
ຈາກການຄິດຮອດເຈົ້າ ຢ່າງຄິດໄປເລື້ອຍໆ
ແລະຂ້ອຍກໍບໍ່ມີທາງຮູ້ວ່າເຈົ້າຈະຄິດຮອດຂ້ອຍຄືກັນບໍ?
ປານນີ້ ເຈົ້າຍັງເຮັດຫຍັງຢູ່?
ເຈົ້າຈະຢູ່ກັບໃຜ?
ຂ້ອຍບໍ່ສາມາດຮູ້ເຫັນ.
ດ້ວຍຄວາມຄິດຮອດ ພາໃຫ້ຂ້ອຍເຂົ້າອ່ານຂໍ້ຄວາມເກົ່ານັ້ນເລື້ອຍໆ ຊໍ້າໄປຊໍ້າມາຫຼາຍຮອບແລ້ວຈົນນັບບໍ່ໄດ້.
ເຂົ້າສ່ອງເຟສບຸກທີ່ບໍ່ມີການເຄື່ອນໄຫວມາເປັນເວລາເກືອບສອງເດືອນເຕັມໆ. ແຕ່ເວລານີ້ ເຈົ້າຂອງເຟສບຸກເຂົາກັບຄືນມາໃຊ້ງານອີກແລ້ວ.
ເຂົາໂພສຮູບຖ່າຍພ້ອມກັບຍິງຮູບງາມນັ່ງຄຽງຂ້າງ
ຈາກການຕີລາຄາຂອງພາບນັ້ນ
ມັນຫວານຊຶ້ງເຫຼືອເກີນ
ດວງຕາທັງສອງຄູ່ທີ່ປະສານກັນ
ຄົນທີ່ບໍ່ມີຄວາມຮູ້ສຶກດີໆຕໍ່ກັນ
ຄົງເປັນໄປໄດ້ຍາກ
ທີ່ຈະສ້າງພາບອອກມາໃຫ້ດູດີໄດ້ຂະໜາດນັ້ນ
ແຖມຂຽນຂໍ້ຄວາມປິດສະໜາເອົາໄວ້
ນັ້ນຄືສິ່ງທີ່ພາໃຫ້ຂ້ອຍຄາໃຈທີ່ສຸດ!
ໃນນັ້ນຍັງມີໝູ່ເພື່ອນມາສະແດງຄວາມຄິດເຫັນຕ່າງໆນາໆ
ຂ້ອຍພະຍາຍາມຫັກຫ້າມຄວາມຄິດຕົວເອງ
ພະຍາຍາມບໍ່ເຂົ້າໃຈຄວາມຄິດເຫັນຂອງໃຜ
ຂ້ອຍຢາກຟັງຄຳອະທິບາຍຈາກປາກຂອງເຈົ້າ
ແຕ່ຖ້າຄວາມຈິງຈາກເຈົ້າກັບຄວາມຄິດຂອງຂ້ອຍມັນບໍ່ກົງກັນ ຂ້ອຍຈະເຮັດຢ່າງໃດ.
ນີ້ເປັນສິ່ງສຸດທ້າຍ ທີ່ພາໃຫ້ເຮົາເຫີນຫ່າງກັນອອກໄປ ເມື່ອຂ້ອຍຫຼີກໜີຄວາມເຈັບ
ໜີຄວາມຈິງ
ໜີເຈົ້າ
ໜີຄົນຫຼາຍໃຈ
ເລື່ອງທຸກຢ່າງມັນຄົງຈົບພຽງເທົ່ານີ້
ທັງທີ່ໃນໃຈ ຍັງຕ້ອງການຈະມີເຈົ້າ...
ແຕ່ມັນຄົງເປັນໄປໄດ້ຍາກ😔
ເຖິງຢ່າງໃດ ຂ້ອຍກໍຍັງມີຄວາມຫວັງ
ຂ້ອຍຍັງຫວັງ...ທັງທີ່ບໍ່ມີເປົ້າໝາຍ
ກໍໄດ້ແຕ່ຝາກສາຍລົມ
ຊ່ວຍພັດໂຊຍໄປບອກເຂົາຄົນນັ້ນໃຫ້ຮັບຮູ້ທີ
ວ່າຂ້ອຍຄົນນີ້
ຍັງລໍຄອຍວັນທີ່ເຈົ້າກັບມາ...
~~~~~~~~~~~~~~~~~~~~~~~~~~~~~~~
ປະພັນໂດຍ: ຫຼານຍ່ານາງລາວ
27 ພຶດສະພາ 2016
สมัครสมาชิก:
บทความ (Atom)